ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືຄວາມໝັ້ນຄົງດ້ານພະລັງງານ

22:55 | 15/02/2025

ຍສໝ - ຕອນບ່າຍວັນທີ 13 ກຸມພາ, ທີ່ນະຄອນຫຼວງວຽງຈັນ, ລາວ ໄດ້ດຳເນີນພິທີເຊັນສັນຍາການພັດທະນາໂຄງການ (PDA) ລະຫວ່າງລັດຖະບານ ລາວ ແລະ ບໍລິສັດ ຈິດຈະເລີນ ກໍ່ສ້າງ ຈໍາກັດ ໃຫ້ໂຄງການໂຮງງານໄຟຟ້າພະລັງງານລົມ ນອງ ທີ່ມີກຳລັງຕິດຕັ້ງ 1.200 MW.

ຊາວໜຸ່ມຫວຽດນາມ - ລາວ: ຮ່ວມມືຫຼາຍດ້ານ, ເຊື່ອມຕໍ່ນະວັດຕະກໍາ
ແທງຮວ່າ ຕ້ອນຮັບ ແລະ ບຳລຸງສ້າງນັກສຶກສາຕ່າງປະເທດ 58 ຄົນທີ່ມາຈາກແຂວງ ຫົວພັນ (ລາວ)

​ໂຄງການ​ໂຮງງານໄຟຟ້າພະລັງງານລົມ ນອງ ໃນ​ແຂວງ​ ສະຫວັນ​ນະ​ເຂດ ​ມີ​ກຳລັງຕິດຕັ້ງ 1.200 MW, ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ປະມານ 1,9 ຕື້ USD. ພາຍຫຼັງ​ສຳ​ເລັດ​ໄລຍະ​ທີ 1 ​ໃນ​ທ້າຍ​ປີ 2027, ຄາດ​ວ່າ ​ຈະ​ສົ່ງ​ອອກ​ໄປຍັງ ​ຫວຽດນາມ ​ໄດ້​ກວ່າ 1,5 ຕື້ kWh/ປີ ​ແລະ ​ເພີ່ມ​ຂຶ້ນ​ເປັນ 1,1 ຕື້ kWh/ປີ ພາຍຫຼັງ​ສຳ​ເລັດ​ໄລຍະ 2 ປີ 2030.

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືຄວາມໝັ້ນຄົງດ້ານພະລັງງານ

ພິທີ​ລົງ​ນາມ​ໃນ​ສັນຍາ​ການ​ພັດທະນາ​ໂຄງການໂຮງງານໄຟຟ້າພະລັງງານລົມ ນອງ 1200 MW

ໂຄງການບໍ່ພຽງແຕ່ມີບົດບາດສຳຄັນໃນການພັດທະນາເສດຖະກິດຂອງລາວ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ຫວຽດນາມ ເທົ່ານັ້ນ, ຫາກຍັງປະກອບສ່ວນເຂົ້າໃນການຈັດຕັ້ງຜົນຂະຫຍາຍບັນດາສັນຍາການຮ່ວມມືພັດທະນາບັນດາໂຄງການພະລັງງານ, ໄຟຟ້າ ແລະ ບໍ່ແຮ່ລະຫວ່າງລັດຖະບານ ລາວ ແລະ ລັດຖະບານ ຫວຽດນາມ ຢ່າງມີປະສິດທິຜົນ.

ຫວຽດນາມ - ລາວ ຊຸກຍູ້ການຮ່ວມມືຄວາມໝັ້ນຄົງດ້ານພະລັງງານ

ໂຄງການໄຟຟ້າພະລັງງານລົມແຫ່ງທຳອິດຂອງລາວ ມີກຳລັງຕິດຕັ້ງ 600 MW ຈະສຳເລັດໃນໄຕມາດທີ 2 ປີ 2025

ໃນປີ 2023 ລາວ ໄດ້ຜັນຂະຫຍາຍກໍ່ສ້າງໂຄງການໄຟຟ້າພະລັງງານລົມແຫ່ງທຳອິດທີ່ມີກຳລັງຕິິດຕັ້ງ 600 MW ຢູ່ພາກໃຕ້ຂອງລາວ ເພື່ອຂາຍໄຟຟ້າໃຫ້ ຫວຽດນາມ. ​ໂຄງການ​ດັ່ງກ່າວ​ມີ​ລະດັບການ​ລົງທຶນ 950 ລ້ານ USD, ​ລວມ​ມີ ​ກັງ​ຫັນ​ລົມ 133 ​ແຫ່ງ ພ້ອມ​ກັບ​ສາຍ​ສົ່ງ​ຜ່ານ​ຊາຍ​ແດນ​ ລາວ-ຫວຽດນາມ ​ຍາວ 22 ກິ​ໂລ​ແມັດ, ຄາດ​ວ່າ​ ຈະ​ສຳ​ເລັດ​ໃນ​ໄຕ​ມາດ​ທີ 2 ປີ 2025.

ຕາມ​ແຜນການປະຕິບັດ​ວາງແຜນພະລັງງານໄຟຟ້າ​ແຫ່ງ​ຊາດ (ການວາງແຜນຜັງໄຟຟ້າ​ VIII), ກຳລັງ​ໄຟຟ້າ​ທັງ​ໝົດ​ທີ່​ນຳ​ເຂົ້າ​ຈາກ​ລາວ ​ໄປ​ຫວຽດນາມ ອາດສາມາດຂຶ້ນເຖິງ 5.000-8.000 MW ​ໃນ​ປີ 2030 ​ແລະ ​ເພີ່ມ​ຂຶ້ນ​ເປັນ 11.000 MW ໃນ​ປີ 2050.

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຜ່ານບັນດາການເຄື່ອນໄຫວໜູນຊ່ວຍແມ່ຍິງ

ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບຜ່ານບັນດາການເຄື່ອນໄຫວໜູນຊ່ວຍແມ່ຍິງ

ຍສໝ - ສະຫະພັນ​ແມ່ຍິງ​ນະຄອນ​ ໂຮ່ຈີ​ມິນ ​ໄດ້​ເພີ່ມ​ທະວີ ​ແລະ ເປີດກວ້າງ​​ການ​ເຄື່ອນ​ໄຫວ​ທາງ​ການ​ທູດປະຊາຊົນ; ພົບປະແລກປ່ຽນ ແລະ ລົງນາມໃນຫຼາຍໂຄງການຮ່ວມມືກັບບັນດາອົງການຈັດຕັ້ງສາກົນ.

ສິ່ງພິເສດໃນສະຖານທີ່ທີ່ສາມາດເບິ່ງພາບອານາເຂດຂອງ 3 ປະເທດ

ສິ່ງພິເສດໃນສະຖານທີ່ທີ່ສາມາດເບິ່ງພາບອານາເຂດຂອງ 3 ປະເທດ

ຍສໝ - ຫຼັກໝາຍສາມແຍກແຫຼມອິນດູຈີນ, ບ່ອນທີ່ 3 ປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ພົບກັນ, ບໍ່ພຽງແຕ່ເປັນສັນຍາລັກແຫ່ງສັນຕິພາບ ແລະ ມິດຕະພາບເທົ່ານັ້ນ, ແຕ່ຍັງເປັນຈຸດໝາຍປາຍທາງທີ່ດຶງດູດນັກທ່ອງທ່ຽວທີ່ມັກຮັກທຳມະຊາດ ແລະ ປະຫວັດສາດອີກດ້ວຍ.

ແທັງຮັ່ງ