ອາ​ເມ​ລິ​ກາ​ ໃຊ້​ງົບປະມານ 9,1 ຕື້ໂດລາສະຫະລັດ ​ເພື່ອ​ຊື້​ຜະລິດ​ຕະພັນ​ທີ່ມີທ່າແຮງຂອງ​ຫວຽດນາມ

13:40 | 21/12/2021

ຍສໝ - ໃນ 5 ຕະຫຼາດ​ສົ່ງ​ອອກ​ໄມ້ ​ແລະຜະລິດ​ຕະພັນ​ໄມ້​ໃຫຍ່​ທີ່​ສຸດ​ໄປ​ຍັງ ອາ​ເມ​ລິ​ກາ (ຫວຽດນາມ, ຈີນ, ​ເມັກ​ຊິ​ໂກ, ມາ​ເລ​ເຊຍ, ກາ​ນາ​ດາ), ອາ​ເມ​ລິ​ກາ ພຽງ​ແຕ່​ເພີ່ມ​ອັດຕາ​ສ່ວນ​ການ​ນຳ​ເຂົ້າ​ຈາກ​ຫວຽດນາມ ​ແລະ ​ເມັກ​ຊິໂກ.

ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມເສົ້າ​ສະຫຼົດ​ໃຈ ກ່ຽວ​ກັບ​ເຫດ​ພາ​ຍຸໝູນ ຢູ່​ພາກ​ກາງ ອາ​ເມ​ລິ​ກາ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ, ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມເສົ້າ​ສະຫຼົດ​ໃຈ ກ່ຽວ​ກັບ​ເຫດ​ພາ​ຍຸໝູນ ຢູ່​ພາກ​ກາງ ອາ​ເມ​ລິ​ກາ
ຫວຽດນາມ ​ໄດ້​ຮັບ​ການມອບ​ໂອນ​ເຕັກ​ໂນ​ໂລ​ຊີການ​ຜະລິດ​ວັກ​ຊີນ Sputnik V ຈາກ​ລັດ​ເຊຍ ຫວຽດນາມ ​ໄດ້​ຮັບ​ການມອບ​ໂອນ​ເຕັກ​ໂນ​ໂລ​ຊີການ​ຜະລິດ​ວັກ​ຊີນ Sputnik V ຈາກ​ລັດ​ເຊຍ

ການ​ສົ່ງ​ອອກ​ໄມ້ ​ແລະ ຜະລິດ​ຕະພັນ​ໄມ້​ຂອງຫວຽດນາມ ສືບ​ຕໍ່​ສ້າງ​ສະຖິຕິ​ໃໝ່​ໃນ​ປີ 2021 ດ້ວຍ​ວົງ​ເງິນ​ການ​ຄ້າ 15,6 ຕື້ໂດລາສະຫະລັດ, ​ໃນ​ນັ້ນ ອາ​ເມ​ລິ​ກາ ​ແມ່ນ​ຕະຫຼາດ​ນຳ​ເຂົ້າ​ໄມ້ ​ແລະຜະລິດ​ຕະພັນ​ໄມ້​ຂອງຫວຽດນາມ ​ໃຫຍ່​ກວ່າ​ໝູ່, ຄາດ​ວ່າ​ວົງເງິນ​ການ​ຄ້າ​ປະມານ 9,1 ຕື້ໂດລາສະຫະລັດ.

ອາ​ເມ​ລິ​ກາ​ ໃຊ້​ງົບປະມານ 9,1 ຕື້ໂດລາສະຫະລັດ ​ເພື່ອ​ຊື້​ຜະລິດ​ຕະພັນ​ທີ່ມີທ່າແຮງຂອງ​ຫວຽດນາມ
ພາບປະກອບ: T.L

ຕາມ​ຄະນະ​ກຳມະການ​ການ​ຄ້າ​ສາກົນ​ອາ​ເມ​ລິ​ກາ (USITC), ​ໃນ 10 ​ເດືອນ​ຂອງ​ປີ 2021, ການ​ນຳ​ເຂົ້າ​ເຄື່ອງ​ເຟີ​ນີ​ເຈີ​ໄມ້​ຂອງ ອາ​ເມ​ລິ​ກາ ບັນລຸ 20,4 ຕື້ ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 37,8% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020. ຫວຽດນາມສືບຕໍ່ແມ່ນຕະຫຼາດສະໜອງເຄື່ອງເຟີນີເຈີໄມ້ໃຫ້ ອາເມລິກາ ໃຫຍ່ທີສຸດ ບັນລຸ 7,9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 44,5% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ 2020; ຮອງ​ລົງ​ມາ​ແມ່ນ​ຈີນ ​ທີ່​ມີ​ມູນ​ຄ່າ 4,3 ຕື້​ໂດລາສະຫະລັດ.

​ສິ່ງໜ້າທີ່ສົນໃຈ, ​ໃນ 5 ຕະຫຼາດ​ສົ່ງ​ອອກ​ໄມ້ ​ແລະ ຜະລິດ​ຕະພັນ​ໄມ້​ໃຫຍ່​ທີ່​ສຸດ​ໄປ​ຍັງ ອາ​ເມ​ລິ​ກາ (ຫວຽດນາມ, ຈີນ, ​ເມັກ​ຊິ​ໂກ, ມາ​ເລ​ເຊຍ, ກາ​ນາ​ດາ), ອາ​ເມ​ລິ​ກາ ພຽງ​ແຕ່​ເພີ່ມ​ອັດຕາ​ສ່ວນ​ການ​ນຳ​ເຂົ້າ​ຈາກ ຫວຽດນາມ ​ແລະ ​ເມັກ​ຊິໂກ ເທົ່ານັ້ນ.

ຍອດ​ມູນ​ຄ່າ​ການ​ສົ່ງ​ອອກ​ຕັ່ງ​ຂອບໄມ້​ຂອງ​ຫວຽດນາມ ​ໃນ 11 ​ເດືອນ​ຕົ້ນ​ປີ 2021 ຄາດ​ວ່າ​ບັນລຸ 3,2 ຕື້ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 36,1% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020. ຄາດ​ວ່າ​ທັງ​ປີ 2021 ຈະ​ບັນລຸ 3,5 ຕື້ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 30. 6% ເມື່ອທຽບໃສ່ປີ 2020.

​ຕັ່ງຂອບ​ໄມ້​ທີ່​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດ​ອາ​ເມ​ລິ​ກາ ​ໃນ 10 ​ເດືອນ​ຕົ້ນ​ປີ 2021 ບັນລຸ 2,9 ຕື້ໂດລາສະຫະລັດ, ​ເພີ່ມ​ຂຶ້ນ 43,2% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2020. ອັດຕາ​ສ່ວນ​ການ​ສົ່ງ​ອອກ​ໄປ​ຍັງ​ອາ​ເມ​ລິ​ກາ​ ກວມ 81,7% ຂອງ​ມູນ​ຄ່າ​ການ​ສົ່ງ​ອອກ​ຕັ່ງ​ຂອບໄມ້ທັງໝົດ.

ບູນມີ

ເຫດການ
302 Found

Found

The document has moved here.