ດ້ຽນ​ບຽນ​ມອບ​​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 6 ແຂວງ​ທາງ​ພາກ​ເໜືອ​ຂອງລາວ

09:21 | 13/05/2021

ຍ​ສ​ໝ - ດ້ວຍ​ງົບ​ປະ​ມານ​ກ່​ວາ 600 ລ້ານ​ດົ່ງ, ຄະ​ນະ​ຊີ້​ນຳ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແຂວງດຽນ​ບຽນໄດ້​ລົງ​ທຶນ​ເຂົ້າ​ການ​ຊື້​ບັນ​ດາ​ອຸ​ປະ​ກອນ​ການ​ແພດທີ່​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 6 ແຂວງ​ທາງ​ພາກ​ເໜືອລາວ, ແຕ່​ລະ​ແຂວງ​ລວມ​ມີ: ຜ້າ​ອັດ​ປາກ​ດັງ 32.000 ອັນ, ຢາ​ລ້າງ​ມື​ຂ້າ​ເຊື້ອ 200 ຕຸກ, ຊຸດ​ປ້ອງ​ກັນ​ຕ້ານ​ເຊື້ອລະ​ດັບ 3.300 ຊຸດ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ມອບ​ເຄື່ອງ​ຊາຍ​ຫາຍ​ໃຈ 100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ມອບ​ເຄື່ອງ​ຊາຍ​ຫາຍ​ໃຈ 100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ
ດ້ຽນ​ບຽນ​ມອບ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ມູນ​ຄ່າ​ກ່​ວາ 100 ລ້​ານ​ດົ່ງ​ໃຫ້​ແກ່​ກຳ​ລັງ​ປ້ອ​ງ​ກັນ​ຊາຍ​ແດນ​ລາວ ດ້ຽນ​ບຽນ​ມອບ​ອຸ​ປະ​ກອນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ທີ່​ມີ​ມູນ​ຄ່າ​ກ່​ວາ 100 ລ້​ານ​ດົ່ງ​ໃຫ້​ແກ່​ກຳ​ລັງ​ປ້ອ​ງ​ກັນ​ຊາຍ​ແດນ​ລາວ
ດ້ຽນ​ບຽນ​ມອບ​​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 6 ແຂວງ​ທາງ​ພາກ​ເໜືອ​ຂອງລາວ

ທ່ານ​ຟ້າມ​ຢາງ​ນາມ, ຜູ້​ອຳ​ນາຍ​ການ​ພະ​ແນກ​ສາ​ທາ​ນະ​ລະ​ສຸກ, ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ຊີ້​ນຳ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແຂ​ວງ​ດ້ຽນ​ບຽນ​ມອບ​ເຄື່ອງ​ຊ່ວຍ​ເຫຼືອ​ບັນ​ດາ​ແຂວງ ພາກ​ເໜືອ​ລາວ

ຕອນ​ເຊົ້າ​ວັນ​ທີ 11 ພຶດ​ສະ​ພາ, ຢູ່​ເຂດຫຼັກ​ໝາຍ​ເລກ 113, ຂຶ້ນ​ກັບ​ດ່າຍ​ຊາຍ​ແດນ​ສາ​ກົນ​ໄຕ​ຈາງ, ຕາ​ແສງນາ​ອື, ເມືອງ​ດ້ຽນ​ບຽນ, ຄະ​ນະ​ຊີ້​ນຳ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແຂວງດ້ຽນ​ບຽນໄດ້​ຈັດ​ຕັ້ງ​ການມອບ​ວັດ​ຖຸອຸ​ປະ​ກອນ​ການ​ແພດ​ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ຜູ້​ຕາງ​ໜ້າ 6 ແຂ​ວງ​ທາງ​ພາກ​ເໜືອ​ຂອງ​ ປະ​ເທດ​ສາ​ທາ​ລະ​ນະ​ລັດປະ​ຊາ​ທິ​ປ​ະ​ໄຕປະ​ຊາ​ຊົນລາວ (ລວມ​ມີ: ຜົ້ງ​ສາ​ລີ, ອຸ​ດົມ​ໄຊ, ຫຼວງ​ພະ​ບາ​ງ, ບໍ່​ແກ້ວ, ໄຊ​ຍະ​ບູ​ລີ​ ແລະຫຼວງ​ນ້ຳ​ທາ).

ດ້ວຍ​ງົບ​ປະ​ມານ​ກ່​ວາ 600 ລ້ານ​ດົ່ງ, ຄະ​ນະ​ຊີ້​ນຳ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແຂວງດຽນ​ບຽນໄດ້​ລົງ​ທຶນ​ເຂົ້າ​ການ​ຊື້​ບັນ​ດາ​ອຸ​ປະ​ກອນ​ການ​ແພດທີ່​ຈຳ​ເປັນ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວຽກ​ງານ​ປ້ອງ​ກັນ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່ 6 ແຂວງ​ທາງ​ພາກ​ເໜືອລາວ, ແຕ່​ລະ​ແຂວງ​ລວມ​ມີ: ຜ້າ​ອັດ​ປາກ​ດັງ 32.000 ອັນ, ຢາ​ລ້າງ​ມື​ຂ້າ​ເຊື້ອ 200 ຕຸກ, ຊຸດ​ປ້ອງ​ກັນ​ຕ້ານ​ເຊື້ອລະ​ດັບ 3 300 ຊຸດ.

ໂດຍ​ໄດ້​ຮັບ​ຮູ້​ວ່າ, ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ໂລກ​ລະ​ບາດ​ໂຄວິດ - 19 ຢູ່ 6 ແຂ​ວງ​ທາງ​ພາກ​ເໜືອ​ຂອງ ລາວ ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ດ້ວຍ​ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເພີ່ມ​ຂຶ້ນ​ສູງ, ໃນ​ຂະ​ນະ​ນັ້ນ, ຈຳ​ນວນ​ອຸ​ປະ​ກອນ, ວັດ​ຖຸ​ການ​ແພດ​ຂອງ​ບັນ​ດາ​ແຂວງ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຂາດ​ເຂີນຫຼາຍ​ຢ່າງ. ເພາະ​ສະ​ນັ້ນ, ເລື່ອງ​ໜູນ​ຊ່ວຍ​ວັດ​ຖຸ​ອຸ​ປະ​ກອນ​ຂອງ​ແຂວງ​ດ້ຽນ​ບຽນ​ບໍ່​ພຽງ​ແຕ່​ແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ, ລະ​ດົມ​ກຳ​ລັງ​ໃຈ ແລະ ໜູນ​ຊ່ວຍ​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ແກ່​ບັນ​ດາ​ແຂວງ​ທາງ​ພາກ​ເໜືອ​ລາວ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​ໃຫ້​ເປັນ​ຈິດ​ໃຈ​ສາ​ມັກ​ຄີ, ມິດ​ຕະ​ພາບ, ການ​ຮ່ວມ​ມື​ສາ​ກົນ​ແບບ​ສະ​ໜິດ​ຕິດ​ພັນ, ໝັ້ນ​ຄົງ ເປັນ​ຕົ້ນ​ແມ່ນ​ໃນ​ໄລ​ຍະ​ ​ໂລກ​ລະ​ບາດ​ໂຄວິດ - 19 ພວ​ມ​ຄຸມ​ຄາມ​ຄື​ໃນ​ປັດ​ຈຸ​ບັນ.

ໂດຍ​ໄດ້​ຮັບ​ວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ຂອງ​ຄະ​ນະ​ຊີ້​ນຳ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແຂວງ​ດຽນ​ບຽນ, ການ​ນຳ​ບັນ​ດາ​ແຂວງ​ພາກ​ເໜືອ​ລາວ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ແລະ ສົ່ງ​ຄຳ​ຂອບ​ໃຈ​ໄປ​ຍັງ​ການ​ນຳ​ແຂວງ​ດຽນ​ບຽນ, ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ ບັນ​ດາ​ແຂວງ​ພາກ​ເໜືອ​ລາວ ແລະ ແຂວງ​ດຽນ​ບ​ຽນ ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ​ໃນ​ທຸກ​ຂົງ​ເຂດ, ພ້ອມ​ກັນ​ສາ​ມັກ​ຄີ​ກັນ, ມາ​ນະ​ພະ​ຍາ​ຍາມ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ສະ​ພາບ​ການ​ໃໝ່​ໃຫ້​ດີ​ກ່​ວາ​ອີກ.

ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ມອບ​ເຄື່ອງ​ຊາຍ​ຫາຍ​ໃຈ 100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ມອບ​ເຄື່ອງ​ຊາຍ​ຫາຍ​ໃຈ 100 ອັນ​ໃຫ້​ແກ່​ປະ​ຊາ​ຊົນ ອິນ​ເດຍ

ຍ​ສ​ໝ - ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ນັ້ນ, ພິ​ທີ​ໂດຍ​ທ່ານ ລັດ​ຖະ​ມນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ການ​ສື່​ສານ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ອິນ​ເດຍ ຫງວຽນ​ແມັ້ງ​ຮຸ່ງ ເປັນ​ປະ​ທານ ແລະ ໄດ້​ຈັດ​ຕັ້ງ​ຕ​າມ​ຮູບ​ການ​ທາງ​ອອນ​ລາຍ.

ສະ​ຖານ​ທູດ ນິວ​ຊີ​ແລນ ອຸ​ປະ​ຖຳ​ເງິນ​ເປັນ​ຈຳ​ນວນ 800 ລ້ານ ເພື່ອ​ປູກ​ຕົ້ນ​ໄມ້​ປ່າ​ຢູ່​ແຂວງ​ນິງ​ທ້ວນ ສະ​ຖານ​ທູດ ນິວ​ຊີ​ແລນ ອຸ​ປະ​ຖຳ​ເງິນ​ເປັນ​ຈຳ​ນວນ 800 ລ້ານ ເພື່ອ​ປູກ​ຕົ້ນ​ໄມ້​ປ່າ​ຢູ່​ແຂວງ​ນິງ​ທ້ວນ

ຍ​ສ​ໝ - ໂຄງ​ການ​ເພື່ອ​ແນ​ໃສ່​ຕອບ​ສະ​ໜອງ​ຄຳ​ຮຽ​ກ​ຮ້ອງ​ຕ້ອງ​ການ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ກ່ຽວ​ກັບ​ຂໍ້​ສະ​ເໜີ​ຜັນ​ຂະ​ຫຍາ​ຍ​ຂໍ້​ລິ​ເລີ່ມ​ປູກຕົ້ນ​ໄມ້ 1 ຕື້​ຕົ້ນ​ໃນ​ໄລ​ຍະ 2021 – 2025, ໂຄງ​ການ​ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຈາກ​ພະ​ແນກ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ແຂ​ວງ​ນິງ​ທ້ວນ, ຄະ​ນະ​ຄຸ້ມ​ຄອງ​ປ່າ​ປ້ອງ​ກັນ​ເຂດ​ແຄ​ມ​ທະ​ເລ ທ້ວນ​ນາມ ແລະ ໂຄງ​ການ​ປູ​ກ​ຕົ້ນ​ໄມ້​ຂຽວ, ໂຄງ​ການ​ຂຶ້ນ​ກັບ​ກອງ​ທຶນ​ດຳ​ລົງ​ຊີ​ວິດ Foundation.

ອົດ​ສະ​ຕາ​ລີ​ ​ຊ່ວຍເຫຼືອ ຫວຽດ​ນາມ ຂົນ​ສົ່ງ​ຜ້າ​ອັດ​ປາກ​ດັງໜູນ​​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ອົດ​ສະ​ຕາ​ລີ​ ​ຊ່ວຍເຫຼືອ ຫວຽດ​ນາມ ຂົນ​ສົ່ງ​ຜ້າ​ອັດ​ປາກ​ດັງໜູນ​​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ງວດ​ສິນ​ຄ້າ​ຜ້​າ​ອັດ​ປາກ​ດັງ 810.000 ອັນ​ຂອງ ຫວຽດ​ນາມ​ໜູນ​ຊ່ວຍ​ໃຫ້​ ຕີມໍແລດ​ສະ​ແຕ ເພື່ອ​ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ອົດ​ສະ​ຕາ​ລີ​ຊ່ວຍ​ເຫຼືອ​ສົ່ງ​ໄປ​ຍັງ​ດ້ວຍ​ການ​ເດີນ​ເຮືອ​ໄປ​ຍັງ​ນະ​ຄອນຫຼວ​ງ Dili.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.