ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ການ​ທູດ​ປ​ະ​ຊາ​ຊົນ ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ອາ​ເມ​ລິ​ກາ

09:33 | 04/04/2022

ວັນທີ 1 ເມສາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ໃຫ້ການຕ້ອນຮັບທ່ານ John McAuliff ເພື່ອນມິດທີ່ມາແຕ່ດົນນານ ແລະ ສະໜິດສະໜົມຂອງ ຫວຽດນາມ ຢູ່ ນິວຢອກ.

ຫວຽດນາມ, ຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ການລົງທຶນສີຂຽວ ແລະຫັນປ່ຽນດີຈີຕອນ ຫວຽດນາມ, ຈຸດນັດພົບທີ່ມີຄວາມສາມາດບົ່ມຊ້ອນໃຫ້ແກ່ການລົງທຶນສີຂຽວ ແລະຫັນປ່ຽນດີຈີຕອນ
ງານ​ບຸນ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ປີ 2022 ກະຕຸ້ນ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນຫຼວງ ງານ​ບຸນ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ ປີ 2022 ກະຕຸ້ນ​ການ​ທ່ອງ​ທ່ຽວ​ຢູ່​ນະ​ຄອນຫຼວງ
undefined

ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ການຕ້ອນຮັບທ່ານ John McAuliff ເພື່ອນມິດມາແຕ່ດົນນານ ແລະ ສະໜິດສະໜົມ ຂອງ ຫວຽດນາມ.(ພາບ: baoquocte.vn)

ທີ່ການຕ້ອນຮັບ, ທ່ານ John McAuliff ໄດ້ແລກປ່ຽນບາງການເຄື່ອນໄຫວການທູດປະຊາຊົນໂດຍທ່ານ ແລະ ອົງການຈັດຕັ້ງທຳການກູ້ສົນ ກອງທຶນໄກ່ເກ່ຍ ແລະ ພັດທະນາ (Fund for Reconciliation and Development) ປະຕິບັດໃນໄລຍະຜ່ານມາ.

ສ່ວນທ່ານ ເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຮັບຮູ້ບັນດາຄຳເຫັນຢ່າງສຸດໃຈຂອງທ່ານ John McAuliff ຕໍ່ບັນຫາສາກົນທີ່ພົ້ນເດັ່ນຢູ່ເວທີປາໄສ ສປຊ ໃນປັດຈຸບັນ, ທ່ານ ດັ່ງຮ່ວາງຢາງ ກໍ່ປາດຖະໜາວ່າ ທ່ານ John McAuliff ຈະສືບຕໍ່ສົມທົບກັບຄະນະຜູ້ຕາງໜ້າກໍ່ຄືບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງ ຫວຽດນາມ ເພື່ອເພີ່ມທະວີຄວາມເຂົ້າໃຈ ລະຫວ່າງປະຊາຊົນສອງປະເທດ ຫວຽດນາມ ແລະ ອາເມລິກາ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ກໍ່ແລກປ່ຽນບາງຄຳເຫັນກ່ຽວກັບການເຄື່ອນໄຫວສະເຫຼີມສະຫຼອງ 45 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກ ສປຊ (ເດືອນ ກັນຍາ ປີ 1977 - ເດືອນກັນຍາ ປີ 2022) ແລະ 50 ປີແຫ່ງວັນ ຫວຽດນາມ ລົງນາມສົນທິສັນຍາ ປາຣີ ( ເດືອນມັງກອນ ປີ 1973 - ເດືອນມັງກອນ ປີ 2023).

ວີ​ໂອ​ວີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.