ຫວຽດນາມ ປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ໃຫ້ແກ່ເພື່ອນມິດສາກົນ

16:18 | 30/05/2021

ຍສໝ - ຫວ່າງແລ້ວນີ້, ກຳມະການຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ທ່ານ ເລຫ່ວຍຈູງ ໄດ້ເປັນປະທານກອງປະຊຸມຖ່າຍທອດສົດ ເພື່ອປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກັບພັກກອມມູນິດກູບາ ແລະ ພັກສະຫະພັນລັດເຊຍພັກເອກະພາບ.

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ
ສື່ມວນຊົນສາກົນ: ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045 ສື່ມວນຊົນສາກົນ: ຫວຽດນາມ ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດພັດທະນາໃນປີ 2045

ກ່າວຄຳເຫັນທີ່ກອງປະຊຸມ, ໃນນາມຕາງໜ້າຄະນະກຳມະການສູນກາງພັກ, ທ່ານ ເລຫ່ວຍຈູງ ໄດ້ສະແດງຄວາມຂອບໃຈຄະນະກຳມະການສູນກາງພັກກອມມູນິດກູບາ ແລະ ບັນດາການນຳຂອງພັກສະຫະພັນລັດເຊຍເອກະພາບ ທີ່ໄດ້ສົ່ງໂທລະເລກ ແລະ ຈົດໝາຍອວຍພອນເຖິງຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຊົມເຊີຍທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ບັນດາການນຳພັກ, ລັດ ແລະ ລັດຖະບານຫວຽດນາມ ເຊິ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບສາຍພົວພັນມິດຕະພາບພິເສດລະຫວ່າງຫວຽດນາມ ແລະ ກູບາ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຂອງສະຫະພັນຫວຽດນາມ - ຣັດເຊຍ.

ຫວຽດນາມ ປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ໃຫ້ແກ່ເພື່ອນມິດສາກົນ
ທ່ານ ເລຫ່ວຍຈູງ - ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ. (ພາບ: baoquocte)

ທ່ານ ເລຫ່ວຍຈູງ ໄດ້ສະຫຼຸບໂດຍຫຍໍ້ກ່ຽວກັບໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII; ເນື້ອໃນຕົ້ນຕໍຂອງເອກະສານຂອງກອງປະຊຸມໃຫຍ່ ກ່ຽວກັບການພັດທະນາເສດຖະກິດ, ວັດທະນະທຳ ແລະ ສັງຄົມ, ກ່ຽວກັບການກໍ່ສ້າງພັກ ແລະ ລະບົບການເມືອງ, ຕາມແນວທາງການຕ່າງປະເທດ; ຜົນສຳເລັດພ້ອມທັງຄວາມຫຍຸ້ງຍາກ, ຂໍ້ຈຳກັດ, ເປົ້າໝາຍ, ທິດທາງ ແລະ ໜ້າທີ່ໃນໄລຍະຈະມາເຖິງ; ເປົ້າໝາຍການພັດທະນາຂອງປະເທດຮອດປີ 2030 ແລະ ວິໄສທັດຮອດປີ 2045 ຕິດພັນກັບ 2 ເຫດການສຳຄັນ: ວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 100 ປີ ແລະ ວັນສ້າງຕັ້ງປະເທດຄົບຮອບ 100 ປີ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ທ່ານ ເລຫ່ວຍຈູງ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນ ສຳຄັນ ແລະ ປາດຖະໜາຢາກເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ລະຫວ່າງພັກກອມມູນິດຫວຽດນາມ ແລະ ພັກກອມມູນິດກູບາ, ແລະ ລະຫວ່າງພັກກອມມູນິດຫວຽດນາມ ກັບ ພັກສະຫະພັນລັດເຊຍພັກເອກະພາບ.

ຕາງໜ້າສູນກາງພັກກອມມູນິດກູບາ, ທ່ານ Comrade Jorge Luis - ເລຂາທິການສູນກາງພັກ, ທູດພິເສດຂອງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ໄດ້ປະກາດບາງສະພາບການຂອງກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກກອມມູນິດກູບາ, ເຖິງວ່າຈະດຳເນີນໃນສະພາບການສາກົນທີ່ສັບສົນ, ດ້ວຍຜົນກະທົບດ້ານລົບຂອງໂລກລະບາດ COVID-19, ກໍ່ໄດ້ຈັດຕັ້ງຢ່າງສຳເລັດຜົນ; ກຳນົດການພັດທະນາເສດຖະກິດ ແມ່ນວຽກງານບຸລິມະສິດອັນດັບໜຶ່ງ ຄຽງຄູ່ກັບການສົ່ງເສີມການກໍ່ສ້າງພັກທາງດ້ານການເມືອງແນວຄິດ, ຕິດແໜ້ນກັບປະຊາຊົນ.

ຫວຽດນາມ ປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ໃຫ້ແກ່ເພື່ອນມິດສາກົນ
ຫວຽດນາມ ປະກາດໝາກຜົນຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ໃຫ້ເພື່ອນມິດສາກົນ. (ພາບ: baoquocte)

ຕາງໜ້າໃຫ້ພັກສະຫະພັນລັດເຊຍພັກເອກະພາບ, ທ່ານ Comrade Andrey Klimov, ຮອງເລຂາສະພາຄົບຄະນະ, ຜູ້ທີ່ຮັບຜິດຊອບວຽກງານການຕ່າງປະເທດຂອງພັກສະຫະພັນລັດເຊຍພັກເອກະພາບ, ໄດ້ແຈ້ງໃຫ້ຊາບກ່ຽວກັບການເຄື່ອນໄຫວຂອງພັກສະຫະພັນລັດເຊຍພັກເອກະພາບ ໃນຊຸມປີມໍ່ໆມານີ້ ແລະ ການກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ, ກໍ່ຄືເປັນການກະກຽມ ສຳລັບການເລືອກຕັ້ງທີ່ຈະມາເຖິງ; ປຶກສາຫາລືບັນດາມາດຕະການ ເພື່ອເພີ່ມທະວີການພົວພັນລະຫວ່າງສອງພັກ ແລະ ແຜນການເພື່ອປະຕິບັດບາງກິດຈະກຳສະເພາະໃນໄລຍະຈະມາເຖິງ.

ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປ

ຍສໝ - ທີ່ການໂອ້ລົມສົນທະນາ, ສະຫາຍ ເລຮ່ວາຍຈຸງ ໄດ້ສະແດງຄວາມຍິນດີ ຕໍ່ການພັດທະນາໃນການພົວພັນລະຫວ່າງສອງປະເທດ ແລະ ສອງພັກໃນໄລຍະທີ່ຜ່ານມາ ບົນຈິດໃຈຂອງການພົວພັນຄູ່ຮ່ວມມືຍຸດທະສາດ; ຢືນຢັນວ່າ ພັກ ແລະ ລັດຖະບານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາ ຢາກເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສິງກະໂປຕື່ມອີກ.

ເລຂາທິການໃຫຍ່ພັກກອມມູນິດຫວຽດນາມປະທານປະເທດແຫ່ງ ສສ ຫວຽດນາມ ສົ່ງໂທລະເລກຊົມເຊີຍ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມປະທານປະເທດແຫ່ງ ສສ ຫວຽດນາມ ສົ່ງໂທລະເລກຊົມເຊີຍ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ

ການທີ່ສະຫາຍ ຖືກຮັບເລືອກໃຫ້ ດໍາລົງຕຳແໜ່ງ ເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະແດງໃຫ້ເຫັນເຖິງ ການຕີລາຄາສູງ ແລະ ຄວາມໄວ້ເນື້ອເຊື່ອໃຈ ອັນເດັດຂາດ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ຕໍ່ກັບການປະກອບສ່ວນອັນຍິ່ງໃຫຍ່, ສຳຄັນຂອງສະຫາຍ ເຂົ້າໃນພາລະກິດປະຕິວັດ ແລະ ວຽກງານການພັດທະນາ ເສດຖະກິດ-ສັງຄົມ ຂອງລາວ. ຂ້າພະເຈົ້າເຊື່ອໝັ້ນ ...

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມຄົນໃໝ່ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມຄົນໃໝ່

ຍສໝ - ວັນທີ 17 ມີນາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ ສະຫາຍ ຫງວຽນ ຈ້ອງ ​ເຫງ້ຍ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກກອມມູນິດຫວຽດນາມ ​ເນື່ອງ​ໃນ​ໂອກາດທີ່ສະຫາຍ​ຮັບ​ຕຳ​ແໜ່ງ​ໃໝ່. ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.