ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ

10:58 | 14/05/2021

ຍ​ສ​ໝ - ພິ​ທີ​ມອບ​ຮັບ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ດ້ວຍຍອດ​ມຸນ​ຄ່າ​ເກືອບ 14 ຕື້​ດົ່ງ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ມອບ​ເຄື່ອງ​ຊາຍ​ຫາຍ​ໃຈ 100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ມອບ​ເຄື່ອງ​ຊາຍ​ຫາຍ​ໃຈ 100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ
ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ
ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ (ພາບ: VOV)

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອິ​ນ​ເດຍ ແລະ ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ 50 ອັນ​ໃຫ້​ແກ່​ອິນ​ເດຍ ເພື່ອ​ແນ​ໃສ່​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ອິນ​ເດຍ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຈາກ​ໂລ​ກ​ລະ​ບາດ​ໂຄວິດ - 19.

ພິ​ທີ​ມອບ​ຮັບ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ດ້ວຍຍອດ​ມຸນ​ຄ່າ​ເກືອບ 14 ຕື້​ດົ່ງ.

ຕາມ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ, ທ່ານ ພະສັງຄະນາຍົກ, ທິກ​ແທັງ​ຍ​ຽວ, ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາບໍ​ລິ​ຫານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ, ແບ່ງ​ເບົ່າ​ຄວາມ​ເຈັບ​ປວດ​ເມື່ອ​ໄດ້​ຮັບ​ຟັງ​ການ​ຜັນ​ແປ​ຂອງ​ໂລ​ກ​ລະ​ບາດ​ໂຄວິດ - 19 ຢູ່​ອິ​ນ​ເດຍ​ເປັນ​ປະ​ຈຳ, ທ່ານ ພະສັງຄະນາຍົກ ມີ​ຄວາມ​ຫວັງ​ວ່າ ຂອງ​ຂວັນ​ນີ້​ຈະ​ໄປ​ເຖິງ​ປະ​ຊາ​ຊົນ​ໂດຍ​ໄວ, ຫວັງ​ວ່າ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ອິ​ນ​ເດຍ ຈະ​ຜ່ານ​ຜ່າ​ໂລກ​ລະ​ບາດນີ້.

ໃນ​ຊຸມ​ວັນ​ທີ່​ຜ່ານ​ມາ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ແລະ ຜູ້​ເສຍ​ຊີ​ວິດ​ຢູ່​ອິນ​ເດຍ​ໄດ້​ເພີ່ມ​ຂຶ້ນ​ສູງ​ຢ່າງ​ຕໍ່​ເນື່ອງ. ພວກ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ວ່າ ອິນ​ເດຍ ພວມ​ຢູ່​ໃນ​ສະ​ພາບ​ຂາດ​ເຂີນ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປິ່ນ​ປົວ​ໃຫ້​ແກ່​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19… ເພື່ອ​ແນ​ໃສ່​ແບ່ງ​ເບົ່າ​ຄວາມ​ຫຍຸ້ງ​ຍາກ, ລະ​ດົມ​ກຳ​ລັງ​ໃຈ​ຢ່າງ​ທັນ​ການ, ສະ​ແດງ​ໃຫ້​ເປັນ​ນ້ຳ​ໃຈ​ສາ​ມັກ​ຄີ​ກັບ​ປະ​ຊາ​ຊົນ​ອິນ​ເດຍ ໃນ​ໄລ​ຍະ​ຮີບ​ດ່ວນ​ນີ້, ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໄດ້​ລະ​ດົມພະສົງສາມມະ ເນນ, ພຸດທະສາສະນິກະຊົນ ອຸ​ປະ​ຖຳ​ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ, ພະສັງຄະນາຍົກ ໃຫ້​ຮູ້​ວ່າ, ທ່ານ Pranay Verma, ເອກ​ອັກ​ຄະ​ລັດ​ຖະ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ໄດ້​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ແລະ ປະ​ຊາ​ຊົນ ຫວຽດ​ນາມ ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກນີ້.

“ສານ​ກ່ຽວ​ກັບ​ຄວາມ​ຮັກ​ແພງ, ຄວາມ​ສົນ​ໃຈ ແລະ ເມັດ​ຕາ​ຂອງ​ພະພຸດທະເຈົ້າ ແມ່ນ​ເສັ້ນເຊືອກອັນ​ໝັ້ນ​ແກ່ນ​ສະ​ຕິດ​ຜຸດ​ມັດ​ປະ​ຊາ​ຊົນ​ສອງ​ປະ​ເທດ ແລະ ຍິ່ງ​ໄປ​ກ່​ວາ​ນັ້ນ ແມ່ນ​ມະ​ນຸດ.”

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ມອບ​ເຄື່ອງ​ຊາຍ​ຫາຍ​ໃຈ 100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ມອບ​ເຄື່ອງ​ຊາຍ​ຫາຍ​ໃຈ 100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ

ຍ​ສ​ໝ - ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ນັ້ນ, ພິ​ທີ​ໂດຍ​ທ່ານ ລັດ​ຖະ​ມນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ຫງວຽນ​ແມັ້ງ​ຮຸ່ງ ເປັນ​ປະ​ທານ ແລະ ໄດ້​ຈັດ​ຕັ້ງ​ຕ​າມ​ຮູບ​ການ​ທາງ​ອອນ​ລາຍ.

ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ ພິ​ທີ​ລະ​ນຶກ​ເຖິງ ທ່ານ Geetesh Sharma ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ມັກ​ຄີ ອິນ​ເດຍ ຫວຽດ​ນາມ

ຍ​ສ​ໝ - ເຂົ້າ​ຮ່ວມ​ຝ່າຍ​ອິນ​ເດຍ​ມີ​ທ່ານ Gautam De ອະ​ດີດ​ຫົວ​ໜ້າ​ສະ​ພາ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ອິນ​ເດຍ, ຜູ້​ຕາງ​ໜ້າ​ສະ​ຖານ​ທູດ ອິນ​ເດຍ ປະ​ຈຳ ຫວຽດ​ນາມ ແລະ ບັນ​ດາ​ນັກ​ວັນ​ນະ​ຄະ​ດີ, ສາດ​ສະ​ດາ​ຈານ, ນັກ​ຮຽນ​ຮູ້ ແລະ ບັນ​ດາ​ສະ​ມາ​ຊິກ​ຂອງ​ຄະ​ນະ​ກຳ​ມະ​ການ​ສະ​ມາ​ຊິກ ອິນ​ເດຍ - ຫວ​ຽດ​ນາມ.

ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ອິນ​ເດຍ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ອິນ​ເດຍ ຫວຽດ​ນາມ ຊອກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ,ທ່ານ ຟ້າມ​ແຊງ​ເຈົາ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຖື​ວ່າ ຫວຽດ​ນາມ​ມີ​ບັນ​ດາ​ທ່າ​ແຮງ​ທີ່​ພົ້ນ​ເດັ່ນ​ກ່ຽວ​ກັບ​ການ​ລົງ​ທຶນ​ຄື ສະ​ພາບ​ການ​ການ​ເມືອງ - ສັງ​ຄົມ​ມີ​ຄວາມ​ສະ​ຖຽນ​ລະ​ພາບ, ຄ່າ​ແຮງ​ງານ​ຕ່ຳ, ມີ​ບັນ​ດາ​ການ​ປະ​ຕິ​ຮູບ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຂອງ​ລັດ​ຖະ​ບານ ແລະ ບັນ​ດາ​ທ້ອງ​ຖິ່ນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.