ຍສໝ - ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປະຕິບັດແນວທາງພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ ແລະ ຫຼາຍຮູບຫຼາຍແບບ...
ຍສໝ - ທີ່ການພົບປະກັບທ່ານ John McAuliff, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ທ່ານ John McAuliff ໃນບັນດາຄວາມມານະພະຍາຍາມຂອງຕົນໃນການພົວພັນທາງການທູດປະຊາຊົນຂອງຫວຽດນາມ ໃນໄລຍະເຄິ່ງສະຕະວັດທີ່ຜ່ານມາ.
ວັນທີ 1 ເມສາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ໃຫ້ການຕ້ອນຮັບທ່ານ John McAuliff ເພື່ອນມິດທີ່ມາແຕ່ດົນນານ ແລະ ສະໜິດສະໜົມຂອງ ຫວຽດນາມ ຢູ່ ນິວຢອກ.
ຍສໝ - ວັນທີ 30 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ Marc E. Knapper ເຊິ່ງມາເຂົ້າຢ້ຽມຂ່ຳນັບເນື່ອງໃນໂອກາດທີ່ທ່ານເອກອັກຄະລັດຖະທູດເລີ່ມດຳລົງຕຳແໜ່ງ.
ວັນທີ 26 ມີນາ, ທ່ານເອກອັກຄະລັດຖູະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ກ່າວປາໄສໄຂກອງປະຊຸມສຳມະນາແນະນຳປະກອບອາຊີບ ດ້ວຍຫົວຂໍ້ "AMERICAN DREAM" (ຄວາມຝັນ ອາເມລິກາ) 2022.
ຕອນເຊົ້າວັນທີ 23 ມີນາ,ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ Marc Knapper ເຂົ້າຢ້ຽມຂ່ຳນັບ.
ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະປະຈຳຫວຽດນາມ ປະຈຳ ສະຫະປະຊາຊາດ (ສປຊ) ໄດ້ສະແດງຄວາມຂອບໃຈຕໍ່ບັນດາການປະກອບສ່ວນທີ່ບໍ່ຮູ້ອິດຮູ້ເມື່ອຍຂອງຄອບຄົວ ທ່ານນາງ Merle Ratner, ຜູ້ເປັນເພື່ອນມິດສະໜິດສະໜົມຂອງຫວຽດນາມ ມາແຕ່ດົນນານ.
ຍສໝ - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ຢັ້ງຢືນວ່າ ລັດຖະບານ, ລັດ ຫວຽດນາມ ຍາມໃດກໍຮ່ວມເດີນທາງ ແລະ ສ້າງເງື່ອນໄຂສະດວກໃຫ້ປະຊາຄົມວິສາຫະກິດເວົ້າລວມ, ໃນນັ້ນ ມີວິສາຫະກິດ, ນັກລົງທຶນຂອງ ອາເມລິກາ, ສະມາຊິກຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ ເວົ້າສະເພາະ, ສືບຕໍ່ລົງທຶນຢ່າງສຳເລັດ, ຍືນຍົງ ແລະ ຍາວນານຢູ່ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 8 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສຸດຍອດວິສາຫະກິດຫວຽດນາມ - ອາເມລິກາ ຄັ້ງທີ 5 ດ້ວຍຫົວຂໍ້ “ປັບປຸງການພົວພັນເສດຖະກິດ 2 ຝ່າຍ”.
ຍສໝ - ໝາກໄມ້, ເຂົ້າສານ ແລະ ເຄື່ອງເທດ ຂອງຫວຍດນາມ ມີການປະກົດຕົວນັບມື້ຫຼາຍຂຶ້ນໃນບັນດາແຫຼ່ງຕະຫຼາດທີ່ມີຄວາມຕ້ອງການສູງ ເມື່ອວິສາຫະກິດຜູ້ປະກອບການເພີ່ມທະວີການນຳໃຊ້ບັນດາຂໍ້ຕົກລົງທາງການຄ້າເສລີ (FTA).
ຍສໝ - ຕອນເຊົ້າວັນທີ 23 ກຸມພາ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ John Kerry ທູດພິເສດຂອງປະທານາທິບໍດີ ອາເມລິກາ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.
ອາເມລິກາ ຈະສືບຕໍ່ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ເປັນສຳຄັນ ແລະ ມີຄວາມປາດຖະໜາຢາກຍົກລະດັບການພົວພັນຂຶ້ນລະດັບສູງກວ່າ; ຢັ້ງຢືນຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ຍສໝ - ກົມບັນດາບັນຫາມະຫາສະໝຸດ, ສິ່ງແວດລ້ອມ ແລະວິທະຍາສາດສາກົນຂອງກະຊວງການຕ່າງປະເທດອາເມລິກາ ໄດ້ປະກາດເອກະສານຄົ້ນຄວ້າປະຕິເສດ "ຄຳຮຽກສິດທີ່ຜິດກົດໝາຍ" ຂອງຈີນ ຢູ່ ທະເລຕາເວັນອອກ.
ຍສໝ - ການຟື້ນຕົວຂອງຂະແໜງການບໍລິການສະບຽບອາຫານຢູ່ອາເມລິກາ ຄາດຫວັງວ່າຈະສ້າງເງື່ອນໄຂໃຫ້ແກ່ແນວໂນ້ມການຈະເລີນເຕີບໂຕໃນການສົ່ງອອກຂອງສິນຄ້າປະມົງຫວຽດນາມ ຍ້ອນທີ່ນີ້ເປັນຕະຫຼາດທີ່ສົ່ງອອກກຸ້ງ, ປາໜັງທີ່ໃຫຍ່ທີ່ສຸດຂອງປະເທດເຮົາ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ໄດ້ດຳເນີນ ພິທີມອບເງິນຈຳນວນ 100.000 USD ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ໜູນຊ່ວຍໃຫ້ແກ່ບັນດາຄອບຄົວທີ່ມີຄົນເສຍຊິວິດ ໃນເຫດພາຍຸທີ່ເກີດຂຶ້ນໃນເດືອນທັນວາ ປີ 2021 ຢູ່ລັດ ແກນຕຸກກິ, ອາເມລິກາ.
ຍສໝ - ໃນ 5 ຕະຫຼາດສົ່ງອອກໄມ້ ແລະຜະລິດຕະພັນໄມ້ໃຫຍ່ທີ່ສຸດໄປຍັງ ອາເມລິກາ (ຫວຽດນາມ, ຈີນ, ເມັກຊິໂກ, ມາເລເຊຍ, ການາດາ), ອາເມລິກາ ພຽງແຕ່ເພີ່ມອັດຕາສ່ວນການນຳເຂົ້າຈາກຫວຽດນາມ ແລະ ເມັກຊິໂກ.
ຍສໝ - ໂດຍໄດ້ຮັບຂ່າວວ່າພາຍຸໝູນພັດເຂົ້າຫຼາຍລັດຢູ່ພາກກາງ ອາເມລິກາ, ເປັນຕົ້ນແມ່ນ Kentuky ໂດຍກໍ່ຜົນເສຍຫາຍຢ່າງໃຫຍ່ຫຼວງ ແລະ ເຮັດໃຫ້ ກ່ວາ 100 ຄົນເສຍຊີວິດ, ວັນທີ 12 ທັນວາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສົ່ງໂທລະເລກສະແດງຄວາມເສົ້າສະຫຼົດໃຈເຖິ ງທ່ານປະທານາທິບໍດີ ອາເມລິກາ Joe Biden.
ຍສໝ - ທ່ານ Noah Zaring, ຜູ້ຮັກສາການຮອງເອກອັກຄະລັດຖະທູດອາເມລິກາ ປະຈຳ ຮ່າໂນ້ຍ ໄດ້ສະແດງຄວາມຂອບອົກຂອບໃຈຕຕໍ່ລັດຖະບານ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ໃຫ້ການໜູນຊ່ວຍວຽກງານມະນຸດສະທຳຂອງອົງການຊອກຫາຊາວຕ່າງປະເທດທີ່ຫາຍສາບສູນໃນສົງຄາມຫວຽດນາມ (MIA).
ຍສໝ - ວັນທີ 29 ພະຈິກ, ຖ້ຽວບິນໝາຍເລກ VN98 ຂອງ ບໍລິສັດການບິນ Vietnam Airlines ໄດ້ລົງຈອດຢູ່ສະໜາມບິນ San Francisco, ກາຍເປັນຖ້ຽວບິນປະຫວັດສາດ ສ້າງຂີດໝາຍເປີດຖ້ຽວບິນການຄ້າໂດຍກົງແບບປົກກະຕິ ລະຫວ່າງ ຫວຽດນາມ ແລະ ອາເມລິກາ ຢ່າງເປັນທາງການ
ວັນທີ 17 ພະຈິກ, ແຂວງ ກວາງນາມ ຈະຕ້ອນຮັບແຂກທ່ອງທ່ຽວ 203 ຄົນ ແລະ ວັນທີ 18 ພະຈິກຈະຕ້ອນຮັບ ແຂກທ່ອງທ່ຽວ 226 ຄົນ, ມາພັກເຊົາຢູ່ເຂດພັກຜ່ອນບຳລຸງສຸຂະພາບຄົບວົງຈອນ ນາມໂຮ້ຍອານຢູ່ເມືອງ ຢຸຍຊວຽນ.