ສ້າງກຳ​ລັງ​ໜູນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍົກ​ສູງ​ຄຸນ​ນະ​ພາບ​ສິນ​ຄ້າ

07:33 | 02/04/2022

ຍ​ສໝ - ຕອນ​ບ່າຍ​ວັນ​ທີ 30 ມີ​ນາ, ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ສູນ​ກາງບັ້ນ​ຂົນ​ຂວາຍ “ຊາວຫວຽດນາມ​ໃຫ້ບຸລິມະສິດ​ນຳ​ໃຊ້​ສິນຄ້າ​ຫວຽດນາມ”​ ​ໄດ້​ຈັດ​ຕັ້ງກອງ​ປະ​ຊຸມບັ້ນ​ຂົນ​ຂວາຍ “ຊາວຫວຽດນາມ​ໃຫ້ບຸລິມະສິດ​ນຳ​ໃຊ້​ສິນຄ້າ​ຫວຽດນາມ” ​​ປີ 2022.

ຫວຽດ​ນາມ ຊ່ວຍ​ລາວ ສ້າງ ສະ​ຖາ​ນີ​ຖ່າຍ​ທອດ​ວິ​ທະ​ຍຸ - ໂທ​ລະ​ພາບ ແຂວງ ບໍ່​ແກ້ວ ຫວຽດ​ນາມ ຊ່ວຍ​ລາວ ສ້າງ ສະ​ຖາ​ນີ​ຖ່າຍ​ທອດ​ວິ​ທະ​ຍຸ - ໂທ​ລະ​ພາບ ແຂວງ ບໍ່​ແກ້ວ
ເປີດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດັບ​ສູງ ​ຫວຽດ​ນາມ - ຝ​ຣັ່ງ ໂກ​ໂຟນີ ເປີດ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ລະ​ດັບ​ສູງ ​ຫວຽດ​ນາມ - ຝ​ຣັ່ງ ໂກ​ໂຟນີ
ສ້າງກຳ​ລັງ​ໜູນ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຍົກ​ສູງ​ຄຸນ​ນະ​ພາບ​ສິນ​ຄ້າ
ທ່ານ ​ໂດ​ວັນ​ຈ້ຽນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປ​ະ​ຊຸມ (ພາບ: TTXVN)

ທີ່​ກອງ​ປະຊຸມ, ທ່ານ ​ໂດ​ວັນ​ຈ້ຽນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໄດ້​ສະ​ເໜີ​ “ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ຄວບ​ຄຸມ​ຕະຫຼາດ, ຍົກ​ສູງ​ປະສິດທິ​ຜົນ​ການ​ຕິດຕາມ​ກວດກາ, ສຳຫຼວດ ​ແລະ ສ້າງ​ຕັ້ງ​ຄະນະ​ຊີ້​ນຳຈະ​ສ້າງຕັ້ງຄະນະ​ປະ​ຕິ​ບັດ​ງານ​ຂອງ ຄະ​ນະຊີ້​ນຳ​ເພື່ອລົງ​ໄປ​ແຂວງ, ນະຄອນ ຈຶ່ງຈະ​ສ້າງ​ກຳລັງ​ແຮງໄດ້. ນີ້​ແມ່ນບັ້ນ​ຂົນ​ຂວາຍ ສະນັ້ນ, ຕ້ອງ​ສົມທົບ​ການ​ກະ​ທຳຈັດ​ຕັ້ງ​ບັນດາ​ລາຍການ​ເພື່ອ​ຍ້ອງຍໍຊົມ​ເຊີຍ​ບັນດາ​ວິ​ສາ​ຫະກິດດີ​ເດັ່ນ, ເລືອກ​ເອົາ​ຜະລິດ​ຕະພັນ​ທີ່​ມີ​ຄຸນ​ນະພາ​ບ ​ໄດ້ຮັບ​ການ​ຂົນ​ຂວາຍ ຍ້ອນ​ວ່າ ມັນ​ແມ່ນ​ຈຸດ​ພົ້ນ​ເດັ່ນ ແລະ ມັນ​ຕ້ອງ​ມີ​ອັນ​ໃດ​ອັນ​ໜຶ່ງ. ຈາກ​ນັ້ນ​​ແຜ່​ຂະ​ຫຍາຍ​ໃນ​ວົງ​ກວ້າງ ຈຶ່ງ​ດຶງ​ດູດ​ໄດ້​ສັງ​ຄົມ”.

ຄະນະ​ຊີ້​ນຳ​ບັ້ນ​ຂົນ​ຂວາຍ “ຊາວ​ຫວຽດນາມ​ໃຫ້​ບຸລິມະສິດ​ນຳ​ໃຊ້​ສິນຄ້າ​ຫວຽດນາມ” ກໍ່​ເຫັນ​ດີ​ສືບ​ຕໍ່ຍູ້​ແຮງການ​ນຳ​ໃຊ້​ວິທະຍາສາດ, ຍົກ​ສູງມາດຕະຖານ ​ແລະ ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ, ສິນຄ້າ ​ແລະ ການ​ບໍລິການ; ນໍາໃຊ້ບັນ​ດາ​ໂປ​ແກຼມເຕ​ັກ​ໂນ​ໂລ​ຢີຊອກ​ຫາ​ຕົ້ນ​ກຳ​ເນີດຂອງຜະລິດຕະພັນ; ກໍ່ສ້າງ ແລະ ປົກປ້ອງເຄື່ອງ​ໝາຍ​ການ​ຄ້າຂອງວິ​ສາ​ຫະ​ກິດ, ຜະລິດຕະພັນ; ຍົກ​ສູງ​ຄວາມ​ສາມາດພາຍ​ໃນ ​ແລະ ກຳ​ລັງ​​ແກ້ງ​ແຍ້ງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ຂອງບັນ​ດາ​ກຸ່ມວິ​ສາ​ຫະກິດ ​ແລະ ວິ​ສາ​ຫະກິດ​ຂະໜາດ​ໃຫຍ່.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.