ເພີ່ມພູນຄູນສ້າງສາຍພົວພັນ ລະຫວ່າງ ສອງປະເທດ ຫວຽດນາມ-ກູບາ

11:23 | 06/02/2021

ທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມມິດຕະພາບຫວຽດນາມ-ກູບາ ຕີລາຄາສູງຕໍ່ບັນດາໝາກຜົນທີ່ບັນລຸໄດ້ຂອງໝູ່ຄະນະການນໍາສະມາຄົມ ແລະສະມາຊິກສະມາຄົມມິດຕະພາບຫວຽດນາມ-ກູບາ ໃນສະພາບການທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ.

ເພ ມພ ນຄ ນສ າງສາຍພ ວພ ນ ລະຫວ າງ ສອງປະເທດ ຫວຽດນາມ ກ ບາ ກອງບັນຊາການທະຫານແຂວງຫົວພັນ ສປປ.ລາວ ອວຍພອນຄອບຄົວພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງແທັງຮວາ ສສ.ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021
ເພ ມພ ນຄ ນສ າງສາຍພ ວພ ນ ລະຫວ າງ ສອງປະເທດ ຫວຽດນາມ ກ ບາ ຄະນະກຳມະການສູນກາງພັກປະຊາຊົນກຳປູເຈຍ ສົງສານອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 91 ປີ
ເພ ມພ ນຄ ນສ າງສາຍພ ວພ ນ ລະຫວ າງ ສອງປະເທດ ຫວຽດນາມ ກ ບາ
ທ່ານນາງ ເຈືອງທິມາຍ ຕີລາຄາສູງຕໍ່ບັນດາໝາກຜົນທີ່ບັນລຸໄດ້ຂອງໝູ່ຄະນະການນໍາສະມາຄົມ ແລະສະມາຊິກສະມາຄົມມິດຕະພາບຫວຽດນາມ-ກູບາ ໃນສະພາບການທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ.

ໃນວັນທີ 4 ກຸມພາ 2021, ທີ່ຮ່າໂນ້ຍ, ສະມາຄົມມິດຕະພາບຫວຽດນາມ-ກູບາ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2020 ແລະວາງທິດທາງເຄື່ອນໄຫວໃນປີ 2021. ເຂົ້າຮ່ວມກອງປະຊຸມມີທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມມິດຕະພາບຫວຽດນາມ-ກູບາ; ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ພ້ອມດ້ວຍຄະນະບໍລິຫານງານສະມາຄົມມິດຕະພາບຫວຽດນາມ-ກູບາ.

ທີ່ກອງປະຊຸມ, ທ່ານນາງ ເຈືອງທິມາຍ ຕີລາຄາສູງຕໍ່ບັນດາໝາກຜົນທີ່ບັນລຸໄດ້ຂອງໝູ່ຄະນະການນໍາສະມາຄົມ ແລະສະມາຊິກສະມາຄົມມິດຕະພາບຫວຽດນາມ-ກູບາ ໃນສະພາບການທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ. ທ່ານນາງ ເຈືອງທິມາຍ ຢັ້ງຢືນວ່າ ປີ 2021, ໝູ່ຄະນະການນໍາສະມາຄົມ ຈະສືບຕໍ່ຫັນທິດທາງເຄື່ອນໄຫວໃຫ້ແທດຈິງ, ເປັນຫຼາຍຮູບຫຼາຍແບບແນໃສ່ເພີ່ມພູນຄູນສ້າງສາຍພົວພັນສອງປະເທດໃຫ້ນັບມື້ນັບພັດທະນາ...

ທີ່ກອງປະຊຸມ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ໄດ້ມອບໃບຍ້ອງຍໍໃຫ້ໝູ່ຄະນະສະມາຄົມມິດຕະພາບຫວຽດນາມ-ກູບາ ຍ້ອນມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຂອງສະມາຄົມໃນປີ 2020.

ກ່ອນໜ້ານັ້ນ, ໃນວັນທີ 2 ກຸມພາ 2021, ທ່ານເລຂາທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ Raul Castro ໄດ້ສົ່ງສານອວຍພອນທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນື່ອງໃນໂອກາດທ່ານສືບຕໍ່ໄດ້ຮັບເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 13. ໃນສານອວຍພອນມີຕອນຂຽນວ່າ, ຂ້າພະເຈົ້າຂໍອວຍພອນສະຫາຍ ໄດ້ຮັບບັນດາຜົນງານໃນການປະຕິບັດບັນດາມະຕິ ແລະ ບັນດາເປົ້າໝາຍຊຶ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໄດ້ວາງອອກ.ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ການຊັກຈູງຂອງແນວຄິດ ແລະ ຄຳໂອວາດຂອງປະທານໂຮ່ຈິມິນ, ປະຊາຊົນຫວຽດນາມຈະສືບຕໍ່ຈະຍາດໄດ້ບັນດາຜົນງານທີ່ຍິ່ງໃຫຍ່ກ່ວາອີກໃນກິດຈະການສ້າງສາສັງຄົມນິຍົມ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍຢັ້ງຢືນຄືນເຈດຈຳນົງ ແລະ ຄວາມຕັດສິນໃຈສືບຕໍ່ ເຮັດໃຫ້ສາຍພົວພັນລະຫວ່າງ ສອງພັກ, ສອງລັດ, ສອງລັດຖະບານ, ປະຊາຊົນ ກູບາ ແລະ ຫວຽດນາມ ເລິກເຊິ່ງຂຶ້ນຕື່ມ.

ເພ ມພ ນຄ ນສ າງສາຍພ ວພ ນ ລະຫວ າງ ສອງປະເທດ ຫວຽດນາມ ກ ບາ ດໍາເນີນການແລກປ່ຽນກ່ຽວກັບລາຍການແຂ່ງຂັນ ທີ່ຫວຽດນາມ ຈັດຕັ້ງໃນຂອບເຂດ Army Games 2021 ຜ່ານລະບົບທາງໄກ

ຍສໝ - ກະຊວງປ້ອງກັນປະເທດລັດເຊຍ ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະຈັດຕັ້ງສໍາເລັດການແຂ່ງຂັນສອງລາຍການດັ່ງກ່າວໃນຂອບເຂດ Army Games 2021, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ເພ ມພ ນຄ ນສ າງສາຍພ ວພ ນ ລະຫວ າງ ສອງປະເທດ ຫວຽດນາມ ກ ບາ ຫວຽດນາມ ເຂົ້າຮ່ວມ ກອງປະຊຸມກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ

ຍສໝ - ກອງປະຊຸມໄດ້ສຸມໃສ່ປຶກສາຫາລືຮ່າງຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+); ຕີລາຄາການຜັນຂະຫຍາຍບັນດາຂໍ້ລິເລີ່ມໃນ ADMM ແລະປຶກສາຫາລືບັນດາຂໍ້ລິເລີ່ມໃໝ່...

ເພ ມພ ນຄ ນສ າງສາຍພ ວພ ນ ລະຫວ າງ ສອງປະເທດ ຫວຽດນາມ ກ ບາ ມອບ-ຮັບຕໍາແໜ່ງປະທານຄະນະກໍາມະການອາຊຽນ ປະຈໍາ Caracas ໃຫ້ແກ່ປະເທດ ອິນໂດເນເຊຍ

ວັນທີ 3 ກຸມພາ, ສະຖານທູດຫວຽດນາມ ປະຈໍາ ເວເນຊູເອລາ ໄດ້ຈັດພິທີມອບ-ຮັບຕໍາແໜ່ງປະທານຄະນະກໍາມະການອາຊຽນ ປະຈໍາ Caracas (ACC) ໃຫ້ແກ່ທ່ານ Imam Edy Muluono, ເອກອັກຄະລັດຖະທູດອິນໂດເນເຊຍ.

ໄຊພອນ

ເຫດການ
302 Found

Found

The document has moved here.