ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ອົງ​ການ VUFO ຄັ້ງ​ທີ VIII ອາ​ຍຸ​ການ 2022 – 2027

09:36 | 02/06/2022

ຍ​ສ​ໝ - ວັນ​ທີ 30 ພຶດ​ສະ​ພາ, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ອົງ​ການ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ຫວຽດ​ນາມ (VUFO) ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ VIII, ອາ​ຍຸ​ການ 2022 – 2027. ນີ້​ແມ່ນ​ເຫດ​ການ​ການ​ເມືອງ​ສຳ​ຄັນ, ສ້າງ​ຂີດ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ຄະ​ນະ​ຊາວ​ໜຸ່ມ ແລະ ຂ​ະ​ບ​ວນ​ການຊາວ​ໜຸ່ມ​ອົງ​ການ.

ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຄັ້ງ​ທີ 4 ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວ​ຽດ​ນາມ ແລະ ກະ​ຊວງ​ການ​ຕ່າງ​ປະ​ເທດ ອິດ​ສະ​ລາ​ແອັນ
ການ​ນຳ​ພັກ, ລັດ ​ເຂົ້າ​ສຸ​ສານ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ ການ​ນຳ​ພັກ, ລັດ ​ເຂົ້າ​ສຸ​ສານ ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີ​ມິນ
ກອງ​ປະ​ຊຸມ​ໃຫຍ່​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ອົງ​ການ VUFO ຄັ້ງ​ທີ VIII ອາ​ຍຸ​ການ 2022 – 2027
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: ຮ່​ວາງ​ເງິນ)

ກອງ​ປະ​ຊຸມ​ຄັ້ງ​ທີ VIII ຂອງ​ຄະ​ນະ​ຊາວ​ໜຸ່ມ VUFO ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ສະຫຼຸບ, ຕີ​ລາ​ຄາ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຊາວ​ໜຸ່ມ ສະ​ຫະ​ພັນມິດ​ຕະ​ພາບ​ຄັ້ງ​ທີ VII, ອາ​ຍຸ​ການ 2017 – 2022, ພ້ອມ​ທັງ​ກຳ​ນົດ​ທິດ​ທາງ, ໜ້າ​ທີ່, ວິ​ທີ​ການ​ປະ​ຕິ​ບັດ​ວຽກ​ງານ​ຊາວ​ໜຸ່ມ ແລະ ຂະ​ບວນ​ການ​ຊາວ​ໜຸ່ມ​ອາ​ຍຸ​ການ 2022 – 2027.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່, ທ່ານ​ນາງ ຫງວຽນ​ເຟືອ​ງ​ງາ ​ເອກ​ອັກ​ຄະ​ລັດ​ຖຸ​ະ​ທູດ - ເລ​ຂາ​ຄະ​ນະ​ພັກ, ປະ​ທານ VUFO ໄດ້​ຢັ້ງ​ຢືນ​ວ່າ: ທ່ານ​ນາງ​ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ໃນ​ອາ​ຍຸ​ການ​ຜ່ານ​ມາ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ເຫດ​ການ​ການ​ເມືອງ​ສຳ​ຄັນ​ບໍ່​ພຽງ​ແຕ່​ສຳ​ລັບ​ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມ​ເທົ່າ​ນັ້ນ ຫາກ​ຍັງ​ຂອງ​ທົ່ວ​ລະ​ບົບ VUFO ອີກ​ດ້ວຍ.

ທ່ານ​ນາງ ຫງວຽນ​ເຟືອງ​ງາ ກໍ່​ເນັ້ນ​ວ່າ ຄະ​ນະ​ຊາ​ວ​ໜຸ່ມ VUFO ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຕ້ອງ​ສືບ​ຕໍ່ເສີມ​ຂະ​ຫຍາຍ​ຈິດ​ໃຈ​ປະ​ຈັນ​ບາ​ນ ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ອົງ​ການ​ເວົ້າ​ສະ​ເພາະ ແລະ ປະ​ເທດ​ຊາດ ເວົ້າ​ລວມ, ພ້ອມ​ທັງ​ເນັ້ນ​ວ່າ ຄະ​ນະ​ຊາວ​ໜຸ່ມ​ຄວນ​ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ສຶກ​ສາ​ອຸ​ດົມການປະ​ຕິ​ວັດ, ຄຸນ​ສົມ​ບັດ, ວິ​ທີ​ການ​ດຳ​ລົງ​ຊີ​ວິດ​ຂອງ​ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມ, ຍົກ​ສູງ​ຄວາມ​ຮັກ​ຊາດ, ຄວາມ​ພາກ​ພູມ​ໃຈ​ຊົນ​ຊາດ, ມູນ​ເຊື້ອ​ຂອງ​ອົງ​ການ ແລະ ຄອບ​ຄົວ. ທ່ານ​ນາງ ເນັ້ນ​ໜັກ​ວ່າ

“ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ VUFO ຕ້ອງ​ມີ​ວິ​ໄສ​ທັດ, ສ້າງ​​ໂຄງ​ການ​ສັງ​ລວມ​ຂອງ​ອາ​ຍຸ​ການ​ດ້ວຍ​ການ​ເປັນຫຼາຍ​ຮູບ​ແບບຂອງ​ບັນ​ດາ​ການ​ເຄື່ອນ​ໄຫວ, ຕິດ​ແທດ​ກັບ​ຈຸດ​ສຸມ​ຂອງ​ອົງ​ການ ແລະ ເຫດ​ການ​ໃຫຍ່. ຂ້າ​ພະ​ເຈົ້າ​ບໍ່​ຢາກໃຫ້ຄະ​ນະ​ຊາວ​ໜຸ່ມ​ພຽງ​ແຕ່​ເດີນ​ຕາມ​ບັນ​ດ​າ​ການ​ເຄື່ອນ​ໄຫວຕາມແຜນ​ເທົ່າ​ນັ້ນ. ແຕ່​ລະ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ຕ້ອງ​ມີ​ສັນ​ຍານ​ທີ່​ຕັ້ງ​ໜ້າ​ໃນ​ການ​ສຶກ​ສາ​ອຸ​ດົມ​ການ​ປະ​ຕິ​ວັດ ແລະ ຕ້ອງ​ແທດ​ຈິງ​ກັບ​ວຽກ​ງານ​ວິ​ຊາ​ການ​ເພື່ອ​ເຮັດ​ແນວ​ໃດໃຫ້ “ທັງ​ມີ​ວິ​ຊາ​ການ, ທັງ​ມີ​ຄຸນ​ສົມ​ບັດ” ຖືກ​ຕ້ອງ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ລຸງ​ໂຮ່”.

ທ່ານ​ນາງ​ປະ​ທານ VUFO ກໍ່​ຕັກເຕືອນ​ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມ​ແຕ່​ລະ​ຄົນ ຄວນຫຼີກ​ລ້ຽງ​ການ​ດຳ​ລົງ​ຊີ​ວິດ​ແບບ​ສວຍ​ໂອ​ກາດ, ອັດຖະປະໂຫຍດ, ເຫັນ​ແກ່​ຕົວ, ເດີນ​ໄກ​ກັບ​ອຸ​ດົມການ. ພ້ອມ​ກັນ​ນັ້ນ, ສະ​ມາ​ຊິກ​ຄະ​ນະ​ຊາວ​ໜຸ່ມ​ແຕ່​ລະ​ຄົນ​ຕ້ອງ​ກຳ​ແໜ້ນ ແລະ ເຂົ້າ​ໃຈ​ຈະ​ແຈ້ງ, ເຊື່ອມ​ຊືມ​ແນວ​ທາງ​ທີ່​ເລິກ​ເຊິ່ງ, ທັດ​ສະ​ນະ​ຂອງ​ພັກ ແລະ ເສັ້ນ​ທາງ​ກ້າວ​ຂຶ້ນ​ສູ່​ສັງ​ຄົມ​ນິ​ຍົມຂອງ​ປະ​ເທດ​ຊາດ.

ກອງ​ປະ​ຊຸມ​ໃຫຍ່​ໄດ້​ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ VUFO ອາ​ຍຸ​ການ 2022 – 2027 ລວມ​ມີ 7 ສະ​ຫາຍ, ສະ​ຫາຍ ຫງວຽນ​ຮ່​ວາງງອກ​ແອັງ ໄດ້​ເລືອກ​ຕັ້ງ​ດຳ​ລົງ​ຕຳ​ແໜ່ງ​ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ.

ຄະ​ນະ​ບໍ​ລິ​ຫານ​ງານ​ຄະ​ນະ​ຊາວ​ໜຸ່ມ VUFO ອາ​ຍຸ​ການ 2022 – 2027 ຕັດ​ສິນ​ໃຈ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນງານ​ທີ່​ບັນ​ລຸ​ໄດ້, ນຳ​ວິ​ວັດ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ເຂົ້າ​ສູ່​ລວງ​ເລິກ ແລະ ແທດ​ຈິງ, ປະ​ກອບ​ສ່ວນ​ຢ່າງ​ເໝາະ​ສົມ​ກັບ​ການ​ພັດ​ທະ​ນາ​ຂອງ​ສະ​ຫະ​ພັນ​ມິດ​ຕະ​ພາບ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.