ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາທີ່ນັບມື້ນັບເຂັ້ມແຂງຂອງກຸ່ມເພື່ອນມິດ UNCLOS ໃນ 3 ປີທີ່ຜ່ານມາ ດ້ວຍຈຳນວນສະມາຊິກ 120 ກວ່າປະເທດ.
ຍສໝ - ໃນໄລຍະ 7 ປີຜ່ານມາ, ພະແນກສຶກສາທິການ ແລະ ກິລາ ແຂວງ ຫຼວງນ້ຳທາ (ລາວ) ໄດ້ເປີດຫ້ອງຮຽນພາສາ ຫວຽດນາມ ຂັ້ນພື້ນຖານໃຫ້ແກ່ພະນັກງານ - ລັດຖະກອນພາຍໃນແຂວງ 7 ແຫ່ງ. ມາຮອດປະຈຸບັນ, ມີຜູ້ຮຽນ 175 ຄົນໄດ້ຮັບໃບຢັ້ງຢືນພາສາ ຫວຽດນາມ.
ຍສໝ - ປາດຖະໜາວ່າ ການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ, ການຊ່ວຍເຫຼືອກັນລະຫວ່າງສອງແຂວງເທື່ອທຽນເຫວ້ ແລະເຊກອງ ເວົ້າລວມ, ລະຫວ່າງທະຫານຊາຍແດນແຂວງເທື່ອທຽນເຫວ້ ແລະກຳລັງປ້ອງກັນຊາຍແດນລາວ ເວົ້າສະເພາະຈະນັບມື້ນັບສະໜິດແໜ້ນ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ຍສໝ - ວັນທີ 8 ມິຖຸນາ, ຄະນະກຳມະການກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງເປີດສະຫຼອງກິດຈະກຳ ໄລຍະທີ 1 “ພື້ນທີ່ວັດທະນະທຳ ໂຮ່ຈີມິນ - ຈຸດນັດພົບຂອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ” ຢູ່ເຮືອນເລກທີ 147 ຫງວຽນດີງຈ໋ຽວ (ເມືອງ 3, ນະຄອນ ໂຮ່ຈີມິນ). ສະຖານທີ່ແຫ່ງນີ້ ໄດ້ຄາດວ່າຈະສ້າງກາລະໂອກາດໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດມີຄວາມສະໜິດຕິດພັນ, ພົວພັນ ແລະ ຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສ້າງເປັນເຄືອຂ່າຍນັກປັນຍາຊົນ, ນັກທຸລະກິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ປະກອບສ່ວນເສີມຂະຫຍາຍແຫຼ່ງຊັບພະຍາກອນຂອງຊາວຫວຽດນາມ ຢູ່ຕ່າງປະເທດທີ່ປະກອບສ່ວນໃຫ້ນະຄອນ.
ຍສໝ - ວັນທີ 22 ຕຸລາ 2024, ກ່າວຄຳປາໄສທີ່ກອງປະຊຸມ “ເສີມຂະຫຍາຍກຳລັງແຮງພາຍໃນ, ເພີ່ມທະວີການຮ່ວມມືສາກົນ ເພື່ອຍູ້ແຮງການພັດທະນາຂະແໜງການ Halal ຫວຽດນາມ”, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ຫວຽດນາມ ມີ 3 ພື້ນຖານສຳຄັນ ເພື່ອພັດທະນາຂະແໜງການ Halal.
ຍສໝ - ເລື່ອງການນຳສອງປະເທດເຫັນດີເປັນເອກະພາບຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານແມ່ນໝາກຜົນທີ່ເປັນທຳມະຊາດຂອງການພົວພັນທີ່ມີປະຫວັດສາດອັນຍາວນານ, ເລິກເຊິ່ງ.
ຍສໝ - ວັນທີ 22 ຕຸລາ 2024, ກ່າວຄຳປາໄສທີ່ການພົບປະກັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳ ສສ ຫວຽດນາມ ແຮ່ເວີຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທງເຊີນ, ປະທານຄະນະຊີ້ນຳການຮ່ວມມື 2 ຝ່າຍ ຫວຽດນາມ - ຈີນ ກ່າວວ່າ: ພັກ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການຮັດແໜ້ນ ແລະ ພັດທະນາການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນມິດຕະພາບ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.
ຍສໝ - ເນື່ອງໃນໂອກາດທີ່ສະຫາຍ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ເລືອງເກື່ອງ ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຫຼາຍອົງການຈັດຕັ້ງປະຊາຊົນໃນທົ່ວໂລກໄດ້ສົ່ງຈົດໝາຍ ແລະ ໂທລະເລກອວຍພອນ. ນີ້ແມ່ນບັນດາເພື່ອນມິດ ແລະ ຄູ່ຮ່ວມມືຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ແລະ ບັນດາອົງການສະມາຊິກ.
ຍສໝ - ວັນທີ 21 ຕຸລາ, ງານວາງສະແດງສີຂຽວ ຊູແອດ ໄດ້ດຳເນີນຢູ່ນະຄອນໂຮ່ຈິມິນ. ງານວາງສະແດງ ກໍ່ໄດ້ແນະນໍາເຖິງຜູ້ເຂົ້າຊົມກ່ຽວກັບບັນດາມາດຕະການແກ້ໄຂສີຂຽວທີ່ປະດິດຄິດສ້າງ, ສຸມໃສ່ເຂົ້າໃນພະລັງງານທົດແທນ, ການຫຼຸດຜ່ອນການປ່ອຍອາຍພິດ, ເສດຖະກິດໝູນວຽນ ແລະ ບັນດາເຕັກໂນໂລຢີໃຫມ່ຈາກ ຊູແອດ.
ຍສໝ - ຕາມຄຳເຊີນຂອງທ່ານ Vladimir Putin ປະທານາທິບໍດີສະຫະພັນລັດເຊຍ, ປະເທດປະທານ BRICS ປີ 2024, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມດ້ວຍຖານະເປັນແຂກຖືກເຊີນ.
ຍສໝ - ໂດຍສືບຕໍ່ກິດຈະກໍາເຄື່ອນໄຫວຢູ່ເມືອງ ມົກເຈົາ (ແຂວງ ເຊີນລາ), ຕອນເຊົ້າວັນທີ 23 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ສືບຕໍ່ດຳເນີນບັນດາກິດຈະກໍາຢູ່ເມືອງສົບເບົາ (ແຂວງຫົວພັນ), ເລີ່ມຕົ້ນດ້ວຍພິທີຕ້ອນຮັບຄະນະຜູ້ແທນຫວຽດນາມ ຢູ່ດ່ານຊາຍແດນ ປາຮາງ.
ຍສໝ - ຕອນເຊົ້າວັນທີ 23 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງຫວຽດນາມ ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ ໄປເຂົ້າຮ່ວມກອງປະຊຸມບັນດາການນຳກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ຢູ່ Kazan, ສະຫະພັນລັດເຊຍ ແຕ່ວັນທີ 23 – 24 ຕຸລາ 2024 ຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ປະທານກຸ່ມ BRICS ປີ 2024.
ຍສໝ - ວັນທີ 21 ຕຸລາ, ຢູ່ນະຄອນ ເກີນເທີ, ສະຫະພັນບັນດາອົງການມິດຕະພາບນະຄອນ ເກີນເທີ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຝຣັ່ງ ນະຄອນ ເກີນເທີ ຈັດຕັ້ງພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງບັນດາໂຮງຮຽນປະຖົມຢູ່ນະຄອນ ເກີນເທີ ແລະ ບັນດາໂຮງຮຽນປະຖົມຢູ່ ຝຣັ່ງ ເພື່ອແນໃສ່ຊຸກຍູ້ການສອນ ແລະ ການຮຽນພາສາ ຝຣັ່ງ ຢູ່ນະຄອນ ເກີນເທີ.
ຍສໝ - ວັນທີ 20 ຕຸລານີ້, ຢູ່ນະຄອນ ບັກຢາງ, ສະຫະພັນບັນດາອົງການມິດຕະພາບແຂວງ ບັກຢາງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ, ຄະນະຕິດຕໍ່ປະສານງານທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍການປະຕິວັດລາວ ແຂວງ ບັກຢາງ ໄດ້ສົມທົບກັນເພື່ອຈັດຕັ້ງການພົບປະ, ການໂອ້ລົມສົນທະນາເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ (30 ຕຸລາ 1949 – 30 ຕຸລາ 2024).
ຍສໝ - ວັນທີ 20 ຕຸລາ ຢູ່ ຮ່າໂນ້ຍ, ເກືອບ 50 ມະຫາວິທະຍາໄລ ແລະ ຮາກຖານການສຶກສາຈາກ ຍີ່ປຸ່ນ ໄດ້ເຂົ້າຮ່ວມການສຳມະນາການໄປສຶກສາຢູ່ ຍີ່ປຸ່ນ 2024. ເຫດການໄດ້ດຶງດູດນັກຮຽນ, ນັກສຶກສາພ້ອມກັບພໍ່ແມ່ຜູ້ປົກຄອງທີ່ສົນໃຈເປັນຈໍານວນຫຼວງຫຼາຍ, ສະໜອງບັນດາຂໍ້ມູນອັບເດດ ແລະ ຢ່າງເປັນທາງການກ່ຽວກັບການໄປສຶກສາຢູ່ ຍີ່ປຸ່ນ. ການສຳມະນາໄດ້ຈັດຕັ້ງ ໂດຍອົງການໜູນຊ່ວຍນັກສຶກສາ ຍີ່ປຸ່ນ (JASSO) ສົມທົບກັບສະໂມສອນນັກຮຽນ ຫວຽດນາມ ທີ່ໄປຮຽນຢູ່ຕ່າງປະເທດ ປະຈຳ ຍີ່ປຸ່ນ (VAJA).
ຍສໝ - ວັນທີ 21 ຕຸລາ 2024, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄະນະປະທານ ຄັ້ງທີ 12, ຊຸດທີ 6, ອາຍຸການ 2019-2024
ຍສໝ - ຕາມທ່ານພົນໂທ ຫງວຽນຊວນຟຸກ ແລ້ວ, ອົດສະຕາລີ ແມ່ນປະເທດນຳໜ້າໃນການໜູນຊ່ວຍດ້ານພາສາອັງກິດ ແລະ ວິຊາສະເພາະໃຫ້ທະຫານຫວຽດນາມ ດ້ວຍຈຳນວນພົນລະເມືອງ 3.500 ກວ່າຄົນ.
ຍສໝ - ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢືນຢັນວ່າ: ເລື່ອງສະຫາຍ ເລືອງເກື່ອງ ໄດ້ຮັບເລືອກຕັ້ງຮັບໃຫ້ດໍາລົງຕໍາແໜ່ງເປັນປະທານປະເທດສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈ, ການຕີລາຄາສູງຂອງພັກ, ລັດ ແລະປະຊາຊົນຫວຽດນາມ...
ຍສໝ - ຕອນບ່າຍວັນທີ 22 ຕຸລາ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ເຂດຊາຍແດນ ຫວຽດນາມ-ລາວ ຄັ້ງທີ 2 ໄດ້ດໍາເນີນຢ່າງເປັນທາງການ ດ້ວຍພິທີຕ້ອນຮັບຄະນະຜູ້ແທນລາວ ຢ່າງສົມກຽດຢູ່ ດ່ານຊາຍແດນ ລ່ອງເຊິບ, ເມືອງມົກເຈົາ (ແຂວງເຊີນລາ) ເພື່ອເຂົ້າຮ່ວມບັນດາການ ເຄື່ອນໄຫວທໍາອິດໃນຂອບເຂດງານພົບປະແລກປ່ຽນ.
ຍສໝ - ຫວຽດນາມ ຫາກໍ່ຕ້ອນຮັບນັກອາສາສະໝັກຂອງລາຍການສັນຕິພາບ (Peace Corps) ຈຳນວນ 20 ຄົນ ມາສະໜັບສະໜູນການສອນພາສາອັງກິດ ຢູ່ໂຮງຮຽນມັດທະຍົມຕອນປາຍ. ນີ້ແມ່ນກຸ່ມອາສາສະໝັກໃຫຍ່ທີ່ສຸດຂອງລາຍການ ນັບແຕ່ອົງການ Peace Corps ເລີ່ມດຳເນີນງານຢູ່ ຫວຽດນາມ.