ພັດ​ທະ​ນາ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ

13:10 | 04/12/2020

ຍ​ສ​ໝ - ທີ່ການເຈລະຈາ, 2 ຝ່າຍໄດ້ຢືນຢັນຄຳໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃນຂອບເຂດຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດກວ່າອີກ. 2 ຝ່າຍກໍ່ປາດຖະໜາຢາກເປີດກວ້າງບາງເນື້ອໃນການຮ່ວມມືໃໝ່ ເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີຄວາມສາມາດຄື: ເສນາຮັກ, ຄວາມໝັ້ນຄົງທາງດ້ານເຄືອຂ່າຍອີນເຕີແນັດ, ການຊອກຫາ-ກູ້ໄພກູ້ຊີບ, ອຸດສາຫະກຳປ້ອງກັນຊາດ…

ພ ດ ທະ ນາ ການ ພ ວ ພ ນ ດ ານ ປ ອງ ກ ນຊາດ ລະ ຫວ າງ ຫວຽດ ນາມ ແລະ ອ ດ ສະ ຕາ ລ ທ່ານ Will Nankervis ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ຕີ​ລາ​ຄາ​ “ຜົນ​ງານ​ພິ​ເສດ” ຂອງ ຫວຽດ​ນາມ
ພ ດ ທະ ນາ ການ ພ ວ ພ ນ ດ ານ ປ ອງ ກ ນຊາດ ລະ ຫວ າງ ຫວຽດ ນາມ ແລະ ອ ດ ສະ ຕາ ລ ອິນໂດເນເຊຍ ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງຫວຽດນາມ
ພ ດ ທະ ນາ ການ ພ ວ ພ ນ ດ ານ ປ ອງ ກ ນຊາດ ລະ ຫວ າງ ຫວຽດ ນາມ ແລະ ອ ດ ສະ ຕາ ລ
ທ່ານພົນໂທ ຮ່ວາງຊວັນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມເປັນ​ປະ​ທານກອງ​ປະ​ຊຸມ (ພາບ: .bienphong.com.vn)

ວັນທີ 03 ທັນວາ, ທ່ານພົນໂທ ຮ່ວາງຊວັນຈ໊ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ພ້ອມກັບທ່ານ Peter Tesch, ຮອງເລຂານຸການກະຊວງປ້ອງກັນປະເທດອົດສະຕາລີ ໄດ້ເປັນປະທານຮ່ວມການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອົດສະຕາລີ ຄັ້ງທີ 4 ທາງອອນລາຍ.

ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ຫົວ​ໜ້າ ​2 ຝ່າຍ​ໄດ້​ຕີ​ລາ​ຄ​າ​ຄືນ​ໝາກ​ຜົນ​ຂອງ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ສອງ​ຝ່າຍ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ເຖິງວ່າ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ກໍ່​ຜົນ​ກະ​ທົບ​ໃດ​ໜຶ່ງ​ກໍ່​ຕາມ ແຕ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ​ຍາ​ມ​ໃດ​ກໍ່​ຢັ້ງ​ຢືນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ປ້ອງ​ກັນ​ຊາດ​ໃນ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້ຫຼາຍ​ກ່​ວາອ​ີກ. ໃນ​ປີນີ້, ການ​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ຝ່າຍ ໄດ້​ສືບ​ຕໍ່​ຮັກ​ສາ​ບັນ​ດາ​ກົນ​ໄກ​ພົບ​ປະ, ແລ​ກ​ປ່ຽນ​ເປັນ​ປະ​ຈຳ, ຫວ່າງ​ແລ້ວນີ້ ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ກໍ່​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ບໍ່​ເປັນ​ທາງ​ການ​ຢູ່ກອງ​ປະ​ຊຸມ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ - ອົດ​ສະ​ຕາ​ລີ​ຄັ້ງ​ທຳ​ອິດ​ຈັດ​ຕັ້ງ​ຢູ່​ຮ່າ​ໂນ້ຍ.

ສອງ​ຝ່າຍ​ໄດ້​ຕີ​ລາ​ຄ​າ​ສ​ູງ​ບັນ​ດາ​ຜົນ​ສຳ​ເລັດ​ໃນ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ຍົກ​ສູງ​ພາ​ສາ​ອັງ​ກິດ ແລະ ຮັກ​ສາ​ສັນ​ຕິ​ພາບ ຢູ່ ​ສ​ປ​ຊ, ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້ ຫວຽດ​ນາມ​ປະ​ຕິ​ລັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ ສ​ປ​ຊ ແລະ ສະ​ແດງ​ໃຫ້​ເຫັນ​ບົດ​ບາດ, ຄວາມ​ຮັບ​ຜິ​ດ​ຊອບ​ຕໍ່​ປະ​ຊາ​ຄົມ​ສາ​ກົນ.

ທີ່ການເຈລະຈາ, 2 ຝ່າຍໄດ້ຢືນຢັນຄຳໝັ້ນສັນຍາຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດໃນຂອບເຂດຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດກວ່າອີກ. 2 ຝ່າຍກໍ່ປາດຖະໜາຢາກເປີດກວ້າງບາງເນື້ອໃນການຮ່ວມມືໃໝ່ ເຊິ່ງ 2 ຝ່າຍມີຄວາມຕ້ອງການ ແລະ ມີຄວາມສາມາດຄື: ເສນາຮັກ, ຄວາມໝັ້ນຄົງທາງດ້ານເຄືອຂ່າຍອີນເຕີແນັດ, ການຊອກຫາ-ກູ້ໄພກູ້ຊີບ, ອຸດສາຫະກຳປ້ອງກັນຊາດ…

ເມື່ອເຕື້ອງເຖິງສະພາບການໂລກ, ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍໄດ້ເປັນເອກະພາບຄວາມຮັບຮູ້ລວມກ່ຽວກັບຫຼັກການເຄົາລົບກົດໝາຍສາກົນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ. 2 ຝ່າຍເຊື່ອໝັ້ນວ່າ, ພຽງແຕ່ຮ່ວມມືກັນເທົ່ານັ້ນ, ໂລກຈຶ່ງມີຄວາມສາມັກຄີ, ຮ່ວມແຮງຮ່ວມໃຈຜ່ານຜ່າ ແລະ ຟື້ນຟູພາຍຫຼັງໂລກລະບາດໂຄວິດ-19 ໄດ້.

ພ ດ ທະ ນາ ການ ພ ວ ພ ນ ດ ານ ປ ອງ ກ ນຊາດ ລະ ຫວ າງ ຫວຽດ ນາມ ແລະ ອ ດ ສະ ຕາ ລ ທ່ານ Will Nankervis ເອກ​ອັກ​ຄະ​ລັດ​ຖະ​ທູດ ອົດ​ສະ​ຕາ​ລີ ຕີ​ລາ​ຄາ​ “ຜົນ​ງານ​ພິ​ເສດ” ຂອງ ຫວຽດ​ນາມ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ອົດ​ສະ​ຕາ​ລີ, ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕ​າ​ລີ Scott Morrison ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ ອາ​ຊຽນ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍົກ​ສູງກອງ​ປະ​ຊຸມ​ກາຍ​ເປັນ​ກອງ​ປະ​ຊຸມ​ປະ​ຈຳ​ປີ, ສ້າງ​ຂີດ​ໝາຍ​ໃໝ່​ໃຫ້​ແກ່​ການ​ພ​ົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອງ​ຝ່າຍ.

ພ ດ ທະ ນາ ການ ພ ວ ພ ນ ດ ານ ປ ອງ ກ ນຊາດ ລະ ຫວ າງ ຫວຽດ ນາມ ແລະ ອ ດ ສະ ຕາ ລ ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ

ຍ​ສ​ໝ - ທ່ານ​ໂຕ​ເລິນ​ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຂອງ​ອົດ​ສະ​ຕາ​ລີ, ພິ​ເສດ​ແມ່ນ​ການ​ຮັກ​ສາ​ປະ​ຕິ​ສິດ​ທິ​ຜົນ​ຂອງ 19 ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ.

ພ ດ ທະ ນາ ການ ພ ວ ພ ນ ດ ານ ປ ອງ ກ ນຊາດ ລະ ຫວ າງ ຫວຽດ ນາມ ແລະ ອ ດ ສະ ຕາ ລ ອົດ​ສະ​ຕາ​ລີ​ໜູ​ນ​ຊ່ວຍ​ອາ​ຊຽນ​ເງິນ 60 ລ້ານ USD ເພື່ອ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ທາງ​ການ​ແພດ ແລະ ຟື້ນ​ຟູ​ເສດ​ຖະ​ກິດ

ຍ​ສ​ໝ - ອົດ​ສະ​ຕາ​ລີ​ກໍ່​ຈະ​ເພີ່ມ​ທະ​ວີ​ການ​ອຸ​ປະ​ຖຳ​ໃຫ້​ແກ່​ຂໍ້​ລິ​ເລີ່ມ​ສິນ​ຂອງ​ຜູ້​ພິ​ການ​ອາ​ຊຽ​ນ ແລະ ໜູນ​ຊ່ວຍ​ແຜນ​ການ​ສັງ​ລວມ​ຜັນ​ຂະ​ຫຍາຍ​ປະ​ຊາ​ຄົມ​ອາ​ຊຽນ 2025. ບັນ​ດາ​ມາດ​ຕະ​ການນີ້​ຈະ​ໜູນ​ຊ່ວຍ​ວິ​ທີ​ການ​ສຳ​ພັດ​ຢ່າງ​ຮອບ​ດ້ານ​ແຜນ​ການ​ຟື້ນ​ຟູ​ພາກ​ພື້ນ, ລວມ​ມີ​ບັນ​ດາ​ເປົ້າ​ໝາຍ ແລະ ປະ​ຊາ​ຄົມ​ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່​ວາ​ໝູ່.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.