ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເອ​ກະ​ລາດ ແລະ ພັດ​ທະ​ນາ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ

16:09 | 24/03/2022

ຕອນເຊົ້າວັນທີ 23 ມີນາ,ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ Marc Knapper ເຂົ້າຢ້ຽມຂ່ຳນັບ.

ຊີ້ນ​ໝູ “​ປີນພູ” ​ພັນໃບ​ໝາກ​ກ້ຽງໃຫຍ່ - ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ດິນ​ແດນ ເລືອງ​ເຊີນ, ຮ​ວ່າ​ບິ່ງ ຊີ້ນ​ໝູ “​ປີນພູ” ​ພັນໃບ​ໝາກ​ກ້ຽງໃຫຍ່ - ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ດິນ​ແດນ ເລືອງ​ເຊີນ, ຮ​ວ່າ​ບິ່ງ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຮຽກ​ຮ້ອງ​ໃຫ້​ນະ​ຄອນ​ໂຮ່​ຈີ​ມິນ ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ
ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເອ​ກະ​ລາດ ແລະ ພັດ​ທະ​ນາ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາປະຈຳ ຫວຽດນາມ Marc Knapper (ພາບ: ກະຊວງການຕ່າງປະເທດ)

ເມື່ອແລກປ່ຽນກ່ຽວກັບການພົວພັນລະຫ່ວາງສອງປະເທດ, ທ່ານບຸຍແທັງເຊີນສະເໜີໃຫ້ທ່ານ Marc Knapper ສົມທົບກັນຊຸກຍູ້ການຢ້ຽມຢາມຂອງການນຳຂັ້ນສູງລະຫວ່າງສອງປະເທດໃນປີ 2022 ແລະ ແລກປ່ຽນຄະນະຜູ້ແທນ, ພົບປະໃນທຸກຂັ້ນ, ທຸກຊ່ອງທາງ; ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກະຊວງ, ຂະແໜງການຂອງ ຫວຽດນາມເພື່ອຍູ້ແຮງການຮ່ວມມືລະຫວ່າງສອງປະເທດໃນຂົງເຂດສຳຄັນກ່ວາອີກ ແລະ ໃຫ້ບູລິມະສິດເປັນຕົ້ນແມ່ນການຟື້ນຟູ ແລະ ການເຕີບໂຕເສດຖະກິດພາຍຫຼັງ ໂລກລະບາດໂຄວິດ - 19, ປັບປຸງການຮັບມືຂອງບັນດາລະບົບສະໜອງ, ກໍ່ສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ພັດທະນາຂຽວ ແລະ ຍືນຍົງ, ບຳລຸງກໍ່ສ້າງແຫຼ່ງຊັບພະຍາກອນມະນຸດ.

ສ່ວນທ່ານ Marc Knapper ສະແດງຄວາມປະທັບໃຈຕໍ່ການພັດທະນາຢ່າງກ້າວກະໂດດຂັ້ນຂອງ ຫວຽດນາມໃນຊຸມປີຜ່ານມາ; ທ່ານຢັ້ງຢືນວ່າ ອາເມລິກາ ຈະສະໜັບສະໜູນ ປະເທດຫວຽດນາມ ເອກະລາດແລະພັດທະນາໃຫ້ຮັ່ງມີເຂັ້ມແຂງ, ປາດຖະໜາຢາກນຳການພົວພັນກັບຫວຽດນາມຂຶ້ນສູ່ລະດັບສູງໃໝ່.

ເມື່ອແລກປ່ຽນກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນ, ກ່ຽວຂ້ອງເຖິງບັນຫາຢູແກຼນ, ທ່ານລັດຖະມົນຕີບູຍແທັງເຊີນໄດ້ຢັ້ງຢືນຄືນໃໝ່ກ່ຽວກັບຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ກ່ຽວກັບການແກ້ໄຂການຂັດແຍ້ງກັນ, ຄວາມບໍ່ລົງລອຍ ສາກົນໂດຍສັນຕິວິທີ, ປະຕິບັດຕາມຫຼັກການພື້ນຖານຂອງ ກົດບັດສປຊ ແລະ ກົດໝາຍສາກົນ.

vovworld.vn

ເຫດການ
302 Found

Found

The document has moved here.