ຕອນເຊົ້າວັນທີ 10 ສິງຫາ, ຢູ່ຮ່າໂນ້ຍ, ໜັງສືພິມເຍີນເຢິນ ໄດ້ສົມທົບກັບຄະນະໂຄສະນາສຶກສາສູນກາງ ແລະ ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ ຊື້ເທິດ ໄດ້ຈັດຕັ້ງພິທີແນະນຳ ຊຸດປື້ມເອເລັກໂຕນິກ “ຫວຽດນາມ ໃນສະໄໝໂຮ່ຈິີມິນ - ພົງສາວະດານໂທລະພາບ”.
![]() |
ເປີດຕົວປື້ມເອເລັກໂຕນິກ “ຫວຽດນາມ ໃນສະໄໝໂຮ່ຈິີມິນ - ພົງສາວະດານໂທລະພາບ”. ພາບ: hanoimoi.com.vn |
ຊຸດປື້ມເອເລັກໂຕນິກ ລວມມີ 90 ເຫຼັ້ມ, ໄດ້ຮຽບຮຽງບົນພື້ນຖານບັນດາເນື້ອໃນເອກະສານ “ຫວຽດນາມ ໃນສະໄໝໂຮ່ຈິີມິນ - ພົງສາວະດານໂທລະພາບ” ເຊິ່ງໄດ້ອອກອາກາດໃນປີ 2021.
ກ່າວຄຳເຫັນທີ່ພິທີເປີດຕົວ, ທ່ານ ເລກວກມີງ ຫົວໜ້າບັນນາທິການໜັງສືພິມ ເຍີນເຢິນ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງ, ປະທານສະມາຄົມນັກຂ່າວຫວຽດນາມ ໃຫ້ຮູ້ວ່າ: ຮູບເງົາເອກະສານ ຫວຽດນາມ ໃນສະໄໝໂຮ່ຈິີມິນ - ພົງສາວະດານໂທລະພາບ” ໄດ້ສ່ອງແສງໃຫ້ເຫັນຢ່າງເປັນລະບົບ, ຄົບຖ້ວນ ແລະ ຮອບດ້ານໃນຂະບວນວິວັດແຫ່ງການພັດທະນາຂອງການປະຕິວັດຫວຽດ ນາມ, ກ້າວເຂົ້າສູ່ຍຸກສະໄໝໂຮ່ຈີມິນ, ແມ່ນຍຸກສະໄໝທີ່ຮຸ່ງເຮືອງເຫຼືອງເຫຼື້ອມສຸດໃນປະຫວັດສາດຂອງປະເທດຊາດ.
ການສ້າງປຶ້ມເອເລັກໂຕນິກທີ່ມີຊື່ດຽວກັນ ເພື່ອແນໃສ່ແຜ່ຂະຫຍາຍຮູບເງົາ ໃນການໂຄສະນາເຜີຍແຜ່ ແລະ ສຶກສາປະຫວັດສາດ ແລະ ຮີດຄອງປະເພນີປະຕິວັດໃຫ້ທົ່ວສັງຄົມ, ໂດຍສະເພາະໃນໂຮງຮຽນ ແລະ ລະບົບການສຶກສາ.
ບູນມີ