![]() |
ການປຶກສາຫາລືການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 11. |
ສິ່ງດັ່ງກ່າວປະກອບສ່ວນສຳຄັນເຂົ້າໃນການຮັກສຄວາມປົກກະຕິດ້ານການເມືອງ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການພັດທະນາເສດຖະກິດ - ສັງຄົມຢູ່ແຕ່ລະປະເທດ, ພ້ອມກັນນັ້ນ ກໍ່ປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນຢ່າງຕັ້ງໜ້າ.
ໃນຂອບເຂດບັນດາການເດີນທາງໄປຢ້ຽມຢາມເຊິ່ງກັນ ແລະ ກັນ, ບັນດາການໂອ້ລົມທາງໂທລະສັບ ແລະ ຢູ່ນອກບັນດາເວທີຫຼາຍຝ່າຍ, ການນຳຂັ້ນສູງ ກໍ່ຄືທຸກຂັ້ນຂອງຫວຽດນາມ ແລະ ລາວ ລ້ວນແຕ່ຢືນຢັນວ່າ ຍາມໃດກໍ່ຖືເປັນສຳຄັນ ແລະ ໄດ້ບູລິມະສິດສູງສຸດໃຫ້ສາຍພົວພັນແບບພິເສດລະຫວ່າງ 2 ປະເທດ .
ບົນພື້ນຖານນັ້ນ, ບັນດາຂໍ້ຕົກລົງ, ຍຸດທະສາດ, ສັນຍາຮ່ວມມືລະຫວ່າງ 2 ຝ່າຍໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ. ການພົວພັນດ້ານການເມືອງລະຫວ່າງສອງປະເທດຈະສືບຕໍ່ປັບປຸງຮັດແໜ້ນ ແລະ ເພີ່ມທະວີ.
ການຮ່ວມມືດ້ານການປ້ອງກັນຊາດ - ປ້ອງກັນຄວາມສະຫງົບໄດ້ຮັບການຮັກສາໄວ້ ແລະ ແມ່ນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນ. 2 ຝ່າຍກໍ່ບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າໃນການຮ່ວມມືດ້ານເສດຖະກິດ, ການສຶກສາ, ວິທະຍາສາດ - ເຕັກໂນໂລຢີ... ການຮ່ວມມືລະຫວ່າງບັນດາທ້ອງຖິ່ນມີຊາຍແດນຮ່ວມໄດ້ຮັບການຍູ້ແຮງ, ໃນນັ້ນ ມີການກໍ່ສ້າງພື້ນຖານໂຄງລ່າງ, ການດູແລທາງການແພດ, ບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ, ລົບລ້າງຄວາມທຸກຍາກ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ .
ຄວາມສາມັກຄີ, ມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງຜ່ານຫຼາຍການເຄື່ອນໄຫວດ້ານວັດທະນະທຳ, ກິລາ, ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ... ທີ່ພວມດຳເນີນຢູ່ທັງ ຫວຽດນາມ ແລະ ລາວ. ເດືອນທັນວາ 2024 ທີ່ຜ່ານມາ, ຢູ່ຫໍວັດທະນະທຳແຫ່ງຊາດລາວ, ນະຄອນຫຼວງວຽງຈັນ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວລາວ ຈັດຕັ້ງສັບປະດາວັດທະນະທຳ ຫວຽດນາມ ຢູ່ລາວ 2024 ດ້ວຍຫົວຂໍ້ “ສີສັນຂອງວັດທະນະທຳ ຫວຽດນາມ, ນ້ຳໃຈມິດຕະພາບ ຫວຽດນາມ - ລາວ”.
ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວລາວ ວັນສີ ກົວມົວ ຍົກແຈ້ງວ່າ ນີ້ແມ່ນໜຶ່ງໃນຫຼາຍເຫດການເພື່ອຜັນຂະຫຍາຍແຜນການຮ່ວມມືດ້ານວັດທະນະທຳ, ສິລະປະ ແລະ ການທ່ອງທ່ຽວລະຫວ່າງສອງປະເທດໄລຍະ 2021 – 2025, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ແລະ ຮັດແໜ້ນຄວາມເປັນມິດຕະພາບລະຫວ່າງປະຊາຊົນສອງປະເທດຕື່ມອີກ.
ຫວຽດນາມ ແລະ ລາວ ຍາມໃດກໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນຢູ່ບັນດາອົງການ, ເວທີຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ), ສະຫະປະຊາຊາດ ແລະ ບັນດາກົນໄກອະນຸພາກພື້ນ.
ເດືອນທັນວາ 2024 ທີ່ຜ່ານມາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດລາວ ທອງສະຫວັນ ພົມວິຫານ ໄດ້ເປັນປະທານຮ່ວມທີ່ການປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 11, ໃນນັ້ນ ໄດ້ແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ສອງຝ່າຍຕ່າງມີຄວາມສົນໃຈ.
ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ຂອບໃຈ ຫວຽດນາມ ທີ່ຕັ້ງໜ້າໜູນຊ່ວຍລາວ ດຳລົງຕຳແໜ່ງບັນດາໜ້າທີ່ສຳຄັນໃນການເປັນປະທານ ອາຊຽນ ແລະ ເປັນປະທານກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊີຕາເວັນອອກສ່ຽງໃຕ້ (AIPA) ໃນປີ 2024 ຢ່າງສຳເລັດຜົນ. ທ່ານຢືນຢັນວ່າ: ລາວ ຈະສະໜັບສະໜູນ ແລະ ສົມທົບກັບ ຫວຽດນາມ ເພື່ອຈັດຕັ້ງເວທີອະນາຄົດ ອາຊຽນ ຄັ້ງທີ 2 ຄາດວ່າຈະດຳເນີນໃນຕົ້ນປີ 2025 ໃຫ້ສຳເລັດຜົນ.
ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ນາງ ຄຳເພົາ ເອີນທະວັນ ໃຫ້ຄຳເຫັນວ່າ ສາຍພົວພັນລະຫວ່າງສອງປະເທດບໍ່ພຽງແຕ່ໄດ້ປະກອບສ່ວນໃນການຮັກສາສະພາບແວດລ້ອມທີ່ມີສັນຕິພາບ ແລະ ສະຖຽນລະພາບເທົ່ານັ້ນ, ຫາກຍັງແມ່ນການສ້າງກຳລັງແຮງຊຸກຍູ້ການພັດທະນາຮອບດ້ານຂອງແຕ່ລະປະເທດ.
ຕາມທ່ານເອກອັກຄະລັດຖະທູດແລ້ວ, ບັນດາຜົນງານທີ່ສອງຝ່າຍບັນລຸໄດ້ແມ່ນຫຼັກຖານທີ່ຈະແຈ້ງໃຫ້ເລື່ອງນີ້. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ບັນດາຜົນສຳເລັດຂອງຫວຽດນາມ ໃນວິວັດການປ່ຽນແປງໃໝ່ ບໍ່ພຽງແຕ່ແມ່ນຄວາມພາກພູມໃຈຂອງຊາວ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຄວາມປິຕິຊົມຊື່ນຂອງເພື່ອນມິດສາກົນ, ໃນນັ້ນມີ ລາວ.
ໃນສະພາບການທີ່ ຫວຽດນາມ ແລະ ລາວ ພວມມຸ່ງໄປເຖິງບັນດາຂີດໝາຍໃໝ່ໃນວິວັດການສ້າງສາ ແລະ ພັດທະນາປະເທດ, ທ່ານເອກອັກຄະລັດຖະທູດ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ລາວ ຈະສືບຕໍ່ຄຽງບ່າຄຽງໄຫຼ່ກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ.
![]() | ຫວຽດນາມ ແລະ ລາວ ມີຄວາມສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືດ້ານການທ່ອງທ່ຽວ ຍສໝ - ການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງຫວຽດນາມ ແລະ ລາວ ພວມຢູ່ໃນຂະບວນການເຕີບໂຕທີ່ດີ, ຄວາມສາມາດບົ່ມຊ້ອນຮ່ວມມືຍັງໃຫຍ່ຫຼວງ ແລະ ມີແງ່ຫວັງຫຼາຍຢ່າງໃນໄລຍະຈະມາເຖິງ. |
![]() | ຫວຽດນາມ ແລະ ລາວ ມີສາຍພົວພັນແບບພິເສດ, ແມ່ນຊັບສິນອັນລ້ຳຄ່າ ແລະ ລ້ຳຄ່າ ຍສໝ - ຕອນບ່າຍວັນທີ 19 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ໃຫ້ການຕ້ອນຮັບສະຫາຍ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດຮັບໜ້າທີ່ວຽກງານຢູ່ ຫວຽດນາມ. |
ແທັງຮັ່ງ