ເຮັດໃຫ້ການພົວພັນມິດຕະພາບ ແລະການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ກູບາ ເລິກເຊິ່ງກວ່າອີກ

11:32 | 05/07/2021

ຫວ່າງແລ້ວນີ້, ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໄດ້ສົນທະນາທາງໄກກັບທ່ານ Manuel Marrero Cruz ນາຍົກລັດຖະມົນຕີ ແຫ່ງ ສ. ກູບາ ເພື່ອແລກປ່ຽນກ່ຽວກັບທິດທາງ, ມາດຕະການສືບຕໍ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ ແລະຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ສອງລັດຖະບານ ແລະປະຊາຊົນສອງປະເທດ.

ເຮັດໃຫ້ການພົວພັນສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ-ລາວ ເລິກເຊິ່ງກວ່າອີກ ເຮັດໃຫ້ການພົວພັນສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈລະຫວ່າງຫວຽດນາມ-ລາວ ເລິກເຊິ່ງກວ່າອີກ
ປະກອບສ່ວນເຮັດໃຫ້ການພົວພັນສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈຫວຽດນາມ-ລາວ ເລິກເຊິ່ງກວ່າອີກ ປະກອບສ່ວນເຮັດໃຫ້ການພົວພັນສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈຫວຽດນາມ-ລາວ ເລິກເຊິ່ງກວ່າອີກ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສົນທະນາທາງໄກກັບທ່ານ Manuel Marrero Cruz ນາຍົກລັດຖະມົນຕີ ກູບາ. ພາບ: qdnd.vn
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ສົນທະນາທາງໄກກັບທ່ານ Manuel Marrero Cruz ນາຍົກລັດຖະມົນຕີ ກູບາ. ພາບ: qdnd.vn

ທີ່ການສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢັ້ງຢືນຖືເປັນສໍາຄັນ ແລະຕັດສິນໃຈເຮັດໃຫ້ການພົວພັນມິດຕະພາບອັນດີງາມ, ການຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ ໃນໄລຍະຈະມາເຖິງເລິກເຊິ່ງຂຶ້ນຕື່ມ; ຕີລາຄາສູງຄວາມມານະພະຍາຍາມຂອງສອງຝ່າຍໃນການເພີ່ມທະວີການປຶກສາຫາລືແລກປ່ຽນ, ຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍດ້ວຍຮູບການທີ່ເໝາະສົມໃນສະພາບໂຄວິດ-19. ທ່ານ ຟ້າມມິງຈີ໊ງ ຂອບໃຈລັດຖະບານກູບາ ໄດ້ສົ່ງຄະນະຊ່ຽວຊານແພດໝໍມາຊ່ວຍເຫຼືອຫວຽດນາມ ຮັບມືກັບພະຍາດໂຄວິດ-19 ແລະມອບຢາປົວພະຍາດໂຄວິດ-19 ໃຫ້ຫວຽດນາມ, ຜ່ານນັ້ນສະແດງໃຫ້ເຫັນມູນເຊື້ອເອົາໃຈໃສ່, ໜູນຊ່ວຍເຊິ່ງກັນແລະກັນລະຫວ່າງສອງປະເທດ, ພິເສດແມ່ນໃນຍາມປະສົບຄວາມຫຍຸ້ງຍາກ.

ສ່ວນທ່ານນາຍົກລັດຖະມົນຕີ Manuel Marrero Cruz ຢັ້ງຢືນວ່າ ລັດຖະບານ ແລະປະຊາຊົນກູບາ ຍາມໃດກໍ່ນັບຖືຄວາມສາມັກຄີ, ການສະໜັບສະໜູນອັນລໍ້າຄ່າ ແລະການແບ່ງປັນບົດຮຽນຕົວຈິງຂອງວິວັດການປ່ຽນແປງໃໝ່ ເຊິ່ງ ຫວຽດນາມ ສະຫງວນໃຫ້ແກ່ ກູບາ ໃນຊຸມປີຜ່ານມາ, ປະກອບສ່ວນໜູນຊ່ວຍ ກູບາ ຜ່ານຜ່າສິ່ງທ້າທາຍ, ຄວາມຫຍຸ້ງຍາກນາໆປະການ, ຜັນຂະຫຍາຍນະໂຍບາຍອັບເດດຮູບແບບເສດຖະກິດ-ສັງຄົມ ປະສົບຜົນສໍາເລັດ. ທ່ານ Manuel Marrero Cruz ຢັ້ງຢືນວ່າ ກູບາ ປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດການຄ້າ, ການລົງທຶນ, ກະສິກໍາ, ສາທາລະນະສຸກ, ຄົ້ນຄວ້າ ແລະຜະລິດການຢາ, ລວມມີການຮ່ວມມືສະໜອງ ແລະຖ່າຍທອດເຕັກໂນໂລຢີຜະລິດວັກຊິນປ້ອງກັນໂຄວິດ-19.

ນາຍົກລັດຖະມົນຕີສອງທ່ານ ແບ່ງປັນບົດຮຽນການປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ແຕ່ລະປະເທດ ແລະຄວາມສາມາດຮ່ວມມືໃນຂົງເຂດສະໜອງ ແລະຜະລິດວັກຊິນ. ການນໍາສອງທ່ານສະແດງຄວາມເຊື່ອໝັ້ນວ່າການພົວພັນສະໜິດຕິດພັນຖານອ້າຍນ້ອງລະຫວ່າງສອງປະເທດຫວຽດນາມ ແລະກູບາ ຈະກ້າວສູ່ໄລຍະພັດທະນາໃໝ່, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະການລົງທຶນ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ສອງພາກພື້ນ.

ສອງຝ່າຍໃຫ້ຄໍາໝັ້ນສັນຍາສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ອົງການຈັດຕັ້ງສາກົນ ແລະເວທີຫຼາຍຝ່າຍຕ່າງໆ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢັ້ງຢືນວ່າ ໂດຍບໍ່ຫົວຊາຕໍ່ໄລຍະຫ່າງທາງພູມສາດ, ຫວຽດນາມ ຍາມໃດກໍຢູ່ຄຽງຂ້າງ, ສະໜັບສະໜູນ ກູບາ ໃນທຸກສະຖານະການ. ທ່ານ ຟ້າມມິງຈີ໊ງ ກໍສະແດງຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງຫວຽດນາມ ທີ່ສະໜັບສະໜູນບັນດາມະຕິຂອງສະມັດຊາໃຫຍ່ ສປຊ ທີ່ຮຽກຮ້ອງຢຸດຕິນະໂຍບາຍປິດລ້ອມຂວໍ້າບາດຕ້ານ ກູບາ ຢ່າງແຮງ.

la.qdnd.vn

ເຫດການ
302 Found

Found

The document has moved here.