ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ

16:19 | 11/08/2021

ຍສໝ - ເນື່ອງໃນໂອກາດທ່ານປະທານປະເທດຫງວຽນຊວນຟຸກ ມາຢ້ຽມຢາມລາວ ຢ່າງເປັ່ນທາງການ ແຕ່ວັນທີ 8 ຫາວັນທີ 10 ສິງຫາ, ບັນດາການນໍາຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ ໄດ້ມີໂອກາດແລກປ່ຽນປະສົບການ ແລະ ເຮັດວຽກຢ່າງມີປະສິດທິຜົນ.

ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືສອງຝ່າຍ ລະຫວ່າງ ຫວຽດນາມ ແລະ ລາວ
ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ ການຢ້ຽມຢາມ ​ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດ ຫວຽດນາມ ມີຄວາມໝາຍສຳຄັນໃນການພົວພັນລະຫ່າງສອງປະເທດ ຫວຽດນາມ - ລາວ

ໃນຕອນບ່າຍວັນທີ 9 ສິງຫາ, ໃນຂອບເຂດການຢ້ຽມຢາມ ສປປ ລາວ ຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ຫວຽດນາມ ໄດ້ຢ້ຽມຢາມ ແລະເຮັດວຽກກັບທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າລາວ.

ທີ່ການເຮັດກຽກ, ລັດຖະມົນຕີສອງທ່ານ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ ແລະ ລາວ; ຢັ້ງຢືນວ່າ ພະນັກງານຂອງສອງກະຊວງ ຍາມໃດກໍຖືກັນເປັນມິດສະຫາຍ, ອ້າຍນ້ອງທີ່ສະໜິດສະໜົມ.

ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ
ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ.

ໃນຂົງເຂດການຄ້າ, ລັດຖະມົນຕີສອງທ່ານ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າວົງເງິນການຄ້າສອງຝ່າຍ ໄດ້ມີທ່ວງທ່າເຕີບໂຕທີ່ຕັ້ງໜ້າໃນ 6 ເດືອນຕົ້ນປີ 2021, ສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ສອງກະຊວງ ປະຕິບັດສໍາເລັດເປົ້າໝາຍນໍາວົງເງິນການຄ້າເຕີບໂຕ 10% ໃນປີ 2021 ເຊິ່ງ ການນໍາຂັ້ນສູງສອງປະເທດ ວາງອອກໃນແຜນການຮ່ວມມືລະຫວ່າງສອງລັດຖະບານໃນປີ 2021. ສອງຝ່າຍເຫັນດີເປັນເອກະພາບຊຸກຍູ້ວຽກງານເຈລະຈາສັນຍາປັບປຸງ ສັນຍາການຄ້າຫວຽດນາມ-ລາວ ປີ 2015 ໃຫ້ສໍາເລັດໂດຍໄວ ແລະກ້າວໄປເຖິງການລົງນາມໃນປີ 2021; ຊຸກຍູ້ບັນດາອົງການທີ່ກ່ຽວຂ້ອງຂອງທັງສອງຝ່າຍປະຕິບັດຄໍາໝັ້ນສັນຍາ ຂອງສັນຍາການຄ້າຊາຍແດນຫວຽດນາມ - ລາວ ໃຫ້ຄົບຖ້ວນ.

ລັດຖະມົນຕີສອງທ່ານ ເຫັນດີເປັນເອກະພາບ ມອບໃຫ້ຫົວໜ່ວຍປະສານງານຂອງສອງກະຊວງ (ຝ່າຍກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ແມ່ນກົມຕະຫຼາດອາຊີ-ອາຟຣິກາ) ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຕິດຕໍ່ພົວພັນຢ່າງເປັນປະຈໍາ, ກວດກາຄືນຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນຂົງເຂດເສດຖະກິດ-ການຄ້າ ເພື່ອລາຍງານຕໍ່ລັດຖະມົນຕີ ສອງທ່ານ ເພື່ອຊີ້ນໍາ, ແກ້ໄຂຢ່າງທັນການ.

ກໍ່ໃນຕອນບ່າຍວັນທີ 9 ສິງຫາ, ທີ່ສໍານັກງານກະຊວງການຕ່າງປະເທດລາວ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດລາວ.

ເພີ່ມທະວີການຮ່ວມມືຮອບດ້ານ ລະຫວ່າງຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີຕ່າງປະເທດລາວ. (ພາບ: TTXVN)

ທີ່ການພົບປະ, ລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງຕໍ່ການສົມທົບກັນຢ່າງແໜ້ນແຟ້ນ ແລະຕັ້ງໜ້າຂອງບັນດາອົງການຂອງສອງປະເທດ. ໃນໄລຍະຈະມາເຖິງ, ສອງຝ່າຍຈະສ້າງໃຫ້ສຳເລັດແຜນການ ແລະການກະກຽມຈັດຕັ້ງການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ ປີ 2022” ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງຫວຽດນາມ-ລາວ.

ສອງຝ່າຍກໍ່ຖືວ່າສອງປະເທດໄດ້ຮ່ວມມືກັນເປັນຢ່າງດີ ບໍ່ພຽງແຕ່ໃນຂອບເຂດສອງຝ່າຍເທົ່ານັ້ນ ຫາກຍັງຢູ່ໃນເວທີປາໄສພາກພື້ນ ແລະສາກົນ, ພິເສດແມ່ນອາຊຽນ ອີກດ້ວຍ, ໃນນັ້ນ ມີເລື່ອງສອງປະເທດພ້ອມກັບບັນດາປະເທດສະມາຊິກອາຊຽນອື່ນ ຕັດສິນໃຈ ແລະມານະພະຍາຍາມສ້າງປະຊາຄົມອາຊຽນ ສາມັກຄີ, ເອກະພາບ, ມີບົດບາດເປັນໃຈກາງໃນກົນໄກທີ່ກຳລັງສ້າງພາກພື້ນໃຫ້ເປັນຮູບເປັນຮ່າງ, ການຮ່ວມມືໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ກໍ່ຄືແກ້ໄຂບັນຫາທີ່ເກີດຂຶ້ນ.

ລັດຖະມົນຕີສອງທ່ານໄດ້ສະແດງຄວາມເພິ່ງພໍໃຈຕໍ່ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງສອງກະຊວງການຕ່າງປະເທດໃນໄລຍະຜ່ານມາ ແລະຖືວ່າ ຄວນສືບຕໍ່ເພີ່ມທະວີການສົມທົບກັນໂດຍກົງລະຫວ່າງບັນດາໜ່ວຍງານຂອງສອງກະຊວງ; ຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີຕ່າງປະເທດ ຄັ້ງທີ 6 ໃນທ້າຍປີນີ້, ກະກຽມໃຫ້ແກ່ກອງປະຊຸມປຶກສາຫາລືດ້ານການເມືອງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.