ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ດັ້ງຮ່ວາງຢາງ ໃຫ້ຮູ້ວ່າ ຫວຽດນາມ ຮັບຮູ້ກ່ຽວກັບບັນດາຄວາມເສຍຫາຍ, ຄວາມເຈັບປວດໃນສົງຄາມຢ່າງເລິກເຊິ່ງ, ພິເສດແມ່ນກ່ຽວຂ້ອງເຖິງເດັກນ້ອຍ. ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາໝາກຜົນທີ່ຕັ້ງໜ້າ ເຊິ່ງປະຊາຄົມສາກົນ ບັນລຸໄດ້ໃນໄລຍະ 25 ປີແຫ່ງການປະຕິບັດໂຄງການດຳເນີນງານເພື່ອເດັກນ້ອຍ ແລະ ການປະທະກັນປະກອບອາວຸດ.
ຍສໝ - ຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ຫາກໍ່ອອກເອກະສານປະກອບຄຳເຫັນໃສ່ຮ່າງມະຕິກຳນົດກ່ຽວກັບບາງມາດຕະການໜູນຊ່ວຍວິສາຫະກິດ, ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ປາດຖະໜາຢາກໃຫ້ບັນດາກຳລັງຢູ່ແນວໜ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສືບຕໍ່ ມີເຈດຈຳນົງ, ສຸດໃຈສຸດໃຈຕໍ່ວຽກງານ, ມີຄວາມເມດຕາປານີ ເພື່ອຮັບໃຊ້ພໍ່ແມ່ປະຊາຊົນ.
ຍສໝ - ທີ່ພິທີ, ຄະນະຈັດຕັ້ງໄດ້ມອບເງິນເປັນຈຳນວນ 1 ຕື້ດົ່ງ ຂອງ ພະສົງສາມມະເນນ, ພຸດທະສາສະນິກະຊົນ ພາຍຫຼັງການລະດົມອຸປະຖຳມາເປັນເວລາ 1 ອາທິດ ໃຫ້ແກ່ຄະນະບໍລິຫານງານສະມາຄົມພຸດທະສາສະໜາ ນະຄອນໂຮ່ຈີມິນ. ຈຳນວນເງິນສະໜັບສະໜູນຈະໄດ້ສູນກາງ ສະມາຄົມພຸດທະສາສະໜາ ຫວຽດນາມ ໄດ້ສົ່ງໄປຍັງ ສະຖານທູດ ອິນເດຍ ເພື່ອແບ່ງບັນສ່ວນໃດສ່ວນໜຶ່ງ ໜູນຊ່ວຍປະຊາຊົນອິນເດຍ ຜ່ານຜ່າໂລກລະບາດໂຄວິດ - 19 ໂດຍໄວ.
ຍສໝ - ອ້າງຕາມບົດລາຍງານ ເອກະລາດ ຂອງທະນາຄານພັດທະ ນາອາຊີ (ADB) ປະກາດເມື່ອວັນທີ 30 ເດືອນກັນຍາລະບຸວ່າ ບັນດາປະເທດ ພວມພັດທະນາ ໃນພາກພື້ນອາຊີ-ປາຊີຟິກ ຄວນໄດ້ຮັບການ ສະໜັບສະໜູນ ບຸລິມະສິດຂຶ້ນຕື່ມ ເພື່ອໃຫ້ມີໂອກາດ ບັນລຸເປົ້າໝາຍ ກ່ຽວກັບ ການພັດທະນາແບບຍືນຍົງ (SDG).
ຍສໝ - ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ປະທານສະພາຕ່ຳ ອິນເດຍ Om Birla ແລະ ຄະນະຜູ້ແທນລັດຖະສະພາອິນເດຍ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 19-21 ເມສາ.
ຍສໝ - ຊຸດປື້ມເອເລັກໂຕນິກ ລວມມີ 90 ເຫຼັ້ມ, ໄດ້ຮຽບຮຽງບົນພື້ນຖານບັນດາເນື້ອໃນເອກະສານ “ຫວຽດນາມ ໃນສະໄໝໂຮ່ຈິີມິນ - ພົງສາວະດານໂທລະພາບ” ເຊິ່ງໄດ້ອອກອາກາດໃນປີ 2021.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານປອ. ເຈີ່ນຫືວຈີ໋, ຫົວໜ້າພາກວິຊາພາສາ - ວັດທະນະທຳ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້, ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ກ່ຽວກັບການເຮັດໃຫ້ພາສາຫວຽດນາມ ເປັນ “ພາສາຂົວ” ຢູ່ພາກພື້ນ ແລະ ໃນໂລກ.
ຍສໝ - ທີ່ກອງປະຊຸມ ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ສປຊ ໄດ້ແບ່ງປັນຂໍ້ມູນຂ່າວສານ, ການຕີລາຄາຂອງບັນດານັກລາຍງານ ແລະ ສະແດງຄວາມວິຕົກກັງວົນກ່ຽວກັບຄວາມໝັ້ນຄົງ ແລະ ສະພາບການມະນຸດສະທຳທີ່ພວມຊົ່ວຮ້າຍລົງໃນໄລຍະທີ່ຜ່ານມາ.
ຍສໝ - ທີ່ກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຫົວໜ້າຄະນະຊີ້ນຳແຫ່ງຊາດ ໄດ້ເນັ້ນໜັກເຖິງຄວາມສ່ຽງໂລກລະບາດຍັງຄົງຕົວຢູ່ທຸກໆແຂວງ, ນະຄອນ, ພິເສດແມ່ນບັນດານະຄອນໃຫຍ່, ຄະນະຊີ້ນຳແຫ່ງຊາດໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນຂຶ້ນແຜນການຂົນຂວາບປະຊາຊົນໃສ່ຜ້າອັດປາກ - ອັດດັງ ແລະ ປະຕິບັດບັນດາມາດຕະການປ້ອງກັນສະກັດກັ້ນທີ່ໄດ້ວາງອອກ.
ຍສໝ - ທີ່ການເຈລະຈາ, 2 ຝ່າຍໄດ້ຢືນຢັນຄຳໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃນຂອບເຂດຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດກວ່າອີກ. 2 ຝ່າຍກໍ່ປາດຖະໜາຢາກເປີດກວ້າງບາງເນື້ອໃນການຮ່ວມມືໃໝ່ ເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີຄວາມສາມາດຄື: ເສນາຮັກ, ຄວາມໝັ້ນຄົງທາງດ້ານເຄືອຂ່າຍອີນເຕີແນັດ, ການຊອກຫາ-ກູ້ໄພກູ້ຊີບ, ອຸດສາຫະກຳປ້ອງກັນຊາດ…
ຍສໝ - ໃນໄລຍະທີ່ຜ່ານມາ, ປະຊາຄົມຊາວຫວຽດນາມ ໄດ້ມີການປະກອບສ່ວນຢ່າງຍິ່ງມີລັດຖະບານ ແລະ ປະຊາຊົນເຊັກໂກໃນການປ້ອງກັນ, ສະກັດກັ້ນ ໂລກລະບາດ ໂຄວິດ - 19. ປະຊາຄົມ ຊາວ ຫວຽດນາມ ອາໄສຢູ່ເຊັກໂກ ຍາມໃດກໍ່ປະຕິບັດຢ່າງຖືກຕ້ອງ ແລະ ເຊື່ອໝັ້ນຕໍ່ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ -19 ຂອງລັດຖະບານ ເຊັກໂກ.
ຍສໝ - ວັນທີ 30 ພຶດສະພາ, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ອົງການສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ (VUFO) ໄດ້ຈັດຕັ້ງກອງປະຊຸມຄັ້ງທີ VIII, ອາຍຸການ 2022 – 2027. ນີ້ແມ່ນເຫດການການເມືອງສຳຄັນ, ສ້າງຂີດໝາຍແຫ່ງການພັດທະນາຂອງອົງການຄະນະຊາວໜຸ່ມ ແລະ ຂະບວນການຊາວໜຸ່ມອົງການ.
ຍສໝ - ດ້ວຍງົບປະມານກ່ວາ 600 ລ້ານດົ່ງ, ຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແຂວງດຽນບຽນໄດ້ລົງທຶນເຂົ້າການຊື້ບັນດາອຸປະກອນການແພດທີ່ຈຳເປັນເພື່ອຮັບໃຊ້ໃຫ້ແກ່ວຽກງານປ້ອງກັນສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ແກ່ 6 ແຂວງທາງພາກເໜືອລາວ, ແຕ່ລະແຂວງລວມມີ: ຜ້າອັດປາກດັງ 32.000 ອັນ, ຢາລ້າງມືຂ້າເຊື້ອ 200 ຕຸກ, ຊຸດປ້ອງກັນຕ້ານເຊື້ອລະດັບ 3.300 ຊຸດ.
ຍສໝ - ທີ່ກອງປະຊຸມສຳມະນາໂດຍມີການເຂົ້າຮ່ວມຂອງ ວິສາຫະກິດນຳເຂົ້າ-ສົ່ງອອກ100 ກວ່າແຫ່ງ ແລະສະມາຄົມການຄ້າຂອງສອງປະເທດ, ທ່ານນາງ Shubhra ຢືນຢັນວ່າອິນເດຍໄດ້ກາຍເປັນ ໜຶ່ງໃນບັນດາຄູ່ຮ່ວມມືການຄ້າອັນໃຫຍ່ຫຼວງຂອງໂລກກ່ຽວກັບໝາກໄມ້ແລະກະສິກໃນຊຸມປີມໍ່ໆມານີ້.
ຍສໝ - ຕາມຂໍ້ມູນຈາກນັກຂ່າວສຳນັກຂ່າວສານຫວຽດນາມທີ່ຝຣັ່ງ: ຢໍ່ຈືນຂອງຫວຽດນາມໄດ້ກາຍເປັນໜຶ່ງໃນປະເພດອາຫານທີ່ໄດ້ຄວາມນິຍົມຊົມຊອບທີ່ສຸດຂອງຄົນຝຣັ່ງ.
ຍສໝ - ພິທີມອບຮັບໄດ້ດຳເນີນໃນຕອນເຊົ້າວັນທີ 12 ພຶດສະພາ, ຢູ່ສຳນັກງານສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ດ້ວຍຍອດມຸນຄ່າເກືອບ 14 ຕື້ດົ່ງ.
ຍສໝ - ຕອນບ່າຍວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງບັ້ນຂົນຂວາຍ “ຊາວຫວຽດນາມໃຫ້ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” ໄດ້ຈັດຕັ້ງກອງປະຊຸມບັ້ນຂົນຂວາຍ “ຊາວຫວຽດນາມໃຫ້ບຸລິມະສິດນຳໃຊ້ສິນຄ້າຫວຽດນາມ” ປີ 2022.
ຍສໝ - ຕາມແຜນການແລ້ວ, ໂຮງຮຽນໄດ້ດຳເນີນໃນຮອບເວລາ 17 ອາທິດດ້ວຍ 2 ວິຊາແມ່ນພາສາຫວຽດ ແລະ ຄະນິດສາດ ໂດຍຄູອາຈານ ຄົນໜຶ່ງຮັບຜິດຊອບ. ສະມາຄົມສົ່ງເສີມການຮຽນເມືອງ ບິ່ງຟູ໊ ແລະ ບັນດາຜູ້ອຸປະຖຳ ມອບປຶ້ມ, ໜັງສື, ອຸປະກອນການຮຽນ ແລະ ຊຸດຮຽນ. ປັດຈຸບັນ, ທ້ອງຖິ່ນຍັງສືບຕໍ່ຂົນຂວາຍອຸປະກອນວັດຖຸຕ່າງໆໃຫ້ແກ່ພວກນ້ອງກັບມາໂຮງຮຽນ.
ຍສໝ - ຊຸກຍູ້ການສຶກສາກ່ຽວກັບຄວາມສະເໝີພາບລະຫວ່າງຍິງຊາຍໃນຄອບຄົວ, ໂຮງຮຽນ, ຊຸມຊົນ... ແມ່ນໜຶ່ງໃນບັນດາມາດຕະການແກ້ໄຂຂອງຫວຽດນາມ ເພື່ອຮັດແຄບຊ່ອງຫວ່າງລະຫວ່າງຍິງ-ຊາຍ.