ບັນ​ດາ​ທ້ອງ​ຖິ່ນ​ສືບ​ຕໍ່​ຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19

17:22 | 12/10/2021

ມາຮອດປັດຈຸບັນ, ຫວຽດນາມ ໄດ້ສັກວັກຊິນເກືອບ 55 ລ້ານໂດສ, ໃນນັ້ນມີ ເກືອບ 39 ລ້ານຄົນ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ໄດ້ຮັບການສັກວັກຊິນເຂັມທີ 1ແລະ 16 ລ້ານຄົນໄດ້ຮັບການສັກວັກຊິນເຂັມທີ 2.

ຫວ​ຽດ​ນາມ ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ ໃນ​ການ​ຮັບ​ມື ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ຫວ​ຽດ​ນາມ ສືບ​ຕໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ ໃນ​ການ​ຮັບ​ມື ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ
ຫວຽດ​ນາມ ສືບ​ຕໍ່​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ລາວ ຫວຽດ​ນາມ ສືບ​ຕໍ່​ໜູນ​ຊ່ວຍ ​ອຸ​ປະ​ກອນ​ການ​ແພດ ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ລາວ
ພາບ​ປະ​ກອບ
ພາບ​ປະ​ກອບ

ວັນທີ 11 ຕຸລາ, ຢູ່ກອງປະຊຸມທາງໄກ ກັບ 63 ແຂວງ, ນະຄອນ ເພື່ອແນໃສ່ກວດກາຄວາມຄືບໜ້າໃນການສັກວັກຊິນກັນໂຄວິດ - 19, ທ່ານຮອງລັດຖະມົນຕີສາທາລະນະສຸກ ໂດຊວັນຕວຽນ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຍູ້ໄວຄວາມຄືບໜ້າໃນການສັກວັກຊິນໃນປີ 2021, ພ້ອມທັງສ້າງແຜນການສັກວັກຊິນກັນໂຄວິດ - 19 ໃນປີ 2022. ຕາມນັ້ນແລ້ວ, ຄາດວ່າຄວາມຕ້ອງການໃນການສະໜອງວັກຊິນໃນປີ 2022 ຢູ່ ຫວຽດນາມ ຂຶ້ນເຖິງ 166 ລ້ານໂດສ ເພື່ອສັກໃຫ້ແກ່ບັນດາເປົ້າໝາຍ, ລວມມີເດັກນ້ອຍທີ່ມີອາຍຸແຕ່ 12 – 18 ປີ. ກ່ຽວກັບການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ຊາວຕ່າງປະເທດ, ຮຽກຮ້ອງໃຫ້ບັນດາແຂວງ, ນະຄອນ ຕ້ອງປະຕິບັດການສັກວັກຊິນເຂັມທີ 1 ໃຫ້ແກ່ຊາວຕ່າງປະເທດໝົດທຸກຄົນ ກ່ອນວັນທີ 31 ຕຸລາ.

ມາຮອດປັດຈຸບັນ, ຫວຽດນາມ ໄດ້ສັກວັກຊິນເກືອບ 55 ລ້ານໂດສ, ໃນນັ້ນມີ ເກືອບ 39 ລ້ານຄົນ ທີ່ມີອາຍຸແຕ່ 18 ປີຂຶ້ນໄປ ໄດ້ຮັບການສັກວັກຊິນເຂັມທີ 1ແລະ 16 ລ້ານຄົນໄດ້ຮັບການສັກວັກຊິນເຂັມທີ 2.

vovworld.vn

ເຫດການ
302 Found

Found

The document has moved here.