ສົ່ງອອກສິນຄ້າປະມົງຫວຽດນາມໂດຍກ້າວໄປສູ່ຂະແໜງການບໍລິການສະບຽບອາຫານຢູ່ອາເມລິກາ

14:00 | 12/01/2022

ຍ​ສ​ໝ - ການ​ຟື້ນ​ຕົວຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ສະ​ບຽບ​ອາ​ຫານ​ຢູ່​ອາ​ເມ​ລິ​ກາ ຄາດ​ຫວັງ​ວ່າ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ແນວ​ໂນ້ມ​ການ​ຈະ​ເລີນເຕີບ​ໂຕໃນ​ການ​ສົ່ງ​ອອກ​ຂອງສິນ​ຄ້າ​ປະ​ມົງ​ຫວຽດ​ນາມ ຍ້ອນທີ່​ນີ້​ເປັນ​ຕະຫຼາດ​ທີ່​ສົ່ງ​ອອກ​ກຸ້ງ, ປາ​ໜັງທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ເຮົາ.

ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ ຕຳຫຼວດ​ທະ​ເລ​ໂຄ​ສະ​ນາ​ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະເລ​ແບບ​ຜິດ​ກົດ​ໝາຍ ໃຫ້​ແກ່​ຊາວ​ປະ​ມົງ ເກາະ​ແບກ​ລອງວີ
ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ ການ​ສຳ​ມະ​ນາ - ການ​ເຊື່ອມ​ໂຍງ​ຊຸກ​ຍູ້​ການ​ສົ່ງ​ອອກຜະລິດຕະພັນກະເສດ​ຫວຽດ​ນາມ​ໄປ​ສູ່​ຕະຫຼາດ ທະ​ວີບ​ເອີ​ຣົບ, ທະ​ວີບ​ອາ​ເມ​ລິ​ກາ

ການ​ຟື້ນ​ຕົວຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ສະ​ບຽບ​ອາ​ຫານ​ຢູ່​ອາ​ເມ​ລິ​ກາ ຄາດ​ຫວັງ​ວ່າ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ແນວ​ໂນ້ມ​ການ​ຈະ​ເລີນເຕີບ​ໂຕໃນ​ການ​ສົ່ງ​ອອກ​ຂອງສິນ​ຄ້າ​ປະ​ມົງ​ຫວຽດ​ນາມ ຍ້ອນທີ່​ນີ້​ເປັນ​ຕະຫຼາດ​ທີ່​ສົ່ງ​ອອກ​ກຸ້ງ, ປາ​ໜັງທີ່​ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດ​ເຮົາ.

ການ​ຟື້ນ​ຕົວຂອງ​ຂະ​ແໜງ​ບໍ​ລິ​ການ​ສະ​ບຽງ​ອາ​ຫານ​ຢູ່​ອາ​ເມ​ລິ​ກາ ຈະ​ສະ​ໜັບ​ສະ​ໜູນ​ການ​ບໍ​ລິ​ໂພກອາ​ຫານປະ​ມົງ​ໃນ​ປີ 2022. ສະ​ຫະ​ພັນ​ຜູ້​ຜະ​ລິດ​ການ​ບໍ​ລິ​ການ​ອາ​ຫານ​ເຄື່ອງດື່ມ​ສາ​ກົນ (IFMA) ຄາດ​ຄະ​ເນ​ວ່າ ປີ 2022 ການ​ເຕີບ​ໂຕ​ໃນຂະ​ແໜງ​ການ​ບໍ​ລິ​ການ​ສະ​ບຽງ​ອາ​ຫານ​ຈະ​ບັນ​ລຸ 4,9% ທຽບ​ກັບ​ປີ 2021.

ສົ່ງອອກສິນຄ້າປະມົງຫວຽດນາມໂດຍກ້າວໄປສູ່ຂະແໜງການບໍລິການສະບຽບອາຫານຢູ່ອາເມລິກາ
ພາບປະກອບ: VTV.VN

ເປົ້າ​ໝາຍ​ການ​ບໍ​ລິ​ໂພກ​ລະ​ບຽງ​ອາ​ຫານ​ໃນ​ພາກ​ສ່ວນ​ຮ້ານ​ອາ​ຫານ​ປີ 2022 ໄດ້​ຖືກ​ຄາດ​ຄະ​ເນ​ຈະ​ກັບ​ຄືນ​ໃກ້​ລະ​ດັບ​ປີ 2019 ແລະ ເພີ່ມ 8% ທ​ຽບ​ກັບ​ປີ 2021. ເປົ້າ​ໝາຍ​ການ​ບໍ​ລິ​ໂພກ​ສະ​ບຽງ​ອາ​ຫານ​ໃນ​ຮ້ານ​ຊັບ​ພະ​ສິນຄ້າ​ໃນ​ປີ 2022 ໄດ້​ຖືກ​ຄາດ​ຄະ​ເນຈະ​ເພີ່ມ 7,8% ທຽບ​ກັບ​ປີ 2021 ເພີ່ມຂຶ້ນ 38,8 ຕື້ ດອນ​ລາ USD, ທຽບ​ເທົ່າ​ກັບ​ລະ​ດັບ 119% ຂອງ​ປີ 2019.

ຍ້ອນ​ແນວນັ້ນ, ການ​ຟື້ນ​ຕົວໃນຄວາມ​ຕ້ອງ​ການທີ່ຮ້ານ​ອາ​ຫານ ແລະ ການ​ເຕີບ​ໂຕໃນ​ຄວາມ​ຕ້ອງ​ການ​ສະ​ບຽງ​ອາ​ຫານ​ທີ່​ຮ້ານ​ຊັບ​ພະ​ສິນຄ້າ ໃນ​ປີ 2022 ຈະ​ສະ​ໜັບ​ສະ​ໜູນ​ການ​ບໍ​ລິ​ໂພກ​ອາ​ຫານ​ປະ​ມົງ​ຢູ່​ອາ​ເມ​ລິ​ກາ.

ເພາະ​ວ່າ​ອາ​ເມ​ລິ​ກາ ເປັນ​ຕະຫຼາດ​ສົ່ງ​ອອກ​ກຸ້ງ ແລະ ປາໜັງທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ, ການ​ຟື້ນຕົວ​ຂອງ​ຂະ​ແໜງ​ການ​ບໍ​ລິ​ການ​ອາ​ຫານ​ເຄື່ອງ​ດື່ມ​ຖືກ​ຄາດ​ວ່າ​ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ແນວ​ໂນ້ມ​ການ​ຈະ​ເລີນ​ເຕີບ​ໂຕ​ໃນ​ການ​ສົ່ງ​ອອກ​ໃຫ້​ແກ່​ສິນ​ຄ້າ​ອາ​ຫານ​ປະ​ມົງ​​ຫວຽດ​ນາມ.

ຕາມ​ຄາດ​ຄະ​ເນ​ຂອງ OECD ແລະ FAO, ລາ​ຄາ​ຫົວ​ໜ່ວຍ​ຜະ​ລິດ​ສິນ​ຄ້າ​ປະ​ມົງໃນນາມ​ການ​ລ້ຽງເປັນສິນ​ຄ້າ ຈະ​ສືບ​ຕໍ່​ເພີ່ມ​ເຕີບ​ໂຕ 15% ນັບ​ແຕ່ ປີ 2021 ຫາ ປີ 2030. ປີ 2022, ລາ​ຄາ​ໜຶ່ງ​ຫົວ​ໜ່ວຍ​ລ້ຽງ​ສິນ​ຄ້າ​ປະ​ມົງ​ຄາດ​ຄະ​ເນ​ຈະ​ເພີ່ມ​ 6,3% ຂຶ້ນ​ປະ​ມານ 3.200 ດອນ​ລາ USD/ໂຕນ.

ໃນ​ເວ​ລານັ້ນ, ລາ​ຄາ​ຕົວ​ຈິງ​ຂອງ​ການ​ລ້ຽງ​ເປັນສິນ​ຄ້າ​ປະ​ມົງ ໄດ້​ຄາດ​ວ່າ​ຈະ​ຟື້ນ​ຕົວ​ໃນໄລ​ຍະກຳ​ນົດ​​ສັ້ນໃນ​ປີ 2022 ແລະ 2023, ຫຼັງ​ຈາກນັ້ນຫຼຸດ​ລົງ​ແຕ່​ປີ 2024 ຂຶ້ນ​ໄປ ເພື່ອ​ສະ​ທ້ອນ​ແຫຼ່ງ​ສະ​ໜອງ​ເພີ່ມ​ຍ່ອນ​ຈຳ​ນວນ​ການ​ລ້ຽງ​ເພີ່ມ​ຂຶ້ນ.

ຕາມ​ສະ​ຫ​ະ​ພັນ​ປຸງ​ແຕ່ງ ແລະ ສົ່ງ​ອອກ​ສິນ​ຄ້າ​ປະ​ມົງ​ຫວຽດ​ນາມ (VASEP), ມູນ​ຄ່າ​ການ​ສົ່ງ​ອອກ​ກຸ້ງ​ຫວຽດ​ນາມ​ຖືກ​ຄາດ​ວ່າ​ຈະ​ເພີ່ມ 10% ທຽບ​ກັບ​ປີ 2021 ເພີ່ມ​ຂຶ້ນ 4,3 ຕື້ດອນ​ລາ USD ໃນ​ປີ 2022.

ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ດັດ​ປັບ​ການ​ຜະ​ລິດ​ໃຫ້​ຕໍ່​ເນື່ອງເພື່ອ​ຄວາມ​ເໝາະ​ສົມ​ກັບ​ການ​ລະ​ບາດຂອງ​ພະ​ຍາດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ກຳໃຫ້​ໄດ້ຄວາມ​ຕ້ອງ​ການ​ທີ່​ນັບ​ມື້​​ເພີ່ມໃນ​ຕະຫຼາດ​ອາ​ເມ​ລິ​ກາ.

ໃນ​ 11 ເດືອນ​ຂອງ​ປີ 2021, ອາ​ເມ​ລິ​ກາ​ນຳ​ເຂົ້າກຸ້ງຫຼາຍກວ່າ 726.000 ໂຕນ ເພີ່ມ 7% ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ໃນ​ປີ 2020, ໂດຍ​ສະ​ເພາະ​ມາ​ຈາກ​ອິນ​ເດຍ, ເອ​ກົວ​ດໍ, ອິນ​ໂດ​ເນ​ເຊຍ, ຫວຽດ​ນາມ ແລະ ໄທ.

VASEP ຢືນ​ຢັນ​ວ່າ ການ​ສົ່ງ​ອອກ​ກຸ້ງ​ໄປ​ອາ​ເມ​ລິ​ກາ ຄາດ​ຄະ​ເນ​ຈະ​ເພີ່ມ​ຂຶ້ນ​ສູງ​ໃນ​ປີ 2022 ຍ້ອນ​ຫວຽດ​ນາມ​ປັບ​ປ່ຽນ​ສະ​ພາບ​ທີ່​ເໝາະ​ສົມ​ຕໍ່​ເນື່ອງ​ກັບ​ການ​ແຜ່​ລະ​ບ​າດ​ພະ​ຍາດ​ໂຄວິດ-19 ຈະ​ຊ່ວຍ​ໃຫ້​ປະ​ເທດ​ນີ້ກວມ​ໄດ້​ສ່ວນ​ແບ່ງ​ໃນ​ຕະຫຼາດ​ອາ​ເມ​ລິ​ກາ.

ອາ​ເມ​ລິ​ກາ​ຍົກ​ລະ​ດັບ​ພາ​ສີ​ຕ້ານ​ການ​ຂາຍ​ໂກງລາ​ຄາຂຶ້ນ​ເທົ່າ​ຕົວສຳ​ລັບ​ກຸ້ງສົ່ງ​ອອກ​ຈາກ​ອິນ​ເດຍ ແຕ່ 3% ຮອດ 7,15% ໃນ​ເດືອນ 11/2021, ໄດ້​ຍົກ​ສູງ​ທ່າ​ແຮງ​ການ​ແຂ່ງ​ຂັນ​ໃຫ້​ແກ່​ປະ​ເທດ​ຄູ່​ແຂ່ງ​ອື່ນ, ໃນ​ນັ້ນ​ມີ​ຫວຽດ​ນາມ.

ຄຽງ​ຄູ່​ກັນ​ນັ້ນ, ສົນ​ທິ​ສັນ​ຍາ​ການ​ຄ້າ​ເສ​ລີ​ໂດຍ​ສະ​ຫະ​ພັນທະ​ວີບ​ເອີ​ຣົບ-ຫວຽດ​ນາມ (EVFTA) ສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ໃຫ້​ມີ​ທ່າ​ແຮງ​ການ​ແຂ່ງ​ຂັນ​ຕື່ມ​ໃນ EU ໃນ​ປີ 2022. ອິນ​ເດຍ, ເອ​ກົວ​ດໍ ແລະ ຫວຽດ​ນາມ ເປັນ​ສາມ​ປະ​ເທດ​ທີ່​ສົ່ງ​ອອກ​ກຸ້ງ​ໃຫຍ່​ທີ່​ສຸດ​ໄປ EU. ທຽບ​ກັບ​ອິນ​ເດຍ, ຫວຽດ​ນາມ​ໄດ້​ຮັບ​ຜົນ​ກຳ​ໄລຫຼາຍກວ່າ​ຈາກ​ພາ​ສີ​ການ​ສົ່ງ​ອອກ.

ຕາມ EVFTA, ສຳ​ລັບ​ກຸ້ງ​ສົ່ງ​ອອກ​ຈາກ​ຫວຽດ​ນາມ​ໄປ EU ນັ້ນ ພາ​ສີ​ສົ່ງ​ອ​ອກ​ສຳ​ລັບ​ກຸ້ງລາຍ​ເສືອດຳ ແມ່ນ 0%, ໃນຂະ​ນະ​ທີ່​ພາ​ສີ​ສຳ​ລັບ​ກຸ້ງຂາ​ຂາວ​ແຊ່​ແຂງ​ຈະຄ່ອຍຫຼຸດລົງ​ຮອດ 0% ຈົນ​ເຖິງ​ປີ 2025.

ບໍ່​ພ​ຽງ​ແຕ່​ສະ​ດວກ​ກັບ​ການ​ສົ່ງ​ອອກ​ກຸ້ງ, VASEP ໄລ່​ຕວງ​ການ​ສົ່ງ​ອອກ​ປາ​ໜັງ ປີ 2022 ກໍ​ຈະ​ບັນ​ລຸ​ເປົ້າ​ໝາຍ​ປະ​ມານ 1,65 ຕື້ດອນ​ລາ USD, ທຽບ​ເທົ່າ​ລະ​ດັບ​ເພີ່ມ 7% ທຽບ​ກັບ​ປີ 2021.

ກົມໃຫຍ່​ການ​ປະ​ມົງ, ກະ​ຊວງກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຊາບ​ວ່າ: ມູນ​ຄ່າ​ການ​ສົ່ງ​ອອກ​ອາ​ຫານ​ທະ​ເລ ປີ 2021 ຄາດ​ການ​ບັນ​ລຸ 8,89 ຕື້ດອນ​ລາ USD, ເພີ່ມ 5,7% ທຽບ​ກັບ​ປີ 2020 ແລະ ເພີ່ມ 4,6% ທຽບ​ກັບ​ແຜນ​ການ.

ວິ​ລະ​ຊົນ

ເຫດການ
302 Found

Found

The document has moved here.