ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອາ​ເມ​ລິ​ກາ

07:18 | 26/01/2022

ອາເມລິກາ ຈະສືບຕໍ່ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ເປັນສຳຄັນ ແລະ ມີຄວາມປາດຖະໜາຢາກຍົກລະດັບການພົວພັນຂຶ້ນລະດັບສູງກວ່າ; ຢັ້ງຢືນຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານກັບ ສະ​ຫະ​ພາບ​ເອີ​ລົບ​ເປັນ​ສຳ​ຄັນ ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ຮອບ​ດ້ານກັບ ສະ​ຫະ​ພາບ​ເອີ​ລົບ​ເປັນ​ສຳ​ຄັນ
ອາ​ເມ​ລິ​ກາ​ ປະກາດເອກະສານ​ປະຕິ​ເສດ​ຕໍ່​ການ​ຮຽກສິດ​ທີ່​ຜິດ​ກົດໝາຍ​ຂອງ​ຈີນ ​ຢູ່ ​ທະ​ເລ​ຕາ​ເວັນ​ອອກ ອາ​ເມ​ລິ​ກາ​ ປະກາດເອກະສານ​ປະຕິ​ເສດ​ຕໍ່​ການ​ຮຽກສິດ​ທີ່​ຜິດ​ກົດໝາຍ​ຂອງ​ຈີນ ​ຢູ່ ​ທະ​ເລ​ຕາ​ເວັນ​ອອກ
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ (ພາບ: VOV)
ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ (ພາບ: VOV)

ວັນທີ 25 ມັງກອນ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ໄດ້ໂອ້ລົມທາງໂທລະສັບກັບທ່ານ Kurt Campbell ຮອງຫົວໜ້າຜູ້ຊ່ວຍວຽກປະທານາທິບໍດີ ອາເມລິກາ, ຜູ້ປະສານງານກ່ຽວກັບບັນຫາມະຫາສະໝຸດອິນເດຍ - ປາຊີຟິກ ແລະ ທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຮັບຜິດຊອບພາກພື້ນ ອາຊີຕາເວັນອອກ - ປາຊີຟິກ ຕາມຄຳສະເໜີຂອລຝ່າຍ ອາເມລິກາ. ນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ ສະເໜີໃຫ້ສອງປະເທດ ຕ້ອງເພີ່ມທະວີການພົບປະແລກປ່ຽນ ແລະ ໂອ້ລົມສົນທະນາ, ພິເສດແມ່ນລະຫວ່າງການນຳຂັ້ນສູງ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ການລົງທຶນໃນຂອບເຂດສະພາການຄ້າ ແລະ ການລົງທຶນ ຫວຽດນາມ - ອາເມລິກາ (TIFA). ທ່ານກໍຫວັງວ່າ ອາເມລິກາ ຈະສືບຕໍ່ໃຫ້ບຸລິມະສິດໃນການໜູນຊ່ວຍ ຫວຽດນາມໃນບັນດາຂົງເຂດຄື ການສຶກສາ - ບຳລຸງສ້າງ, ສາທາລະນະສຸກ, ມະນຸດສະທຳ, ເສດຖະກິດດີຈີຕອນ, ການປ່ຽນແປງຂອງດິນຟ້າອາກາດ…

ສ່ວນທ່ານຮອງຫົວໜ້າຜູ້ຊ່ວຍວຽກ ປະທານາທິບໍດີ ອາເມລິກາ Kurt Campbell ແລະ ທ່ານ Daniel Kritenbrink ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ຈະສືບຕໍ່ຖືການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ ເປັນສຳຄັນ ແລະ ມີຄວາມປາດຖະໜາຢາກຍົກລະດັບການພົວພັນຂຶ້ນລະດັບສູງກວ່າ; ຢັ້ງຢືນຈະສືບຕໍ່ເພີ່ມທະວີການຮ່ວມມື ແລະ ໜູນຊ່ວຍບັນດາປະເທດພວມພັດທະນາ, ໃນນັ້ນມີ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຫງວຽນກວັກຢຸງ ກໍສະແດງຄວາມປາດຖະໜາວ່າ ອາເມລິກາ ຈະສືບຕໍ່ເພີ່ມທະວີການຮ່ວມມືຢ່າງຮອບດ້ານ, ຍືນຍົງ ແລະ ກວມລວມກັບພາກພື້ນ, ສະໜັບສະໜູນຄວາມສາມັກຄີພາຍໃນກຸ່ມ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ອາເມລິກາ, ຄູ່ຮ່ວມມື ແມ່ຂອງ - ອາເມລິກາ.

vovworld.vn

ເຫດການ
302 Found

Found

The document has moved here.