ຍສໝ - ບັນດາວິສາຫະກິດຈະໄດ້ຮັບການແນະນຳກ່ຽວກັບຄວາມຕ້ອງການນຳເຂົ້າຜະລິດຕະພັນກະເສດ, ສະບຽງອາຫານຂອງຫວຽດນາມ ຂອງຕະຫຼາດເອີີລົບ-ອາເມລິກາ, ຄວາມສະດວກຕ່າງໆ, ຄວາມຫຍຸ້ງຍາກ, ບັນຫາຕ່າງໆທີ່ວິສາຫະກິດມັກຈະພົບພໍ້ ແລະ ຄຳແນະນຳຕ່າງໆ , ສະບຽງອາຫານຂອງຫວຽດນາມ ຂອງຕະຫຼາດເອີີລົບ-ອາເມລິກາ, ຄວາມສະດວກຕ່າງໆ, ຄວາມຫຍຸ້ງຍາກ, ບັນຫາຕ່າງໆທີ່ວິສາຫະກິດມັກຈະພົບພໍ້ ແລະ ຄຳແນະນຳຕ່າງໆ.
ຍສໝ - ຫວ່າງແລ້ວນີ້, ທ່ານນາງ Marie Damour ອຸປະທູດຊົ່ວຄາວ ອາເມລິກາ ໄດ້ໄປຢ້ຽມຢາມ ແລະ ມອບເຄື່ອງຈັດລຳດັບແຢນ ໃຫ້ແກ່ໂຮງໝໍແບກມາຍ, ຮ່າໂນ້ຍ.
ຍສໝ - ສະພາທຸລະກິດອາເມລິກາ - ອາຊຽນມີຄວາມຫວັງຢາກຮ່ວມມືພ້ອມກັບຫວຽດນາມເພື່ອຮັກສາການຜະລິດ, ສ້າງວຽກເຮັດງານທຳແລະຊຸກຍູ້ການພັດທະນາເສດຖະກິດ.ປະຊາຄົມວິສາຫະກິດອາເມລິກາໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນເປົ້າໝາຍຄວບຄູ່ຂອງຫວຽດນາມ…
ຍສໝ - ດ້ວຍຜົນງານ “ພູຂັບຮ້ອງ” ທີ່ໄດ້ຂຽນດ້ວຍພາສາອັງກິດ, ນັກປະພັນ ຫງວຽນຟານເກ໊ມາຍ ໄດ້ລື່ນກາຍບັນດານັກປະພັນທີ່ເຄີຍາດໄດ້ລາງວັນ Pulitze ປີ 2021 ແລະ Booker ປີ 2021 ເພື່ອຍາດໄດ້ລາງວັນທີ 2 ໃນລາຍການຄວາມຄິດສ້າງຈິນຕະນາການຂອງລາງວັນວັນນະຄະດີ Dayton ເພື່ອສັນຕິພາບ.
ຍສໝ - ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ເຊື່ອມຕໍ່ການໂອ້ລົມສົນທະນາ ແລະ ເປີດກວ້າງການຮ່ວມມືລະຫວ່າງ ອາເມລິກາ ແລະ ກູບາ ໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ບົນພື້ນຖານຄວາມສະເໝີພາບ, ເຄົາລົບອະທິປະໄຕ, ເອກະລາດ ແລະ ລະບົບການເມືອງຂອງແຕ່ລະປະເທດ.
ຍສໝ - ກອງທຶນແຫ່ງຄວາມເມດຕາ ຊຸດເສື້ອຍາວພັນລະຍາ ເອີລົບ ໄດ້ຕັ້ງໜ້າຮຽກຮ້ອງການປະກອບສ່ວນຂອງບັນດາຊາວຫວຽດນາມພວມອາໄສ ແລະ ເຮັດວຽກຢູ່ ເອີລົບ ສະໜັບສະໜູນບັນດາແພດໝໍ ທີ່ພວມຕໍ່ສູ້ເພື່ອກູ້ເອົາຊີວິດຜູ້ຕິດເຊື້ອພະຍາດໂຄວິດ - 19 ທັງເວັນ ແລະ ຄືນ ຢູ່ ຫວຽດນາມ ເວົ້າລວມ ແລະ ນະຄອນໂຮ່ຈີມິນ ເວົ້າສະເພາະ.
ໃນຂອບເຂດກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນຄັ້ງທີ 53, ວັນທີ 14 ກັນຍາ ໄດ້ດຳເນີນບັນດາກອງປະຊຸມປຶກສາຫາລືຂັ້ນລັດຖະມົນຕີເສດຖະກິດ ລະຫວ່າງ ອາຊຽນແລະບັນດາປະເທດຄູ່ຮ່ວມມື: ອາເມລິກາ, ຮົ່ງກົງ (ຈີນ), ອິນເດຍ, ສະຫະພາບເອີລົບ ແລະ ລັດເຊຍ.
ຍສໝ - ຕອນເຊົ້າວັນທີ 1 ກັນຍາ, ອົງການພັດທະນາສາກົນ ອາເມລິກາ (USAID) ສົມທົບກັບຄະນະກຳມະການປະຊາຊົນ ແຂວງ ກ໋ວາງຈິ ແລະ ສູນການກະທຳແຫ່ງຊາດ ແກ້ໄຂຜົນຮ້າຍທີ່ຕາມມາຈາກທາດພິດເຄມີ ແລະ ສິ່ງແວດລ້ອມ (NACCET -ກະຊວງປ້ອງກັນປະເທດ) ຈັດຕັ້ງພິທີປະກາດທາງໄກ ບັນດາໂຄງການໜູນຊ່ວຍຄົນພິການ ໂດຍ USAID ໜູນຊ່ວຍຢູ່ ກ໋ວາງຈິ.
ຍສໝ - ວັນທີ 23 ສິງຫາ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ San Francisco (ອາເມລິກາ) ໄດ້ຮັບ ແລະ ປະຕິບັດສຳເລັດລະບຽບການສົ່ງເຄື່ອງຊ່ວຍຫາຍໃຈ 255 ຊຸດ, ຊຸດກວດຫາເຊື້ອໄວຣັດ ໂຄວິດ - 19 ແບບໄວ 9000 ຊຸດ, ຜ້າອັດປາກດັງ 60.000 ອັນ ແລະ ບັນດາວັດຖຸອຸປະກອນການແພດຕ່າງໆໂດຍພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ອາເມລິກາ ອຸປະຖຳເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ພິທີຕ້ອນຮັບທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຖືກຈັດຂຶ້ນຢູ່ທຳນຽບປະທານປະເທດ ໃນຕອນເຊົ້າວັນທີ 25 ສິງຫາ.
ຍສໝ - ຕອນບ່າຍວັນທີ 19 ສິງຫາ, ຢູ່ການຖະແຫຼງຂ່າວກະຊວງການຕ່າງປະເທດ ຫວຽດນາມ ທາງໄກ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນທັດສະນະຕໍ່ບາງບັນຫາທີ່ພວມໄດ້ຮັບຄວາມສົນໃຈຈາກຫາງສຽງ, ໃນນັ້ນມີໂຄງການຢ້ຽມຢາມ ຫວຽດນາມ ຂອງທ່ານນາງ ຮອງປະທານາທິບໍດີ ອາເມລິກາ Kamala Harris ແລະ ຂໍ້ມູນກ່ຽວກັບເລື່ອງສະຫະພັນຕັດຫຍິບ ແລະ ເກີບໜັງ ອາເມລິກາ ສົ່ງຈົດໝາຍໄປຍັງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ…
ຍສໝ - CEO 90 ຄົນຂອງບັນດາບໍລິສັດແຖວໜ້າຂອງ ອາເມລິກາ ໄດ້ສະເໜີແນະຕໍ່ ທ່ານປະທານາທິບໍດີ ອາເມລິກາ Joe Biden ເພີ່ມຄວາມໄວໃນການໜູນຊ່ວຍວັກຊິນກັນໂຄວິດ - 19 ໃຫ້ແກ່ ຫວຽດນາມ.
ຍສໝ - ນີ້ແມ່ນເນື້ອໃນສຳຄັນຂອງທ່ານເອກອັກຄະລັດຖະທູດ George Moose ຮອງປະທານສະຖາບັນສັນຕິພາບ ອາເມລິກາ ແບ່ງປັນຢູ່ກອງປະຊຸມສຳມະນາດທາງໄກ “ແກ້ໄຂຜົນທີ່ຕາມມາຂອງສົງຄາມ, ພ້ອມກັນກ້າວໄປທາງໜ້າ” ທີ່ຫາກໍ່ດຳເນີນໃນວັນທີ 3 ສິງຫາ.
ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Antony Blinken ຢືນຢັນວ່າ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບ ອາຊຽນ.
ຫວຽດນາມ ຖືເປັນສຳຄັນການເພີ່ມທະວີການຮ່ວມມືກັບບັນດາຄູ່ຮ່ວມມື ເພື່ອການພັດທະນາແບບຍືນຍົງຂອງອະນຸພາກພື້ນແມ່ນ້ຳຂອງ; ຊົມເຊີຍ MUSP ຕັ້ງໜ້າໜູນຊ່ວຍບັນດາປະເທດແມ່ນ້ຳຂອງ ຮັບມືກັບໂລກລະບາດ
ຕາມແຈ້ງການຈາກທຳນຽບຂາວ ໃນວັນທີ 30 ກໍລະກົດ ໄດ້ຄັດສະເໜີຄຳຖະແຫຼງຂອງທ່ານນາງ Symone Sanders, ຫົວໜ້າຄະນະສື່ມວນຊົນຂອງທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris, ໂດຍໃຫ້ຮູ້ວ່າ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຈະເດີນທາງໄປຢ້ຽມຢາມສິງກະໂປ ແລະ ຫວຽດນາມ ໃນເດືອນໜ້າ.
ຍສໝ - ນອກຈາກ ວັກຊິນ, ຜູ້ຕາງໜ້າໃຫ້ແກ່ບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບ, ເກີບໜັງ ອາເມລິກາ ກໍ່ຮຽກຮ້ອງໃຫ້ລັດຖະບານ ອາເມລິກາ ມອບອຸປະກອນການວິໄຈຫາເຊື້ອ ແລະ PPE ທີ່ໄດ້ຮັບການມອບສິດນຳໃຊ້ໂດຍດ່ວນຂອງ ອາເມລິກາ (EUA) ອະນຸມັດ.
ນີ້ແມ່ນງວດວັກຊິນໃນຈຳນວນວັກຊິນ 80 ລ້ານໂດສ ເຊິ່ງທ່ານ Joe Biden ປະທານາທິບໍດີ ອາເມລິກາ ໃຫ້ຄຳໝັ້ນສັນຍາຊ່ວຍເຫຼືອ ເພື່ອຕອບສະໜອງຄວາມຕ້ອງການສັກວັກຊິນໃນທົ່ວໂລກ.
ວັນທີ 6 ກໍລະກົດ, ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີມອບ - ຮັບ ອຸປະກອນໃນຫ້ອງກວດວິໄຈຫາເຊື້ອພະຍາດໂຄວິດ - 19 ໂດຍສະຖານທູດ ອາເມລິກາ ປະຈຳ ຮ່າໂນ້ຍ ມອບໃຫ້ກະຊວງປ້ອງກັນປະເທດ ຫວຽດນາມ.
ຖ້ຽວບິນມີໝາຍເລກ VN5 ດ້ວຍເຮືອບິນ Boeing 787-9 Dreamliner ໃນການເດີນທາງຈາກ ຮ່າໂນ້ຍ ໄປ Washington D.C ຜ່ານ Anchorage ລັດ Alaska, ປະເທດ ອາເມລິກາ ແລ້ວກັບເມືອຫວຽດນາມ.