ປົ​ກ​ປ້ອງ​ເດັກ​ນ້ອຍ​ໃນ​ການ​ປະ​ທະ​ກັນ​​ປະ​ກອບ​ອາ​ວຸດຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິມະ​ສຸດ​ຂອງ ຫວຽດ​ນາມ

21:20 | 30/06/2021

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່າ​ນ​ຮອງ​ລັດ​ຖະ​ມົນ​ຕີ ດັ້ງ​ຮ່​ວາງ​ຢາງ​ ໃຫ້​ຮູ້​ວ່າ ຫວຽດ​ນາມ ຮັບ​ຮູ້​ກ່ຽ​ວ​ກັບ​ບັນ​ດາ​ຄວາມ​ເສຍ​ຫາຍ, ຄວາມເຈັບ​ປວດ​ໃນ​ສົງ​ຄ​າມ​ຢ່າງ​ເລິກ​ເຊິ່ງ, ພິ​ເສດ​ແມ່ນກ່​ຽວ​ຂ້ອງ​ເຖິງ​ເດັກ​ນ້ອຍ. ທ່ານ ຮອງ​ລັດ​ຖ​ະ​ມົນ​ຕີ ໄດ້​ສະ​ແດງ​ຄ​ວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ ເຊິ່ງ​ປະຊາ​ຄົມ​ສາ​ກົນ ບັນ​ລຸ​ໄດ້​ໃນ​ໄລ​ຍະ 25 ປີ​ແຫ່ງ​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານເພື່ອ​ເດັກ​ນ້ອຍ ແລະ ການ​ປະ​ທະ​ກັນ​ປະ​ກອບ​ອາ​ວຸດ.

ຫວຽດ​ນາມ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ນັກ​ຂ່າວ ​ບັນ​ດາ​ຫ້ອງ​ການ​ສື່ມວນ​ຊົນ​ຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ ຫວຽດ​ນາມ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ແກ່​ນັກ​ຂ່າວ ​ບັນ​ດາ​ຫ້ອງ​ການ​ສື່ມວນ​ຊົນ​ຕ່າງ​ປະ​ເທດ ປະ​ຈຳ ຫວຽດ​ນາມ
ຫວຽດ​ນາມ ບໍ່​ຈຳ​ແນກ​ການ​ປະ​ພຶດ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ຊາວ​ຕ່າງ​ປະ​ເທດ ຫວຽດ​ນາມ ບໍ່​ຈຳ​ແນກ​ການ​ປະ​ພຶດ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ໃຫ້​ຊາວ​ຕ່າງ​ປະ​ເທດ
ປົ​ກ​ປ້ອງ​ເດັກ​ນ້ອຍ​ໃນ​ການ​ປະ​ທະ​ກັນ​​ປະ​ກອບ​ອາ​ວຸດຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິມະ​ສຸດ​ຂອງ ຫວຽດ​ນາມ
ທ່ານ​ ດັ້ງ​ຮ່​ວາງ​ຢາງ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ

ວັນ​ທີ 28 ມິ​ຖຸ​ນາ, ທ່ານ​ ດັ້ງ​ຮ່​ວາງ​ຢາງ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ເປີດ​ທາງ​ອອນ​ລາຍ​ຂັ້ນ​ສູງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ຫົວ​ຂໍ້ “ເດັກ​ນ້ອຍ ແລະ ການ​ປະ​ທະ​ກັນ​ປະ​ກອບ​ອາ​ວຸດ”. ທ່ານ​ ດັ້ງ​ຮ່​ວາງ​ຢາງ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ຢັ້​ງ​ຢືນ​ວ່າ ການ​ປົກປ້ອງ​ເດັກ​ນ້ອຍ​ໃນ​ການ​ປະ​ທະ​ກັນ​ປະ​ກອບ​ອາ​ວຸດ ຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ...

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່າ​ນ​ຮອງ​ລັດ​ຖະ​ມົນ​ຕີ ດັ້ງ​ຮ່​ວາງ​ຢາງ​ ໃຫ້​ຮູ້​ວ່າ ຫວຽດ​ນາມ ຮັບ​ຮູ້​ກ່ຽ​ວ​ກັບ​ບັນ​ດາ​ຄວາມ​ເສຍ​ຫາຍ, ຄວາມເຈັບ​ປວດ​ໃນ​ສົງ​ຄ​າມ​ຢ່າງ​ເລິກ​ເຊິ່ງ, ພິ​ເສດ​ແມ່ນກ່​ຽວ​ຂ້ອງ​ເຖິງ​ເດັກ​ນ້ອຍ. ທ່ານ ຮອງ​ລັດ​ຖ​ະ​ມົນ​ຕີ ໄດ້​ສະ​ແດງ​ຄ​ວາມ​ຊົມ​ເຊີຍ​ຕໍ່​ບັນ​ດາ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ ເຊິ່ງ​ປະຊາ​ຄົມ​ສາ​ກົນ ບັນ​ລຸ​ໄດ້​ໃນ​ໄລ​ຍະ 25 ປີ​ແຫ່ງ​ການ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານເພື່ອ​ເດັກ​ນ້ອຍ ແລະ ການ​ປະ​ທະ​ກັນ​ປະ​ກອບ​ອາ​ວຸດ.

ເຖິງຢ່າງ​ໃດ​ກໍ່​ຕາມ, ເດັກ​ນ້ອຍ​ໃນ​ປັດ​ຈຸ​ບັນ​ຍັງ​ສືບຕໍ່ຖືກດຶງເຂົ້າໃນບັ້ນການ​ປະ​ທະ​ກັນ ແລະ ແມ່ນ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ໄພ​ໃຊ້​ຄວາ​ມ​ຮຸນ​ແຮງ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ສູງ. ເພາະ​ສະ​ນັ້ນ, ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ເພື່ອ​ປົກ​ປ້ອງ​ເດັກ​ນ້ອຍແມ່ນ​ຢຸດ​ຕິ​ສົງ​ຄາມ ແລະ ນຳ​ສັນ​ຕິ​ພາບ​ມາສູ່ທຸກ​ຂົງ​ເຂດ​ໃນ​ທົ່ວ​ໂລກ. ຕ້ອງ​ປະ​ຕິ​ບັດ​ຄຳ​ຮຽກ​ຮ້ອງ​ຢຸດ​ຍິງ​ທົ່ວ​ໂລກຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ, ພ້ອມ​ທັງ​ຊຸກ​ຍູ້​ການ​ເຄົາ​ລົບ ແລະ ປະ​ຕິ​ບັດ​ຕາມ​ກົ​ດໝາຍ​ສ​າ​ກົນ, ພິ​ເສດ​ແມ່ນ ກົດໝາຍ​ວ່າ​ດ້ວຍ​ມະ​ນຸດ​ສະ​ທຳ​ສາ​ກົນ, ຮັບ​ປະ​ກັນ​ໃຫ້​ແກ່​ເດັກ​ນ້ອຍ ໄດ້​ສຳ​ຜັດ​ກັບ​ບັນ​ດາ​ການ​ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ ແລະ ວັກ​ຊິນ​ກັນ​ໂຄວິດ - 19 ຢ່າງ​ຄົບ​ຖ້ວນ.

ໂຄ​ງ​ການ​ດຳ​ເນີນ​ງານເພື່ອເດັກ​ນ້ອຍ ແລະ ການ​ປະ​ທະ​ກັນ​ປະ​ກອບ​ອາ​ວຸດ ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ຂອງ ຫວຽດ​ນາມ ຢູ່ ສ​ະ​ພ​າ​ຄວາມ​ໝັ້ນ​ຄົງ ​ສ​ປ​ຊ. ໃນ​ອາ​ຍຸ​ການ 2008 – 2009, ໃນ​ຖາ​ນະ​ເປັນ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ, ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ປຶກ​ສາ​ຫາ​ລື​ເປີດກ່​ຽວ​ກັບເດັກ​ນ້ອຍ ແລະ ການເບິ່ງ​ແຍງ​ດູ​ແລ​ເດັກ​ນ້ອຍ, ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ, ສ້າງ​ສັນ​ຕິ​ພາບ​ພາຍຫຼັງ​ການ​ປະ​ທະ​ກັນ. ຫວຽດ​ນາມ ກໍ່​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ຕັ້ງ ແລ​ະ ຊຸກ​ຍູ້ ສະ​ພາ​ຄວາມໝັ້ນ​ຄົງ ສ​ປ​ຊ ຜ່ານ​ຖະ​ແຫຼງກ​ການ​ປະ​ທານ S/PRST/2008/08 ກ່ຽວ​ກັບ​ເດັກ​ນ້ອຍ ແລະ ການ​ປະ​ທະ​ກັນ​ປະ​ກອບ​ອາ​ວຸດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.