ທ່ານ​ປະ​ທານ​ສະ​ພາ​ຕ່ຳ​ອິນ​ເດຍ Om Birla ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

09:18 | 21/04/2022

ຍ​ສ​ໝ - ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງ​ເຫ້ວ, ປະທານ​ສະພາຕ່ຳ ອິນ​ເດຍ Om Birla ​ແລະ ຄະນະ​ຜູ້​ແທນ​ລັດຖະສະພາ​ອິນ​ເດຍ ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 19-21 ເມສາ.

ຫວຽດ​ນາມ ອອກ​ສະ​ໝັກ​ເລືອກ​ຕັ້ງ​ເຂົ້າສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ເພື່ອ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢ່າງ​ຮອບ​ດ້ານ​ກ່​ວາ ຫວຽດ​ນາມ ອອກ​ສະ​ໝັກ​ເລືອກ​ຕັ້ງ​ເຂົ້າສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ເພື່ອ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ຢ່າງ​ຮອບ​ດ້ານ​ກ່​ວາ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ
ທ່ານ​ປະ​ທານ​ສະ​ພາ​ຕ່ຳ​ອິນ​ເດຍ Om Birla ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ
​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ເວືອງດິ່ງ​ເຫ້ວ ແລະ ປະທານ​ສະພາຕ່ຳ ອິນ​ເດຍ Om Birla (ພາບ: TTXVN)

ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຄັ້ງ​ທຳ​ອິດ​ຂອງ​ທ່ານ Om Birla ໃນ​ຖາ​ນະ​ເປັນ​ປະ​ທານສະ​ພາ​ຕ່ຳ​ອິນ​ເດຍ ​ເມື່ອ​ເດືອນມິຖຸນາ 2019. ການ​ຢ້ຽມຢາມໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ອິນ​ເດຍ ພວມ​ພັດທະນາ​ຢ່າງ​ດີງາມ, ຢືນຢັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງ ​ແລະ ການພົວພັນທີ່ສະໜິດສະໜົມ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ, ​ລັດຖະສະພາ​ຂອງ 2 ປະ​ເທດ​ເວົ້າ​ສະ​ເພາະ.

ການຢ້ຽມຢາມກໍ່ແມ່ນການເຄື່ອນໄຫວນະໂຍບາຍການຕ່າງປະເທດທີ່ສຳຄັນລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາອິນເດຍ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ ແລະ ອິນເດຍ (1972 – 2022).

ການຢ້ຽມຢາມເພື່ອແນໃສ່ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ອິນເດຍ; ສືບ​ຕໍ່​ຮັກສາ​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລະຫວ່າງ​ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ເວົ້າ​ສະ​ເພາະ; ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ ​ໃນ​ຂອບ​ເຂດ​ຂໍ້ຕົກລົງ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ແລະ ສະພາ​ຜູ້ຕ່ຳ ອິນ​ເດຍ ​ໄດ້​ລົງ​ນາມ​ໃນ​ເດືອນ ທັນວາ 2016.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.