ບັນ​ດາ​ປະ​ເທດ​ພ​ວມ​ພັດ​ທະ​ນາ​ຢູ່ ອາ​ຊີ​ ຕ້ອງ​ໄດ້​ຮັບ​​ທຶນໜູ​ນ​ຊ່ວຍບຸ​ລິ​ມະ​ສິດ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

22:46 | 02/10/2019

ຍສໝ - ອ້າງ​ຕາມ​ບົດ​ລາຍ​ງານ​​ ເອກະລາດ ຂອງ​ທະນາຄານ​ພັດທະ ນາ​ອາຊີ (ADB) ປະກາດ​ເມື່ອ​ວັນ​ທີ 30 ​ເດືອນ​ກັນຍາ​ລະບຸ​ວ່າ ບັນດາ​ປະ​ເທດ​ ພວມ​ພັດທະນາ ​ໃນ​ພາກ​ພື້ນ​ອາຊີ-ປາຊີ​ຟິກ ຄວນ​ໄດ້​ຮັບ​ການ​ ສະໜັບສະໜູນ​ ບຸລິມະສິດ​ຂຶ້ນ​ຕື່ມ ​ເພື່ອ​​ໃຫ້ມີ​​ໂອກາດ ​ບັນລຸ​ເປົ້າ​ໝາຍ ກ່ຽວ​ກັບ ການ​ພັດທະນາ​ແບບ​ຍືນ​ຍົງ (SDG).

ບັນ​ດາ​ປະ​ເທດ​ພ​ວມ​ພັດ​ທະ​ນາ​ຢູ່ ອາ​ຊີ​ ຕ້ອງ​ໄດ້​ຮັບ​​ທຶນໜູ​ນ​ຊ່ວຍບຸ​ລິ​ມະ​ສິດ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ

ພາບປະກອບ

ຕາມບົດລາຍງານແລ້ວ, ສະພາບການບໍ່ສະເໝີພາບພວມນັບມື້ນັບເພີ່ມຂຶ້ນ, ບັນດາບັ້ນວິກິດການກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດນັບມື້ນັບຮ້າຍແຮງ ແລະ ເກີດຂຶ້ນຢູ່່ຫຼາຍບ່ອນ, ການປະທະກັນໄດ້ດຳເນີນໃນໄລຍະທີ່ຍາວນານ ແລະ ການຂາດຄວາມສະຖຽນລະພາບໄດ້ເກີດຂຶ້ນຢ່າງເປັນປະຈຳຢູ່ບາງປະເທດ, ເຊິ່ງສະແດງໃຫ້ເຫັນວ່າບັນດາໝາກຜົນທີ່ບັນລຸໄດ້ໃນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຢູ່ພາກພື້ນນີ້ມີຄວາມສ່ຽງທີ່ຈະກັບຄືນສູ່ໄລຍະກາງ. ບົດລາຍງານໄດ້ກ່າວເຕືອນບັນດາປະເທດໃນພາກພື້ນວ່າ ຖ້າບໍ່ມີຄວາມມານະພະຍາຍາມກ່ວາອີກ, ແມ່ນຍາກທີ່ຈະບັນລຸໄດ້ບໍ່ວ່າ SDG ໃດກໍ່ຕາມໃນປີ 2030.

ບົດ​ລາຍ​ງານ​ລະບຸ​ວ່າ ຖ້າ​ປະ​ເທດ​ຕ່າງໆ​ ໃນ​ພາກ​ພື້ນ​ ບໍ່​ພະຍາຍາມ​ຂຶ້ນ​ຕື່ມ ຈະ​ບໍ່ສາມາດ​ ບັນລຸ​ເປົ້າ​ໝາຍ​​ໃດໝົດຂອງSDG ​ໄດ້​ໃນ​ປີ 2030. ບົດ​ລາຍ​ງານ​ນີ້ ໄດ້​ດຳ​ເນີນ​ຕີ​ລາຄາ ​ໝາກຜົນ​ໃນການ ​ນຳ​ໃຊ້​ບັນດາ​ ບ້ວງ​ເງິນ​ກູ້​ຢືມ​ພິ​ເສດ ​ແລະ ການ​ສະໜັບ ສະໜູນ​ຂອງ ADB ​ນັບແຕ່​ປີ 2013 ​ເຖິງ​ປີ 2018​ ​ໄດ້​ມີ​ມູນ​ຄ່າ​​​ປະມານ 21 ຕື້​ໂດ​ລາ​ສະຫະລັດ,​ ​ໃນ​ນັ້ນ ​ເກືອບ 6 ຕື້​ໂດ​ລາ​ສະຫະລັດ ​ແມ່ນ​ການ​ ສະໜັບສະໜູນ​ລ້າ. ​ໃນ​ກໍລະນີ​​ ພື້ນ​ທ່ີນີ້ ມີ​ຄວາມ​ອືດ​ຫິວ ​ແລະ ທຸກ​ຍາກ ສືບ​ຕໍ່ຫລຸດລົງ ຢ່າງ​ຕໍ່​ເນື່ອງ ​ແຕ່​ຍັງ​ຕ້ອງການ​​ ໂຄງການກິດຈະກຳ ກ່ຽວ​ກັບ​ການ​ພັດທະນາ ​ແບບ​ຍືນ​ຍົງ​ຂະໜາດ​ໃຫຍ່.

ບົດ​ລາຍ​ງານ​ລະບຸ​ວ່າ ສະພາບ​ຄວາມ ​ບໍ່​ສະ​ເໝີ​ພາບ ​ນັບ​ມື້​ເພີ່ມ​ຂຶ້ນ, ບັນດາ​ວິ​ກິດ​ການ​ໄດ້​ພົວພັນ​ເຖິງ ​ການ​ປ່ຽນ​ແປງ ອາກາດ​ໄດ້​ເພີ່ມ​ຂຶ້ນ​ ຢ່າງ​ຫລວງຫລາຍ ​ໂດ​ຍສະ​ເພາະ ບັນດາ​ເກາະ​​ນ້ອຍ ​ໃນ​ປາຊີ​ຟິກ, ການ​ປະ​ທະ​ກັນ ​​ຢູ່​ທົ່ວ​ທຸກ​ແຫ່ງ ​ແລະ ຄວາມ​ບໍ່​ໝັ້ນຄົງ​ ໄດ້​ເກີດ​ຂຶ້ນ ​ຢູ່​ບາງ​ປະ​ເທດ. ສະ​ນັ້ນ ການ​ບັນລຸ​ເປົ້າ​ໝາຍ ​ໃນ​ການ​ລົບ​ລ້າງ​ຄວາມທຸກ​ຍາກ ​ໃນ​ພາກ​ພື້ນ​ນີ້ ມີ​ຄວາມ​ສ່ຽງ​ເກີດ​ຂື້ນ ກ່ຽວ​ກັບ​ໄລຍະ​ກາງ ກໍ​ຄື ຈະ​ບໍ່​ສາມາດ ​ບັນລຸຄວາມ​ຄືບ​ໜ້າ​ໄດ້ ກ່ຽວກັບ ການ​ຫລຸດຜ່ອນ ​ສະພາບ​ຄວາມ​ຮ້ອນ​ຂຶ້ນ ​ຂອງ​ໜ່ວຍ​ໂລກ, ສັນຕິ​ພາບ ​ແລະ ຄວາມ​ໝັ້ນຄົງ​ໃນ​ໂລກ.

ການ​ຕີ​ລາຄາ​ດັ່ງກ່າວ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ເທດ​ຕ່າງໆ​ໄດ້​ບັນລຸ​ ຄວາມ​ຄື​ບໜ້າ​​ ໄດ້​ໜ້ອຍ ກ່ຽວ​ກັບ ການ​ຢຸດຕິ ​ຄວາມ​ທຸກ​ຍາກ​, ການ​ຫລຸດຜ່ອນ​ ສະພາບ​ຄວາມ​ບໍ່​ ສະ​ເໝີ​ພາບ, ການ​ກໍ່​ສ້າງບັນດາ ​ຕົວ​ເມືອງ ​ແລະ ສາທາ​ລະນະ​ແບບ​ຍືນ​ຍົງ, ຕ​້ານການ​ປ່ຽນ​ແປງ​ ດິນ​ຟ້າ​ອາກາດ, ປົກ​ປ້ອງ​ ກາ​ນດຳລົງ​ຊິວິດ ​ໃນ​ທະ​ເລ ​ແລະ ​ແຜ່ນ​ດິນ​ໃຫຍ່ ຫລື ການມຸ່ງ​ໄປ​ສູ່ ການສະໜັບສະໜູນ​ ອົງ​ປະກອບ ​ເພື່ອ​ສັນຕິພາບ ​ແລະ ຄວາມ​ສະ​ເໝີພາບ.

ນອກຈາກ​ນັ້ນ, ຄວາມ​ຕ້ອງການ ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ ໃນ​ພາກ​ພື້ນ​ນີ້ ຍັງ​ມີ​ຄວາມ​ຕ້ອງການ​ ຢ່າງ​ຫລວງ ຫລາຍ ​ເນື່ອງ​ຈາກ​ວ່າ ປະຊາຊົນ​ຈຳນວນ 130 ລ້ານ​ຄົນ​ບໍ່​ມີ​ໄຟ​ຟ້າ​ໃຊ້, 600 ຄົນ​ບໍ່​ມີ​ເງື່ອນ​ໄຂ​ ດ້ານ​ສຸຂາອະ​ນາ​ໄມ ​ແລະ ການ​ເຊື່ອມ​ຈອດ​ເຂົ້າ​ ໃນ​ດ້ານ​ຕ່າງໆ​ ຍັງ​ຢູ່​ໃນ​ລະດັບ​ຕ່ຳ. ອາຊີ​ເປັນ​ພື້ນ​ທ່ີ​ ໄດ້​ຮັບ​​ໄພ​ພິບັດ ທຳ​ມະ​ຊາດ​ເຖິງ 70% ຂອງ​ທົ່ວ​ໂລກ. ບັນດາ​ປະ​ເທດ ​​ເກາະດອນໃນ​ປາຊີ​ຟິກ ພວມ​​ຖືກ​ນາບ​ຂູ່ ​ເນື່ອງ​ຈາກ​ລະດັບ​ໜ້າ​ນ້ຳ ​ທະ​ເລ​ພວມ​ເພີ່ມ​ສູງ​ຂຶ້ນ ​ແລະ ການ​ປະ​ທະ​ກັນ ຢູ່​ບາງ​ປະ​ເທດ​ ໃນ​ພື້ນ​ທ່ີ​ນີ້ ​ນັບ​ມື້​ເພີ່ມ​ຂຶ້ນ. ​ເຂດ​ອາຊີ-ປາຊີ​ຟິກ ກວມ​ເອົາ​ເຖິງ 1/3 ຂອງ​ປະລິ​ມານ​ການ​ປ່ອຍ​ກາກ​ ໂບນິກ​ໃນ​​ໂລກ. ​ດັ່ງ​ນັ້ນ ຈຶ່ງ​ມີ​ບົດ ບາດ​ສຳຄັນ ​ໃນ​ການ​ຕໍ່ຕ້ານ​ ການ​ປ່ຽນ​ແປງ ດິນ​ຟ້າ​ອາກາດ.

ລາຍງານກໍ່ໄດ້ດຳເນີນການຕີລາຄາໝາກຜົນຂອງການນຳໃຊ້ບັນດາບ້ວງເງິນກູ້ຢືມບຸລິມະສິດ ແລະ ການໜູນຊ່ວຍຂອງ ADB ໃນໄລຍະແຕ່ປີ 2013 – 2018. ຕາມບົດລາຍງານແລ້ວ, ທຶນຊ່ວຍເຫຼືອບຸລິມະສິດຂອງ ADB ໃນໄລຍະນີ້ໄດ້ເພີ່ມຂຶ້ນເກືອບ 21 ຕື້ USD, ໃນນັ້ນ 5,8 ຕື້ USD ແມ່ນທຶນຊ່ວຍເຫຼືອລ້າ.

(ໄຊພອນ)

ເຫດການ