ອາ​ເມ​ລິ​ກາ ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ການ​ປະຕິບັດ​ກົດໝາຍ​ໃຫ້​ກໍາລັງກວດກາປ່າໄມ້ຫວຽດນາມ

13:56 | 04/07/2022

ຍສໝ - ທ່ານ ຫງວຽນ​ກວກ​ຫ້ຽວ, ຮອງ​ຫົວໜ້າ​ກົມ​ກວດກາ​ປ່າ​ໄມ້, ກົມ​ໃຫຍ່​ປ່າ​ໄມ້, ກະຊວງ​ກະສິກຳ ​ແລະພັດທະນາ​ຊົນນະບົດ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ໃນ​ມື້​ນີ້​ແມ່ນ​ພະຍານຫຼັກຖານສໍາຄັນໃຫ້ແກ່ບາດກ້າວ​ຍາວໃນການ​ພົວພັນ​ຮ່ວມ​ມື​ລະຫວ່າງກົມ​ປ່າ​ໄມ້​ອາ​ເມ​ລິ​ກາ ​ແລະກົມກວດກາ​ປ່າ​ໄມ້​ຫວຽດນາມ ​ເພື່ອ​ຮ່ວມ​ກັນ​ສ້າງ​ຫຼັກສູດກໍ່ສ້າງ, ​ຝຶກ​ອົບຮົມ​ທີ່​ມີ​ມາດຕະຖານ​ໃນ​ຂົງ​ເຂດປະຕິບັດກົດໝາຍ​ໃຫ້ກໍາລັງກວດກາປ່າໄມ້​​ຫວຽດນາມ.

ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຢືນ​ຢັນ ແລະ ຜັນຂະຫຍາຍແນວທາງພົວພັນຕ່າງ​ປະ​ເທດ​ຢ່າງ​ສະ​ເໝີຕົ້ນສະເໝີປາຍຂອງ​ຫວຽດ​ນາມ ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ຢືນ​ຢັນ ແລະ ຜັນຂະຫຍາຍແນວທາງພົວພັນຕ່າງ​ປະ​ເທດ​ຢ່າງ​ສະ​ເໝີຕົ້ນສະເໝີປາຍຂອງ​ຫວຽດ​ນາມ

ວັນ​ທີ 30 ມິຖຸນາ​, ຢູ່​ນະຄອນ​ຍາ​ຈ່າງ, ​ແຂວງ​ແຄ໋ງຮວ່າ, ກົມ​ກວດກາ​ປ່າ​ໄມ້ (ກະຊວງ​ກະສິກຳ ​ແລະພັດທະນາ​ຊົນນະບົດ) ສົມທົບ​ກັບກົມ​ປ່າ​ໄມ້ ອາ​ເມ​ລິ​ກາ ຈັດ​ຕັ້ງ​ກອງ​ປະຊຸມ​ສໍາມະນາປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງຫຼັກສູດກໍ່ສ້າງ ກ່ຽວກັບການປະຕິບັດ​ກົດໝາຍ​ໃຫ້​ບັນດາກໍາລັງກວດກາ​ປ່າ​ໄມ້​ຫວຽດນາມ.

ອາ​ເມ​ລິ​ກາ ​ໜູນ​ຊ່ວຍ​ການ​ກໍ່ສ້າງ​ການ​ປະຕິບັດ​ກົດໝາຍ​ໃຫ້​ກໍາລັງກວດກາປ່າໄມ້ຫວຽດນາມ
ທ່ານ ຫງວຽນ​ກວກ​ຫ້ຽວ, ຮອງ​ຫົວໜ້າ​ກົມ​ກວດກາ​ປ່າ​ໄມ້, ກົມ​ໃຫຍ່​ປ່າ​ໄມ້, ກະຊວງ​ກະສິກຳ ​ແລະພັດທະນາ​ຊົນນະບົດ ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມສໍາມະນາ. ພາບ: TTXVN

ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມສໍາມະນາ, ທ່ານ ຫງວຽນ​ກວກ​ຫ້ຽວ, ຮອງ​ຫົວໜ້າ​ກົມ​ກວດກາ​ປ່າ​ໄມ້, ກົມ​ໃຫຍ່​ປ່າ​ໄມ້, ກະຊວງ​ກະສິກຳ ​ແລະພັດທະນາ​ຊົນນະບົດ ​ເນັ້ນ​ໜັກ​ວ່າ: ກອງ​ປະຊຸມ​ໃນ​ມື້​ນີ້​ແມ່ນ​ພະຍານຫຼັກຖານສໍາຄັນໃຫ້ແກ່ບາດກ້າວ​ຍາວໃນການ​ພົວພັນ​ຮ່ວມ​ມື​ລະຫວ່າງກົມ​ປ່າ​ໄມ້​ອາ​ເມ​ລິ​ກາ ​ແລະກົມກວດກາ​ປ່າ​ໄມ້​ຫວຽດນາມ ​ເພື່ອ​ຮ່ວມ​ກັນ​ສ້າງ​ຫຼັກສູດກໍ່ສ້າງ, ​ຝຶກ​ອົບຮົມ​ທີ່​ມີ​ມາດຕະຖານ​ໃນ​ຂົງ​ເຂດປະຕິບັດກົດໝາຍ​ໃຫ້ກໍາລັງກວດກາປ່າໄມ້​​ຫວຽດນາມ.

ເນື້ອໃນການຮ່ວມມືລວມມີການສ້າງແຜນການກໍ່ສ້າງວິຊາຊີບ, ຫຼັກສູດ ແລະເອກະສານ; ຜັນຂະຫຍາຍການ​ທົດ​ລອງກໍ່ສ້າງ, ການ​ຝຶກ​ອົບ​ຮົມ​ຍົກສູງກໍາລັງຄວາມ​ສາ​ມາດ​ສໍາ​ລັບ​ກໍາລັງກວດກາ​ປ່າ​ໄມ້; ຈັດ​ຕັ້ງ​ຊຸດ​ຝຶກ​ອົບ​ຮົມແນະ​ນໍາ​ການ​ປະ​ຕິ​ບັດ​ເອ​ກະ​ສານກໍານົດ​ດ້ານ​ກົດໝາຍ​ໃນ​ຂະ​ແຫນງ​ປ່າ​ໄມ້.

ຕໍ່​ຈາກນັ້ນ, ບັນດາ​ຜູ້​ແທນ​ກໍ​ໄດ້​ສະ​ເໜີ​ບາງມາດຕະການ​ຄື: ສຸມໃສ່ຍົກສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ພະນັກງານປະຕິບັດວຽກງານກວດກາປ່າໄມ້; ເປີດ​ຊຸດກໍ່ສ້າງ, ຝຶກ​ອົບຮົມ​ການ​ນຳ​ໃຊ້​ຊອບ​ແວ​ໃນ​ການປະຕິບັດການ​ປົກ​ປັກ​ຮັກສາ​ປ່າ​ໄມ້...

​ສ່ວນບັນດານັກ​ຊ່ຽວຊານ​ຈາກ​ອາ​ເມ​ລິ​ກາ, ທ່ານ​ນາງ Karyl Yeston, ນັກ​ຊ່ຽວຊານ​ກົມ​ປ່າ​ໄມ້​ຂອງ​ອາ​ເມ​ລິ​ກາ​ ໄດ້​ແບ່ງປັນ​ກ່ຽວ​ກັບ​ປະສົບ​ການ​ໃນ​ການ​ປະຕິບັດ​ກົດໝາຍ​ຢູ່​ອາ​ເມ​ລິ​ກາ, ສິ່ງ​ສຳຄັນ​ທີ່​ສຸດ​ແມ່ນ​ຄວາມ​ຕ້ອງການ​ກໍ່ສ້າງວິຊາ​ສະ​ເພາະ​ໃນຂົງເຂດສືບສວນ ແລະ ການປະຕິບັດການອະນຸລັກ ແລະໃນປັດຈຸບັນ ຝ່າຍກວດກາປ່າໄມ້ ອາເມລິກາ ກໍມີເອກະສານນີ້ແລ້ວ.

ບູນມີ

ເຫດການ
302 Found

Found

The document has moved here.