ໜັງສືພິມກູບາ ໄດ້ຕີລາຄາສູງບັນດາຜົນງານເສດຖະກິດ - ສັງຄົມຂອງຫວຽດນາມ

09:19 | 10/04/2021

ຍສໝ - ບົດຂຽນຊີ້ແຈ້ງວ່າ ເຖິງວ່າຈະມີຜົນກະທົບຈາກການແຜ່ລະບາດພະຍາດ COVID-19, ແຕ່ປີ 2020, "ຫວຽດນາມແມ່ນພື້ນຖານເສດຖະກິດທີ່ມີລະດັບເຕີບໂຕສູງທີ່ສຸດໃນອາຊີ, ດ້ວຍລະດັບ GDP ເຕີບໂຕ 2,9% ແລະ ນອນໃນບັນດາ 10 ພື້ນຖານເສດຖະກິດເຕີບໂຕສູງສຸດຂອງໂລກ.”

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມີການໂທລະສັບກັບເລຂາທິການໃຫຍ່ພັກກອມມູນິດກູບາ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ມີການໂທລະສັບກັບເລຂາທິການໃຫຍ່ພັກກອມມູນິດກູບາ
ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໄດ້ໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດກູບາ ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໄດ້ໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດກູບາ

ໃນວັນທີ 7 ເມສາ, ໜັງສືພິມ Cubadebate - ໜັງສືພິມອອນໄລທາງການໃຫຍ່ທີ່ສຸດຂອງກູບາ ໄດ້ລົງພິມບົດຂຽນກ່ຽວກັບຜົນສຳເລັດດ້ານເສດຖະກິດ - ສັງຄົມຂອງຫວຽດນາມໃນຊຸມປີມໍ່ໆມານີ້, ແລະພ້ອມກັນນັ້ນກໍ່ຊົມເຊີຍຄະນະຜູ້ນຳທີ່ໄດ້ເລືອກຕັ້ງໃໝ່.

ຕາມສຳນັກຂ່າວສານຫວຽດນາມຢູ່ນະຄອນຫຼວງ La Habana, ບົດຂຽນທີ່ລົງພິມພາຍຫຼັງ ສະພາແຫ່ງຊາດຫວຽດນາມໄດ້ເລືອກຕັ້ງບັນດາການນຳລັດສຳຄັນ, ໄດ້ສະໜອງຂໍ້ມູນເພື່ອສະແດງໃຫ້ເຫັນໝາກຜົນຂອງການພັດທະນາເສດຖະກິດສັງຄົມຫວຽດນາມ ໃນຊຸມປີມໍ່ໆມານີ້ ແລະ ໂດຍສະເພາະແມ່ນຍ້ອງຍໍຊົມເຊີຍບັນດາຜົນງານຂອງຫວຽດນາມ ໃນການຕໍ່ສູ້ຕ້ານພະຍາດ COVID-19 ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ.

ໜັງສືພິມກູບາ ໄດ້ຕີລາຄາສູງບັນດາຜົນງານເສດຖະກິດ - ສັງຄົມຂອງຫວຽດນາມ
(ພາບປະກອບ: TTXVN)

ບົດຂຽນຊີ້ແຈ້ງວ່າ ເຖິງວ່າຈະມີຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງພະຍາດ COVID-19 ໃນປີ 2020, "ຫວຽດນາມ ຍັງແມ່ນພື້ນຖານເສດຖະກິດທີ່ຂະຫຍາຍຕົວໄວທີ່ສຸດໃນອາຊີ, ດ້ວຍລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂື້ນ 2,9% ແລະ ນອນໃນກຸ່ມ 10 ພື້ນຖານເສດຖະກິດເຕີບໂຕຂອງໂລກ."

ກ່ຽວກັບການນຳຂັ້ນສູງໃໝ່ໄດ້ເລືອກຕັ້ງໂດຍສະພາແຫ່ງຊາດຫວຽດນາມ, ບົດຂຽນຊີ້ແຈ້ງວ່າ ບັນດາການນຳຊຸດໃໝ່ຢູ່ຫວຽດນາມ ຈະສືບຕໍ່ເພີ່ມທະວີການກໍ່ສ້າງ ແລະ ປັບປຸງພັກ, ສືບຕໍ່ສະແດງລັກສະນະຂອງຊົນຊັ້ນກຳມະກອນ, ພ້ອມທັງປັບປຸງຄວາມສາມາດຂອງການນຳພາ ແລະ ຄວາມຕໍ່ສູ້ຂອງພັກ; ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສ, ເຂັ້ມແຂງ ແລະ ຮອບດ້ານ; ສ້າງເຄື່ອງຈັກບໍລິຫານລັດມີຄວາມກະທັດຮັດ ແລະ ເຄື່ອນໄຫວມຢ່າງມີປະສິດທິພາບ.

ຜູ້ຂຽນຍັງເຊື່ອໝັ້ນວ່າ ຫວຽດນາມຈະສືບຕໍ່ຊຸກຍູ້ການພົວພັນກັບບັນດາປະເທດອາເມລິກາລາຕິນ ແລະ ເຂດທະເລຄາຣິບບຽນ, ທັງໃນລະດັບການເມືອງ - ການທູດ, ເສດຖະກິດ ແລະ ການຄ້າ. ໂດຍສະເພາະແມ່ນສືບຕໍ່ເພີ່ມທະວີການພົວພົນກັບ ກູບາ ໂດຍອີງໃສ່ນ້ຳໃຈມິດຕະພາບ ແລະ ຄວາມສາມັກຄີອັນເລິກເຊິ່ງລະຫວ່າງພັກ, ລັດ ແລະ ປະຊາຊົນສອງປະເທດ.

ເອກອັກຄະລັດຖະທູດ ຫວຽດນາມປະຈຳສະຫະປະຊາຊາດຊົມເຊີຍຕໍ່ບັນດາຄວາມຄືບໜ້າກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ - ສັງຄົມຢູ່ ບັນດາປະເທດອາຊີກາງໃນໄລຍະຜ່ານມາ ເອກອັກຄະລັດຖະທູດ ຫວຽດນາມປະຈຳສະຫະປະຊາຊາດຊົມເຊີຍຕໍ່ບັນດາຄວາມຄືບໜ້າກ່ຽວກັບດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດ - ສັງຄົມຢູ່ ບັນດາປະເທດອາຊີກາງໃນໄລຍະຜ່ານມາ

ຍ​ສ​ໝ - ໃນກອງປະຊຸມ, ທ່ານ​ນາງ ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດແລະຫົວໜ້າ UNRCCA Natalie Gherman ໄດ້ລາຍງານກ່ຽວກັບບັນດາການເຄື່ອນໄຫວຕົ້ນຕໍຂອງ UNRCCA ນັບແຕ່ກອງປະຊຸມສະພາຄວາມ ໝັ້ນຄົງສະຫະປະຊາຊາດໃນເດືອນກໍລະກົດປີ 2020.

ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດເພື່ອຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟ​ູການພັດທະນາເສດຖະກິດ - ສັງຄົມ ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າຮ່ວມມືກັບບັນດາປະເທດເພື່ອຄວບຄຸມໂລກລະບາດ Covid – 19 ແລະ ຟື້ນຟ​ູການພັດທະນາເສດຖະກິດ - ສັງຄົມ

ຍສໝ - ຫວຽດ​ນາມ​ເຊື່ອ​ໝັ້ນ​ວ່າ ຜ່ານ​ບັນ​ດາ​ກົນ​ໄກ​ຮ່ວມ​ມື, ແລກ​ປ່ຽນ, ໂອ້​ລົມ​ທາງ​ໂທ​ລະ​ສັບ​ດ້ວຍ​ຈິດ​ໃຈ​ສ້າງ​ສັນ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ, ບັນ​ດາ​ປະ​ເທດ ແລະ ປະ​ຊາ​ຄົມໂລກ​ຈະ​ພ້ອມ​ກັນ​ຄວບ​ຄຸ​ມ, ຍູ​້​ໂລກ​ລະ​ບາດ​ໃຫ້​ຖອຍ​ໄປ​ໂດຍ​ໄວ ພ້ອມ​ທັງ​ຟື້ນ​ຟູ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມເທື່ອ​ລະ​ກ້າວ.

ອາຊຽນ - ອາເມລິກາ: ຍູ້ແຮງການຮ່ວມມືຫລຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມຂອງໂລກລະບາດໂຄວິດ-19 ອາຊຽນ - ອາເມລິກາ: ຍູ້ແຮງການຮ່ວມມືຫລຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມຂອງໂລກລະບາດໂຄວິດ-19

ຍສໝ​ - ໃນຕອນເຊົ້າວັນທີ 23 ເມສາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ພ້ອມກັບບັນດາລັດຖະມົນຕີຕ່າງປະເທດຂອງບັນດາປະເທດອາຊຽນ ແລະ ທ່ານ Michael Pompeo - ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍພິເສດ ອາຊຽນ - ອາເມລິກາ ເພື່ອປຶກສາຫາລືກ່ຽວກັບສະພາບຄວາມ ໝັ້ນຄົງໃນພາກພື້ນ, ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.