ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພົບປະທາງໄກ ກັບຫົວໜ້າ ຄະນະຈັດຕັ້ງ ແລະ ນະໂຍບາຍສູນກາງພັກກອມມູນິດກູບາ

07:50 | 29/03/2021

ສອງ​ຝ່າຍ​ໄດ້​ເປັນ​ ເອກະ​ພາບ​ຕີ​ລາຄາ​ສູງ ​ຕໍ່​ສາຍ​ພົວພັນ​ຮ່ວມ​ມື​ ມິດຕະພາບທີ່ປັນ​ມູນ​ເຊື້ອ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນສອງ​ຊາດ ​ລາວ-​ກູ​ບາ ໃນ​ໄລຍະ​ຜ່ານ​ມາ, ​​​ປຶກສາຫາລືກ່ຽວກັບ ທິດທາງການຮ່ວມມື ລະຫວ່າງສອງພັກ ໃນຊຸມປີຕໍ່ໜ້າ, ພ້ອມທັງ​ໄດ້ແລກປ່ຽນ ທັດສະນະ ຕໍ່ສະພາບການພາກ​ພື້ນ ​ແລະ ​ສາກົນ ຈຳນວນໜຶ່ງທີ່​ສອງ​ຝ່າຍ ​ມີ​ຄວາມ​ສົນ​ໃຈຮ່ວມກັນ.

ຫ ວໜ າຄະນະພ ວພ ນຕ າງປະເທດສ ນກາງພ ກ ພ ບປະທາງໄກ ກ ບຫ ວໜ າ ຄະນະຈ ດຕ ງ ແລະ ນະໂຍບາຍສ ນກາງພ ກກອມມ ນ ດກ ບາ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບ ບັນດາເອກອັກຄະລັດຖະທູດຕ່າງປະເທດປະຈຳ ສປປ ລາວ
ຫ ວໜ າຄະນະພ ວພ ນຕ າງປະເທດສ ນກາງພ ກ ພ ບປະທາງໄກ ກ ບຫ ວໜ າ ຄະນະຈ ດຕ ງ ແລະ ນະໂຍບາຍສ ນກາງພ ກກອມມ ນ ດກ ບາ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ມົງໂກລີ ປະຈຳ ສປປ ລາວ
ຫ ວໜ າຄະນະພ ວພ ນຕ າງປະເທດສ ນກາງພ ກ ພ ບປະທາງໄກ ກ ບຫ ວໜ າ ຄະນະຈ ດຕ ງ ແລະ ນະໂຍບາຍສ ນກາງພ ກກອມມ ນ ດກ ບາ
ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ ຕ່າງປະ​ເທດ​ສູນ​ກາງ​ພັກ

ຫວ່າງແລ້ວນີ້, ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ພົບ​ປະ​ຜ່ານ ​ວີ​ດີ​ໂອ​ທາງ​ໄກ ກັບສະຫາຍ ອາເບລາໂດ ອານບາເຣສ ກິວ ເລຂາທິການສູນ​ກາງ​ພັກ ຫົວໜ້າ​ຄະນະຈັດ​ຕັ້ງ ​ແລະ ນະ​ໂຍບາຍ​ສູນ​ກາງ​ພັກ​ ກອມ​ມູນິດ​ກູ​ບາ.ໃນ​ໂອກາດ​ດັ່ງກ່າວ, ສະຫາຍ ນາງສູນ​ທອນ ​ໄຊ​ຍະ​ຈັກ ໄດ້​​ແຈ້ງ​ໃຫ້​ຝ່າຍ​ກູ​ບາ ​ຊາບໂດຍ​ຫຍໍ້​ ກ່ຽວ​ກັບຜົນສຳ​ເລັດ ​ຂອງ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​ປປລາວ; ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຜົນສຳ​ເລັດຮອບດ້ານ​ ຂອງ​ພັກ, ລັດ ​ແລະ ປະຊາຊົນ​ກູ​ບາ ​ທີ່ຍາດ​ມາ​ໄດ້ ໃນ​ພາລະກິດ ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ ​ແລະ ນຳພາ​ປະ​ເທດກູ​ບາ ​ກ້າວ​ສູ່​ສັງຄົມ​ນິຍົມ ທີ່​ເຂັ້ມ​ແຂງ.

ສະຫາຍ ອາເບລາໂດ ອານບາເຣສ ກິວ​ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ການ​ແຈ້ງ​ໃຫ້​ຊາບ ກ່ຽວ​ກັບ​ ຜົນສຳ​ເລັດ​ ຂອງ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ XI ຂອງ​ພັກ​ປປລາວ ​ແລະ ​ໄດ້​ຕີ​ລາຄາ​ສູງ​ ຕໍ່​ຜົນສຳ​ເລັດ ​ຂອງ​ກອງ​ປະຊຸມ​ໃຫຍ່ ​ແລະ ​ໄດ້​​ແຈ້ງ​ໃຫ້​ຝ່າຍ​ລາວ​ຊາບ ກ່ຽວ​ກັບ​ສະພາບ​ ການພາຍ​ໃນ​ທີ່​ພົ້ນ​ເດັ່ນ ​ໂດຍ​ສະ​ເພາະ ​ແມ່ນຄວາມ​ຄືບ​ໜ້າ​ ໃນ​ການ​ກະກຽມ ​​ເປີດກອງ​ປະຊຸມ​ໃຫຍ່ ​ຄັ້ງ​ທີ VIII ຂອງ​ພັກ​ກອມ​ມູນິດ​ກູ​ບາ, ເຊິ່ງ​ຄາດ​ວ່າ ຈະ​ດຳ​ເນີນ​ໃນ​ ລະຫວ່າງ​ ວັນ​ທີ 16-19 ເມສາ 2021 ຈະມາເຖິງນີ້.

ໃນ​ການ​ພົບ​ປະ​ຄັ້ງ​ນີ້, ສອງ​ຝ່າຍ​ໄດ້​ເປັນ​ ເອກະ​ພາບ​ຕີ​ລາຄາ​ສູງ ​ຕໍ່​ສາຍ​ພົວພັນ​ຮ່ວມ​ມື​ ມິດຕະພາບທີ່ປັນ​ມູນ​ເຊື້ອ ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນສອງ​ຊາດ ​ລາວ-​ກູ​ບາ ໃນ​ໄລຍະ​ຜ່ານ​ມາ, ​​​ປຶກສາຫາລືກ່ຽວກັບ ທິດທາງການຮ່ວມມື ລະຫວ່າງສອງພັກ ໃນຊຸມປີຕໍ່ໜ້າ, ພ້ອມທັງ​ໄດ້ແລກປ່ຽນ ທັດສະນະ ຕໍ່ສະພາບການພາກ​ພື້ນ ​ແລະ ​ສາກົນ ຈຳນວນໜຶ່ງທີ່​ສອງ​ຝ່າຍ ​ມີ​ຄວາມ​ສົນ​ໃຈຮ່ວມກັນ.

ສະຫາຍ ນາງ ສູນ​ທອນ ​ໄຊ​ຍະ​ຈັກ ໄດ້​ຕາງໜ້າ​ໃຫ້​ພັກ, ລັດຖະບານ ​ແລະ ປະຊາຊົນລາວ​ ບັນດາ​ເຜົ່າສະ​ແດງ​ ຄວາມ​ຂອບ​ໃຈ​ ​ແລະ ສະ​ແດງ​ຄວາມ​ຮູ້​ບຸນຄຸນ ເປັນ​ຢ່າງ​ສູງຕໍ່ພັກ, ລັດ ​ແລະ ປະຊາຊົນ​ກູ​ບາ ​ອ້າຍ​ນ້ອງທີ່​ໃຫ້ ການຊ່ວຍ​ເຫລືອ ​ແລະ ​ສະໜັບສະໜູນ ຕະຫລອດ​ໄລຍະ​ຜ່ານ​ມາ ແລະ ໄດ້ອວຍພອນ​​ແກ່ພັກ, ລັດຖະບານ ​ແລະ ປະຊາຊົນ​ກູ​ບາ​ອ້າຍ​ນ້ອງ ຈົ່ງ​ສືບ​ຕໍ່​ຍາດ​ໄດ້ ຜົນ​ສຳ​ເລັດ​ໃໝ່ໃຫຍ່​ຫລວງ​ກວ່າ​ເກົ່າ​ ໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດ​ທະ​ນາ​ ປະ​ເທດ​ກູ​ບາ​ສັງຄົມ​ນິຍົມ​ ທີ່​ເຂັ້ມ​ແຂງ, ​ໂດຍ​ສະ​ເພາະ ​ແມ່ນ​ການ​ປະຕິບັດ​ ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VII ຂອງ​ພັກ​ກອມ​ມູນິດ​ກູ​ບາ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ ​ແລະອວຍພອນ​ ໃຫ້ປະສົບ​ຜົນສຳ​ເລັດ ​ໃນ​ການ​ກະກຽມ​ເປີດ ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VIII ຂອງ​ພັກກອມ​ມູນິດ​ກູ​ບາ​ ທີ່​ຈະ​ເປີດ​ຂຶ້ນໃນ​ຕໍ່ໜ້າ.

ຫ ວໜ າຄະນະພ ວພ ນຕ າງປະເທດສ ນກາງພ ກ ພ ບປະທາງໄກ ກ ບຫ ວໜ າ ຄະນະຈ ດຕ ງ ແລະ ນະໂຍບາຍສ ນກາງພ ກກອມມ ນ ດກ ບາ 94,2% ຫົວໜ່ວຍພື້ນຖານເສດຖະກິດຂອງລາວ ແມ່ນຈຸນລະວິສາຫະກິດ

ອີງຕາມບົດລາຍງານຜົນການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III 2019 – 2020 ໃຫ້ຮູ້ວ່າ: ຫົວໜ່ວຍພື້ນຖານເສດຖະກິດແບ່ງຕາມຂະໜາດວິສາຫະກິດ ໂດຍອີງຕາມດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 25/ລບ ລົງວັນທີ 16 ມັງກອນ ປີ 2017 ວ່າດ້ວຍການຈັດແບ່ງວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ ເຊິ່ງໄດ້ຈັດແບ່ງອອກເປັນ 3 ຂະໜາດ ຄື: ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະວິສາຫະກິດຂະໜາດກາງ. ...

ຫ ວໜ າຄະນະພ ວພ ນຕ າງປະເທດສ ນກາງພ ກ ພ ບປະທາງໄກ ກ ບຫ ວໜ າ ຄະນະຈ ດຕ ງ ແລະ ນະໂຍບາຍສ ນກາງພ ກກອມມ ນ ດກ ບາ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງກວ໋າງຈິ ຈັດຕັ້ງກອງປະຊຸມຂ່າວແນະນໍາກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ”

ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງກວ໋າງຈິ ຈັດຕັ້ງກອງປະຊຸມຂ່າວແນະນໍາກອງປະຊຸມສໍາມະນາວິທະຍາສາດກ່ຽວກັບ “ໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ” ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະຢູ່ທາງເລກ 9 - ພາກໃຕ້ລາວ (1971-2021).

ຫ ວໜ າຄະນະພ ວພ ນຕ າງປະເທດສ ນກາງພ ກ ພ ບປະທາງໄກ ກ ບຫ ວໜ າ ຄະນະຈ ດຕ ງ ແລະ ນະໂຍບາຍສ ນກາງພ ກກອມມ ນ ດກ ບາ ນະຄອນຫລວງເປີດຂະບວນການ ສັກວັກແຊງກັນໂຄວິດ-19 ເຂັມທຳອິດ

​ໃນ​ວັນ​ທີ 12 ມີນາ 2021 ພະ​ແນ​ກສາ​ທາ​ລະນະ​ສຸກ ນະຄອນຫລວງ​ວຽງ​ຈັນ ​ໄດ້​ເປີດ​ຂະ​ບວນການ ​ສັກ​ວັກ​ແຊງກັນ​ພະຍາດ​ ໂຄ​ວິດ-19 ​ເຂັມ​ທຳ​ອິດໃຫ້ບຸກຄົນທົ່ວໄປ ແລະ ບຸກຄົນທີ່ມີຄວາມສ່ຽງສູງ ທົ່ວນະຄອນຫລວງວຽງຈັນ ຢ່າງ​ເປັນ​ທາງ​ການ ຢູ່​ໂຮງໝໍ​ຊຸມ​ຊົນ ​ເມືອງ​ຈັນທະ​ບູລີ ນະຄອນ ຫລວງ​ວຽງ​ຈັນ.

kpl.gov.la

ເຫດການ
302 Found

Found

The document has moved here.