ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າ​ຮ່ວມ ກອງປະຊຸມສະຫຼຸບວຽກງານປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ

13:06 | 08/01/2021

ຍ​ສ​ໝ - ທີ່ກອງ​ປະ​ຊຸມທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ໃນສະພາບທີ່ ເສດຖະກິດໂລກໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ແຕ່ການສົ່ງອອກຂອງ ຫວຽດນາມ ຍັງເຕີບໂຕດ້ວຍວົງເງິນສົ່ງອອກຄາດວ່າບັນລຸໄດ້ ກ່ວາ 281,5 ຕື້ USD, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ປີ 2019.

ນາຍ ກລ ດຖະມ ນຕ ຫວຽດນາມ ເຂ າ ຮ ວມ ກອງປະຊ ມສະຫ ບວຽກງານປ 2020 ແລະ ຜ ນຂະຫຍາຍໜ າທ ປ 2021ຂອງ ຂະ ແໜງ ອ ດ ສາ ຫະ ກຳ ແລະ ການ ຄ າ WB: ໝາກ​ຜົນ​ການ​ສຶກ​ສາ​ຂອງ ຫວຽດ​ນາມ​ໄດ້​ຈັດ​ຢູ່​ລຳ​ດັບ​ເທົ່າ​ທຽມ​ກັນ​ກັບ​ປະ​ເທດ​ໂຮນ​ລັງ, ນິວ​ຊີ​ແລນ ແລະ ຊຸ​ແອັດ.
ນາຍ ກລ ດຖະມ ນຕ ຫວຽດນາມ ເຂ າ ຮ ວມ ກອງປະຊ ມສະຫ ບວຽກງານປ 2020 ແລະ ຜ ນຂະຫຍາຍໜ າທ ປ 2021ຂອງ ຂະ ແໜງ ອ ດ ສາ ຫະ ກຳ ແລະ ການ ຄ າ ລາວ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ
ນາຍ ກລ ດຖະມ ນຕ ຫວຽດນາມ ເຂ າ ຮ ວມ ກອງປະຊ ມສະຫ ບວຽກງານປ 2020 ແລະ ຜ ນຂະຫຍາຍໜ າທ ປ 2021ຂອງ ຂະ ແໜງ ອ ດ ສາ ຫະ ກຳ ແລະ ການ ຄ າ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາ​ມາ ຫງວຽນ​ຊວັນ​ຟຸກກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

ຫວ່າງ​ແລ້ວນີ້, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາ​ມ ຫງວຽນ​ຊວັນ​ຟຸກ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສະຫຼຸບວຽກງານປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021ຂອງ​ຂະ​ແໜງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ.

ກ້າວ​ເຂົ້າ​ສູ່​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ໄລ​ຍະ 5 ປີ 2016 - 2020, ໃນ​ສະ​ພາບ​ການ​ໂລກ ແລະ ພາກ​ພື້ນ​ມີ​ບັນ​ດາ​ປັດ​ໄຈ​ຫຍຸ້ງ​ຍາກ ແລະ ສະ​ດວກ​ທີ່​ສະຫຼັບ​ກັນ, ການ​ຜັນ​ແປ​ຢ່າງ​ສັບ​ສົນ​ກ່​ວາ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ, ສ້າງ​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ພັ​ດ​ທະ​ນ​າ​ຂອງ​ບັນ​ດາ​ປະ​ເທດ. ພິ​ເສດ​ແມ່ນ​ປີ 2020, ແມ່ນ​ປີ​ສຸດ​ທ້າຍ​ຂອງ ແຜນ​ການ 5 ປີ​ 2016 - 2020, ໂລກ​ລະ​ບາດ​ໂຄວິດ - 19 ໄດ້​ເກີດ​ຂຶ້ນ​ໃນ​ທົ່ວ​ໂລກ ດ້ວຍ​ອັດ​ຕາ​ຕິດ​ເຊື້ອ​ໂດຍ​ໄວ, ມີ​ການ​ຜັນ​ແປ​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ລ່ວງ​ໜ້າ​ໄດ້ ແລະ ລະ​ດັບ​ຄວາມ​ສ່ຽງ​ສູງ​ທີ່​ຍັງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ປະ​ຫວັດ​ສາດ​ໄດ້​ສ້າງ​ຜົນ​ກະ​ທົບ​ຢ່າງ​ແຮງ​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ, ການ​ເມືອງ, ສັງ​ຄົມ ຂອງ​ໂລກ ແລະ ພາກ​ພື້ນ. ໃນ​ສະ​ພາບ​ການນີ້​ໄດ້​ກໍ່​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ​ໃຫຍ່​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຫວຽດ​ນາມໃນຫຼາຍ​ຂົງ​ເຂດ.

​ກ່າ​ວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ເຈິ່ນ​ຕັວນ​ແອັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໃຫ້​ຮູ້​ວ່າ: ພາຍ​ໃຕ້​ການ​ຊີ້​ນຳ​ຢ່າງ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ ແລະ ການ​ຊິ້​ນຳ​ຢ່າງ​ຂຽດ​ຂາດ, ຂ​ະ​ຫຍັນ​ຂັນ​ເຄື່ອນ, ຖືກ​ຕ້ອງ, ທັນ​ການ​ຂອງ​ລັດ​ຖະ​ບານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ, ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ໄດ້​ພ້ອມ​ກັບ​ທົ່ວ​ປະ​ເທດ ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ພົ້ນ​ເດັ່ນ​ໃນ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ ປີ 2020.

ນາຍ ກລ ດຖະມ ນຕ ຫວຽດນາມ ເຂ າ ຮ ວມ ກອງປະຊ ມສະຫ ບວຽກງານປ 2020 ແລະ ຜ ນຂະຫຍາຍໜ າທ ປ 2021ຂອງ ຂະ ແໜງ ອ ດ ສາ ຫະ ກຳ ແລະ ການ ຄ າ
ທ່ານ ເຈິ່ນ​ຕັວນ​ແອັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດນາມ.

ສ່ວນ ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ຊີ້​ແຈ້ງວ່າ ປີ 2020 ແມ່ນ​ປີ​ທີ່​ຫວຽດາມ ແລະ ໂລກ​ໄດ້ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ໃຫຍ່​ຢ່າງຫຼວງຫຼາຍ ແລະ ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລ​ະ​ບາດ.

ໃນ​ສະ​ພາບ​ການ​ນັ້ນ, ຕ້ອງ​ມີ​ການ​ຊີ້​ນຳ​ຢ່າງ​ຖືກ​ຕ້ອງ​ຂອງ​ພັກ, ຄວາມ​ຕັດ​ສິນ​ໃຈ​ຢ່າງ​ສູງ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ສູ້​ຊົນ, ການ​ປະ​ກອບ​ສ່ວນ​ຢ່າງ​ຍິ່ງຂອງ​ທົ່ວ​ລະ​ບົບ​ກາ​ນ​ເມືອງ, ທົ່ວ​ກອງ​ທັ​ບ, ທົ່ວ​ປວງ​ຊົນ​ທັງ​ຊາດ, ພວກ​ເຮົາ​ຍັງ​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ, ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ດ້​ວຍ​ໝາກ​ຜົນ​ທີ່​ພົ້ນ​ເດັ່ນ.

​ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້​ຮູ້​ວ່າ: ໃນສະພາບທີ່ ເສດຖະກິດໂລກໄດ້ຮັບຜົນກະ​ທົບຢ່າງຮ້າຍ​ແຮງຈາກໂລກລະບາດໂຄວິດ - 19, ແຕ່ການສົ່ງອອກຂອງ ຫວຽດນາມ ຍັງເຕີບໂຕດ້ວຍວົງເງິນສົ່ງອອກຄາດວ່າບັນລຸໄດ້ ກ່ວາ 281,5 ຕື້ USD, ເພີ່ມຂຶ້ນ 6,5%ເມື່ອທຽບໃສ່ປີ 2019.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຕີລາຄາສູງຕໍ່ການປະຕິບັດສັນຍາການຄ້າເສລີ (FTA) ສະບັບຕ່າງໆຢ່າງມີປະສິດທິຜົນ ເພື່ອໃຫ້ການສົ່ງອອກໄດ້ຮັບການຍູ້ແຮງຢ່າງມີປະສິດທິຜົນກ່ວາ. ມາຮອດປັດຈຸບັນ, ຫວຽດນາມ ກາຍເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີລະດັບເປີດຂະໜາດໃຫຍ່ ແລະ ມີການພົວພັນການຄ້າ ກັບ 230 ຕະຫຼາດ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຂອງ ຫວຽດນາມ ເປີດກວ້າງຕະຫຼາດ, ເຊື່ອມຕໍ່, ເຂົ້າຮ່ວມລະບົບຕ່ອງໂສ້ມູນຄ່າ ແລະ ເຄືອຂ່າຍການຜະລິດທົ່ວໂລກ ຢ່າງເລິກເຊິ່ງກ່ວາ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ປີ 2020 ແມ່ນປີມີຫຼາຍເຫດການສຳຄັນ, ຂະແໜງ ອຸດສາຫະກຳ ແລະ ການຄ້າ ຄວນສຸມໃສ່ບັນດາການກຳນົດທິດໃຫຍ່.

ນາຍ ກລ ດຖະມ ນຕ ຫວຽດນາມ ເຂ າ ຮ ວມ ກອງປະຊ ມສະຫ ບວຽກງານປ 2020 ແລະ ຜ ນຂະຫຍາຍໜ າທ ປ 2021ຂອງ ຂະ ແໜງ ອ ດ ສາ ຫະ ກຳ ແລະ ການ ຄ າ WB: ໝາກ​ຜົນ​ການ​ສຶກ​ສາ​ຂອງ ຫວຽດ​ນາມ​ໄດ້​ຈັດ​ຢູ່​ລຳ​ດັບ​ເທົ່າ​ທຽມ​ກັນ​ກັບ​ປະ​ເທດ​ໂຮນ​ລັງ, ນິວ​ຊີ​ແລນ ແລະ ຊຸ​ແອັດ.

ຍ​ສ​ໝ - ຕາມ​ບົດ​ລາຍ​ງານ​ຂອງ​ທະ​ນາ​ຄານ​ໂລກ (WB), ການ​ສຶກ​ສາ​ຫວຽດ​ນາມ​ຢືນ​ຢູ່​ລຳ​ດັບ​ທີ 15 ທຽບ​ເທົ່າ​ກັນ​ກັບ​ປະ​ເທດ​ໂຮນ​ລັງ, ນິ​ວ​ຊີ​ແລນ, ຊຸ​ແອັດ.

ນາຍ ກລ ດຖະມ ນຕ ຫວຽດນາມ ເຂ າ ຮ ວມ ກອງປະຊ ມສະຫ ບວຽກງານປ 2020 ແລະ ຜ ນຂະຫຍາຍໜ າທ ປ 2021ຂອງ ຂະ ແໜງ ອ ດ ສາ ຫະ ກຳ ແລະ ການ ຄ າ ລາວ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ

ຍ​ສ​ໝ - ບັນ​ດາ​ມາດ​ຕະ​ການ​ໄດ້​ຮັບ​ການ​ຍູ້​ແຮງ​ຈາກ​ລາວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ ແມ່ນ ຫຼຸດ​ຜ່ອນ​ພາ​ສີ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຂະ​ໜາດ​ກາງ, ນ້ອຍ ແລະ ​ຈຸ​ນລະວິ​ສາ​ຫະ​ກິດ. ຈັດ​ຕັ້ງ​ບັນ​ດາ​ຊຸດ​ຝຶກ​ອົ​ບ​ຮົບ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ກ່ຽວ​ກັບ​ການ​ປູກ​ຟັງ, ຈັດ​ຕັ້ງ​ຮູບ​ແບບ ໜຶ່ງ​ເມືອງ ໜຶ່ງ​ຜະ​ລິດ​ຕະ​ພັນ (ODOP) ແລະ ຈັດ​ຕັ້ງ​ບັນ​ດາ​ງານ​ວາງ​ສະ​ແດງ​ສິ​ລະ​ປະ.

ນາຍ ກລ ດຖະມ ນຕ ຫວຽດນາມ ເຂ າ ຮ ວມ ກອງປະຊ ມສະຫ ບວຽກງານປ 2020 ແລະ ຜ ນຂະຫຍາຍໜ າທ ປ 2021ຂອງ ຂະ ແໜງ ອ ດ ສາ ຫະ ກຳ ແລະ ການ ຄ າ ຫ​ວຽດ​ນາມ ສ​ວຍ​ໃຊ້​ໂອ​ກາດ​ຈາກການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4 ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຍ​ສໝ - ​ຍຸດ​ທະ​ສາດ​ແຫ່ງ​ຊາດ ກ່ຽວ​ກັບ​ການ ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4 ຮອດ​ປີ 2030, ເປົ້າ​ໝາຍ​ແມ່ນ​ເປັນ​ເຈົ້າ​ການ​ໃນ​ການ​ຍາດ​ແຍ່ງ​ບັນ​ດາ​​ກາ​ລະ​ໂອ​ກາດ​ຂອງ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ ຄັ້ງ​ທີ 4 ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເປັນ​ເຈົ້າ​ໂດຍ​ພື້ນ​ຖານ ແລະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ໃໝ່​ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ເສດ​ຖະ​ກິດ - ສັງ​ຄົມ​ຢ່າງກວ້າງ​ຂວາງ, ປະ​ດິດ​ສ້າງ​ເຕັກ​ໂນ​ໂລ​ຢີ​ໃໝ່​ເທ​ື່ອ​ລະ​ກ້າວ ເພື່ອ​ແນ​ໃສ່​ຊຸກ​ຍູ້​ວິ​ວັດ​ການ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.