ນັກ​ປະ​ພັນ ຫວຽດ​ນາມ ຍາດ​ໄດ້​ລາງວັນ​ວັນ​ນະ​ຄະ​ດີໃຫຍ່ ຢູ່ ອາ​ເມ​ລິ​ກາ

20:07 | 29/09/2021

ຍ​ສ​ໝ - ດ້ວຍ​ຜົນ​ງານ “ພູ​ຂັບ​ຮ້ອງ” ທີ່​ໄດ້​ຂຽນ​ດ້ວຍ​ພາ​ສາ​ອັງ​ກິດ, ນັກ​ປະ​ພັນ ຫງວຽນ​ຟານ​ເກ໊ມາຍ ໄດ້​ລື່ນກາຍບັນ​ດາ​ນັກ​ປະ​ພັນ​ທີ່​ເຄີ​ຍາດ​ໄດ້​ລາງວັນ ​Pulitze ປີ 2021 ແລະ Booker ປີ 2021 ເພື່ອ​ຍາດ​ໄດ້​ລາງວັນທີ 2 ໃນ​ລາຍ​ການຄວາມຄິດສ້າງຈິນຕະນາການຂອງ​ລາງວັນ​ວັນ​ນະ​ຄະ​ດີ Dayton ເພື່ອ​ສັນ​ຕິ​ພາບ.

ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ການ​ເຊື່ອມ​ຕໍ່​ການ​ໂອ້​ລົມ​ສົນ​ທະ​ນາ, ກາ​ນ​ຮ່ວມ​ມື​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ
ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕາ ຊຸດເສື້ອ​ຍາວພັນ​ລະ​ຍາ ​ເອີ​ລົບ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Sacarmento, ອາ​ເມ​ລິ​ກາ​ ສະ​ໜັບ​ສະ​ໜູນ​​ນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ຕ້ານ​ໂລກ​ລະ​ບາດ ກອງ​ທຶນ​ແຫ່ງ​ຄວາມ​ເມດ​ຕາ ຊຸດເສື້ອ​ຍາວພັນ​ລະ​ຍາ ​ເອີ​ລົບ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ Sacarmento, ອາ​ເມ​ລິ​ກາ​ ສະ​ໜັບ​ສະ​ໜູນ​​ນະ​ຄອນ​ໂຮ່​ຈີ​ມິນ ເພື່ອ​ຕ້ານ​ໂລກ​ລະ​ບາດ
ນັກ​ປະ​ພັນ ຫວຽດ​ນາມ ຍາດ​ໄດ້​ລາງວັນ​ວັນ​ນະ​ຄະ​ດີໃຫຍ່ ຢູ່ ອາ​ເມ​ລິ​ກາ
ນັກ​ປະ​ພັນ ຫງວຽນ​ຟານ​ເກ໊ມາຍ (ພາບ: tuoitre.vn)

ຜົນ​ງານ “ພູ​ຂັບ​ຮ້ອງ” (The mountains sing) ໄດ້​ຂຽນ​ກ່ຽວ​ກັບ​ບັນ​ດາ​ເຫດ​ການ​ປະ​ຫວັດ​ສາດຜ່ານ​ບັນ​ດາ​ສະ​ມາ​ຊິກ 4 ລຸ້ນ​ຄົນ​ໃນ​ຄອບ​ຄົວ​ຂອງ​ຕະ​ກຸນ​ເຈິ່ນ. ບໍ່​ພຽງ​ແຕ່​ພັນ​ລະ​ນາ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ຄວາມ​ເຈັບ​ປວດສູນ​ເສຍ ແລະ ການ​​ແຍກ​ອອກ​ຈາກ​ກັນ​ໂດຍ​ສົງ​ຄາມ​ກໍ່​ຂຶ້ນ​ເທົ່​າ​ນັ້ນ, ບົດ​ປະ​ພັນ​ຍັງ​ເຊີດ​ຊູ​ຄວາມ​ຮັກ​ໃນ​ຄອບ​ຄົວ, ຄຸນ​ຄ່າ​ຂອງ​ຄວາມ​ຫວັງ ແລະ ຄວາມ​ເມດ​ຕາ.

ນັກ​ປະ​ພັນ ຫງວຽນ​ຟານ​ເກ໊ມາຍ ແບ່​ງ​ປັນ​ວ່າ ລາວ​ ຮູ​້​ສຶກ​ແປກ​ປະ​ຫຼາດ​ໃຈ ແລະ ເປັນ​ກຽດ​ເມື່ອ​ໄດ້​ຮັບ​ລາງວັນ​ວັນ​ນະ​ນະ​ດີ Dayton ເພື່ອ​ສັນ​ຕິ​ພາບ, ມັນ​ແມ່ນ​ກຳ​ລັງ​ໜູນ​ໃຫ້​ແກ່ລາວ ໃນ​ການ​ສືບ​ຕໍ່​ຮ່ຳ​ຮຽນ ແລະ ເຮັດ​ວຽກ ເພື່ອ​ນຳ​ຜູ້​ອ່ານ​ຕ່າງ​ປະ​ເທດ​ມາ ເຖິງ ຫວຽດ​ນາມ ໃຫ້ຫຼາຍ​ກ່​ວາ​ອີກ ຜ່ານ​ບັນ​ດາ​ບົນ​ປະ​ພັນ​ວັນ​ນະ​ຄະ​ດີ.

ເມື່ອ​ຕັດ​ສິນ​ໃຈຂຽນ​ບົດ​ປະ​ພັນ​ດ້ວຍ​ພາ​ສາ​ອັງ​ກິດ, ລາວ​ຢາກ​ປະ​ກອບ​ຄຳ​ເວົ້າ​ຂອງ​ຊາວ​ຫວຽດ​ນາມ ເຂົ້າ​ໃນ​ເວ​ທີ​ປາ​ໄສວັນ​ນະ​ຄະ​ດີ ໂລກ. ລາວ​ໄດ້​ຂຽນ​ກ່ຽວ​ກັບ​ສົງ​ຄາມ ເພື່​ອ​ຮຽກ​ຮ້ອງ​ສັນ​ຕິ​ພາບ, ຂຽນ​ກ່ຽວ​ກັບ​ການ​ສູນ​ເສຍ ແລະ ການ​ພັດ​ພາກ​ກັນ ເພື່ອ​ເວົ້າ​ເຖິງ​ຄຸນ​ຄ່າຂອງ​ການ​ເຕົ້າ​ໂຮມ, ພ້ອມ​ທັງ​ນຳ​ບົດ​ເພງ, ຄຳ​ສຸ​ພາ​ສິດ, ອາ​ຫານ​ການ​ກິນ, ປະ​ເພ​ນີວັດ​ທະ​ນະ​ທຳ​ຂອງ ຊາວ​ຫວຽດ​ນາມ ເຂົ້າ​ໃນ​ບົດ​ປະ​ພັນ​ເພື່ອ​ແນະ​ນຳ​ໃຫ້​ແກ່​ຜູ້​ອ່ານ​ໂລກກ່ຽວ​ກັບ ຫວຽດ​ນາມ ທີ່​ເຕັມ​ໄປ​ດ້ວຍ​ສີ​ສັນ.

ພິ​ເສດ, ນັກ​ປະ​ພັນ ​ຫງວຽນ​ຟານ​​ເກ໊ມາຍ ກໍ່​ມາ​ນະ​ພະ​ຍາ​ຍາມ​ຮັກ​ສາ​ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ພາ​ສາ ຫວຽດ​ນາມ ດ້ວຍ​ວິ​ທີ​ການ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ສຳ​ນັກ​ພິມ​ຈຳ​ໜ່າຍ​ພິມ ຊື່​ຂອງ​ບັນ​ດາ​ຕົວ​ລະ​ຄອນ ແລະ ບັນ​ດາ​ຄຳ​ເວົ້າ​​ພາ​ສາຫວຽດ​ ໃນບົດ​ປະ​ພັນ​ ທີ່​ມີ​ໄວ​ຍະ​ກອນ​ຢ່າງ​ຄົບ​ຖ້ວນ. ຄາດ​ວ່າ ພິ​ທີ​ມອບ​ລາງວັນ​ຈະ​ດຳ​ເນີນ​ໃນ​ວັນ​ທີ 13 – 14 ພະ​ຈິກ ຢູ່ Dayton (ຢູ່​ປະ​ເທດ ອາ​ເມ​ລິ​ກາ).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.