ປະ​ທານ​ປະ​ເທດ: ບົດບາດສ້າງ​ສັນ​ຕິ​ພາບ​ຂອງ​ການ​ທູດ​ຫວຽດ​ນາມ ​ໄດ້​ຮັບ​ການ​ສະ​ແດງ​ໃຫ້​ເຫັນ​ຕະຫຼອດໄປ

00:00 | 25/04/2025

ຍສໝ -​ ທ່ານ​ປະທານ​ປະ​ເທດ​ກ່າວ​ວ່າ ເມື່ອ​ກະຊວງການ​ເມືອງ​ປີ 1969 ​ໄດ້​ອອກ​ມະຕິ​ກຳນົດ​ວ່າ “ການ​ທູດ​ໄດ້​ກາຍ​ເປັນ​ໜ້າ​ທີ່​ສຳຄັນ​ທາງ​ຍຸດ​ທະ​ສາດ” ເຊີ່ງການ​ທູດ​ໄດ້ກາຍ​ເປັນ​ເຄື່ອງ​ມື​ສຳຄັນ.

ທ່ານ ​ເລືອງ​ເກືອງ ຜູ້ປະຈຳການຄະນະເລຂາທິການສູນ​ກາງ​ພັກ ໄດ້​ຮັບ​ການ​ເລືອກ​ຕັ້ງເປັນປະ​ທານ​ປະ​ເທດ
ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດນາມ ​ມອບຂໍ້ຕົກລົງແຕ່ງຕັ້ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ບັນ​ດາ​ປະ​ເທດ

​ວັນ​ທີ 23 ເມສາ, ຢູ່​ຮ່າ​ໂນ້ຍ, ກະຊວງ​ການ​ຕ່າງປະ​ເທດ​ໄດ້​ຈັດ​ຕັ້ງ​ການສຳມະນາສາກົນ​ດ້ວຍ​ຫົວ​ຂໍ້ “50 ປີ​ແຫ່ງ​ການ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ: ບົດບາດ​ກໍ່ສ້າງ​ທາງ​ການ​ທູດ​ໃນ​ປະຫວັດສາດ ​ແລະ ປະຈຸ​ບັນ”.

ທ່ານ​ປະທານ​ປະ​ເທດ ຫວຽດນາມ ໄດ້​ເຂົ້າ​ຮ່ວມ ​ແລະ ກ່າວ​ຄຳ​ປາ​ໄສຊີ້ນຳ.

ໂດຍເຂົ້າຮ່ວມການສຳມະນາມີບັນດາສະຫາຍການນຳ, ອະດີດການນຳຂອງພັກ, ລັດ ແລະ ກະຊວງການຕ່າງປະເທດ, ການນຳບັນດາຄະນະ, ກະຊວງ, ຂະແໜງການສູນກາງ, ບັນດານັກຮົບເກົ່າປະຕິວັດ, ພະຍານປະຫວັດສາດ, ເພື່ອນມິດສາກົນ, ນັກວິທະຍາສາດພາຍໃນ ແລະ ຕ່າງປະເທດ.

ກ່າວ​ຄຳປາໄສ​ທີ່ໄຂເປີດກາສຳມະນາ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ຖື​ວ່າ 50 ປີ​ກ່ອນ, ໄຊ​ຊະ​ນະ​ປະ​ຫວັດ​ສາດ​ຂອງ​ຂະ​ບວນ​ການ​ໂຮ່​ຈີ​ມິນ ໄດ້​ສິ້ນ​ສຸດ​ສົງ​ຄາມ​ຕໍ່​ຕ້ານ​ທີ່​ຍາວ​ນານ, ປົດ​ປ່ອຍ​ພາກ​ໃຕ້​ຢ່າງ​ຄົບ​ຖ້ວນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ,​ເປີດ​ໄລຍະ​ໃໝ່, ​ແມ່ນ​ຍຸກ​ແຫ່ງ “​ເອກະລາດ - ​ເອກະ​ພາບ - ສັນຕິພາບ ​ແລະ ພັດທະນາ” ໃຫ້ປະຊາຊົນ​ຫວຽດນາມ.

ນັ້ນແມ່ນ​ໄຊຊະນະ​ແຫ່ງ​ນ້ຳ​ໃຈ​ຮັກ​ຊາດ, ນ້ຳ​ໃຈ​ສາມັກຄີ​ປະ​ເທດ​ຊາດ ​ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ອັນ​ແຮງ​ກ້າ​ຂອງ​ຊາວ​ຫວຽດນາມ ກໍຄືປະຊາຊົນທີ່ຮັກສັນຕິພາບໃນທົ່ວໂລກ, ການທູດໄດ້ມີບົດບາດສໍາຄັນຫຼາຍໃນການເດີນທາງນັ້ນ.

ປະ​ທານ​ປະ​ເທດ: ບົດບາດສ້າງ​ສັນ​ຕິ​ພາບ​ຂອງ​ການ​ທູດ​ຫວຽດ​ນາມ ​ໄດ້​ຮັບ​ການ​ສະ​ແດງ​ໃຫ້​ເຫັນ​ຕະຫຼອດໄປ

ທ່ານ​ປະທານ​ປະ​ເທດ ເລືອງເກື່ອງ ກ່າວ​ຄຳປາໄສທີ່ການສຳມະນາ. (ພາບ: Lam Khanh/TTXVN)

ສະແດງຄວາມປິຕິຊົມຊື່ນເມື່ອເຂົ້າຮ່ວມການສຳມະນາໃນຊຸມວັນປະຫວັດສາດເດືອນເມສາຂອງປະເທດຊາດ, ທ່ານປະທານປະເທດ ເລືອງເກື່ອງ ຊີ້ແຈ້ງວ່າ ທຸກປະເທດ ແລະ ປະເທດຊາດໃນໂລກ, ບໍ່ວ່າໃຫຍ່ ຫຼື ນ້ອຍ, ໂດຍທົ່ວໄປລ້ວນແຕ່ຜ່ານຈຸດຫັນປ່ຽນ ແລະ ເສັ້ນທາງປະຫວັດສາດທີ່ກຳນົດຈຸດໝາຍປາຍທາງ ແລະ ເສັ້ນທາງແຫ່ງການພັດທະນາ.

ສຳລັບ ຫວຽດນາມ, ໄຊຊະນະ 30 ເມສາ 1975 ແມ່ນ​ເຫດການ​ສຳຄັນ​ທີ່​ສຸດ​ໃນ​ປະຫວັດສາດ​ຂອງ​ຊາດ. ຈາກ​ນັ້ນ, ຫວຽດນາມ​ໄດ້​ເປັນ​ເອກະ​ພາບ​ຢ່າງ​ຄົບ​ຖ້ວນ, ປະ​ເທດ​ຊາດ​ເປັນ​ເອກະ​ພາບ; ຊາວ​ຫວຽດ​ນາມ​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ປະ​ຫວັດ​ສາດ​ໃໝ່ - ຍຸກ​ເອ​ກະ​ລາດ, ສາ​ມັກ​ຄີ, ທົ່ວ​ປະ​ເທດ​ກ້າວ​ໄປ​ສູ່​ສັງ​ຄົມ​ນິ​ຍົມ.

ເນັ້ນໜັກເຖິງການປະກອບສ່ວນອັນໃຫຍ່ຫຼວງຂອງທາງການທູດຫວຽດນາມ ຕໍ່ໄຊຊະນະປະຫວັດສາດນັ້ນ, ທ່ານປະທານປະເທດ ຖືວ່າ: ເຄິ່ງສະຕະວັດໄດ້ຜ່ານໄປແລ້ວ, ແຕ່ຄວາມໝາຍປະຫວັດສາດ ແລະ ບົດຮຽນອັນເລິກເຊິ່ງຂອງໄຊຊະນະໃນວັນທີ 30 ເມສາ 1975 ໃຫ້ແກ່ການທູດຫວຽດນາມ ໃນການສ້າງສັນຕິພາບ, ປົກປັກຮັກສາ ແລະສ້າງສາປະເທດຊາດ ຍັງຄົງຮັກສາຄຸນຄ່າອັນດີງາມຂອງຊາດ ແລະຍຸກສະໄໝ.

ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ ​ເມື່ອ​ເບິ່ງ​ຄືນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ​ເອກະລາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຂອງ​ປະຊາຊົນ​ຫວຽດນາມ, ພວກເຮົາ​ໄດ້​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ກວ່າ​ອີກ​ກ່ຽວ​ກັບ​ບົດບາດ​ສຳຄັນ​ຂອງ​ການ​ທູດ.

ພິ​ເສດ​ແມ່ນ​ເມື່ອ​ກົມ​ການ​ເມືອງ​ປີ 1969 ອອກ​ມະຕິ​ກຳນົດ “​ການ​ທູດ​ກາຍ​ເປັນ​ໜ້າ​ທີ່​ສຳຄັນ​ທາງ​ຍຸດ​ທະ​ສາດ, ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ”, ການ​ທູດ​ໄດ້​ກາຍ​ເປັນ​ເຄື່ອງ​ມື​ສຳຄັນ, ປະກອບສ່ວນ​ແບ່ງ​ແຍກ​ສັດຕູ, ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ​ເພື່ອນ​ມິດສາ​ກົນ ​ແລະ ​ເຜີຍ​ແຜ່​ຄວາມ​ຊອບ​ທຳ​ຂອງ​ການ​ຕໍ່ສູ້​ຂອງ​ປະຊາຊົນ​ຫວຽດນາມ ​ໄປ​ສູ່​ໂລກ.

ຕາມ​ທ່ານ​ປະທານ​ປະ​ເທດ​ແລ້ວ, ບົດບາດ​ສ້າງສາ​ສັນຕິພາບ​ຂອງ​ການ​ທູດ​ຫວຽດນາມ ຍັງ​ໄດ້​ຮັບ​ການ​ສະ​ແດງ​ໃຫ້​ເຫັນ​ໃນ​ຕະຫຼອດ​ໄລຍະ​ປະຫວັດສາດ, ນັບ​ແຕ່​ການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ເຖິງ​ການ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ໃນ​ສະ​ໄໝ​ສັນຕິພາບ.

ໃນນັ້ນ, ການ​ທູດ​ໄດ້​ລະດົມ​ກຳລັງ​ໜູນ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ອັນ​ໃຫຍ່​ຫຼວງ​ຈາກ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ ​ແລະ ບັນດາ​ປະ​ເທດ​ທີ່​ກ້າວໜ້າ​ໃນ​ທົ່ວ​ໂລກ, ສ້າງ​ຂະ​ບວນການ​ສາກົນ​ຢ່າງ​ໃຫຍ່​ຫຼວງ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ເພື່ອ​ໜູນ​ຊ່ວຍ​ການ​ຕໍ່ສູ້​ອັນ​ຍຸດຕິ​ທຳ​ຂອງ​ປະຊາຊົນ ຫວຽດນາມ. ​ໃນ​ປະຫວັດສາດ​ສະຕະວັດ​ທີ 20, ມີ​ການ​ຕໍ່ສູ້​ບໍ່​ຫຼາຍ​ປານ​ໃດ​ຂອງ​ຊົນ​ຊາດ​ໃດ​ກໍ່​ໄດ້​ເຕົ້າ​ໂຮມ​ກຳລັງ​ໜູນ​ຢ່າງ​ກວ້າງຂວາງ, ​ເຂັ້ມ​ແຂງ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ຄື​ປະຊາຊົນ​ຫວຽດນາມ.

ທ່ານ​ປະທານ​ປະ​ເທດ​ຢືນຢັນ​ວ່າ ເຄິ່ງສະຕະວັດ​ໄດ້​ຜ່ານ​ໄປ, ​ແຕ່​ການ​ຕໍ່ສູ້​ເພື່ອ​ເອກະລາດ​ແຫ່ງ​ຊາດ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໄດ້​ປະ​ຖິ້ມ​ບົດຮຽນ​ອັນ​ລ້ຳ​ຄ່າ​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ທູດ.

ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ ແມ່ນ​ປັດ​ໄຈ​ຍືນຍົງຄົງຕົວກັບພາລະກິດແຫ່ງການປະ​ຕິ​ວັດ​ຂອງ​ສອງ​ປະ​ເທດ

ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ລາວ ແມ່ນ​ປັດ​ໄຈ​ຍືນຍົງຄົງຕົວກັບພາລະກິດແຫ່ງການປະ​ຕິ​ວັດ​ຂອງ​ສອງ​ປະ​ເທດ

ຍສໝ - ວັນ​ທີ 8 ຕຸລາ 2024, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ ເນື່ອງ​ໃນ​ໂອກາດ​ເຂົ້າຮ່ວມກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 44, 45.

[ຮູບ​ພາບ] ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ໄດ້​ພົບ​ປະ​ກັບອະດີດ​ທະຫານ​ອາສາ​ສະໝັກ

[ຮູບ​ພາບ] ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ໄດ້​ພົບ​ປະ​ກັບອະດີດ​ທະຫານ​ອາສາ​ສະໝັກ

ຍສໝ - ​ໃນ​ຂອບ​ເຂດ​ການຢ້ຽມຢາມທາງ​ລັດຖະກິດ ຫວຽດນາມ, ​ວັນ​ທີ 11 ກັນຍາ ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ແຫ່ງ ສປປ ລາວ ທອງ​ລຸນ ສີ​ສຸ​ລິດ ​ໄດ້​ມີ​ການ​ພົບ​ປະ​ກັບ​ອະດີດ​ທະຫານ​ອາສາ​ສະໝັກ, ນັກ​ຊ່ຽວຊານ​ຫວຽດນາມ ​ແລະ ລຸ້ນໜຸ່ມ ຫວຽດນາມ - ລາວ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ, ປະທານ​ປະ​ເທດ ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ