ປະຊາຄົມວິສາຫະກິດອາເມລິກາສະໜັບສະໜູນຫວຽດນາມພັດທະນາເສດຖະກິດ

14:00 | 02/10/2021

ຍ​ສ​ໝ - ສະ​ພາ​​ທ​ຸ​ລະ​ກິດອາ​ເມ​ລິ​ກາ - ອາ​ຊຽນມີ​ຄວາມ​ຫວັງ​ຢາກ​ຮ່ວມ​ມື​ພ້ອມ​ກັບຫວຽດ​ນາມເພື່ອ​ຮັກ​ສາ​ການ​ຜະ​ລິດ, ສ້າງວຽກ​ເຮັດ​ງານ​ທຳແລະຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ.ປະ​ຊາ​ຄົມ​ວິ​ສາ​ຫະ​ກິດອາ​ເມ​ລິກາໃຫ້​ຄຳ​ໝັ້ນ​ສັນ​ຍາຈະ​ສະ​ໜັບ​ສະ​ໜູນ​ເປົ້າ​ໝາຍ​ຄວບ​ຄູ່ຂອງຫວຽດ​ນາມ…

ນັກ​ປະ​ພັນ ຫວຽດ​ນາມ ຍາດ​ໄດ້​ລາງວັນ​ວັນ​ນະ​ຄະ​ດີໃຫຍ່ ຢູ່ ອາ​ເມ​ລິ​ກາ ນັກ​ປະ​ພັນ ຫວຽດ​ນາມ ຍາດ​ໄດ້​ລາງວັນ​ວັນ​ນະ​ຄະ​ດີໃຫຍ່ ຢູ່ ອາ​ເມ​ລິ​ກາ
ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ
ປະຊາຄົມວິສາຫະກິດອາເມລິກາສະໜັບສະໜູນຫວຽດນາມພັດທະນາເສດຖະກິດ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມເວືອງ​ດິ່ງ​ເຫ້ວ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: nld.com.vn)

ນັ້ນ​ແມ່ນ​ຄຳ​ຢ​ັ້ງ​ຢືນ​ຂອງທ່ານ​ປະ​ທານ​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ສະ​ພາ​ທຸ​ລະ​ກິດອາ​ເມ​ລິ​ກາ - ອາ​ຊຽນ Ted Osius. ຕອນ​ເຊົ້າ​ວັນ​ທີ 30 ກັນ​ຍາ, ຕາມ​ການ​ສະ​ເໜີ​ຂອງ​ທ່ານ Ted Osius, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດເວືອງ​ດິ່ງ​ເຫ້ວໄດ້​ເປັ​ນ​ປະ​ທານກ​ານ​ເຮັດ​ວຽກ​ໂດຍ​ກົງສົມ​ທົບ​ກັບ​ທາງ​ໄກກັບ​ຄະ​ນະ​ວິ​ສາ​ຫະ​ກິດຂັ້ນ​ສູງ​ຂອງສະ​ພາ​ທຸ​ລະ​ກິດອາ​ເມ​ລິ​ກາ - ອາ​ຊຽ​ນ.

ການ​ເຮັດ​ວຽກ​ໄດ້​ຈັດ​ຕັ້ງ​ຕາມ​ການ​ສະເໜີ​ຈາກ​ຝ່າຍ​ສະ​ພາ​​ທຸ​ລະ​ກິດອາ​ເມ​ລິ​ກາ - ອາ​ຊຽນດ້ວຍ​ສະ​ຖານ​ທີ່​ເຊື່ອມ​ຕໍ່ຖ່າຍທອດສົດ 100 ແຫ່ງ​ຢູ່ 12 ປະ​ເທດ. ບັນ​ດາ​ສະ​ຖານ​ທີ່​ເຊື່ອມ​ຕໍ່​ດັ່ງກ່າວແມ່ນຢູ່: ຫ​ໍສະ​ພາ​ແຫ່ງ​ຊາດຫວຽດ​ນາມ, ນະ​ຄອນຫຼວງວໍ​ຊິງ​ຕັນ (ອາ​ເມ​ລິ​ກາ), ສິງ​ກະ​ໂປ, ຟີ​ລິບ​ປິນແລະ ​ປະ​ເທດ​ຕ່າງໆ.

ກ່າວ​ຄຳ​ເຫັນ​ຕ້ອນ​ຮັບ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມເວືອງ​ດິ່ງ​ເຫ້ວໄດ້​ຕີ​ລາ​ຄາ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດອາ​ເມ​ລິ​ກາເວົ້າ​ລວມ, ສະ​ພາ​ທຸ​ລະ​ກິດອາ​ເມ​ລິ​ກາເວົ້າ​ສະ​ເພາະ, ໄດ້​ປະ​ກອບ​ສ່ວນ​ຢ່​າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງຫວຽດ​ນາມແລະການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງຫວຽດ​ນາມ - ອາ​ເມ​ລິ​ກາ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນຕໍ່​ບັນ​ດາ​ໝາກ​ຜົນ​ທີ່​ດີ​ງາມ​ໃນ​ການ​ຢ້ຽມ​ຢາມຫວຽດ​ນາມຂອງ​ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Kamala Harris (ເດືອນ​ສິງ​ຫາ 2021) ແລະທ່ານ​ປະ​ທານ​ປະ​ເທດຫງວຽນ​ຊວັນ​ຟຸກເຂົ້າ​ຮ່ວມ​ກອ​ງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ສ​ປ​ຊປະ​ຈຳນິວ​ຢອກ (ເດືອນ​ກັນ​ຍາ 2021).

ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ຖື​ວ່າບັນ​ດາ​ໂຄງ​ການ​ກະ​ທຳ​ໂດຍ​ລັດ​ຖະ​ບານຫວຽດ​ນາມວາງ​ອອກ​ເພື່ອ​ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນສອງ​ປະ​ເທດ​ໄດ້ມີການ​ພັດ​ທະ​ນາ​ຢ່າງ​ແທດ​ຈິງ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ການ​ສະ​ໜັບ​ສະ​ໜູນ​ອັນ​ລ້ຳ​ຄ່າ​ຂອງລັດ​ຖະ​ບານ, ປະ​ຊາ​ຊົນແລະບັນ​ດາ​ວິ​ສາ​ຫະ​ກິດອາ​ເມ​ລິ​ກາທີ່​ສະ​ຫງວນ​ໃຫ້​ແກ່ຫວຽດ​ນາມໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19, ສະ​ໜອງວັກ​ຊິນ​ໃຫ້​ແກ່ຫວຽດ​ນາມເພື່ອ​ຄວບ​ຄຸມ​ໂລກ​ລະ​ບາດ​ໂດຍ​ໄວ, ຟື້ນ​ຟູ​ການ​ຜະ​ລິດແລະພັດ​ທະ​ນາ​ເສດ​ຖະ​ກິດ​ເທື່ອ​ລະ​ກ້າວ, ຕີ​ລາ​ຄາ​ສູງ​ບັນ​ດາ​ບໍ​ລິ​ສັດPfizer, Moderna, Johnson & Johnsonທີ່ໄດ້​ແລະ​ພວມ​ໜູນ​ຊ່ວຍ​ວັກ​ຊິນ​ໃຫ້​ແກ່ຫວຽດ​ນາມ…

ສ່ວນ​ທ່ານ​ປະ​ທານ​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ສະ​ພາ​​ທຸ​ລະ​ກິດອາ​ເມ​ລິ​ກາ - ອາ​ຊຽນ Ted Osius ໄດ້​ກ່າວ​ຄຳ​ເຫັນສະ​ແດງ​ຄວາມ​ເປັນ​ກຽດ​ເມື່ອ​ມີ​ໂອ​ກາດ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງຫວຽດ​ນາມໃນ​ການ​ຮັບ​ປະ​ກັນ​ໃຫ້​ແກ່​ທຸກ​ຄົນກໍ່​ຄື​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ໃໝ່ແລະປັ​ບ​ປຸງ​ວິ​ທີ​ການ​ສຳ​ຜັດ​ກັບ​ໂລກ​ລະ​ບາດ​ໂຄວິດ - 19.

ທ່ານ​ປະ​ທານ​ທັງ​ເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່ສະ​ພາ​ທຸ​ລະ​ກິດອາ​ເມ​ລິ​ກາ - ອາ​ຊຽນ Ted Osius ເນັ້ນ​ໜັກ​ວ່າສະ​ພາ​ທຸ​ລະ​ກິດອາ​ເມ​ລິ​ກາອາ​ຊຽນມີ​ຄວາມ​ຫວັງ​ຢາກ​ຮ່ວມ​ມື​ພ້ອມ​ກັບ​ລັດ​ຖະ​ບານຫວຽດ​ນາມເພື່ອ​ຮັກ​ສາ​ການ​ຜະ​ລິດ, ສ້າງວຽກ​ເຮັດ​ງານ​ທຳແລະຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ປະ​ຊາ​ຄົມ​ວິ​ສາ​ຫະ​ກິດອາ​ເມ​ລິ​ກາໃຫ້​ຄຳ​ໝັ້ນ​ສັນ​ຍາສະ​ໜັບ​ສະ​ໜູນ​ເປົ້າ​ໝາຍ​ຄວບ​ຄູ່​ຂອງຫວຽດ​ນາມແມ່ນ​ທັງ​ຄວບ​ຄຸມ​ໂລກ​ລະ​ບາດແລະພັດ​ທະ​ນາ​ເສດ​ຖະ​ກິດ, ກໍ່​ຄື​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ປົກ​ກະ​ຕິໃໝ່.

ຕາງ​ໜ້າ​ວິ​ສາ​ຫະ​ກິດອາ​ເມ​ລິ​ກາຂຶ້ນກັບ 6 ກຸ່ມຂະ​ແໜງ​ໄດ້​ເຂົ້າ​ຮ່ວມ​ການ​ເຮັດ​ວຽກ. ລະ​ອຽດ​ແມ່ນ: ກຸ່ມ​ການ​ແພດ (Abbott, Merck US, Organon, Varian Medical Systems), ກຸ່ມ​ກະ​ສິ​ກຳ - ສະ​ບຽງ​ອາ​ຫານ (Bayer, Coca-Cola Vietnam, CropLife Asia, Philip Morris, Suntory PepsiCo), ກຸ່ມ​ພະ​ລັງ​ງານ (AES, ECV Holding, General Electric), ກຸ່ມ​ເຕັກ​ໂນ​ໂລ​ຢີ (3M, Amazon Web Services, Apple, Autodesk, Facebook, Ford, Google, IBM, Mastercard, Oracle, Salesforce), ກຸ່ມ​ການ​ບໍ​ລິ​ການ​ການ​ເງິນ (AIG, Bank of America, Citi), ກຸ່ມ​ຕ່າງໆ(logistics, ການ​ສຶກ​ສາ, ມາດ​ຕະ​ການແລະການກວດ​ກາ, ສື່ມວນ​ຊົນບັນ​ເທິງ, ເຄື່ອງ​ບໍ​ລິ​ໂພກ, ການ​ປ້ອງ​ກັນ​ຊ​າດ) ລວມ​ມີ Agoda, Bay Global Strategies, Bell, Boeing, FedEx, Lockheed Martin, Netflix, Nike, UL, UPSm US-ABC…

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.