CRS/USA ໜູນ​ຊ່ວຍ​ເດັກ ​ແລະ ​ໄວ​ໜຸ່ມ​ພິການ​ຢູ່​ກວາງ​ຈີ້

10:23 | 24/06/2022

ຍ​ສ​ໝ - ນັບ​ແຕ່​ປີ 2000, CRS ໄດ້​ຮ່ວມ​ມື​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ແຂວງ ກວາງ​ຈີ້ ​ໃນ​ບັນດາ​ຂົງ​ເຂດ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ພິບັດ, ເກັບກູ້​ລະ​ເບີດ, ໜູນ​ຊ່ວຍ​ຄົນ​ພິການ. ຄູ່ຮ່ວມງານທ້ອງຖິ່ນຂອງ CRS ແມ່ນພະແນກສຶກສາ ແລະ ບຳລຸງສ້າງ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຄະນະຊາວໜຸ່ມແຂວງ ແລະ ຄະນະກຳມະການປະຊາຊົນບັນດາເມືອງທີ່ກ່ຽວຂ້ອງ.

HFHI ໜູນ​ຊ່ວຍ​ກວ່າ 900 ລ້ານ​ດົ່ງ​ເພື່ອ​ປັບປຸງເງື່ອນໄຂ​ຊີວິດ​ການ​ເປັນ​ຢູ່ ​ແລະ ສຸຂະພາບ​ໃຫ້​ຊາວ​ເຫ້ວ HFHI ໜູນ​ຊ່ວຍ​ກວ່າ 900 ລ້ານ​ດົ່ງ​ເພື່ອ​ປັບປຸງເງື່ອນໄຂ​ຊີວິດ​ການ​ເປັນ​ຢູ່ ​ແລະ ສຸຂະພາບ​ໃຫ້​ຊາວ​ເຫ້ວ
ໜູນ​ຊ່ວຍ​ການ​ລ້ຽງ​ສັດ​ໃຫ້​ແກ່​ຄອບ​ຄົວ​ຢູ່​ເມືອງ ເທື່ອງ​ຊວນ, ແຂວງ ແທງ​ຮວ໋າ ໜູນ​ຊ່ວຍ​ການ​ລ້ຽງ​ສັດ​ໃຫ້​ແກ່​ຄອບ​ຄົວ​ຢູ່​ເມືອງ ເທື່ອງ​ຊວນ, ແຂວງ ແທງ​ຮວ໋າ
CRS/USA ໜູນ​ຊ່ວຍ​ເດັກ ​ແລະ ​ໄວ​ໜຸ່ມ​ພິການ​ຢູ່​ກວາງ​ຈີ້
ບັນຍາກາດທີ່ການ​ເຮັດ​ວຽກ

ກົມ​ການ​ຕ່າງປະ​ເທດ​ກວາງ​ຈີ້ ​ໄດ້​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ວິ້ງ​ລິງ ​ແລະ ອົງການ​ Catholic Relief Services (CRS/USA) ຊຸກຍູ້​ແຜນການ​ຮ່ວມ​ມື​ກໍ່ສ້າງ​ໂຄງການ “​ເພີ່ມ​ທະວີ​ການເຊື່ອມ​ຕົວ​ເຂົ້າ​ກັບ​ສັງຄົມ, ການ​ດູ​ແລ​ສຸຂະພາບ ​ແລະ ການ​ສຶກສາ​​ໃຫ້​ແກ່​ເດັກ ​ແລະ ​ໄວ​ໜຸ່ມ​ພິການ ຜ່ານ​ການ​ສົມ​ທົບການເຄື່ອນໄຫວລວມ​ຂອງ​ຂອງ​ທ້ອງ​ຖິ່ນ” (ຂ​ຽນ​​ຫຍໍ້ວ່າ: “ນ້ອງປະກາຍ​ແຈ້ງ) ໃນ 5 ປີ 2022-2027.

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຫົວໜ້າພະແນກການ​ຕ່າງປະ​ເທດ ຫງວຽນຈ່ຽວ​ເທືອງ ໄດ້ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ໝາກຜົນ​ການ​ຮ່ວມ​ມື​ຂອງ CRS ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໃນ​ຂົງ​ເຂດ​ຕ່າງໆ, ​ໃນ​ນັ້ນ​ມີ​ຂະ​ແໜງການ​ໜູນ​ຊ່ວຍ​ຄົນ​ພິການ​ແຂວງ ກວາງ​ຈິ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ສະ​ໜັບ​ສະ​ໜູນແຜນການ​ຮ່ວມ​ມື​ປະຕິບັດ​ໂຄງການ​ໜູນ​ຊ່ວຍ​ຄົນ​ພິການ​ໄລຍະ​ໃໝ່​ຢູ່​ເມືອງ​ວິງ​ລິງ. ການສ້າງແຜນການຂະຫຍາຍໂຄງການຢູ່ບໍ​ລິ​ເວນໃໝ່, ມີໄລຍະການຈັດຕັ້ງປະຕິບັດ 5 ປີ ຮັບປະກັນລັກ​ສະ​ນະ​ຍາວ​ນານຂອງໂຄງການໃນໄລຍະຍາວ ແລະ ຍືນຍົງ. ພ້ອມ​ກັນ​ນັ້ນ, ກໍ​ສະ​ເໜີ​ໃຫ້​ອົງການ CRS ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ວິງ​ລິງ ​ໃນວິ​ວັດ​ຂະ​ບວນການ​ຕີ​ລາຄາ​ຄວາມ​ຕ້ອງການ, ​ເກັບ​ກຳ​ຂໍ້​ມູນ​ຂ່າວສານ, ສ້າງ​ໂຄງ​ປະກອບ​ໂຄງ​ການ, ອອກ​ແບບການ​ເຄື່ອນ​ໄຫວ​ໂຄງການ. ເອົາ​ໃຈ​ໃສ່​ນຳ​ໃຊ້​ບັນດາ​ຕົວ​ແບບ, ຂໍ້​ລິ​ເລີ່ມ, ບົດຮຽນ​ທີ່​ປະສົບ​ຜົນສຳ​ເລັດ​ຂອງ​ເມືອງ ຫາຍ​ລັງ, ​ເສີມຂະຫຍາຍໃຫ້​ມີ​ປະສິດທິ​ຜົນ​ສູງທີ່​ສຸດ ​ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ໃນ​ການ​ຮ່ວມ​ມື​ປະຕິບັດ​ໂຄງການ​ໃນ​ຕໍ່ໜ້າ, ​ເປັນ​ເອກະ​ພາບ​ການ​ປະສານ​ສົມທົບ​ຂັ້ນ​ພື້ນຖານ, ຕິດຕາມ​ກວດກາ, ກວດກາ, ປະ​ເມີນ​ຜົນ, ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ​ແລະ ການ​ລາຍ​ງານ​ເປັນ​ແຕ່ລະ​ໄລຍະ.

CRS ແມ່ນອົງການ ບໍ​ຂຶ້ນ​ກັບ​ລັດ​ຖະ​ບານຂອງອາເມລິກາ ທີ່ເຮັດວຽກກ່ຽວກັບການບັນເທົາທຸກ ແລະ ການພັດທະນາ ຕັ້ງແຕ່ປີ 1943 ໃນຫຼາຍກວ່າ 100 ປະເທດ. ນັບ​ແຕ່​ປີ 1992, CRS ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ຄູ່​ຮ່ວມ​ມື​ຫວຽດນາມ ປະຕິບັດ​ບັນດາລາຍການ, ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ ​ແລະ ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພພິບັດ, ຟື້ນ​ຟູ ​ແລະ ໜູນ​ຊ່ວຍ​ຄົນ​ພິການ. ປະຈຸ​ບັນ, CRS ພວມ​ສົມທົບ​ກັນ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ໜູນ​ຊ່ວຍ​ຄົນ​ພິການ​ຢູ່ 04 ​ແຂວງ​ຄື: ກວາງ​ຈີ້, ກວາງ​ນາມ, ບິ່ງ​ດິ່ງ ​ແລະ ກອນ​ຕູມ.

ນັບ​ແຕ່​ປີ 2000, CRS ໄດ້​ຮ່ວມ​ມື​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຢູ່​ແຂວງ ກວາງ​ຈີ້ ​ໃນ​ບັນດາ​ຂົງ​ເຂດ​ຫຼຸດຜ່ອນ​ຄວາມ​ສ່ຽງ​ຈາກ​ໄພ​ພິບັດ, ເກັບກູ້​ລະ​ເບີດ, ໜູນ​ຊ່ວຍ​ຄົນ​ພິການ. ຄູ່ຮ່ວມງານທ້ອງຖິ່ນຂອງ CRS ແມ່ນພະແນກສຶກສາ ແລະ ບຳລຸງສ້າງ, ພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຄະນະຊາວໜຸ່ມແຂວງ ແລະ ຄະນະກຳມະການປະຊາຊົນບັນດາເມືອງທີ່ກ່ຽວຂ້ອງ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.