ຍສໝ - ປ້ອງກັນ, ຕ້ານໄຟໄໝ້ປ່າ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ເຂົ້າຮ່ວມການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພ, ອະທິປະໄຕຄວາມໝັ້ນຄົງເຂດຊາຍແດນ, ຫຼັກໝາຍຂອງແຕ່ລະປະເທດ... ນີ້ແມ່ນບັນດາການເຄື່ອນໄຫວຮ່ວມແຮງຮ່ວມໃຈປົກປັກຮັກສາປ່າໄມ້, ອະນຸລັກຮັກສາຊັບພະຍາກອນທຳມະຊາດຢູ່ເຂດຊາຍແດນ ຫວຽດນາມ - ລາວ.
ຍສໝ - ບັນດາງານແຂ່ງຂັນກິລາໄດ້ສ້າງສະໜາມທີ່ດີ, ຟົດຟື້ນເພື່ອໃຫ້ປະຊາຊົນຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ມີການພົບປະແລກປ່ຽນ, ຮັດແໜ້ນນ້ຳໃຈຄວາມສາມັກຄີ.
ຍສໝ - ໃນໂອກາດທ້າຍອາທິດ, ປະຊາຊົນຢູ່ເຂດຊາຍແດນເມືອງ ກີເຊີນ, ແຂວງ ເຫງ້ອານ ໄດ້ໄປຕະຫຼາດນັດຊາຍແດນຢ່າງກະຕືລືລົ້ນ.
ຍສໝ - ລາຍການສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢູ່ວິທະຍາໄລການແພດ ຮ່າຕິ້ງ ໄດ້ປະກອບສ່ວນຮັດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ໂດຍທ່ານພົນຕີ ເລວັນເຮິນ, ຮອງປະທານສະມາຄົມນຳໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະຖານທູດ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2024), ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ສະໜິດຕິດພັນຄວາກຮັກແພງອັນແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດ ຫວຽດນາມ - ລາວ.
ຍສໝ - ຮ້ອງເພງ ແລະ ເຕັ້ນລຳພ້ອມກັນ, ເຂົ້າຮ່ວມບັນດາການເຄື່ອນໄຫວລົງພຶດຕິກຳຕົວຈິງຢູ່ເມືອງ ເກີ່ນເຢີ່, ຢ້ຽມຢາມຫໍພິພິທະພັນ ໂຮ່ຈີມິນ ສາຂານະຄອນ ໂຮ່ຈີມິນ, ພື້ນທີ່ລຸງ ໂຮ່ ກັບເຍົາວະຊົນ... ນັ້ນແມ່ນບັນດາການເຄື່ອນໄຫວທີ່ຟຢດຟື້ນຂອງງານມະໂຫລານເຍົາວະຊົນ ຫວຽດນາມ - ລາວ - ກຳປູເຈຍ ປີ 2024 (Festival). ນີ້ແມ່ນໂອກາດເພື່ອໃຫ້ບັນດານ້ອງໆເດັກນ້ອຍໄດ້ແລກປ່ຽນ, ຮ່ຳຮຽນ ແລະ ພ້ອມທັງສືບຕໍ່ສາຍພົວພັນມິດຕະພາບອັນແໜ້ນແຟ້ນລະຫວ່າງ 3 ປະເທດອິນດູຈີນ.
ຍສໝ - ໃນຂອບເຂດລາຍການຮ່ວມມືລະຫວ່າງກະຊວງການເງິນ ຫວຽດນາມ ແລະ ກະຊວງການເງິນ ລາວ, ແຕ່ວັນທີ 25 – 29 ພະຈິກ, ຢູ່ລາວ, ກົມຄຸ້ມຄອງຊັບສິນສາທາລະນະ ຂຶ້ນກັບກະຊວງການເງິນຂອງສອງປະເທດ ໄດ້ຈັດຕັ້ງການເຮັດວຽກເພື່ອແນ່ໃສຕີລາຄາບັນດາການເຄື່ອນໄຫວໃນໄລຍະຜ່ານມາ ແລະ ຜັນຂະຫາຍບັນດາການເຄື່ອນໄຫວໃນໄລຍະຈະມາເຖິງ.
ຍສໝ - ປະສົບຜົນສຳເລັດໃນການຕໍ່ສູ້ ແລະ ທຳລາຍລ້າງອົງກອນອາດຊະຍາກຳທີ່ເຄື່ອນໄຫວການຄ້າມະນຸດ ແລະ ການສໍ້ໂກງທາງອອນລາຍເປັນຂອບຂະໜາດໃຫຍ່... ການເຄື່ອນໄຫວນີ້ໄດ້ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ, ເພີ່ມທະວີການພົວພັນຮ່ວມມື, ມິດຕະພາບ ແລະ ຄວາມສາມັກຄີລະຫວ່າງ ຫວຽດນາມ ແລະ ລາວ.
ຍສໝ - ແຕ່ລະປີ, ພະນັກງານ ແລະ ນາຍທະຫານ 80 ຄົນຂອງກອງເຕົ້າໂຮມ ໄດ້ໄປສູ່ປະເທດເພື່ອນ ລາວ ເພື່ອຊອກຄົ້ນຂຸມຝັງສົບຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ. ແຕ່ວ່າ, ພູມສັນຖານສ່ວນຫຼາຍແມ່ນເປັນພູຜາປ່າດົງ ແລະ ຂໍ້ມູນກ່ຽວກັບຂຸມຝັງສົບແມ່ນນັບມື້ນັບຫນ້ອຍລົງ, ເຮັດໃຫ້ການເຕົ້າໂຮມປະສົບກັບຄວາມຫຍຸ້ງຍາກ.
ຍສໝ - ວັນທີ 27 ພະຈິກ, ສະຖາບັນການເມືອງເຂດ II ໄດ້ຂັດພິທີຕ້ອນຮັບ ແລະ ເຮັດວຽກກັບຄະນະປະຕິບັດງານຈາກໂຮງຮຽນການເມືອງ - ການປົກຄອງ ແຂວງ ຈຳປາສັກ, ສປປ ລາວ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວຮ່ວມມືສາກົນຂອງສະຖາບັນການເມືອງເຂດ 2 ທີ່ດໍາເນີນໃນປີ 2024.
ຍສໝ - ຕອນບ່າຍວັນທີ 28 ພະຈິກ, ຄະນະປະຕິບັດງານຂອງສະຫະພັນແມ່ຍິງແຂວງ ຫົວພັນ (ລາວ) ນໍາໂດຍ ສະຫາຍ ນາງ ແຍງເພັດ ບຸນມີໄຊ, ກໍາມະການພັກແຂວງ, ປະທານສະຫະພັນແມ່ຍິງແຂວງ ເປັນຫົວໜ້າຄະນະ ແລະ ສະຫະພັນແມ່ຍິງ ຫວຽດນາມ ແຂວງ ແທງຮວ໋າ ໄດ້ຕີລາຄາໝາກຜົນການປະຕິບັດເນື້ອໃນບົດບັນທຶກຊ່ວຍຈຳໄລຍະ 2022-2024; ລົງນາມບົດບັນທຶກຊ່ວຍຈຳໄລຍະ 2024-2026.
ຍສໝ - ຕອນບ່າຍວັນທີ 17 ມິຖຸນາ, ຢູ່ ຮ່າໂນ້ຍ, ໄດ້ມີການດຳເນີນພິທີມອບ-ຮັບອຸປະກອນການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ກະຊວງປ້ອງກັນປະເທດ ລາວ, ໜູນຊ່ວຍລາວ ດຳລົງຕຳແໜ່ງປະທານ ອາຊຽນ 2024.
ໃນວັນທີ 26 ພະຈິກ ນີ້ ທີ່ນະຄອນຫຼວງວຽງຈັນ (ລາວ), ເນື່ອງ ໃນໂອກາດທີ່ຄະນະຜູ້ແທນສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີສອງພັກ ລາວ - ຫວຽດນາມ ຄັ້ງທີ XI ໃນລະຫວ່າງວັນທີ 26 - 29 ພະຈິກນີ້, ສະຫາຍ ຫງວຽນຊວນຖັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກ ໄດ້ ເຂົ້າຢ້ຽມຂ່ຳນັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ.
ຍສໝ - ໄດ້ມີຄວາມເອົາໃຈໃສ່ ແລະ ການຊີ້ນຳນຳພາຂອງຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ , ຄະນະກຳມະການແນວໂຮມປະເທດຊາດແຂວງ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ - ລາວ ແຂວງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ເຄື່ອນໄຫວຢ່າງຕັ້ງໜ້າ ແລະ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ, ປະກອບສ່ວນເຂົ້າໃນຜົນສຳເລັດລວມເພື່ອເພີ່ມພູນຄູນສ້າງການພົວພັນມິດຕະພາບ ແລະ ຄວາມສາມັກຄີຂອງແຂວງ.
ຍສໝ - ແຂວງ ຮ່າຍເຢືອງ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ, ຄະນະຕິດຕໍ່ພົວພັນທະຫານອາສາສະໝັກ ແລະ ນັກຊ່ຽວຊານການທະຫານຫວຽດນາມ ຊ່ວຍລາວ ແຂວງ ມີຫຼາຍການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍ ເພື່ອປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.
ຍສໝ - ໃນວັນທີ 23 ເດືອນພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ສົມທົບກັບພະແນກພົວພັນຕ່າງປະເທດ, ວິທະຍາໄລ ລາຍເຈົາ, ຄະນະຜູ້ແທນກຸ່ມບັນດາອົງການ ແລະ ວິສາຫະກິດແຂວງ ຈັດຕັ້ງລາຍການພົບປະແລກປ່ຽນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, ວັນຄູຫວຽດນາມ ແລະ ອຳລານັກສຶກສາລາວ.
ຍສໝ - ນັກຮົບອາສາສະໝັກນະຄອນ ໂຮ່ຈີມິນ 168 ຄົນ ໄດ້ອອກເດີນທາງໄປສູ່ປະເທດ ລາວ ແລະ ເມືອງເກາະ ຝູກຸ່ຍ (ແຂວງ ບິ່ງທ້ວນ - ຫວຽດນາມ) ເພື່ອເລີ່ມຕົ້ນວັນອາສາສະໝັກລະດູແລ້ງ ປີ 2024.
ຍສໝ - ເຂດຊາຍແດນ ຫວຽດນາມ - ລາວ - ກຳປູເຈຍ ແມ່ນບ່ອນປະສົມປະສານຂອງຫຼາຍຊົນເຜົ່າດ້ວຍບັນດາສີສັນວັດທະນະທຳທີ່ຫຼາກຫຼາຍ ແລະ ອຸດົມສົມບູນ. ຄວາມໃກ້ຊິດທາງດ້ານພູມສາດ ພ້ອມກັບພື້ນຖານວັດທະນະທຳ ແລະ ປະຫວັດສາດອັນຍາວນານໄດ້ສ້າງເປັນການພົວພັນແບບພິເສດລະຫວ່າງ 3 ປະເທດ, ໃນນັ້ນ ວັດທະນະທຳມີບົດບາດເປັນເຊືອກເຊື່ອມຕໍ່ຢ່າງແໜ້ນແຟ້ນ. ການພັດທະນາວັດທະນະທໍາຢູ່ເຂດຊາຍແດນໄດ້ຮັບຄວາມເອົາໃຈໃສ່ຈາກບັນດາປະເທດ, ເພື່ອແນໃສ່ອະນຸລັກສີສັນຂອງຊາດ, ພ້ອມກັນນັ້ນ ກໍ່ຊຸກຍູ້ການແລກປ່ຽນວັດທະນະທໍາ, ເຊື່ອມໂຍງໃນສະພາບການທີ່ທັນສະໄຫມ.
ຍສໝ - ຮູບແບບເເຮກສ່ຽວໝູ່ບ້ານຢູ່ເຂດຊາຍແດນ ຫວຽດນາມ - ລາວ ພວມກາຍເປັນສັນຍາລັກແຫ່ງການພົວພັນມິດຕະພາບແບບຍືນຍົງລະຫວ່າງປະຊາຊົນສອງປະເທດ. ຢູ່ເຂດຊາຍແດນທີ່ຫ່າງໄກສອກຫຼີກນີ້, ປະຊາຊົນສອງປະເທດບໍ່ພຽງແຕ່ດຳລົງຊີວິດຮ່ວມກັນຢ່າງສັນຕິພາບເທົ່ານັ້ນ ຫາກຍັງສະໜັບສະໜູນເຊິ່ງກັນ ແລະ ກັນໃນທຸກສະພາບການ, ສ້າງຄວາມສາມັກຄີ, ຕິດພັນກັນຄືເປັນສາຍເລືອດດຽວກັນ.