ແນະນຳວຽກເຮັດງານທຳໃຫ້ນັກສຶກສາຫວຽດນາມ ຢູ່ຍີ່ປຸ່ນ

16:00 | 21/04/2025

ຍສໝ - ວັນທີ 19 ເມສາ, ຢູ່ນະຄອນຫຼວງ ໂຕກຽວ (ຍີ່ປຸ່ນ), ສະມາຄົມຊາວໜຸ່ມນັກສຶກສາ ຫວຽດນາມ ປະຈໍາ ຍີ່ປຸ່ນ (VYSA) ພາຍໃຕ້ການໜູນຊ່ວຍຂອງສະຖານທູດຫວຽດນາມ ປະຈໍາ ຍີ່ປຸ່ນ ໄດ້ຈັດຕັ້ງວັນບຸນວຽກເຮັດງານທໍາຄັ້ງທີ 18 (VYSA JOB FAIR 2025). ເຫດການສຳ​ລັບບັນດາ​ນັກຮຽນ, ນັກ​ສຶກ​ສາ ແລະ ຊາວ​ໜຸ່ມ​ຫວຽດ​ນາມ ທີ່​ພວມດຳ​ລົງ​ຊີ​ວິດ ແລະ ຮ່ຳຮຽນ​ຢູ່ ຍີ່​ປຸ່ນ.

ປະມານ 500 ຄົນເຂົ້າຮ່ວມວັນແຮງງານ ຫວຽດນາມ ຢູ່ຍີ່ປຸ່ນ ປີ 2024
ມອບທຶນການສືກສາໃຫ້ນັກສືກສາຫວຽດນາມ ຢູ່ຍີ່ປຸ່

ກ່າວ​ຄຳ​ປາໄສ​ທີ່​ພິທີ​ເປີດ, ທ່ານ​ປະທານ​ VYSA ຫງວຽນ​ທິແອັງຕວຽດ ​ໃຫ້​ຮູ້​ວ່າ: VYSA JOB FAIR ​ໄດ້​ຮັບ​ການຈັດ​ຕັ້ງ​ເປັນ​ປະຈຳ​ປີ ດ້ວຍ​ຄວາມ​ມຸ່ງ​ຫວັງ​ຈະ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ຕົວ​ຈິງ​ລະຫວ່າງ​ນັກ​ຮຽນ, ນັກສຶກສາ ​ແລະ ບັນດາວິສາຫະກິດຫວຽດນາມ ຢູ່ ຍີ່ປຸ່ນ, ​ເປີດ​ກາລະ​ໂອກາດ​ວຽກ​ເຮັດ​ງານ​ທຳ​ໃນບັນດາ​ບາດກ້າວ​ທຳ​ອິດ​ຂອງ​ການ​ສ້າງ​ອາຊີບ. ດ້ວຍ​ຈຳນວນນັກຮຽນ, ​ນັກ​ສຶກສາ​ເກືອບ 300 ຄົນ​ທີ່​ລົງທະບຽນ​ເຂົ້າ​ຮ່ວມ, JOB FAIR 2025 ຈະ​ກຳນົດທິດ ​ແລະ ໜູນ​ຊ່ວຍບັນດາ​ຊາວ​ໜຸ່ມ ຫວຽດນາມ ​ໃນ​ການ​ເດີນທາງຊອກ​ຫາ​ວຽກ​ເຮັດ​ງານ​ທຳ​ທີ່​ເໝາະ​ສົມ​ຢູ່​ດິນແດນ​ດອກ​ສະກຸຣະ.

ທ່ານນາງ ຫວູທິລຽນເຮືອງ, ຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ໄດ້ຕີລາຄາສູງຄວາມໝາຍຂອງເຫດການ ແລະ ເນັ້ນໜັກວ່າ ປະຊາຄົມນັກສຶກສາ ຫວຽດນາມ ຢູ່ ຍີ່ປຸ່ນ ນັບມື້ນັບພັດທະນາທັງດ້ານປະລິມານ ແລະ ຄຸນນະພາບ. ນີ້​ແມ່ນ​ກຳລັງ​ປັນຍາ​ຊົນ​ໜຸ່ມ​ເຕັມໄປດ້ວຍຄວາມຫວັງ, ​ເປັນ​ຂົວເຊື່ອມ​ຕໍ່​ວັດທະນະທຳ​ທີ່​ສຳຄັນ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​- ຍີ່ປຸ່ນ ນັບ​ມື້​ນັບ​ເລິກ​ເຊິ່ງກ່ວາ​ອີກ. ທ່ານ​ນາງ​ຢືນຢັນ​ວ່າ ສະຖານທູດ​ຍີ່ປຸ່ນ ​ປະຈຳ ​ຫວຽດນາມ ຍາມ​ໃດ​ກໍ່​ຮ່ວມເດີນທາງ ​ແລະ ໜູນ​ຊ່ວຍ​ນັກ​ສຶກສາ ​ແລະ ຊາວ​ໜຸ່ມອອກແຮງງານ ຫວຽດນາມ ​ຕໍ່ກັບ​ບັນດາ​ວິ​ສາ​ຫະກິດ ຢູ່ ຍີ່ປຸ່ນ ຢ່າງ​ມີ​ປະສິດທິ​ຜົນ.

ແນະນຳວຽກເຮັດງານທຳໃຫ້ນັກສຶກສາຫວຽດນາມ ຢູ່ຍີ່ປຸ່ນ

ວັນບຸນວຽກ​ເຮັດ​ງານ​ທຳ​ຄັ້ງ​ທີ 18 ສຳລັບບັນດານັກຮຽນ, ນັກ​ສຶກສາ ​ແລະ ຊາວ​ໜຸ່ມ​ຫວຽດນາມ ອາ​ໄສ​ ​ແລະ ຮ່ຳຮຽນ​ຢູ່ ຍີ່ປຸ່ນ (VYSA JOB FAIR 2025).

ພາຍຫຼັງພິທີເປີດ, ບັນດາວິສາຫະກິດໄດ້ພົບປະ ແລະ ປຶກສາຫາລືໂດຍກົງກັບບັນດານັກສຶກສາ, ແນະນຳຄວາມຕ້ອງການຮັບສະໝັກພະນັກງານຕາມແຕ່ລະສາຂາວິຊາ, ຜ່ານນັ້ນ ໜູນຊ່ວຍຊາວໜຸ່ມໃຫ້ບັນດາຊາວຫນຸ່ມມີທິດທາງຢ່າງຈະແຈ້ງກວ່າກ່ຽວກັບເສັ້ນທາງອາຊີບ ຢູ່ ຍີ່ປຸ່ນ.

ທ່ານ ຫງວຽນ​ຮຸຍ​ຖັງ, CEO ຂອງ​ບໍລິສັດ​ຫຸ້ນ​ສ່ວນ HBLAB ​ແບ່ງປັນ​ວ່າ: “ນີ້​ແມ່ນ​ຄັ້ງ​ທຳ​ອິດ HBLAB ​ເຂົ້າ​ຮ່ວມ​ເຫດການ. ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຫຼາຍ​ກ່ຽວ​ກັບ​ຂອບຂະ​ໜາດ ກໍ່ຄືລັກສະນະວິຊາ​ສະ​ເພາະ​ໃນຂອດການຈັດຕັ້ງ. ຫວັງ​ວ່າ​ຈະ​ມີ​ການ​ເຄື່ອນ​ໄຫວ​ຄ້າຍຄື​ກັນ​ຕື່ມ​ອີກ​ເພື່ອ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເຂົ້າເຖິງໄດ້ກຳ​ລັງ​ແຮງ​ງານ​ໄວ​ໜຸ່ມເຕັມໄປດ້ວຍຄວາມສາມາດ ແລະ ກະ​ຕື​ລື​ລົ້ນ.”

ທ່ານ​ນາງ Ikuma Naoko, ຜູ້ຕາງໜ້າ​ບໍລິສັດ MICROS ​ໄດ້​ຕີ​ລາຄາ​ສູງລະດັບພາສາຍີ່ປຸ່ນ ​ແລະ ພາສາ​ອັງກິດ ​ແລະ ວິຊາສະເພາະ​ຂອງ​ນັກ​ສຶກສາ ຫວຽດນາມ ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ. ທ່ານ​ນາງ​ກ່າວ​ວ່າ ​ໃນ​ແຜນການ​ຮັບ​ສະໝັກ​ທີ່​ຈະ​ມາ​ເຖິງ, MICROS ຈະ​ໃຫ້​ບຸລິມະສິດເຂົ້າເຖິງ​​ນັກ​ສຶກສາ​ຫວຽດນາມ​ທີ່​ຈະ​ຮຽນ​ຈົບ​ເພື່ອ​ເພີ່ມເຕີມ​ແຫຼ່ງຊັບພະຍາກອນ​ມະນຸດ​ໜຸ່ມ​ໃຫ້​ບໍລິສັດ.

​ໃນ​ຂອບ​ເຂດ​ຂອງ​ເຫດການ, VYSA ຍັງ​ໄດ້​ຈັດ​ຕັ້ງການເຄື່ອນໄຫວຂ້າງນອກຢ່າງແທດຈິງ​ຫຼາຍ​ຢ່າງ​ເຊັ່ນ: ການ​ບໍລິຈາກ​ຕູ້ປຶ້ມ​ເກົ່າ​ເພື່ອ​ຮັບໃຊ້ຈຸດປະສົງການ​ກຸສົນ, ສະໜັບສະໜູນ​ການ​ແກ້​ໄຂ​ສຳເນົາເອກະສານຂໍວຽກ​ດ້ວຍ​ພາສາ​ຍີ່ປຸ່ນ, ​ແບ່ງປັນ​ປະສົບ​ການ​ໃນ​ການ​ເຮັດ​ວຽກ​ຢູ່​ຍີ່ປຸ່ນ, ຮູ້ຈັກ​ກັບວັດທະນະທຳ​ຫ້ອງການ, ຊອກ​ຮູ້​ກ່ຽວ​ກັບ​ເງິນ​ເດືອນ ກໍ່ຄືບັນດາລະບົບເກື້ອກູນ​ອື່ນໆ...

ການແຂ່ງຂັນບານເຕະ FAVIJA Kanto Cup 2021: ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ

ການແຂ່ງຂັນບານເຕະ FAVIJA Kanto Cup 2021: ເຊື່ອມຕໍ່ປະຊາຄົມຊາວຫວຽດນາມ ຢູ່ຍີ່ປຸ່ນ

ຍສໝ - ການ​ແຂ່ງຂັນ​ບານ​ເຕະ “FAVIJA Kanto Cup 2021” ສຳລັບ​ປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ຍີ່ປຸ່ນ ​ແມ່ນ​​ເພື່ອ​ໃຫ້​ພໍ່ແມ່ປະຊາຊົນສາມາດ​ແລກປ່ຽນ, ຮ່ຳຮຽນ, ​ແລກປ່ຽນ​ບົດຮຽນ, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນໃນສະພາບການທີ່ຫຍຸ້ງຍາກ.

ຄະນະນັກກິລາຫວຽດນາມ ອອກເດີນທາງໄປເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກໂຕກຽວ 2020 ຢູ່ຍີ່ປຸ່ນ

ຄະນະນັກກິລາຫວຽດນາມ ອອກເດີນທາງໄປເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກໂຕກຽວ 2020 ຢູ່ຍີ່ປຸ່ນ

ເປົ້າໝາຍຂອງຄະນະນັກກິລາຫວຽດນາມ ແມ່ນສູ້ຊົນເພື່ອຍາດໄດ້ຫຼຽນໃນການແຂ່ງຂັນກິລາໂອລິມປິກ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ຊາວຫວຽດນາມອາໃສຢູ່ຕ່າງປະເທດ

ເບິ່ງເພີ່ມເຕີມ
ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ອ່ານຫຼາຍທີ່ສຸດ