ພະສົງສາມມະເນນ, ພຸດທະສາສະນິກະຊົນ ນ​ະ​ຄອນ ໂຮ່​ຈີ​ມິນ​ສະ​ໜັບ​ສະ​ໜູນປະ​ຊາ​ຊົນ ອິ​ນ​ເດຍ​ເງິນ​ເປັນ​ຈຳ​ນວນ 1 ຕື້ ດົ່ງ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

09:29 | 19/05/2021

ຍ​ສ​ໝ - ທີ່​ພິ​ທີ, ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ເງິນ​ເປັນ​ຈຳ​ນວນ 1 ຕື້​ດົ່ງ ຂອງ ພະສົງສາມມະເນນ, ພຸດທະສາສະນິກະຊົນ ພາຍຫຼັງ​ການ​ລະ​ດົມ​ອຸ​ປະ​ຖຳ​ມາ​ເປັນ​ເວ​ລາ 1 ອາ​ທິດ ໃຫ້​ແກ່​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ນະ​ຄອນ​ໂຮ່​ຈີ​ມິນ. ຈຳ​ນວນ​ເງິນ​ສະ​ໜັບ​ສະ​ໜູນ​ຈະ​ໄດ້​ສູນ​ກາງ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໄດ້​ສົ່ງ​ໄປ​ຍັງ ສ​ະ​ຖານ​ທູດ ອິນ​ເດຍ ເພື່ອ​ແບ່ງ​ບັນ​ສ່ວນ​ໃດ​ສ່ວນ​ໜຶ່ງ ໜູນ​ຊ່ວຍ​ປະ​ຊາ​ຊົນ​ອິນ​ເດຍ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ຮຽກ​ຮ້ອງ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ ອິນ​ເດຍ ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ​ໂຄວິດ - 19 ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ຮຽກ​ຮ້ອງ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ ອິນ​ເດຍ ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ​ໂຄວິດ - 19
ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ
ພະສົງສາມມະເນນ, ພຸດທະສາສະນິກະຊົນ ນ​ະ​ຄອນ ໂຮ່​ຈີ​ມິນ​ສະ​ໜັບ​ສະ​ໜູນປະ​ຊາ​ຊົນ ອິ​ນ​ເດຍ​ເງິນ​ເປັນ​ຈຳ​ນວນ 1 ຕື້ ດົ່ງ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ພະສົງສາມມະ ເນນ, ພຸດທະສາສະນິກະຊົນ ນ​ະ​ຄອນ ໂຮ່​ຈີ​ມິນ​ສະ​ໜັບ​ສະ​ໜູນປະ​ຊາ​ຊົນ ອິ​ນ​ເດຍ​ເງິນ​ເປັນ​ຈຳ​ນວນ 1 ຕື້ ດົ່ງ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຫວ່າງ​ແລ້ວນີ້, ຢູ່ ສຳ​ນັກ​ບວດ ແຄ໊ງ​ອານ (ເມືອງ 12), ຄະ​ນະ​ວັດ​ທະ​ນະ​ທຳ ສາ​ສະ​ໜາພູດ - ສະ​ມາ​ຄົມ​ພູດ​ທະ​ສາ​ສະ​ໜາ ຫວຽດ​ນາມ ນະ​ຄອນ​ໂຮ່​ຈີ​ມິນ, ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພູດ​ສາ​ສະ​ໜາເມືອງ 12 ໄດ້​ຈັດ​ພິ​ທີ​ທາງ​ອອນ​ລາຍ ເພື່ອ​ທູບ​ທຽນ ພາ​ວະ​ນາ​ມຸ່ງ​ໄປ​ເຖິງ ຄວາມ​ເຈັບ​ປວດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19. ທີ່​ພິ​ທີ, ພະສົງສາມມະເນນ, ພຸດທະສາສະນິກະຊົນ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ສະ​ໜັບ​ສະ​ໜູນ ອິນ​ເດຍ ເງິນ​ເປັນ​ຈຳ​ນວນ 1 ຕື້ ດົ່ງ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ຊາວ ອິນ​ເດຍ ທີ່​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19.

ກ່າວ​ຄຳ​ເຫັນ​ທີ​ພິ​ທີ, ທ່ານ ພະ​ອາ​ຈານ​ໃຫຍ່ ທິກ​ຈີ​ເຈິນ, ຫົວ​ໜ້າ​ຄະ​ນະ​ວັດ​ທະ​ນະ​ທຳສາ​ສະ​ໜາ​ພູດ - ສະ​ມາ​ຄົມ​ພູດ​ທະ​ສາ​ສະ​ໜາ ຫວຽດ​ນາມ, ນະ​ຄອນ​ໂຮ່​ຈີ​ມິນ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ວຽກ​ງານ​ທີ​ແທດ​ຈິງ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ​ມະ​ນຸດ​ສະ​ທຳ​ຂອງ​ສະ​ມາ​ຄົມ​ພູດ​ທະ​ສາ​ສະ​ໜາ ຫວຽດ​ນາມ. ນະ​ຄອນ ​ໂຮ່​ຈີ​ມິນ ພ້ອມ​ກັບພະສົງສາມມະເນນ, ພຸດທະສາສະນິກະຊົນມຸ່ງ​ໄປ​ສູ່​ໂລກ​ລະ​ບ​າດ​ໂຄວິດ - 19 ພວມ​ເກີດ​ຂຶ້ນ​ໃນ​ທົ່ວ​ໂລກ, ເຊິ່ງ​ອິນ​ເດຍ​ແມ່ນ​ປະ​ເທດ​ພວມ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ​ໃນ​ວັນ ວັນວິສາຂະບູຊາ ປີນີ້. ພິ​ທີ​ກໍ່​ປະ​ກອບ​ສ່ວນ​ແຜ່​ກະ​ຈາຍ​ຈິດ​ໃຈ ພູມ​ປັນ​ຍາ ຂອງ ພະພຸດທະເຈົ້າ ແລະ ມູນ​ເຊື້​ອ​ອັນ​ດີ​ງາມ “ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ” ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ສຳ​ລັບ​ບັນ​ດາ​ຄວາມ​ເຈັບ​ປວດ​ ຂອງ​ມະ​ນຸດ.

ທີ່​ພິ​ທີ, ຄະ​ນະ​ຈັດ​ຕັ້ງ​ໄດ້​ມອບ​ເງິນ​ເປັນ​ຈຳ​ນວນ 1 ຕື້​ດົ່ງ ຂອງ ພະສົງສາມມະເນນ, ພຸດທະສາສະນິກະຊົນ ພາຍຫຼັງ​ການ​ລະ​ດົມ​ອຸ​ປະ​ຖຳ​ມາ​ເປັນ​ເວ​ລາ 1 ອາ​ທິດ ໃຫ້​ແກ່​ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ນະ​ຄອນ​ໂຮ່​ຈີ​ມິນ. ຈຳ​ນວນ​ເງິນ​ສະ​ໜັບ​ສະ​ໜູນ​ຈະ​ໄດ້​ສູນ​ກາງ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ໄດ້​ສົ່ງ​ໄປ​ຍັງ ສ​ະ​ຖານ​ທູດ ອິນ​ເດຍ ເພື່ອ​ແບ່ງ​ບັນ​ສ່ວນ​ໃດ​ສ່ວນ​ໜຶ່ງ ໜູນ​ຊ່ວຍ​ປະ​ຊາ​ຊົນ​ອິນ​ເດຍ ຜ່ານ​ຜ່າ​ໂລກ​ລະ​ບາດ​ໂຄວິດ - 19 ໂດຍ​ໄວ.

ພິ​ທີ​ໄດ້​ດຳ​ເນີນ​ໃນ​ບໍ​ລິ​ເວນ​ເຂັ້ມ​ງວດ, ຮັບ​ປະ​ກັນ​ບັນ​ດາ​ຄວາມ​ຮຽກ​ຮ້ອງ​ໃນ​ການ​ແຍກ​ຫ່າງ, ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ໄດ້​ຖ່າຍ​ທອດ​ສົດ ຢູ່​ບັນ​ດາ​ຊ່ອງ​ທາງ​ການ​ສື່​ສານ, ສື່ມວນ​ຊົນ ຂອງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ນະ​ຄອນ, ກໍ່​ຄື​ບາງ​ໂປ​ແກຼມ ສື່​ສັງ​ຄົມ​ອອນ​ລາຍ​ເພື່ອ​ໃຫ້ ພະສົງສາມມະ ເນນ, ພຸດທະສາສະນິກະຊົນ ພ້ອມ​ກັນ​ເຂົ້າ​ຮ່ວມ.

ກ່ອນ​ໜ້າ​ນັ້ນ​ໃນ​ວັນ​ທີ 5 ພຶດ​ສະ​ພາ, ໂດຍ​ແບ່ງ​ປັນ​ກັບ​ບັນ​ດາ​ຄວາມ​ເສຍ​ຫາຍ, ທຸກ​ຍາກ​ຂອງ ພະສົງສາມມະເນນ, ພຸດທະສາສະນິກະຊົນ ອິນ​ເດຍ ຍ້ອນ​ໂລກ​ລະ​ລາດ​ໂຄວິດ - 19, ສະ​ມາ​ຄົມ​ພູດ​ທະ​ສາ​ສະ​ໜາ ຫວຽດ​ນາມ ນະ​ຄອນ ໂຮ່​ຈີ​ມິນ ​ໄດ້​ຮ​ຽກ​ຮ້ອງ​ໃຫ້ພະສົງສາມມະເນນ, ພຸດທະສາສະນິກະຊົນ ອິນ​ເດຍ, ຜູ້​ທີ່​ມີ​ຄວາມ​ຮັກ​ຕໍ່​ສາ​ສະ​ໜາ​ພູດ ສະ​ໜັບ​ສະ​ໜູນ ວັດ​ຖຸ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ ເພື່ອ​ປ້ອງ​ກັນ, ສະ​ກັ​ດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ກອງ​ພົນ 11, ທະ​ຫານ​ເຂດ 4 ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ລາວ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ກອງ​ພົນ 11, ທະ​ຫານ​ເຂດ 4 ມອບ​ອຸ​ປະ​ກອນ​ການ​ແພດ​ໜູນ​ຊ່ວຍ​ລາວ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ ຫົວ​ໜ້າ​ກຳ​ມະ​ທິ​ການວັດ​ທະ​ນະ​ທຳ - ສັງ​ຄົມ ໄດ້​ສະ​ແດງ​ຄວາມ​ຮັບ​ຮູ້​ຕໍ່​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ, ທັນ​ການ ຂອງກອງ​ພົນ 11 ທີ່​ສະ​ຫງວນ​ໃຫ້​ແກ່​ສະ​ພາ​ແຫ່ງ​ຊາດ​ລາວ, ທ່ານນ​າງ​ກໍ່​ຖື​ວ່າ, ຈຳ​ນວນ​ຜູ້​ອັດ​ປາກ​ດັງ​ນີ້ ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ​ຕໍ່​ສະ​ພາ​ແຫ່ງ​ຊາດ​ລາວ ໃນ​ການ​ຕໍ່​ສູ້​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ລາວ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ຮຽກ​ຮ້ອງ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ ອິນ​ເດຍ ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ​ໂຄວິດ - 19 ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ ຮຽກ​ຮ້ອງ​ສະ​ໜັບ​ສະ​ໜູນ ປະ​ຊາ​ຊົນ ອິນ​ເດຍ ປ້ອງ​ກັນ​ຕ້ານ ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຕໍ່​ໜ້າ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພ​ວມ​ແຜ່​ລາມ​ໃນ​ວົງ​ກ້​ວາງ ແລະ ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ອິນ​ເດຍ, ວັນ​ທີ 6 ພຶດ​ສະ​ພາ​ທີ່​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິ​ນ​ເດຍ​ໄດ້​ປຸກ​ລະ​ດົມ​ຄຳ​ຮຽກ​ຮ້ອງ​ອຸ​ປະ​ຖຳ, ໜູນ​ຊ່ວຍ​ປະ​ຊາ​ຊົນ ໃນ​ທົ່ວ​ປະ​ເທດ.

ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ມອ​ບ​ເຄື່ອງ​ຊ່ວຍ​ຫາຍ​ໃຈ 100 ອັນ ແລະ ເຄື່ອງ​ຜະ​ລິດ​ອົກ​ຊີ ໃຫ້​ແກ່​ປະ​ຊາ​ຊົນ​ອິນ​ເດຍ

ຍ​ສ​ໝ - ພິ​ທີ​ມອບ​ຮັບ​ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 12 ພຶດ​ສະ​ພາ, ຢູ່​ສຳ​ນັກ​ງານ​ສູນ​ກາງ​ສະ​ມາ​ຄົມ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ດ້ວຍຍອດ​ມຸນ​ຄ່າ​ເກືອບ 14 ຕື້​ດົ່ງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.