ພາຍຫຼັງ 50 ປີ, ຊາວ​ຫວຽດ​ນາມ​ຍັງຕ້ອງ​ຮັບ​ຜົນ​ຮ້າຍ​ທີ່ຕາມ​ມາ​ຫຼັງ​ສົງ​ຄາມ

16:59 | 06/08/2021

ຍ​ສໝ - ນີ້​ແມ່ນ​ເນື້ອ​ໃນ​ສຳ​ຄັນ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ George Moose ຮອງ​ປະ​ທານ​ສະ​ຖາ​ບັນ​ສັນ​ຕິ​ພາບ ອາ​ເມ​ລິ​ກາ ແບ່ງ​ປັນ​ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາດ​ທາງ​ໄກ “ແກ້​ໄຂ​ຜົນ​ທີ່​ຕາມ​ມາ​​ຂອງສົງ​ຄ​າມ, ພ້ອມ​ກັນ​​ກ້າວ​ໄປ​ທາງ​ໜ້າ” ທີ່​ຫາ​ກໍ່​ດຳ​ເນີນ​ໃນ​ວັນ​ທີ 3 ສິງ​ຫາ.

ຊຸກຍູ້ການພິມຈຳໜ່າຍປຶ້ມຫວຽດນາມ ອອກໄປສູ່ໂລກ ຊຸກຍູ້ການພິມຈຳໜ່າຍປຶ້ມຫວຽດນາມ ອອກໄປສູ່ໂລກ
ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ
ພາຍຫຼັງ 50 ປີ, ຊາວ​ຫວຽດ​ນາມ​ຍັງຕ້ອງ​ຮັບ​ຜົນ​ຮ້າຍ​ທີ່ຕາມ​ມາ​ຫຼັງ​ສົງ​ຄາມ
ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ George Moose ຮອງ​ປະ​ທານ​ສະ​ຖາ​ບັນ​ສັນ​ຕິ​ພາບ ອາ​ເມ​ລິ​ກາ

ທີ່ກອ​ງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ George Moose ແບ່ງ​ປັນວ່າ ເມື່ອ​ຫາ​ກໍ່​ກາຍ​ເປັນນັກ​ການ​ທູດ ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ, ທ່ານ​ໄດ້​​ມີ​ເວ​ລາ 3 ປີ ໃນ​​ການ​ປະ​ຕິ​ບັດ​ງານ​ຄັ້ງ​ທຳ​ອິດ ຢູ່ ຫວຽດ​ນາມ. ປີ 1969, ທ່ານ​ໄດ້​ຖືກ​ສົ່ງ​ໄປ​ຍັງ ກ໋​ວາງ​ງາຍ, ພາກ​ກາງ ຫວຽດ​ນາມ ພາຍຫຼັງ​ຂ່າວ​​ເຫດ ລູກ​ຊອດ ອາ​ເມ​ລິ​ກາ-ຫວຽດ​ນາມ ຖືກ​ສັງ​ຫານ ໄດ້​ເອົາ​ລົງ​​ໃນ​ສື່​ມວນ​ຊົນ​ສາ​ກົນ. ຫຼັງ​ຈາກ​ນັ້ນ, ທ່ານ​ໄດ້​ກັບ​ຄືນ​ມາ​ເຮັດ​ວຽກ​ຢູ່​ສະ​ຖານ​ກົງ​ສູນ​ໃຫຍ່ ອາ​ເມ​ລິ​ກາ ປະ​ຈຳ ດ່າ​ນັ້ງ.

ທ່ານ​ໃຫ້​ຮູ້​ວ່າ: “ສະ​ຖານ​ກົງ​ສູນ​ໃຫຍ່ ອາ​ເມ​ລິ​ກາ ປະ​ຈຳ ດ່າ​ນັ້ງ ໄດ້​​ຕັ້ງຢູ່​ໄກ​ກັບ​ສະ​ໜາມ​ບິນ​ການ​ທະ​ຫານ ອາ​ເມ​ລິ​ກາ ປະ​ຈຳ ດ່າ​ນັ້ງ. ແຕ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ ໃນ​ຂະ​ນະ​ນັ້ນ ມີ​ເຮືອ​ບິນຫຼາຍ​ລຳ​ໄດ້​ພົ່ນ​ສີດ​ທາດ​ພິດ​ສີ​ສົ້ມ​ໃນ​ໄລ​ຍະ​ນີ້”.

ປີ 1973, ທ່ານ George Moose ໄດ້​ກັບ​ຄືນ ກ໋​ວາງ​ງາຍ ​ໃນເວ​ລາ​ສັ້ນໆ ພາຍຫຼັງ​ຮັບ​ການ​ລົງ​ນາມ​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ ປາ​ຣີ ດ້ວຍ​ບົດ​ບາດ​ໜ້າ​ທີ່​ເປັນນາຍ​ທະ​ຫານຕິດ​ຕໍ່ປະ​ສານ​ງານ​ກັບ ຄະ​ນະ​ກຳ​ມະ​ການ​ສາ​ກົນ​ຕິດ​ຕາມ​ການ​ຢຸດ​ຕິ​ສົງ​ຄ​າມ​.

ປີ 2014, ສອງ​ຜົວ​ເມຍທ່ານ ໄດ້​ກັບ​ຄືນມາ​ຫວຽດ​ນາມ. “ພ​ວກ​ຂ້າ​ພະ​ເຈົ້າ​ໄດ້​ແບ່ງ​ເວ​ລາ 3 ​ອາ​ທິດ​ເພື່ອ​ເດີນ​ທາງ​ແຕ່​ເໜືອຮອດ​ໃຕ້. ນີ້​ແມ່ນ​ໄລ​ຍະ​ເວ​ລາ ເຊິ່ງ​ພວກ​ຂ້າ​ພະ​ເຈົ້າ​ບໍ່​ອາດລືມ​ໄດ້. ​ພາຍຫຼັງ​ກ່​ວາ 50 ປີທີ່​ຜ່ານ​ມາ, ຊາວ​ຫວຽດ​ນາມ ຍັງ​ຕ້ອງ​ຮັບ​ຜົນ​ຮ້າຍ​​ທີ່ຕາມ​ມາ​ຈາກ​ສົງ​ຄ​າມ, ທຸກ​ສິ່ງ​ທຸກ​ຢ່າງ​ຍັງ​ຄົງ​ປະ​ກົດ​ຢູ່​ໃນ​​ຕາ​ຂອງ​ຂ້າ​ພະ​ເຈົ້າ”.

ມີ 2 ສະ​ຖານ​ທີ່ ເຊິ່ງ​ຂ້າ​ພະ​ເຈົ້າ​ຕັດ​ສິນ​ໃຈ​ຈະ​ມາ ແມ່ນ​ເຂດຜົນ​ງານ​ການ​ສູ້​ຮົບ ເຊີນ​ໝີ, ກ໋​ວາງ​ງ໋າຍ ໂດຍ​ເປັນ​ສະ​ຖານ​ທີ່ ​ທີ່​ມີ​ນັກ​ຮົບ​ເກົ່າ ອາ​ເມ​ລິ​ກາ ຫຼາຍ​ຄົນ, ອົງ​ການ​ຈັດ​ຕັ້ງ​ນັກ​ຮົບ​ເກົ່າຫຼາຍ​ແຫ່ງ ໄດ້​ມີ​ບັນ​ດາການ​ປະ​ກອບ​ສ່ວນ​ຢູ່​ທີ່ນີ້ ເພື່ອ​ພັດ​ທະ​ນາ​ພາກ​ພື້ນນີ້; ແລະ ຫໍ​ພິ​ພິ​ທະ​ພັນ​ສົງ​ຄາມ ຢູ່​ນະ​ຄອ​ນ ໂຮ່​ຈີ​ມິນ, ໂດຍ​ເປັນ​ຫໍ​ພິ​ພິ​ທະ​ພັນ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມໂຫດ​ຮ້າຍ​ຂອງ ສົງ​ຄາມ.

ທ່ານ​ແບ່ງ​ປັນວ່າ: ສິ່ງທີ່​ເຮັດ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຮູ້​ສຶກ​ແປກໃຈ ແມ່​ນ​ເມື່ອ​ໄປ​ທາງ​ໃດ​ ​ຊາວ​ຫວຽດ​ນາມ ກໍ່​ໃຫ້​ການ​ຕ້ອນ​ຮັບ,​ ບໍ່​ຮູ້​ສຶກ​ຖືກກຽດ​ຊັງ, ນີ້​ແມ່ນ​ສິ່ງ​ທີ່​ພິ​ສູດ​ໃຫ້​ເຫັນ​ຄວາ​ມ​ມີ​ເມດ​ຕາ​ປາ​ນີ​ຂອງ ຊາວ​ຫວຽດ​ນາມ.

ດ້ວຍ​ບັນ​ດາ​ສິ່ງ​ທີ່​ໄດ້​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ກ່ຽວ​ກັບປະ​ເທດ​ຊາດ ແລະ ຊາວຫວຽດ​ນາມ​ໃນ​ສົງ​ຄາມ ແລະ ສັນ​ຕິ​ພາບ, ທ່ານ George Moose ມີ​ຄວ​ວາມ​ກ້າ​ຫານ ແລະ ຫວັງ​ວ່າ​ບັນ​ດາ​ຜົນ​ຮ້າຍ​ທີ່ຕາ​ມ​ມາ​ຈາກ​ສົງ​ຄາມ​ ຈະ​ໄດ້​ຮັບ​ການ​ແກ້​ໄຂ.

ສິ່ງນີ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຖື​ເປັນ​ສຳ​ຄັນ​ກອງ​ປະ​ຊຸມ​ສຳ​ມະ​ນາ ແລະ ບັນ​ດາ​ຂໍ້​ລິ​ເລີ່ມ​ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ ສອງ​ປະ​ເທດຈະ​ສົມ​ທົບ​ກັນ ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ທີ່​ຕາມ​ມາ​ຈາກ​ສົງ​ຄາມ.

ຕາມ​ຂໍ້​ມູນ ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການສະ​ຖິ​ຕິຢ່າງ​ຄົບ​ຖ້ວນ, ປັດ​ຈຸ​ບັນ ທົ່ວ​ປະ​ເທດ​ມີ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ປະ​ມານ 75.000 ຄົນ ​ເຊິ່ງແມ່ນ​ລຸ້ນ​ຄົນ​ທີ 2 ​ທີ່​ຖືກ​ຜົນ​ກະ​ທົບ ແລະ 35.000 ແມ່ນ​ລຸ້ນ​ຄົນ​ທີ 3 ​ທີ່​ຖືກ​ຜົນ​ກະ​ທົບ, ຜ່ານ​ການ​ສຳ​ຫຼວດ​ຢູ່​ບາ​ງ​ທ້ອງ​ຖິ່ນ, ຜົນ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ ໄດ້​ສ​ືບກຳ​ມະ​ພັນ​ໄປ​ຍັງ​ຄົນ​ລຸ້ນ​ທີ 4.

ຢູ່ຫຼາຍ​ແຂວງ, ໃນ​ຈຳ​ນວນ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ມີ​ເຄິ່ງ​ໜຶ່ງ​ແມ່ນ​ສາ​ມັນ​ຊົນ , 85% ແມ່ນຈຳ​ນວນ​ຄອບ​ຄົວ​ທີ່​ມີຜູ້​ປະ​ສົບ​ເຄາະ​ຮ້າຍ​ແຕ່ 2 ຄົນ​ຂຶ້ນ​ໄປ, 3% ​ແມ່ນຄອບ​ຄົວ​ທີ່​ມີ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ 5 ຄົນ​ຂຶ້ນ​ໄປ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.