ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕ້ອນຮັບ​ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ

11:54 | 26/02/2022

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 23 ກຸມພາ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ John Kerry ທູດ​ພິ​ເສດ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຢັ້ງ​ຢືນ​ຄືນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ ການ​ຢ້ຽມ​ຢາມ​ ສິງ​ກະ​ໂປ ຂອງ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ຢັ້ງ​ຢືນ​ຄືນ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ສິງ​ກະ​ໂປ ແລະ ຫວຽດ​ນາມ
ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຫວ​ຽດ​ນາມ ​ມາ​ນະພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ: ຫວ​ຽດ​ນາມ ​ມາ​ນະພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕ້ອນຮັບ​ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​ອາ​ເມ​ລິ​ກາ

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ແລະ ທ່ານ John Kerry ທູດ​ພິ​ເສດ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ .(ພາບ: vietnamnet.vn)

ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ, ທູດ​ພິ​ເສດ​ຂອງ​ປະທານາທິບໍດີ ອາ​ເມ​ລິ​ກາ, ທ່ານ John Kerry ​ໄດ້​ມາ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 22 – 25 ກຸມພາ. ຕອນບ່າຍວັນທີ 23 ກຸມພາ, ຢູ່ສໍານັກງານປະທານປະເທດ, ທູດພິເສດ John Kerry ໄດ້ພົບປະກັບທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ​ຂອງ​ທ່ານ John Kerry, ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ການ​ພັດທະນາ​ອັນ​ດີງາມ​ໃນ​ຫຼາຍ​ດ້ານ​ຂອງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ.

ອາ​ເມ​ລິ​ກາ ຍາມ​ໃດ​ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ທີ່​ສຸດ​ຂອງ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ປາດ​ຖະໜາ​ຢາກ​ສືບ​ຕໍ່​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ພັດທະນາ​ຢ່າງ​ໝັ້ນຄົງ ​ແລະ ຍືນ​ຍົງ, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ, ບົນ​ພື້ນຖານ​ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງແຕ່ລະຝ່າຍ.

ທ່ານ​ປະທານ​ປະ​ເທດ ຕີ​ລາຄາ​ສູງ​ບັນດາ​ໂຄງການ​ຂອງ ອາ​ເມ​ລິ​ກາ ຢູ່ ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ມະຫາວິທະຍາ​ໄລ FUV. ຫວຽດນາມ ປາດ​ຖະໜາ​ວ່າ ອາ​ເມ​ລິ​ກາ ຈະສືບ​ຕໍ່​ເພີ່ມ​ງົບປະມານ​ເພື່ອ​ຟື້ນຟູ​ຈຸດ​ຮ້ອນເຮັ່ງ​ຂອງ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ, ​ເກັບ​ກູ້​ ແລະ ທຳລາຍລູກລະເບີດທີ່ບໍ່ທັນແຕກ, ໜູນ​ຊ່ວຍ​ຄົນ​ພິການ, ​ຄົ້ນຫາ​ຊາກ​ສົບ​ຂອງ​ທະຫານ​ຫວຽດນາມ, ພ້ອມ​ທັງ​ໃຫ້​ບຸລິມະສິດ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ຄື ການ​ສຶກສາ - ບຳລຸງ​ສ້າງ. , ສາທາລະນະສຸກ, ມະນຸດສະທໍາ, ເສດຖະກິດດິຈິຕອນ ...

ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຕີ​ລາຄາ​ສູງ​ບົດບາດ​ນຳ​ໜ້າ​ຂອງ ອາ​ເມ​ລິ​ກາ ກໍ່​ຄື​ຂອງ​ທ່ານ John Kerry ​ໃນ​ການ​ຊຸກຍູ້​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມທົ່ວ​ໂລກ​ເພື່ອ​ຮັບມືວິ​ກິດ​ການ​ດິນ​ຟ້າ​ອາກາດ.

ຫວຽດນາມ ຖື​ການ​ຮັບມືການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ, ​ແມ່ນ​ວຽກ​ງານຈຸດສຸມ, ຮີບ​ດ່ວນ ​ແລະ ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ດ້ານ​ການ​ເງິນ ​ແລະ ໜູນ​ຊ່ວຍ ຫວຽດນາມ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ COP 26, ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ການ​ຫັນປ່ຽນ​ພະລັງງານ​ຢ່າງ​ສະ​ເໝີ​ພາບດ້ວຍການ​ຮ່ວມ​ມື​ກັບ​ຄູ່​ຮ່ວມ​ມື​ຈໍາ​ນວນ​ຫນຶ່ງ​, ລວມ​ທັງ​ສະ​ຫະ​ລັດ​.

ທ່ານ​ທູດ​ພິ​ເສດ John Kerry ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ຈະ​ມາ​ຢ້ຽມຢາມ ຫວຽດນາມ ​ອີກ​ຄັ້ງ​ໜຶ່ງ, ​ເນັ້ນ​ໜັກ​ວ່າ ອາ​ເມ​ລິ​ກາ ສືບ​ຕໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ ຫວຽດນາມ ​ແລະ ປາດ​ຖະໜາ​ຢາກ​ຍົກ​ສູງ​ລະດັບ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ John Kerry ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສົງຄາມ, ​ໃນ​ນັ້ນ​ມີ​ການຟື້ນຟູ​ສະໜາມ​ບິນ ບຽນຮວ່າ, ​ເປັນ​ຕົ້ນ​ແມ່ນ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ, ພັດທະນາ ​ແລະ ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ…. ທ່ານ John Kerry ຕີ​ລາຄາ​ສູງ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ທີ່ COP26, ຢືນຢັນ​ຈະ​ສືບ​ຕໍ່​ສົມທົບ​ກັບ ຫວຽດນາມ ​ໃນ​ບັນດາ​ມາດ​ຕະການ​ສະ​ເພາະ ​ແລະ ທັນ​ການ, ພິ​ເສດ​ແມ່ນ​ພັດທະນາ​ພະລັງງານ​ທົດ​ແທນ, ຫຼຸດຜ່ອນ​ການ​ລະບາຍ​ອາຍ​ພິດ, ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ແບບ​ຍືນ​ຍົງ, ຄຸ້ມ​ຄອງ​ແຫຼ່ງນ້ຳ...

ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ກວດກາ ​ແລະ ດັດ​ປັບ​ຍຸດ​ທະ​ສາດ ​ແລະ ວາງ​ແຜນ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ບັນລຸ​ລະດັບ​ການ​ປ່ອຍ​ອາຍ​ພິດເປັນ “ສູນ” ຮອດ​ປີ 2050, ​ໃນ​ນັ້ນ​ມີ​ການ​ວາງ​ແຜນ​ກຳນົດ​ພະລັງງານໄຟ​ຟ້າ VIII, ພ້ອມ​ທັງ​ຊຸກຍູ້​ການ​ພັດທະນາ​ຢ່າງ​​ແຮງ​ຂອງ​ແຫຼ່ງພະລັງງານ​ທົດ​ແທນ​ຄື​ ໄຟຟ້າແຮງລົມນອກ​ຝັ່ງ​ທະ​ເລ, ພະລັງງານແສງຕາເວັນ, ພ້ອມທັງພິຈາລະນານະໂຍບາຍການຢຸດຕິພະລັງງານຖ່ານຫີນ.

ທີ່​ການ​ພົບ​ປະ, ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ປາດ​ຖະໜາ​ວ່າ ອາ​ເມ​ລິ​ກາ ​ຈະເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ, ປະກອບສ່ວນ​ຕັ້ງໜ້າ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ; ທ່ານກໍ່​ປາດ​ຖະໜາ​ວ່າ ອາ​ເມ​ລິ​ກາ ຈະສືບ​ຕໍ່​ສະໜັບສະໜູນ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ໃນ​ພາກ​ພື້ນ ​ແລະ ບົດບາດ​ໃຈກາງ​ຂອງ ອາ​ຊຽນ, ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອາ​ເມ​ລິ​ກາ ​ແລະ ຄູ່​ຮ່ວມ​ມື​ແມ່​ນ້ຳຂອງ - ອາ​ເມ​ລິ​ກາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.