ການຮ່ວມມື ຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງເຂັ້ມແຂງໃນຫຼາຍຂົງເຂດ | |
ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາຮ່ວມກັນ |
ຕອນເຊົ້າວັນທີ 14 ກຸມພາ, ຢູ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ທີ່ພວມຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
ໃນບັນຍາກາດອັນຈິງໃຈ, ກົງໄປກົງມາ ແລະໄວ້ເນື້ອເຊື່ອໃຈ, ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອການພົວພັນຮ່ວມມືຫວຽດນາມ - ລາວ ສືບຕໍ່ພັດທະນາຢ່າງແຂງແຮງ, ມີປະສິດທິຜົນ, ເຂົ້າສູ່ລວງເລິກ, ແທດຈິງໃນທຸກຂົງເຂດ. ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສືບຕໍ່ໄດ້ຮັບການເພີ່ມທະວີຜ່ານການແລກປ່ຽນຄະນະຜູ້ແທນ, ການພົບປະຂັ້ນສູງ ແລະທຸກຂັ້ນ ກໍ່ຄືບັນດາກົນໄກຮ່ວມມືເປັນປະຈຳ. ການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບສືບຕໍ່ຮັກສາມູນເຊື້ອອັນດີງາມ, ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະເປັນບ່ອນອີງອັນໜັກແໜ້ນໃຫ້ກັນ.
![]() |
ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: ກະຊວງການຕ່າງປະເທດ |
ສອງຝ່າຍສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນສືບຕໍ່ໄດ້ຮັບການເພີ່ມທະວີ. ເພື່ອບັນລຸເປົ້າໝາຍວົງເງິນການຄ້າ 5 ຕື້ໂດລາສະຫະລັດ ໃນຊຸມປີຕໍ່ໜ້າ, ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງສ້າງກົນໄກ, ນະໂຍບາຍບຸລິມະສິດ ແລະສົ່ງເສີມການຄ້າສອງຝ່າຍ, ຍູ້ແຮງການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ, ພິເສດແມ່ນພື້ນຖານໂຄງລ່າງການຄ້າຊາຍແດນ, ສ້າງເງື່ອນໄຂໃຫ້ການເຄື່ອນໄຫວຈະລາຈອນສິນຄ້າລະຫວ່າງເຂດຊາຍແດນ. ພິເສດ, ສອງຝ່າຍໄດ້ເນັ້ນໜັກເຖິງການຊີ້ນໍາທີ່ຂ້ຽວຂາດ, ມີປະສິດທິຜົນຂອງສອງກົມການເມືອງໃນໄລຍະຜ່ານມາໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃນການຜັນຂະຫຍາຍບັນດາໂຄງການຈຸດສຸມ, ສ້າງກຳລັງໜູນໃຫ້ແກ່ການຜັນຂະຫຍາຍບັນດາໂຄງການໃນໄລຍະຈະມາເຖິງ.
ສອງຝ່າຍຍັງໄດ້ແບ່ງປັນທັດສະນະກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ເຫັນດີເປັນເອກະພາບຈະສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນພາຍໃນ ອາຊຽນ ແລະບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ; ສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນ ກ່ຽວກັບບັນດາບັນຫາຍຸດທະສາດຢູ່ພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.
![]() |
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ປະດັບຫຼຽນໄຊຂອງລັດລາວ ໃຫ້ແກ່ທ່ານ ບຸ່ຍແທງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດ |
ພາຍຫຼັງການພົບປະເຈລະຈາ, ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ຕາງໜ້າໃຫ້ລັດລາວ ປະດັບຫຼຽນໄຊ ແລະມອບໃບຍ້ອງຍໍອັນສູງສົ່ງຂອງພັກ ແລະລັດລາວ ໃຫ້ບັນດາໝູ່ຄະນະ ແລະບຸກຄົນຂອງກະຊວງການຕ່າງປະເທດຫວຽດນາມ ທີ່ໄດ້ປະກອບສ່ວນຫຼາຍຢ່າງໃນປີສາມັກຄີມິດຕະພາບ ຫວຽດນາມ - ລາວ 2022.
![]() | ແຂວງ ກວາງນາມ-ແຂວງ ເຊກອງ (ລາວ) ຮ່ວມກັນໃນການກໍ່ສ້າງເສັ້ນຊາຍແດນ “ສັນຕິພາບ, ມິດຕະພາບ, ການຮ່ວມມື, ພັດທະນາ” ຍສໝ - ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ (ລາວ) ໂດຍທ່ານນາງ ບຸນຮຽງ ບຸນຈິດ ປະທານແນວລາວສ້າງຊາດ ແຂວງ ເຊກອງ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ແຂວງ ເຊກອງ ໄດ້ມີການໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ກວາງນາມ. |
![]() | ສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ ດ້ຽນບຽນ ຍສໝ - ວັນທີ 20 ເມສາ, ຄະນະປະຕິບັດງານຂອງສະມາຄົມມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ຝຣັ່ງ ສົມທົບກັບກຸ່ມຜູ້ແທນມິດຕະພາບ ຫວຽດນາມ - ຝຣັ່ງ; ຄະນະຜູ້ແທນສະພາແຫ່ງຊາດແຂວງ ດ້ຽນບຽນ; ກອງທຶນປົກປ້ອງເດັກນ້ອຍ ຫວຽດນາມ; ໂຮງໝໍມິດຕະພາບ ຫວຽດດຶກ ໄດ້ຈັດຕັ້ງລາຍການເຮັດວຽກ ແລະ ມອບຂອງຂວັນຢູ່ເມືອງ ດ້ຽນບຽນດົງ, ... |
ບູນມີ