ກູບາ ຈະສະໜອງວັກຊີນ ແລະຖ່າຍທອດເຕັກໂນໂລຢີການຜະລິດວັກຊີນໃຫ້ຫວຽດນາມ

06:30 | 26/08/2021

ຍສໝ - ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງຫວຽດນາມ - ກູບາ ກ່ຽວກັບວັກຊິນກັນໂຄວິດ-19 ຈະເປັນການສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດໃນສະພາບການປະຈຸບັນ.

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ກູບາ
ເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ກູບາ ເພີ່ມທະວີການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ກູບາ

ຕອນຄ່ຳວັນທີ 23 ສິງຫາ, ໃນການໂອ້ລົມທາງໂທລະສັບກັບ ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ, ທ່ານປະທານກູບາ Miguel Diaz-Canel ຢືນຢັນກູບາຖືການຮ່ວມມືດ້ານວັກຊິນກັບ ຫວຽດນາມເປັນສຳຄັນທີ່ສຸດ, ມານະພະຍານຍາມແຕ່ນີ້ຮອດທ້າຍປີ 2021 ສະໜອງປະລິມານວັກຊິນ Abdala ກັນໂຄວິດ-19 ຂອງກູບາ ເປັນຈຳນວນຫຼາຍ ແລະ ພ້ອມແລ້ວທີ່ຈະຈັດສົ່ງນັກຊ່ຽວຊານເພື່ອຖ່າຍທອດເຕັກໂນໂລຢີຜະລິດວັກຊິນໃຫ້ແກ່ ຫວຽດນາມ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ການໂອ້ລົມທາງໂທລະສັບ (ພາບກະຊວງການຕ່າງປະເທດ)
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ. (ພາບກະຊວງການຕ່າງປະເທດ)

ຢູ່ທີ່ນີ້, ສອງຝ່າຍໄດ້ຢືນຢັນຄວາມສາມັກຄີທີ່ບໍ່ມີການປ່ຽນແປງລະຫວ່າງຫວຽດນາມ ແລະ ກູບາ, ຈິດໃຈກຽມພ້ອມທີ່ຈະສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນທຸກສະພາບການ.

ສອງຝ່າຍເຫັນດີເປັນເອກະພາບໃນການເພີ່ມທະວີການຮ່ວມມື ແລະ ແລກປ່ຽນປະສົບການໃນຂະບວນການສ້າງສາສັງຄົມນິຍົມຢູ່ທັງສອງປະເທດ, ຮັກສາການສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນ ເຊິ່ງກັນແລະກັນ ລະຫວ່າງສອງປະເທດຢູ່ໃນບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ.

ສອງຝ່າຍໄດ້ແລກປ່ຽນກ່ຽວກັບທິດທາງ, ມາດຕະການສືບຕໍ່ເພີ່ມທະວີນຳການພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ກູບາ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຕີລາຄາສູງປະສົບການຂອງກູບາໃນການຮັບມືກັບໂລກລະບາດໂຄວິດ -19 ແລະ ໝາກຜົນຂອງການປຶກສາຫາລືລະຫວ່າງສອງຝ່າຍກ່ຽວກັບການສະໜອງ ແລະ ຖ່າຍທອດເຕັກໂນໂລຢີການຜະລິດວັກຊີນ Abdala ຂອງກູບາໃຫ້ຫວຽດນາມ.

ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຢືນຢັນວ່າ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງຫວຽດນາມ - ກູບາ ກ່ຽວກັບວັກຊິນກັນໂຄວິດ-19 ຈະເປັນການສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີແບບພິເສດລະຫວ່າງ 2 ປະເທດໃນສະພາບການປະຈຸບັນ. ຢັ້ງຢືນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນສະໜັບສະໜູນຢ່າງແຮງບັນດາມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດ ຮຽກຮ້ອງຢຸດຕິການປິດລ້ອມຂວ້ຳບາດຕ້ານກູບາ.

ສ່ວນທ່ານປະທານກູຍບາ Miguel Diaz-Canel ຢືນຢັນເລື່ອງຖືເປັນສຳຄັນການຮ່ວມມືດ້ານວັກຊິນກັບ ຫວຽດນາມ, ມານະພະຍານຍາມແຕ່ນີ້ຮອດທ້າຍປີ 2021 ສະໜອງປະລິມານວັກຊິນ Abdala ກັນໂຄວິດ-19 ຂອງກູຍບາ ຈຳນວນຫຼາຍ ແລະ ພ້ອມແລ້ວທີ່ຈະຈັດສົ່ງນັກຊ່ຽວຊານມາເພື່ອຖ່າຍທອດເຕັກໂນໂລຊີຜະລິດວັກຊິນໃຫ້ແກ່ ຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.