ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

23:17 | 24/04/2025

ຍສໝ - ພ້ອມ​ກັບ​ກອງທັບ​ຫວຽດນາມ, ກອງທັບ​ລາວ ​ແລະ ກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມການ​ຊ້ອມ​ຮົບ ​ແລະ ​ການເດີນສວນສະໜາມ, ແຫ່ຂະບວນເພື່ອ​ກະກຽມ​ໃຫ້​ແກ່ພິທີສະເຫີມສະຫຼອງ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ຄົບຮອບ 50 ປີ (30 ເມສາ 1975 – 30 ເມສາ 2025).

ບັນດາແມ່ຜູ້ທີສອງຂອງນັກສຶກສາ ລາວ, ກຳປູເຈຍ ຢູ່ນະຄອນ ໂຮ່ຈີມິນ
ກອງທັບຫວຽດນາມ ພ້ອມກັບໂລກສ້າງສັນສັນຕິພາບ
ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ກອງທັບ​ລາວ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ ​ແລະ ​ການເດີນສວນສະໜາມ, ແຫ່ຂະບວນໃນ​ຕອນ​ຄ່ຳ​ວັນ​ທີ 22 ​ເມສາ​

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ຕອນຄ່ຳວັນທີ 22 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ດຳເນີນພິທີແຫ່ຂະບວນ ແລະ ​ການເດີນສວນສະໜາມຄັ້ງທີ 2 ເພື່ອກະກຽມໃຫ້ແກ່ພິທີການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025).

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ກຸ່ມທຸງແດງແມ່ນຫນຶ່ງໃນກຸ່ມທໍາອິດທີ່ກ້າວຂຶ້ນເວທີໃນລາຍການຊ້ອມ​ຮົບຮ່ວມກັນ.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ກອງທັບ​ລາວ​ໄປ​ຮອດ​ຫວຽດນາມ​ ແລະ ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບຮ່ວມກັນ​ໃນ​ຕອນ​ຄ່ຳ​ວັນ​ທີ 22​ ເມສາ​ນີ້.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ທະຫານຂອງກອງທັບ​ລາດ​ຊະ​ວົງ​ ກຳ​ປູ​ເຈຍ​ ໄດ້​ເດີນ​ຂະ​ບວນ​ຜ່ານເວທີ.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ບັນດາທະຫານ​ຂອງກອງທັບ​ລາດ​ຊະ​ວົງ​ ກຳປູ​ເຈຍ ​ໄດ້​ເດີນທາງ​ໄປ​ຮອດ​ຫວຽດນາມ 5 ວັນ​ກ່ອນ​ນີ້ ​ແລະ ​ໄດ້​ມີ​ການ​ຝຶກ​ຊ້ອມ​ຢູ່​ແຂວງ ບິ່ງ​ເຢືອງ ກ່ອນ​ຈະ​ເຂົ້າ​ຮ່ວມ​ການ​ຝຶກ​ຊ້ອມ​ຮົມ​ຮ່ວມ​ຢູ່​ນະຄອນ ​ໂຮ່ຈີ​ມິນ.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ກຸ່ມດົນຕີກອງທັບແມ່ຍິງທີ່ໂດດເດັ່ນດ້ວຍສຽງແກ, ກອງ ແລະ ຈັງຫວະການເດີນຂະບວນທີ່ກ້າຫານ.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ກຸ່ມກອງທັບ ​ແລະ ຕຳຫຼວດ 38 ຄົນ ​ໄດ້​ເດີນ​ຂະ​ບວນຜ່ານ​ເວທີຕາມລຳດັບ. ກອງ​​ຝຶກ​ຊ້ອມ​ຮົມ​ຮ່ວມ​ຄັ້ງ​ທີ 2 ຢູ່​ນະຄອນ ​ໂຮ່ຈີ​ມິນ ມີ​ຜູ້​ເຂົ້າ​ຮ່ວມ​ປະມານ 10.000 ຄົນ​ທີ່​ຂຶ້ນກັບບັນດາກຳລັງ​ກອງທັບ, ຕຳຫຼວດ, ທະຫານລາດປ້ອງກັນຕົນເອງ ແລະ ຜູ້ຕາງໜ້າ​ທຸກ​ຊັ້ນ​ວັນນະປະຊາຊົນເຂົ້າຮ່ວມ.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ພິທີ​ແຫ່ຂະບວນ ແລະ ​ການເດີນສວນສະໜາມ​ໄດ້​ດຳ​ເນີນ​ຢູ່​ຖະໜົນ ​ເລ​ຢວນ, ຕໍ່ໜ້າ​ຫໍປະຊຸມ ຖົງເຍິດ (​ເມືອງ 1, ນະຄອນ ​ໂຮ່ຈີ​ມິນ).

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ບັນດາ​ນາຍ​ທະຫານ​ຍິງ​ຂອງ​​ກຳລັງ​ຮັກສາ​ສັນຕິພາບ ​ຫວຽດນາມ ທີ່ພົ້ນ​ເດັ່ນ​ໃນຮູບຖານ​ການ​ແຫ່​ຂະ​ບວນ​​ດ້ວຍ​ໝວກເບເລສີຟ້າ​ທີ່​ເປັນ​ເອກະລັກ​ສະ​ເພາະ.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ບັນດາທະຫານ​ຍິງ​ແລ່ນເຕັມໄປ​ດ້ວຍ​ພະລັງຈິດໃຈ ແລະ ຄວາມ​ພາກພູມ​ໃຈ, ​ພ້ອມ​ກັບພິທີ​ການແຫ່ຂະບວນ ແລະ ​ການເດີນສວນສະໜາມທີ່​ຈະ​ຈັດ​ຂຶ້ນຢ່າງເປັນທາງການ​ໃນ​ຕອນ​ເຊົ້າ​ວັນ​ທີ 30 ​ເມສາ 2025.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ບັນດາ “ກຸຫຼາບເຫຼັກ” ໄດ້ເຂົ້າຮ່ວມຊຸດຝຶກ​ຊ້ອມ​ຮ່ວມໃນຕອນແລງຂອງວັນທີ 22 ເມສາ 2025.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ກຸ່ມຕຳຫຼວດຈະລາຈອນຍິງດ້ວຍບາດກ້າວຢ່າງເປັນເອກະພາບ.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ຄາດ​ວ່າ, ພາຍຫຼັງ​ການ​ຝຶກ​ຊ້ອມ​ຄັ້ງ​ນີ້, ບັນດາກຳລັງແຫ່ຂະບວນ ແລະ ​ການເດີນສວນສະໜາມຈະ​ເຂົ້າ​ຮ່ວມ​​ການ​ທົບ​ທວນ​ຄືນໃນ​ເບື້ອງ​ຕົ້ນ​ໃນ​ວັນ​ທີ 25 ​ເມສາ ​ແລະ ການທົບທວນຂັ້ນລັດ​ໃນ​ວັນ​ທີ 27 ​ເມສາ.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ

ນອກຈາກບັນດາກຳລັງປະກອບອາວຸດຂອງກອງທັບ ແລະ ຕຳຫຼວດແລ້ວ, ການຝຶກຊ້ອມຮ່ວມຍັງມີການເຂົ້າຮ່ວມຂອງບັນດາກຸ່ມທີ່ຕາງໜ້າໃຫ້ບັນດາຊັ້ນວັນນະສັງຄົມຢູ່ນະຄອນ ໂຮ່ຈີມິນ.

ກອງທັບຫວຽດນາມ ຍາມໃດກໍ່ແມ່ນກຳລັງຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະປະຊາຊົນ ກອງທັບຫວຽດນາມ ຍາມໃດກໍ່ແມ່ນກຳລັງຈົ່ງຮັກພັກດີ, ໄວ້ເນື້ອເຊື່ອໃຈຂອງ ພັກ, ລັດ ແລະປະຊາຊົນ

ກອງທັບປະຊາຊົນຫວຽດນາມ ໄດ້ພັກ ແລະປະທານໂຮ່ຈີມິນ ຈັດຕັ້ງກໍ່ສ້າງບົນພື້ນການກຳລັງການເມືອງ ແລະບັນດາຂະບວນການຕໍ່ສູ້ຂອງອົງການຈັດຕັ້ງມະຫາຊົນ, ລວມມີສາມປະເພດ: ທະຫານຫຼວງ, ທະຫານທ້ອງຖິ່ນ ແລະທະຫານລາດປ້ອງກັນຕົວ.

ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ ບຸນປີໃໝ່ປະຈຳຊາດຫວຽດນາມ ເຊື່ອມຕໍ່ໄວໜຸ່ມຫວຽດນາມ - ລາວ - ກຳປູເຈຍ

ຍສໝ - ບຸນເຕັດແມ່ນງານບຸນໃຫຍ່ ແລະສຳຄັນທີ່ສຸດຂອງຊາວຫວຽດນາມ ໃນປີ. ບຸນເຕັດກໍ່ເປັນການເລີ່ມຕົ້ນປີໃໝ່, ສະນັ້ນຈຶ່ງໄດ້ຮັບການຝາກຝັງຄວາມປາດຖະໜາຫຼາຍຢ່າງໃນປີ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ