ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ກີ​ເນ - ບິດ​ຊາວ

06:30 | 12/08/2020

ຍ​ສ​ໝ - ທີ່ກອງ​ປະ​ຊຸມ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ​ໄດ້​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ນັກ​ລາຍ​ງານ ແລະ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ ແລະ ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ທີ່​ພວມ​ຊົ່ວ​ຮ້າຍ​ລົງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ຫວຽດ ນາມ ເຂ າ ຮ ວມກອງ ປະ ຊ ມ ຂອງສະ ພາ ຄວາມ ໝ ນ ຄ ງ ສ ປ ຊ ກ ຽວ ກ ບ ສະ ພາບ ການ ຢ ກ ເນ ບ ດ ຊາວ ຫວຽດ​ນາມ​ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ເນື້ອ​ໃນ​ບັນ​ດາ​ເອ​ກະ​ສານວາ​ລະກອງ​ປະ​ຊຸມປະ​ຈຳ​ປີ ຄັງ​ທີ 44 ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ
ຫວຽດ ນາມ ເຂ າ ຮ ວມກອງ ປະ ຊ ມ ຂອງສະ ພາ ຄວາມ ໝ ນ ຄ ງ ສ ປ ຊ ກ ຽວ ກ ບ ສະ ພາບ ການ ຢ ກ ເນ ບ ດ ຊາວ ຫວຽດ​ນາມເຂົ້​າ​ຮ່ວມ​ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສ້າງ​ສັນ​ຕິ​ພາບ ແລະ ສິດທິ​ມະ​ນຸດ
ຫວຽດ ນາມ ເຂ າ ຮ ວມກອງ ປະ ຊ ມ ຂອງສະ ພາ ຄວາມ ໝ ນ ຄ ງ ສ ປ ຊ ກ ຽວ ກ ບ ສະ ພາບ ການ ຢ ກ ເນ ບ ດ ຊາວ
ທ່ານ ດັ້ງ​ດິ່ງ​ກຸ໊ຍ ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ (ພາບ: ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ​ປະ​ຈຳ ສ​ປ​ຊ)

ວັນ​ທີ 10 ສິງ​ຫາສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການກີ​ເນ - ບິດ​ຊາວ ແລ​ະ ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ ສ​ປ​ຊ ​ຢູ່ ກີ​ເນ - ບິດ​ຊາວ (UNIOGBIS) ໃນ 6 ເດືອນ​ທີ່​ຜ່ານ​ມາ.

ທ່ານ​ນາງ Rosine Sori-Coulibaly ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ກີ​ເນ - ບິດ​ຊາວ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ UNIOGBIS; ທ່ານ​ນາງ Ghada Fathi Waly ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ຫ້ອງ​ການ ສ​ປ​ຊ ​ກ່ຽວ​ກັບ​ບັນ​ດາ​ຢາ​ເສັບ​ຕິດ ແລະ ອາດ​ຊະ​ຍາ​ກຳ (UNDC) ແລະ ຜູ້​ຕາງ​ໜ້າ​ຄະ​ນະ​ຜູ້​ແທນບ​ຣາ​ຊິນ, ປະ​ທານ​ກຸ່ມ​ກ່ຽວ​ກັບ​ກີ​ເນ - ບິດ​ຊາວ​ໃນ​ຄະ​ນະ​ກຳ​ມະ​ການ​ສ້າງ​ສັນ​ຕິ​ພາບ ສ​ປ​ຊ ໄດ້​ລາຍ​ງານ​ທີ່ກອງ​ປະ​ຊຸມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກີ​ເນ - ບິດ​ຊາວ ກໍ່​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃນ​ຖາ​ນະ​ເປັນ​ແຂກ​ຖືກ​ເຊີນ.

ທີ່ກອງ​ປະ​ຊຸມ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ​ໄດ້​ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ, ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ນັກ​ລາຍ​ງານ ແລະ ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ ແລະ ສະ​ພາບ​ການ​ມະ​ນຸດ​ສະ​ທຳ​ທີ່​ພວມ​ຊົ່ວ​ຮ້າຍ​ລົງ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ບັນ​ດາ​ປະ​ເທດກ​ໍ່​ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ສືບ​ຕໍ່​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ Conarky ແລະ ວິ​ວັດ​ແຫ່ງ​ການ​ປະ​ຕິ​ບັດ 6 ຈຸດ​ຂອງ ECOWAS. ບັນ​ດາ​ປະ​ເທດ​ກໍ່​ສະ​ເໜີ​ໃຫ້​ສືບ​ສວນ​ບັນ​ດາ​ການ​ກະ​ທຳ​ລະ​ເມີດ​ສິດ​ທິ​ມະ​ນຸດ​ຂອງກອງ​ທັບ ແລະ ກຳ​ລັງ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ.

ກ່າວ​ຄຳ​ເຫັ​ນ​ທີ່ກອງ​ປະ​ຊຸມ, ທ່ານ ດັ້ງ​ດິ່ງ​ກຸ໊ຍ ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ຮ່ວມ​ມື​ກັນ, ຫຼຸດຜ່ອນ​ຄວາມ​ແຕກ​ຕ່າງ​ກັນ, ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ການ​ໄກ່​ເກ່ຍ​ບັນ​ຫາລະ​ຫວ່າງ​ຊາດ, ສືບ​ຕໍ່​ປະ​ຕິ​ບັດ​ບັນ​ດາ​ການ​ປະ​ຕິ​ຮູບ​ທີ່​ສຳ​ຄັນ ໃນ​ສົນ​ທິ​ສັນ​ຍາ Conarky, ສົນ​ທິ​ສັນ​ຍາ​ສ້າງ​ສະ​ຖຽນ​ລະ​ພາບ ແລະ ວິ​ວັດ​ຂະ​ບວນ​ການປະ​ຕິ​ບັດ 6 ຈຸດ​ຂອງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາຟ​ຼິກ​ກາ​ຕາ​ເວັນ​ຕົກ.

ທ່ານ​ກໍ່​ເນັ້ນ​ໜັກ​ເຖິງ​ໜ້າ​ທີ່​ປົກ​ປ້ອງ​ສາ​ມັນ​ຊົນ ແລະ ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ, ຊາວ​ໜຸ່ມ ໃນ​ການ​ວາງ​ແຜນ​ກຳ​ນົດ​ນະ​ໂຍ​ບາຍ ແລະ ພ​ັດ​ທະ​ນາ​ປະ​ເທດ​ຊາດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ດັ້ງ​ດິ່ງ​ກຸ໊ຍ​ໄດ້​ຮຽ​ກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນ​ໜູນ​ຊ່ວຍ​ບັນ​ດາ​ຄວາ​ມມາ​ນະ​ພະ​ຍາ​ຍາມ​ຂອງ ກີ​ເນ - ບິດ​ຊາວໃນ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະ​ບາດ Covid – 19, ຢ້ຳ​ຄືນ​ເຖິງການ​ສະ​ໜັບ​ສະ​ໜູນ​ຂອງ​ຫວຽດ​ນາມ​ໃນ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 2512 (2020) ເພື່ອ​ສັ​ນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ​ການພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ເຂດກີ​ເນ - ບິດ​ຊາວ.

ຫວຽດ ນາມ ເຂ າ ຮ ວມກອງ ປະ ຊ ມ ຂອງສະ ພາ ຄວາມ ໝ ນ ຄ ງ ສ ປ ຊ ກ ຽວ ກ ບ ສະ ພາບ ການ ຢ ກ ເນ ບ ດ ຊາວ ຫວຽດ​ນາມ​ ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ເນື້ອ​ໃນ​ບັນ​ດາ​ເອ​ກະ​ສານວາ​ລະກອງ​ປະ​ຊຸມປະ​ຈຳ​ປີ ຄັງ​ທີ 44 ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ

ຍ​ສ​ໝ - ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ດ້ວຍ​ບົດ​ບາດ​ເປັນ​ປະ​ທານ​ອາ​ຊຽນ, ໄດ້​ຕາງ​ໜ້າ​ໃຫ້​ອາ​ຊຽ​ນ​ກ່າວ​ຄຳ​ເຫັນ​ລ​ວມ​ຢູ່​ບັນ​ດາ​ກອງ​ປະ​ຊຸມ ກ່ຽວ​ກັບ​ບົດ​ລາຍ​ງານ​ປະ​ຈຳ​ປີ​ຂອງ ຂະຫຼວງ​ໃຫຍ່​ກ່​ຽວ​ກັບ​ສະ​ພາບ​ການ​ສິດ​ຂອງ​ມະ​ນຸດ ແລະ ຜົນ​ກະ​ທົບ​ຂອງ​ໂລກ​ລະ​ບາດ Covid – 19, ສະ​ພາບ​ສິດ​ທິ​ມະ​ນຸດ​ຂອງ ຟີ​ລິບ​ປິນ, ບັນ​ດາ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ແລກ​ປ່ຽ​ນ​ຫົວ​ເລື່ອງ​ສະ​ເພາະ​ປະ​ຈຳ​ປີ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ.

ຫວຽດ ນາມ ເຂ າ ຮ ວມກອງ ປະ ຊ ມ ຂອງສະ ພາ ຄວາມ ໝ ນ ຄ ງ ສ ປ ຊ ກ ຽວ ກ ບ ສະ ພາບ ການ ຢ ກ ເນ ບ ດ ຊາວ ຫວຽດ​ນາມເຂົ້​າ​ຮ່ວມ​ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສ້າງ​ສັນ​ຕິ​ພາບ ແລະ ສິດທິ​ມະ​ນຸດ

ຍ​ສໝ - ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ດິ່ງ​ກຸ໊ຍ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ປະ​ຈຳ ສ​ະ​ຫະປະ​ຊາ​ຊາດ​ ໄດ້​ຢັ້ງ​ຢືນ​ຄືນ​ໃໝ່​ບັນ​ດາຫຼັກ​ການ​ພື້ນ​ຖານ​ຂອງ ການ​ເຄື່ອນ​ໄຫວ​ສ້າງ​ສັນ​ຕິ​ພາບ ແລະ ເລື່ອງ​ປະ​ເທດ​ເຈົ້າ​ພາບມີ​ບົດ​ບາດ​ແຖວ​ໜ້າ​ໃນ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້​ສິດ​ທິ​ມະ​ນຸດ.

ຫວຽດ ນາມ ເຂ າ ຮ ວມກອງ ປະ ຊ ມ ຂອງສະ ພາ ຄວາມ ໝ ນ ຄ ງ ສ ປ ຊ ກ ຽວ ກ ບ ສະ ພາບ ການ ຢ ກ ເນ ບ ດ ຊາວ ສະ​ພາ​​ຄວາມ​ໝັ້ນ​ຄົງ​ ສະ​ຫະ​ປະ​ຊາ​ຊາດ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການມະນຸດສະທຳ ຢູ່ ຊີ​ຣີ

ຍ​ສໝ - ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳສະຫະປະຊາຊາດໄດ້ຮຽກ​ຮ້ອງ​ໃຫ້​​ວົງ​ຄະ​ນະ​ຍາດ​ສາ​ກົນ​ສືບ​ຕໍ່ ສະ​ໜອງ​ການໜູນ​ຊ່ວຍດ້າ​ນ​ມະ​ນຸດ​ສະ​ທຳ​ໃຫ້​ແກ່ ຊີ​ຣີ ແລະ ເນັ້ນ​ໜັກ​ວ່າ ​ຄວາມຈຳ​ເປັນ​ຕ້ອງຂອງ​ຄວາມເປັນ​ເອ​ກະ​ພາບ​ໃນ​ບັນ​ຫາ​ໜູນ​ຊ່ວຍດ້ານ​ມະ​ນຸດ​ສະ​ທຳ.

ເຫດການ
302 Found

Found

The document has moved here.