ສະມາຄົມມິດຕະພາບ ຫວຽດນາມ - ລາວ: ເຄິ່ງສະຕະວັດເພີ່ມພູນຄູນສ້າງມິດຕະພາບແບບພິເສດ ຫວຽດນາມ - ລາວ

16:22 | 18/01/2025

ຍສໝ - ວັນ​ທີ 15 ມັງກອນ 1975, ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. 50 ປີຜ່ານມາ, ສະມາຄົມ​ໄດ້​ປັບປຸງ ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ . ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ ​ແລະ ປະດິດສ້າງຂອງ​ສະມາຄົມ ​ໄດ້​ປະກອບສ່ວນ​ສ້າງສາ​ຍພົວພັນ​ມິດຕະພາບແບບ​ພິ​ເສດ​ນີ້​ໃຫ້​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ສອງຊາດ.

ຊີວິດໃໝ່ຂອງປະຊາຊົນ ລາວ ທີ່ໄດ້ຖືສັນຊາດ ຫວຽດນາມ
ສະມາຄົມມິດຕະພາບ ຫວຽດນາມ - ອາແຊກໄບຊານ ໄດ້ຈັດຕັ້ງການພົບປະໃນທ້າຍປີ

ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ (ສະມາຄົມ) ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່​ມີ​ຫົວຄິດປະດິດສ້າງ ​ແລະ ນຳມາເຊິ່ງຄວາມສະໜິດຕິດພັນ​ສູງ. ພົ້ນເດັ່ນຄື​ ງານມະໂຫລານ​ມິດຕະພາບ​ ຫວຽດນາມ - ລາວ ​ເຊິ່ງດຳເນີນ 5 ປີ 1 ເທື່ອ, ໝູນວຽນກັນ​ລະຫວ່າງ 2 ປະ​ເທດ. ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ຂອງ​ງານມະໂຫລານ​ຄື: ການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກອງ​ປະ​ຊຸມ​ແບ່ງປັນປະ​ສົບ​ການ, ຢ້ຽມຢາມ​ບັນດາຮ່ອງຮອຍປະຫວັດສາດການປະຕິວັດ... ​ໄດ້​ດຶງ​ດູດ​ປະຊາຊົນ​ສອງ​ປະ​ເທດເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ສ້າງ​ບັນຍາກາດ​ມິດຕະພາບ, ​ເຂັ້ມຂຸ້ນໄປດ້ວຍຄວາມຮັກແພງອ້າຍນ້ອງ.

ສະມາຄົມມິດຕະພາບ ຫວຽດນາມ - ລາວ: ເຄິ່ງສະຕະວັດເພີ່ມພູນຄູນສ້າງມິດຕະພາບແບບພິເສດ ຫວຽດນາມ - ລາວ

ການ​ນຳ​ພັກ, ລັດ ຫວຽດນາມ - ລາວ ​ໄດ້​ຖ່າຍຮູບ​ທີ່​ລະນຶກ​ໃນ​ງານ​ງານມະໂຫລານຕະພາບ​ປະຊາຊົນ​ ຫວຽດນາມ - ລາວ ຄັ້ງ​ທີ 5 ປີ 2022. (ພາບ: KT)

​ເພື່ອແນໃສ່​ດຶງ​ດູດ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ຮ່ວມ​ການ​ຊອກຮູ້​ກ່ຽວ​ກັບ​ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ ຫວຽດນາມ - ລາວ ສະມາຄົມ​ໄດ້​ຈັດ​ຕັ້ງ​ຫຼາຍການ​ປະກວດ ການເສັງ​ເພື່ອ​ຊອກ​ຮູ້​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ພົ້ນເດັ່ນແມ່ນ​ການ​ປະກວດ "ຫວຽດນາມ - ລາວ ໃນຫົວໃຈຂອງຂ້ອຍ" (2007) ເນື່ອງໃນໂອກາດ​​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 30 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ. ​ການ​ປະກວດໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ກວ່າ 2 ລ້ານ​ຄົນ, ໄດ້​ສ້າງ​ຄວາມ​ພາກ​ພູມ​ໃຈ​ໃນ​ການ​ພົວ​ພັນແບບ​ພິ​ເສດ​ລະ​ຫວ່າງ​ສອງຊາດ. ປີ 2022, ສະມາຄົມ​ໄດ້​ສົມທົບ​ກັບ​ວາລະສານຍຸກສະໄໝ, ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ ​ແລະ ສະຖານທູດ​ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ​ຈັດ​ຕັ້ງ​ການ​ປະກວດ “ໃຫ້ຂອງທີ່ລະນຶກເລົ່າເລືອງ”, ດຶງ​ດູດ​ກ່ວາ 6.000 ບົດເຂົ້າຮ່ວມການເສັງ.

ບຳລຸງ​ສ້າງ​ລຸ້ນໜຸ່ມ, ພິ​ເສດ​ແມ່ນ​ນັກຮຽນ​ລາວ​ທີ່​ຮ່ຳຮຽນ​ຢູ່ ຫວຽດນາມ ​ແມ່ນ​ບຸລິມະສິດວຽກງານ​ຂອງ​ສະມາຄົມ. ສະມາຄົມໄດ້ຈັດຕັ້ງການໂອ້ລົມວົນທະນາ, ພົບປະແລກປ່ຽນ, ການເສັງເພື່ອຊອກຮູ້ກ່ຽວກັບປະຫວັດສາດການພົວພັນລະຫວ່າງ 2 ປະເທດ, ໃນນັ້ນ ມີການ​ປະກວດດ້ວຍຫົວຂໍ້ “ໂຮ່ຈີມິນ - ໄກສອນ ພົມວິຫານ - ແບບຢ່າງຮ່ຳຮຽນຂອງຊາວໜຸ່ມ” (2011). ການ​ປະກວດໄດ້​ດຶງ​ດູດ​ນັກ​ສຶກ​ສາ​ ຫວຽດ​ນາມ ແລະ ລາວ ເກືອບ 5.000 ຄົນ​ເຂົ້າ​ຮ່ວມ, ຊອກຮູ້​ກ່ຽວ​ກັບ​ພາລະກິດ​ປະ​ຕິ​ວັດ ແລະ ການ​ພົວ​ພັນອັນຜູກພັນກັນ​ລະຫວ່າງ​ການ​ນຳ​ສອງ​ປະ​ເທດ.

ໃນປີ 2017, ສະມາຄົມໄດ້ຈັດຕັ້ງ “ພິທີຍ້ອງຍໍນັກສຶກສາ ລາວ ທີ່ມີຜົນງານດີເດັ່ນໃນການຮ່ຳຮຽນ” ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ຜ່ານນນັ້ນ ກໍ່ປະກອບສ່ວນສຶກສາມູນເຊື້ອ, ບໍາລຸງສ້າງລຸ້ນໜຸ່ມສອງປະເທດກ່ຽວກັບການພົວພັນ ຫວຽດນາມ - ລາວ, ຍູ້ແຮງຂະບວນການເສັງໃນການຮ່ຳຮຽນ, ​ຝຶກຝົນ​ຢູ່​ບັນດາ​ຮາກຖານທີ່ມີນັກ​ສຶກສາ​ ລາວ. ປີ 2019, ສະມາຄົມ​ໄດ້​ສົມທົບ​ກັບ​ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ນະຄອນ ຮ່າ​ໂນ້ຍ ຈັດ​ຕັ້ງ​ການແຂ່ງເວົ້າ​ພາສາ ​ຫວຽດນາມ ​ສຳລັບ​ບັນດາ​ນັກ​ສຶກສາ ​ລາວ ທີ່​ພວມ​ຮ່ຳຮຽນ​ຢູ່ ​ຮ່າ​ໂນ້ຍ. ​ໃນ​ປີ​ດຽວ​ກັນ, ສະມາຄົມ​ໄດ້​ສົມທົບ​ກັບ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ​ເພື່ອ​ຈັດ​ຕັ້ງການ​ປະກວດ “ແຂ່ງເວົ້າ​ພາສາ ຫວຽດ ສຳລັບນັກ​ສຶກສາ ​ລາວ ຢູ່ ຫວຽດນາມ ​ໃນ​ທົ່ວ​ປະ​ເທດ”.

ສະມາຄົມມິດຕະພາບ ຫວຽດນາມ - ລາວ: ເຄິ່ງສະຕະວັດເພີ່ມພູນຄູນສ້າງມິດຕະພາບແບບພິເສດ ຫວຽດນາມ - ລາວ

ທ່ານ ສາຍ​ຂອງ​ ສາຍ​ນະາສິນ, ຫົວໜ້າ​ກົມ​ການ​ສຶກສາ​ຊັ້ນສູງ, ກະຊວງ​ສຶກສາ ​ແລະ ກິລາ ລາວ, ຮອງ​ປະທານທັງເປັນ​ເລຂາທິການ​​ສູນ​ກາງ​ສະມາຄົມ​ມິດຕະພາບ​ ລາວ-ຫວຽດນາມ ແລະ ທ່ານ​ ພົນຕີ ຫງວຽນ​ຕ໋ຽນ​ລອງ, ຮອງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ມອບໃບຢັ້ງຢືນ ແລະ ຫຼຽນກາລະນຶກໃຫ້ແກ່ບັນດານັກປະພັນທີ່ຍາດໄດ້ລາງວັນປະທັບໃຈຂອງການ​ປະກວດ “ໃຫ້ຂອງທີ່ລະນຶກເລົ່າເລືອງ” ປີ 2022. (ພາບ: ທູຮ່າ).

ນອກຈາກນັ້ນ, ການໄປຢ້ຽມຊົມຮ່ອງຮອຍການປະຕິວັດ, ບັນດາການພົບປະແລກປ່ຽນວັດທະນະທຳ ແລະ ການສຳມະນາຫົວຂໍ້ລົງເລິກ ກໍ່ປະກອບສ່ວນເພີ່ມພູນຄູນສ້າງຄວາມເອກອ້າງທະນົງໃຈຂອງຊາດ, ລະດົມສົ່ງເສີມຈິດໃຈຮໍ່າຮຽນ ແລະ ບຳລຸງສ້າງຂອງລຸ້ນໜຸ່ມສອງປະເທດ.

ພ້ອມ​ກັນ​ກັບ​ສູນ​ກາງສະມາຄົມ, ບັນດາສາຂາສະມາຄົມ​ທ້ອງ​ຖິ່ນກໍ່​ໄດ້​ໄປ​ຢ້ຽມຢາມ, ລະດົມ​ບັນດາ​ອະດີດ​ທະຫານ​ອາສາ​ສະໝັກ ​ຫວຽດນາມ ທີ່​ເຄີຍເຮັດ​ວຽກ​ຢູ່​ລາວ ຢ່າງເປັນປະຈຳ, ພ້ອມ​ກັນ​ນັ້ນ​ ກໍ​່ສະ​ເໜີ​ບັນດາ​ຮູບແບບ​ການ​ຍ້ອງຍໍ ​ຫຼື ມອບນາມມະຍົດທີ່ເໝາະສົມໃຫ້​ເຂົາ​ເຈົ້າ.

ໂດຍຮັບຮູ້ການປະກອບສ່ວນຂອງສະມາຄົມທຸກຂັ້ນ, ພັກ ແລະ ລັດ 2 ປະເທດໄດ້ມອບລາງວັນອັນສະຫງ່າລາສີຫຼາຍຢ່າງຄື: ຫຼຽນໄຊແຮງງານຊັ້ນ 2 (2005), ຫຼຽນໄຊແຮງງານຊັ້ນ 1 (2015) ຂອງລັດ ແຫ່ງ ສສ ຫວຽດນາມ; ໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ໃນບັນດາ “ປີສາມັກຄີ ແລະ ມິດຕະພາບ ຫວຽດນາມ - ລາວ” (2012, 2017); ຫຼຽນໄຊອິດສະຫຼະ ຊັ້ນ 3 (2012) ແລະ ຫຼຽນໄຊມິດຕະພາບ (2019) ຂອງລັດ ແຫ່ງ ສປປ ລາວ.

​ໃນ​ໄລຍະ​ໃໝ່, ສະມາຄົມ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວເຊື່ອມ​ຕໍ່​ທີ່​ໝັ້ນແກ່ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ນຳການພົວພັນ ຫວຽດນາມ - ລາວ ພັດທະນາ​ຢ່າງເຂັ້ມແຂງ​, ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ແບບ​ຍືນ​ຍົງ​ໃນ​ພາກ​ພື້ນ.

ສະມາຄົມມິດຕະພາບ ຫວຽດນາມ - ອາແຊກໄບຊານ ໄດ້ຈັດຕັ້ງການພົບປະໃນທ້າຍປີ

ສະມາຄົມມິດຕະພາບ ຫວຽດນາມ - ອາແຊກໄບຊານ ໄດ້ຈັດຕັ້ງການພົບປະໃນທ້າຍປີ

ຍສໝ - ສະມາຄົມ​ມິດຕະພາບ ​ຫວຽດນາມ - ອາແຊກໄບຊານ ​ໄດ້​ສົມທົບ​ກັບ​ສະຖານທູດ ອາແຊກໄບຊານ ປະຈຳ ​ຫວຽດນາມ ຈັດ​ຕັ້ງ​ການ​ພົບ​ປະ​ໃນ​ທ້າຍ​ປີ, ຫວນ​ຄືນ​ຄືນ​ປະຫວັດສາດ​ການ​ພົວພັນ​ມິດຕະພາບ​​ລະຫວ່າງ 2 ປະ​ເທດ. ເຫດການດັ່ງກ່າວໄດ້ດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງການເດີນທາງຄັ້ງປະຫວັດສາດຂອງທ່ານປະທານ ໂຮ່ຈີມິນ ໄປຢ້ຽມຢາມ ນະຄອນຫຼວງ ບາກູ (1959-2024) ແລະ ສະເຫຼີມສະຫຼອງ 41 ...

ພະຍານຫຼັກຖານໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ລາວ ຢູ່ດິນແດນເສັ້ນຊາຍແດນ

ພະຍານຫຼັກຖານໃຫ້ແກ່ນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ລາວ ຢູ່ດິນແດນເສັ້ນຊາຍແດນ

ຍສໝ - ການໄປຢ້ຽມຢາມບ້ານເຊຊາບ ຂອງພວກຂ້າພະເຈົ້າ ໃນມື້ນັ້ນແມ່ນຝົນຕົກ. ຕາມທາງໄປນັ້ນ, ທ່ານ ພັນເອກ ເລຊວນແທັງ ພະນັກງານການເມືອງຄ້າຍທະຫານຊາຍແດນ ເຍິມ ໃຫ້ຮູ້ດ້ວຍຄວາມເບີກບານມ່ວນຊື່ນວ່າ “ແຕ່ກ່ອນ, ໃນຊຸມວັນຝົນຕົກ, ນໍ້າຫ້ວຍຍຶ່ງຂຶ້ນສູງ, ຫົນທາງມີແຕ່ຂີ້ຕົມ, ບໍ່ມີພາຫະນະໃດສາມາດໄປມາໄດ້.

ແທັງຮັ່ງ