CEO ອາເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ

14:26 | 19/08/2021

ຍ​ສ​ໝ - CEO 90 ຄົນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ແຖວ​ໜ້າ​ຂອງ ອາ​ເມ​ລິ​ກາ ໄດ້​ສະ​ເໜີ​ແນະຕໍ່ ​ທ່ານປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ຄວາມ​ໄວ​ໃນ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ.

ການ​ທູດ​ວັກ​ຊິນແມ່ນ​ແນວ​ໂຮມ​ສຳ​ຄັນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ວັກ​ຊິນ​ຢ່າງ​ມີ​ໄຊ ການ​ທູດ​ວັກ​ຊິນແມ່ນ​ແນວ​ໂຮມ​ສຳ​ຄັນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ວັກ​ຊິນ​ຢ່າງ​ມີ​ໄຊ
ສະ​ພາ​ກາ​ແດງ ຫວຽດ​ນາມ ຜັນ​ຂ​ະ​ຫຍາຍ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ປະ​ຊາ​ຊົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ສະ​ພາ​ກາ​ແດງ ຫວຽດ​ນາມ ຜັນ​ຂ​ະ​ຫຍາຍ​ຍຸດ​ທະ​ສາດ​ໜູນ​ຊ່ວຍ​ປະ​ຊາ​ຊົນ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
CEO ອາເມ​ລິ​ກາ​ຮຽກ​ຮ້ອງ​ໃຫ້ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden ເພີ່ມ​ການ​ໜູນ​ຊ່ວຍ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່ ຫວຽດ​ນາມ
ວັກ​ຊິນ​ກັນ​ໂຄວິດ - 19

ຕາມ​ແຈ້ງ​ການ​ຈາກ​ສະ​ມາ​ຄົມ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດ​ນາມ ແລ້ວ, ໃນ​ຈົດ​ໝາຍ​ສົ່ງ​ໄປ​ຍັງ​ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ຫວ່າງ​ມໍ່ໆ​ມານີ້, CEO ບັນ​ດາ​ບໍ​ລິ​ສັດ​ແຖວ​ໜ້າ​ຂອງ ອາ​ເມ​ລິ​ກາ​ຄື: Adidas, Coach, Gap, Hanebrands, Nike, VF, Under Amour... ໄດ້​ເນັ້ນ​ໜັ້ກ​ວ່າ ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ ແລະ ລະ​ບົບ​ສະ​ໜອງ​ສຳ​ຄັນ​ຂອງ ອາ​ເມ​ລິ​ກາ, ເພ​າ​ະ​ສະ​ນັ້ນ, ຖ້າ​ຫາກວ່າ​ຟື້ນ​ຟູ​ບັນ​ດາ​ຂະ​ແໜງ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ຈຸດ​ສຸມ​ຂອງ ຫວຽດ​ນາມ ໂດຍ​ໄວ, ຜ່ານ​ໂຄງ​ການ​ສະ​ໜອງວັກ​ຊິນ, ຈະ​ເຮັດ​ໃຫ້​ຫຼຸດ​ຜ່ອນ​ບັນ​ດາ​ຜົນ​ສະ​ທ້ອນ ທີ່​ພວມ​ກະ​ທົບ​ໂດຍ​ກົງ​ຕໍ່​ຄວາມ​ສ່ຽງ​ທຳ​ລາຍ​ລະ​ບົບ​ສະ​ໜອງ​ຢູ່​ບັນ​ດາ​ຂົງ​ເຂດ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຕະຫຼາດ ແລະ ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ.

ວັນ​ທີ 10 ສິງ​ຫ​າ, ຜູ້​ຕາງ​ໜ້າ Vitas ແລະ ສະ​ມາ​ຄົມ​ເກີບ, ກະ​ເປົາ​ໜັງ ຫ​ວຽດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມພ້ອມ​ກັ​ບ CEO ຂອງບໍ​ລິ​ສັດ​ສິນ​ຄ້າ ​ອາ​ເມ​ລິ​ກາ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ທີ​ການຂົ​ນ​ຂວາຍວັກ​ຊິນ ແລະ ບັນ​ດາ​ມາດ​ຕະ​ການ​ຟື້ນ​ຟູ​ໃຫ້​ແກ່​ການ​ຜະ​ລິດ​ຂອງ​ບັນ​ດາ​ໂຮງ​ຈັກໂຮງ​ງານ​ຜ່ານ​ເທື່ອ​ລະ​ກ້າວ. Vitas ມີ​ຄວາມ​ຫວັງ​ວ່າ ໃນ​ກອງ​ປະ​ຊຸມ​ຂັ້ນ​ສູງ​ລະ​ຫວ່າງ ທ່ານນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Haris ແລະ ການ​ນຳ​ລັດ​ຖະ​ບານ ຫວຽດ​ນາມ ໃນ​ທ້າຍ​ເດືອນ​ສິງ​ຫາ ຈະ​ປຶກ​ສາ​ຫາ​ລື​ຢ່າງ​ລະ​ອຽດ​ກ່ຽວ​ກັບ​ວິ​ທີ​ການ​​ຮັກ​ສາ ລະ​ບົບ​ສະ​ໜອງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ບົນ​ພື້ນ​ຖານນີ້, ບັນ​ດາ​ການ​ກະ​ທຳ ປົກ​ປັກ​ຮັກ​ສາ​ລະ​ບົບ​ສະ​ໜອງ​ລະ​ຫວ່າງ ສອງ​ປະ​ເທດ​ຈະ​ໄດ້​ປະ​ຕິ​ບັດທັນ​ທີ​ໃນ​ ເດືອນ​ກັນ​ຍາ ນີ້.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.