ຫວຽດນາມ ຂອບ​ອົກ​ຂອບ​ໃຈ​ເພື່ອນ ອາ​ເມ​ລິ​ກາ ທີ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພົວພັນ​​ລະຫວ່າງປະຊາຊົນ 2 ປະ​ເທດ

15:50 | 17/03/2022

ຍສໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ່​ວາງ​ຢາງ, ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຫວຽດ​ນາມ ປະ​ຈຳ ສະ​ຫະ​ປະ​ຊາ​ຊາດ (ສປຊ) ໄດ້ສະແດງຄວາມ​ຂອບ​ໃຈ​ຕໍ່​ບັນ​ດາ​ການ​ປະ​ກອບ​ສ່ວນ​ທີ່​ບໍ່ຮູ້​ອິດຮູ້​ເມື່ອຍ​ຂອງ​ຄອບ​ຄົວ ທ່ານ​ນາງ Merle Ratner, ຜູ້ເປັນ​ເພື່ອນ​ມິດ​ສະ​ໜິດ​ສະ​ໜົມ​ຂອງ​ຫວຽດ​ນາມ ມາ​ແຕ່​ດົນ​ນານ.

ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ອັດຕາ​ສ່ວນ​ສິ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ຍິງ​ສູງ​ທີ່ສຸດ​ໃນ​ໂລກ ຫວຽດນາມ ​ແມ່ນ​ປະ​ເທດ​ທີ່​ມີ​ອັດຕາ​ສ່ວນ​ສິ​ມາ​ຊິກ​ສະພາ​ແຫ່ງ​ຊາດ​ຍິງ​ສູງ​ທີ່ສຸດ​ໃນ​ໂລກ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ້ອນ​ຮັບ​ຄ​ະ​ນະ​ວິ​ສາ​ຫະ​ກິດ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ
ຫວຽດນາມ ຂອບ​ອົກ​ຂອບ​ໃຈ​ເພື່ອນ ອາ​ເມ​ລິ​ກາ ທີ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພົວພັນ​​ລະຫວ່າງປະຊາຊົນ 2 ປະ​ເທດໃພາບປະກອບ: vufo.org.vn
ຫວຽດນາມ ຂອບ​ອົກ​ຂອບ​ໃຈ​ເພື່ອນ ອາ​ເມ​ລິ​ກາ ທີ່​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ພົວພັນ​​ລະຫວ່າງປະຊາຊົນ 2 ປະ​ເທດ.ພາບ: vufo.org.vn

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ ຄອບຄົວ ທ່ານ​ນາງ Merle Ratner ​ໄດ້​ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ​ໃນ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ; ຊົມເຊີຍບັນດາ​ຄຳ​ເຫັນ​ທີ່​ມີ​ລັກສະນະ​ສ້າງສັນ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ພົວພັນ​ທາງ​ການ​ທູດ​ປະຊາຊົນ ຂອງ​ຫວຽດນາມ.

ທ່ານ​ເອກ​ອັກຄະ​ລັດຖະທູດ ປາດ​ຖະໜາ​ວ່າ ຄອບຄົວ ທ່ານ​ນາງ Merle Ratner ຈະສືບ​ຕໍ່​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ ​ແລະ ​ເຊື່ອມ​ຕໍ່ຫວຽດນາມ ກັບ​ບັນດາ​ຜູ້​ຕາງ​ໜ້າ​ບັນດາຂະບວນການຢ່າຍ​ຊ້າຍ​ຢູ່ ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ໄວ​ໜຸ່ມ, ຊາວຜິວສີ ​ແລະ ຊາວເຊື້ອຊາດຫວຽດນາມ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ 2 ປະ​ເທດ ​ແລະ​ ແລກປ່ຽນ​ຜົນ​ການ​ຄົ້ນຄວ້າ​ພາກ​ປະຕິບັດຕົວຈິງ​ກ່ຽວ​ກັບ​ລັດທິມາກ ​ແລະ​ ລັດທິ​ສັງຄົມ​ນິຍົມ.

ທ່ານ ນາງ Merle Ratner ​ແມ່ນ​ນັກ​ເຄື່ອນ​ໄຫວຂະບວນການ​ຝ່າຍ​ຊ້າຍ​ຊັ້ນ​ນຳຢູ່ອາ​ເມ​ລິ​ກາ, ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ້ານ​ອາ​ເມ​ລິ​ກາ​ຢູ່ ຫວຽດນາມ ນັບ​ແຕ່​ອາຍຸ 13 ປີ. ທ່ານນາງ​ແມ່ນ​ຜູ້​ຮ່ວມ​ກໍ່​ຕັ້ງ ​ແລະ ຜູ້​ປະສານ​ງານ​ຂອງອົງການຂົນຂວາຍ​ກູ້​ຊ່ວຍ ແລະ ຮັບຜິດຊອບຜູ້ປະສົບເຄາະຮ້າຍຈາກພິດ​ສີ​ສົ້ມ ​ຫວຽດນາມ (VAORRC).

ທ່ານ ນາງ Merle Ratner ​ແມ່ນ​ນັກ​ເຄື່ອນ​ໄຫວຂະບວນການ​ຝ່າຍ​ຊ້າຍ​ຊັ້ນ​ນຳຢູ່ອາ​ເມ​ລິ​ກາ, ​ໄດ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ້ານ​ອາ​ເມ​ລິ​ກາ​ຢູ່ ຫວຽດນາມ ນັບ​ແຕ່​ອາຍຸ 13 ປີ. ທ່ານນາງ​ແມ່ນ​ຜູ້​ຮ່ວມ​ກໍ່​ຕັ້ງ ​ແລະ ຜູ້​ປະສານ​ງານ​ຂອງອົງການຂົນຂວາຍ​ກູ້​ຊ່ວຍ ແລະ ຮັບຜິດຊອບຜູ້ປະສົບເຄາະຮ້າຍຈາກພິດ​ສີ​ສົ້ມ ​ຫວຽດນາມ (VAORRC).

ໄຊພອນ

ເຫດການ
302 Found

Found

The document has moved here.