ຍສໝ - ຕອນເຊົ້າວັນທີ 25 ສິງຫາ, ຢູ່ທຳນຽບປະທານປະເທດ, ທ່ານນາງຮອງປະທານປະເທດ ວໍ້ຖິແອັງຊວນ ໄດ້ເປັນປະທານພິທີຕ້ອນຮັບ ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການ ແຕ່ວັນທີ 24 ຫາວັນທີ 26 ສິງຫາ.
ເນື່ອງໃນໂອກາດ ບຣູໄນ ເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 42 (AIPA-42), ທ່ານ ຫງວຽນຊວນຟຸກ ະທານປະເທດຫວຽດນາມ ໄດ້ສົ່ງສານຊົມເຊີຍເຖິງ AIPA-42. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນຳເຖິງເພື່ອນຜູ້ອ່ານເນື້ອໃນສານຊົມເຊີຍຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ.
ຍສໝ - ວັນທີ 11 ສິງຫາ ປີ 2021, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລຶກຂອງລັດຖະບານ ອາຍຸການ 2021 - 2026. ໃນບົດກ່າວປາໄສຢູ່ກອງປະຊຸມແມ່ນມີຄວາມໝາຍສຳຄັນ, ເພື່ອແນໃສ່ຜັນຂະຫຍາຍການປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ, ທ່ານ ເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນຫນັກ: ການສົມທົບກັນຢ່າງແຫນ້ນແຟ້ນຂອງທັງລະບົບການເມືອງ, ຄວາມສາມັກຄີ ເປັນເອກະພາບສູງຂອງທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ດ້ວຍຈິດໃຈເປັນຈິດຫນຶ່ງໃຈດຽວກັນເພື່ອຜັນຂະຫຍາຍບັນດາຫນ້າທີ່ຂອງປະເທດ, ຂອງຊາດ.
ການນຳ 2 ປະເທດໄດ້ເຫັນດີຢ່າງສູງຕໍ່ບັນດາແຜນນະໂຍບາຍ, ມາດຕະການເພື່ອນຳການພົວພັນລະຫວ່າງ 2 ຝ່າຍໃຫ້ເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ.
ຍສໝ - ເນື່ອງໃນໂອກາດທ່ານປະທານປະເທດຫງວຽນຊວນຟຸກ ມາຢ້ຽມຢາມລາວ ຢ່າງເປັ່ນທາງການ ແຕ່ວັນທີ 8 ຫາວັນທີ 10 ສິງຫາ, ບັນດາການນໍາຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ ໄດ້ມີໂອກາດແລກປ່ຽນປະສົບການ ແລະ ເຮັດວຽກຢ່າງມີປະສິດທິຜົນ.
ຍສໝ - ເນື່ອງໃນໂອກາດການຢ້ຽມຢາມລາວຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ, ຕອນບ່າຍວັນທີ 9 ສິງຫາ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຈລະຈາກັບທ່ານ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ການຢ້ຽມຢາມ ສປປ ລາວ ຂອງ ທ່ານປະທານປະເທດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຫງວຽນຊວນຟຸກ ແມ່ນເຫດການສໍາຄັນໃນການພົວພັນມິດຕະພາບອັນຍິ່ງໃຫຍ່ ແລະຄວາມສາມັກຄີພິເສດ ລະຫວ່າງ ລາວ - ຫວຽດນາມ.
ເນື່ອງໃນໂອກາດ “ວັນເພື່ອຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ” ວັນທີ 10 ສິງຫາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ສົ່ງຈົດໝາຍເຖິງຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນຢູ່ ຫວຽດນາມ. ໜັງສືພິມກອງທັບປະຊາຊົນຫວຽດນາມ ຂໍແນະນໍາເຖິງເພື່ອນຜູ້ອ່ານເນື້ອໃນຈົດໝາຍຂອງທ່ານປະທານປະເທດດັ່ງລຸ່ມນີ້:
ຍສໝ - ຫວ່າງແລ້ວນີ້, ສູນກາງສະຫະພັນແມ່ຍິງຫວຽດນາມ ແລະສະຖາບັນພັດທະນາແມ່ຍິງ ສ. ເກົາຫຼີ ໄດ້ຈັດຕັ້ງເວທີປາໄສແມ່ຍິງຫວຽດນາມ - ສ.ເກົາຫຼີ ຄັ້ງທີ 8 ດ້ວຍຫົວຂໍ້ວ່າ “ແມ່ຍິງໃນຍຸກຫັນເປັນດີຈິຕອນ - ເບິ່ງຈາກຕົວຈິງຂອງປະເທດຫວຽດນາມ ແລະ ສ.ເກົາຫຼີ”.
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນົງດຶກແມ້ງ ແລະ ທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ສະເໜີໃຫ້ 2 ປະເທດເພີ່ມທະວີການແລກປ່ຽນ, ການພົບປະຂັ້ນສູງ ແລະ ທຸກຂັ້ນ ດ້ວຍຮູບແບບຢ່າງມີໄຫວພິບ, ເໝາະສົມກັບການຜັນແປຂອງໂລກລະບາດໂຄວິດ-19.
ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນປະຕິວັດຫວຽດນາມ (21-6-1925 / 21-6-2021), ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະມອບຂອງຂວັນໃຫ້ນັກຂ່າວ ແລະຄອບຄົວນັກຂ່າວອາວຸໂສດີເດັ່ນຈຳນວນໜຶ່ງ.
ຍສໝ - ໃນຕອນເຊົ້າວັນທີ 19 ມິຖຸນາ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບ ອວຍພອນທ່ານ Antonio Guterres ໃນໂອກາດທ່ານຫາກໍ່ໄດ້ສະມັດຊາໃຫ່ຍ ສປຊ ແຕ່ງຕັ້ງເປັນເລຂາທິການໃຫ່ຍ ສປຊ ຄືນໃໝ່ ອາຍຸການ 2022-2026 ແລະ ແລກປ່ຽນກ່ຽວກັບການເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ-ສປຊ.
ຍສໝ - ໃນຕອນເຊົ້າວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີມອບບັດດາເຄື່ອງອຸປະກອນການແພດປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ໂດຍກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດລາວ.
ຍສໝ - ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານທາງດ້ານນິຕິກຳກ່ຽວກັບອະທິປະໄຕ, ອຳນາດອະທິປະໄຕ, ສິດອຳນາດສານ ຢ່າງຄົບຖ້ວນສຳລັບສອງໝູ່ເກາະ ຮວ່າງຊາ ແລະ ເຈື່ອງຊາ ແມ່ນສອດຄ່ອງກັບກົດໝາຍສາກົນ.
ຍສໝ - ທີ່ການໂອ້ລົມທາງໂທລະສັບກັບທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ, ທ່ານ ສີຈິ້ນຜິງ - ເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ຢືນຢັນວ່າ: ພັກ, ລັດ ແລະ ປະຊາຊົນຈີນຍາມໃດກໍ່ຖືເປັນສຳຄັນການພົວພັນກັບຫວຽດນາມ.
ຍສໝ - ຜົນສຳເລັດໃນການປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19, ຮັດສາສະຖຽນລະພາບທາງເສດຖະກິດ, ຄວາມເຫັນດີເຫັນພ້ອມຂອງສັງຄົມ, ທີ່ຕັ້ງບົດບາດໃນສາກົນ ແລະ ໂດຍສະເພາະແມ່ນຄວາມເຊື່ອໝັ້ນຂອງປະຊາຊົນ ... ແມ່ນບັນດາປັດໃຈພື້ນຖານທີ່ສ້າງຄວາມເຊື່ອໝັ້ນໃຫ້ເພື່ອນມິດສາກົນ ກ່ຽວກັບການເລືອກຕັ້ງທີ່ຈະປະສົບຜົນສຳເລັດອັນຈົບງາມ ເຊິ່ງຈະມີຈັດຂື້ນໃນຕອນເຊົ້າມື້ອື່ນນີ້ ( ວັນທີ 23 ພຶດສະພາ) ຢູ່ຫວຽດນາມ.
ຍສໝ - ການສົ່ງບັດຄະແນນສຽງ ແລະ ຊີວະປະຫວັດຫຍໍ້ຂອງຜູ້ສະໝັກໄປແຕ່ລະຄອບຄົວ ເປັນເອກະລັກທີ່ສຸດ, ມັນອາດຈະສິ້ນເປືອງຫຼາຍ ແຕ່ໃນເວລານັ້ນມັນເປັນວິທີທີ່ດີສຳລັບຄົນສູງອາຍຸ ໂດຍສະເພາະຜູ້ທີ່ບໍ່ຮູ້ໃຊ້ອິນເຕີເນັດ ກໍ່ໄດ້ສາມາດຊອກຫາຜູ້ສະໝັກທີ່ພວກເຂົາຕັ້ງໃຈຈະລົງຄະແນນສຽງ ໂດຍບໍ່ຕ້ອງໄປຈຸດເປີດເຜີຍຂໍ້ມູນ, ຫລີກລ້ຽງການແຜ່ລະບາດຂອງພະຍາດ.
ຍສໝ - ໃນການໂອ້ລົມທາງໂທລະສັບ, ທ່ານພົນໂທ ຟານວັນຢາງ ໄດ້ຕີລາຄາສູງບົດບາດຂອງການາດາໃນໂລກ ແລະ ພາກພື້ນ, ປາດຖະໜາວ່າ ຢາກເພີ່ມທະວີການພົວພັນກັບການາດາ ບົນພື້ນຖານຄວາມສະເໝີພາບ ແລະ ມີຜົນປະໂຫຍດລວມ.
ຍສໝ - ມາຮອດປັດຈຸບັນ ຕົວເລກຜູ້ຕິດເຊື້ອສະສົມຢູ່ປະເທດ ລາວ ມີ 672 ຄົນ. ໃນນີ້ ປິ່ນປົວດີ 50 ຄົນ ແລະ ຍັງປິ່ນປົວຢູ່ສະຖານທີ່ຕ່າງໆກໍານົດໄວ້ທົ່ວປະເທດຈໍານວນ 622 ຄົນ.