ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົນທະນາທາງໂທລະສັບກັບ ທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ

12:15 | 09/09/2021

ຍສໝ - ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບຊຸກຍູ້ບັນດາຂົງເຂດຮ່ວມມືດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ກໍ່ສ້າງກວ່າອີກ ເພື່ອປັບປຸງ ແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ຢ່າງບໍ່ຢຸດຢັ້ງ.

ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດໂປແລນ Zbigniew Rau ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດໂປແລນ Zbigniew Rau
ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີການຕ່າງປະເທດລາວ

ວັນທີ 7 ກັນຍາ, ທ່ານ ບຸ່ຍແທງເຊີນ ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ສົນທະນາທາງໂທລະສັບກັບທ່ານ Vivian Balakrishnan ລັດຖະມົນຕີການຕ່າງປະເທດສິງກະໂປ ເພື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ ບຸ່ຍແທງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.
ທ່ານ ບຸ່ຍແທງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ຕີລາຄາສູງການສະໜັບສະໜູນຂອງ ສິງກະໂປ ທີ່ສະຫງວນໃຫ້ແກ່ຫວຽດນາມໃນການຕ້ານພະຍາດໂຄວິດ-19, ທ່ານ ບຸ່ຍແທງເຊີນ ເນັ້ນໜັກວ່າ ຍຸດທະສາດວັກຊິນແມ່ນບັນຫາຮີບດ່ວນທີ່ສຸດຂອງຫວຽດນາມ ໃນປັດຈຸບັນ ເພື່ອແນໃສ່ຮັກສາສຸຂະພາບໃຫ້ແກ່ປະຊາຊົນ, ລວມທັງນັກຊ່ຽວຊານ ແລະຊາວຕ່າງປະເທດທີ່ກໍາລັງດໍາລົງຊີວິດ, ເຮັດວຽກຢູ່ຫວຽດນາມ, ພ້ອມທັງສະເໜີ ສິງກະໂປ ພິຈາລະນາການໜູນຊ່ວຍ ຫຼື ໂອນວັກຊິນທີ່ຍັງເຫຼືອໃຫ້ແກ່ຫວຽດນາມ ໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້, ໃນນັ້ນມີການໂອນພາຍໃນກົນໄກ COVAX.

ສ່ວນທ່ານລັດຖະມົນຕີ Vivian Balakrishnan ໃຫ້ຮູ້ວ່າ ສິງກະໂປ ພ້ອມແລ້ວທີ່ຈະໜູນຊ່ວຍບັນດາປະເທດໃກ້ບ້ານໃກ້ເຮືອນຄຽງ, ໃນນັ້ນມີ ຫວຽດນາມ ກ່ຽວກັບອຸປະກອນການແພດ, ຊຸດກວດຫາເຊື້ອພະຍາດກໍຄື ວັກຊິນໃນທັນທີເມື່ອເປັນໄປໄດ້; ທ່ານ ຫວັງວ່າສອງຝ່າຍຈະຊຸກຍູ້ການເປີດປະຕູ, ສ້າງເງື່ອນໄຂໃຫ້ແກ່ການໄປມາຂອງພົນລະເມືອງສອງປະເທດໂດຍໄວ.

ກ່ຽວກັບການພົວພັນສອງຝ່າຍ, ລັດຖະມົນຕີສອງທ່ານເຫັນດີເປັນເອກະພາບຊຸກຍູ້ບັນດາຂົງເຂດຮ່ວມມືດ້ານການເມືອງ, ເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ-ກໍ່ສ້າງກວ່າອີກ ເພື່ອປັບປຸງ ແລະພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ຢ່າງບໍ່ຢຸດຢັ້ງ. ມີຄວາມເຫັນດີເປັນເອກະພາບໃນການຈັດຕັ້ງການປຶກສາຫາລືດ້ານການເມືອງຄັ້ງທີ 14 ລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດໂດຍໄວ, ເພື່ອພ້ອມກັນກວດກາຄືນຮອບດ້ານບັນດາຂົງເຂດການຮ່ວມມື, ສ້າງປັດໄຈພື້ນຖານໃຫ້ແກ່ບັນດາການຢ້ຽມຢາມຂັ້ນສູງໃນໄວໆນີ້.

ວັນທີ 6 ກັນຍາ, ກອງທຶນ Temasek (ສິງກະໂປ) ໄດ້ມອບເຄື່ອງຊ່ວຍຫາຍໃຈ 16 ເຄື່ອງ ພ້ອມດ້ວຍອຸປະກອນການແພດຈຳນວນໜຶ່ງ ເພື່ອແນໃສ່ຊ່ວຍເຫຼືອ ຫວຽດນາມ ໃນການຕ້ານໂລະລະບາດໂຄວິດ - 19. ພິທີມອບຮັບເຄື່ອງຊ່ວຍເຫຼືອດັ່ງກ່າວ ຖືກຈັດຂຶ້ນຢູ່ສະຖານທູດ ຫວຽດນາມ ປະຈຳ ສິງກະໂປ ດ້ວຍມີການເຂົ້າຮ່ວມຂອງທ່ານ Benedict Cheong, ຜູ້ອຳນວຍການຝ່າຍບໍລິຫານ ກອງທຶນ Temasek ແລະ ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສິງກະໂປ ມາຍເຟຶອກຢຸງ. ຈຳນວນເຄື່ອງຊ່ວຍເຫຼືອດັ່ງກ່າວ ຈະໄດ້ສົ່ງກັບເມືອປະເທດໂດຍໄວ ເພື່ອຮັບໃຊ້ຄວາມຕ້ອງການຕ້ານໂລກລະບາດຢູ່ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.