ຕອນບ່າຍວັນທີ 23 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູບາ Orlando Nicolás Hernández Guillén ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.
ຫວ່າງແລ້ວນີ້, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ສົນທະນາທາງໄກກັບທ່ານ Manuel Marrero Cruz ນາຍົກລັດຖະມົນຕີ ແຫ່ງ ສ. ກູບາ ເພື່ອແລກປ່ຽນກ່ຽວກັບທິດທາງ, ມາດຕະການສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ສອງລັດຖະບານ ແລະປະຊາຊົນສອງປະເທດ.
ຍສໝ - ທີ 23 ມິຖຸນາຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ -ກູບາໄດ້ສົມທົບກັບສະຖານທູດກູບາປະຈຳຫວຽດນາມຈັດຕັ້ງການພົບປະມິດຕະພາບລະຫວ່າງຫວຽດນາມ - ກູບາປີ 2021. ສະມາຄົມມິດຕະພາບຫວຽດນາມ - ກູບາໄດ້ແບ່ງປັນສານສາມັກຄີກັບປະຊາຊົນກູບາ, ຮຽກຮ້ອງຢຸດຕິນະໂຍບາຍຂວ້ຳບາດຕໍ່ກູບາ.
ຍສໝ - ຫວ່າງແລ້ວນີ້, ກຳມະການຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ທ່ານ ເລຫ່ວຍຈູງ ໄດ້ເປັນປະທານກອງປະຊຸມຖ່າຍທອດສົດ ເພື່ອປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກັບພັກກອມມູນິດກູບາ ແລະ ພັກສະຫະພັນລັດເຊຍພັກເອກະພາບ.
ຍສໝ - ທີ່ການຕ້ອນຮັບ, ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Orlando Nicolas Hernandez Gullien ໄດ້ຕີລາຄາສູງບັນດາໝາກຜົນປະທັບໃຈເຊິ່ງ ຫວຽດນາມ ບັນລຸໄດ້ໃນການຄວບຄຸມ ໂລກລະບາດໂຄວິດ - 19 . ທ່ານເອກອັກຄະລັດຖະທູດ ກໍ່ແບ່ງປັນກ່ຽວກັບໂຄງການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນກູບາ ໃນປີ 2021 ແລະ ວິວັດແຫ່ງການພັດທະນາ ວັກຊິນກັນໂຄວິດ - 19 5 ຊະນິດ ໂດຍກູບາຜະລິດອອກ ແລະ ພັດທະນາ.
ຍສໝ - ທ່ານລັດຖະມົນຕີການຕ່າງປະເທດ Bruno Rodriguez Parrilla ໄດ້ສະແດງຄວາມຊົມເຊຍຕໍ່ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸນແທັງເຊີນ; ທ່ານກໍ່ສະແດງຄວາມຂອບອົກຂອບໃຈແລະຖືເປັນສຳຄັນນ້ຳໃຈສາມັກຄີ, ການໜູນຊ່ວຍອັນລ້ຳຄ່າຂອງ ຫວຽ,ນາມ ທີ່ສະຫງວຽນໃຫ້ແກ່ກູບາໃນໄລຍະທີ່ຜ່ານມາ, ໄດ້ຕີລາຄາສູງບົດບາດຂອງ ຫວຽດນາມ ໃນຖານະເປັນປະທານໝູນວຽນຂອງສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (ເດືອນມັງກອນ 2020 ແລະ ເດືອນເມສາ 2021).
ຍສໝ - ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສະແດງຄວາມຊົມເຊີຍພັກກອມມູນິດກູບາ ທີ່ໄດ້ຈັດຕັ້ງສຳເລັດຜົນການຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ 8, ສະແດງຄວາມຊົມເຊີຍໃຫ້ທ່ານ Miguel Díaz-Canel Bermudez ໃນການເລືອກຕັ້ງເປັນເລຂາທິການຜູ້ທີໜຶ່ງ.
ວັນທີ 20 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍໄປຍັງທ່ານ Raul Castro ອະດີດເລຂາທິການໃຫຍ່ຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ.
ຍສໝ - ບົດຂຽນຊີ້ແຈ້ງວ່າ ເຖິງວ່າຈະມີຜົນກະທົບຈາກການແຜ່ລະບາດພະຍາດ COVID-19, ແຕ່ປີ 2020, "ຫວຽດນາມແມ່ນພື້ນຖານເສດຖະກິດທີ່ມີລະດັບເຕີບໂຕສູງທີ່ສຸດໃນອາຊີ, ດ້ວຍລະດັບ GDP ເຕີບໂຕ 2,9% ແລະ ນອນໃນບັນດາ 10 ພື້ນຖານເສດຖະກິດເຕີບໂຕສູງສຸດຂອງໂລກ.”
ຍສໝ - ເມື່ອບໍ່ດົນມານີ້, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດກູບາ Raul Castro ໄດ້ການໂທລະສັບກັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ.
ສອງຝ່າຍໄດ້ເປັນ ເອກະພາບຕີລາຄາສູງ ຕໍ່ສາຍພົວພັນຮ່ວມມື ມິດຕະພາບທີ່ປັນມູນເຊື້ອ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃນໄລຍະຜ່ານມາ, ປຶກສາຫາລືກ່ຽວກັບ ທິດທາງການຮ່ວມມື ລະຫວ່າງສອງພັກ ໃນຊຸມປີຕໍ່ໜ້າ, ພ້ອມທັງໄດ້ແລກປ່ຽນ ທັດສະນະ ຕໍ່ສະພາບການພາກພື້ນ ແລະ ສາກົນ ຈຳນວນໜຶ່ງທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.
ຍສໝ - ລັດຖະມົນຕີການຕ່າງປະເທດສອງທ່ານ ໄດ້ຢືນຢັນຄວາມຕັດສິນໃຈປະຕິບັດຄຳໝັ້ນສັນຍາຂັ້ນສູງ ເພື່ອຮັດແໜ້ນສາຍພົວພັນມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ກູບາ, ປະຕິບັດວາລະປະຊຸມ 2021 ຢ່າງມີປະສິດທິຜົນ.
ທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມມິດຕະພາບຫວຽດນາມ-ກູບາ ຕີລາຄາສູງຕໍ່ບັນດາໝາກຜົນທີ່ບັນລຸໄດ້ຂອງໝູ່ຄະນະການນໍາສະມາຄົມ ແລະສະມາຊິກສະມາຄົມມິດຕະພາບຫວຽດນາມ-ກູບາ ໃນສະພາບການທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ.
ຍສໝ - ວັນທີ 31 ທັນວາ, ບັນດາການນໍາພັກ, ລັດຫວຽດນາມ ໄດ້ສົ່ງສານອວຍພອນເຖິງບັນດາສະຫາຍການນໍາກູບາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ກູບາ ຄົບຮອບ 62 ປີ (1-1-1959 / 1-1-2021).
ໃນວັນທີ 24 ທັນວາ 2020 ນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ເຂົ້າຮ່ວມກອງ ປະຊຸມທາງໄກ ກັບ ຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດກູບາ, ນໍາໂດຍ ສະຫາຍ Angle Aezuaga Reyes ວ່າການຫົວໜ້າ ຄະນະພົວພັນ ຕ່າງປະເທດສູນກາງພັກ ກອມມູນິດກູບາ.
ຍສໝ - ທ່ານນາງ ກົງສຸນໃຫຍ່ສາທາລະນະລັດກູບາ ປະຈຳ ນະຄອນໂຮ່ຈີມິນ Indira Lopez Arguelles ໄດ້ຢືນຢັນວ່າ ກູບາຍາມໃດກໍ່ພ້ອມແລ້ວທີ່ຈະສືບຕໍ່ຊ່ວຍເຫຼືອຫວຽດນາມໃນບັນດາຂົງເຂດຄື: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ສາທາລະນະສຸກ.
ຍສໝ - ທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz ໄດ້ທົບທວນຄືນການພັດທະນາຢ່າງຕໍ່ເນື່ອງຂອງສາຍພົວພັນສອງຝ່າຍໃນຫລາຍປີຜ່ານມາ ດ້ວຍການຢ້ຽມຢາມຂອງບັນດາການນຳຂັ້ນສູງ, ກໍ່ຄືເລື່ອງ ຫວຽດນາມເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນທີສອງ ແລະ ນັກລົງທຶນໃຫຍ່ທີ່ສຸດຂອງ ກູບາ ຢູ່ພາກພື້ນອາຊີ - ໂອເຊຍເນຍ.
ຍສໝ - ພ້ອມກັບການທູດລັດ, ການທູດປະຊາຊົນ, ການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດຫວຽດນາມ - ກູບາ ໄດ້ຮັບການເພີ່ມທະວີເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ໄດ້ຮັບການຕີລາຄາສູງຈາກການນຳສອງປະເທດ.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ປະຊາຊົນຫວຽດນາມ ຈື່ຈຳຄຳ ເວົ້າຢ່າງໝັ້ນຄົງຕະຫຼອດການ ຂອງທ່ານປະທານາ Fidel Castro, ວ່າ "ສຳລັບຫວຽດນາມ, ກູບາພ້ອມທີ່ຈະອຸທິດເລືອດຂອງຕົນ."
ຍສໝ - ຕອນເຊົ້າວັນທີ 29 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກູບາ (2 ທັນວາ 1960- ວັນທີ 2 ທັນວາປີ 2020) ແລະ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ກູບານະຄອນໂຮ່ຈີມິນ (1990-2020).