ຫວຽດນາມ ຂອບ​ໃຈ​ບັນດາ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ຂອງ​ເພື່ອນ​ມິດ​ ອາ​ເມ​ລິ​ກາ ທີ່​ສະໜິດສະໜົມ McAuliff

07:38 | 06/04/2022

ຍ​ສ​ໝ - ທີ່​ການ​ພົບ​ປະ​ກັບ​ທ່ານ John McAuliff, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຢາງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ John McAuliff ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​ໃນ​ການ​ພົວພັນ​ທາງ​ການ​ທູດ​ປະຊາຊົນຂອງ​ຫວຽດນາມ ​ໃນ​ໄລຍະ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ.

ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ການ​ທູດ​ປ​ະ​ຊາ​ຊົນ ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ການ​ທູດ​ປ​ະ​ຊາ​ຊົນ ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ - ອາ​ເມ​ລິ​ກາ
ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເອ​ກະ​ລາດ ແລະ ພັດ​ທະ​ນາ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເອ​ກະ​ລາດ ແລະ ພັດ​ທະ​ນາ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ
ຫວຽດນາມ ຂອບ​ໃຈ​ບັນດາ​ຄວາມ​ມານະ​ພະຍາຍາມ​ທາງ​ການ​ທູດ​ຂອງ​ເພື່ອນ​ມິດ​ ອາ​ເມ​ລິ​ກາ ທີ່​ສະໜິດສະໜົມ McAuliff
ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຢາງພົບ​ປະ​ກັບ​ທ່ານ John McAuliff (ພາບ: Baoquocte.vn)

ຕາມ​ສຳນັກ​ຂ່າວສຳ​ນັກ​ຂ່າວສານ​ຫວຽດນາມ ​ປະຈຳ​ອາ​ເມ​ລິ​ກາ ​ແລ້ວ, ​​ທ້າຍ​ອາທິດ​ຜ່ານ​ມາ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮ່ວາງ​ຢາງ, ຫົວໜ້າ​ຄະນະ​ຝ່າຍ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ​ໄດ້​ມີ​ການ​ພົບ​ປະ​ຢ່າງ​ສະໜິດສະໜົມ​ກັບ​ທ່ານ John McAuliff, ເຊິ່ງ​ເປັນ​ເພື່ອນ​ມິດມາ​ແຕ່​ດົນ​ນານຂອງ ຫວຽດນາມ.

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ທ່ານ John McAuliff ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ​ໃນ​ການ​ພົວພັນ​ທາງ​ການ​ທູດ​​ປະຊາຊົນຂອງ​ຫວຽດນາມ ​ໃນ​ຕະຫຼອດ​ເຄິ່ງສະຕະວັດ​ທີ່​ຜ່ານ​ມາ.

ທ່ານ John McAuliff ກໍ່​ສະ​ແດງ​ຄວາມຂອບ​ໃຈຕໍ່ນ້ຳ​ໃຈ​ສະ​ໜິດ​ແໜ້ນ​ເຊິ່ງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​​ສະ​ຫງວນ​ໃຫ້​ແກ່​ເພື່ອນ​ມິດ​ຊາວ ອາ​ເມ​ລິ​ກາ ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງຫວຽດ​ນາມ, ແລກ​ປ່ຽນບາງ​ການ​ເຄື່ອນ​ໄຫວ​ໂດຍ​ທ່ານ ແລະ ອົງ​ການ​ກະ​ທຳ​ການ​ກຸສົນ​ປອງດອງ ແບະ ພັດ​ທະ​ນາ ປະ​ຕິ​ບັດໃນ​ໄລ​ຍະ​ຜ່ານ​ມາ, ກໍ່​ຄື​ບາງ​ການ​ເຄື່ອນ​ໄຫວ​ທີ່​ຄາດ​ວ່າຈະ​ປະ​ຕິ​ບັດ​ໃນ​ໄລຍະ​ຈະ​ມາ​ເຖິງ​ເພື່ອແນ​ໃສ່​ເຊື່ອມ​ໂຍງ ​ແລະ ​ເພີ່ມ​ທະວີ​ການ​ແລກປ່ຽນ​ລະຫວ່າງ​ບຸກຄົນ ​ແລະ ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ.

ທ່ານ​ໄດ້ສະ​ແດງ​ຄວາມ​ສະໜັບສະໜູນ ​ແລະ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ຂອງ​ການ​ພົວພັນ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ຂອງ ຫວຽດນາມ ​ແລະ ປາດ​ຖະໜາ​ຢາກ​ສືບ​ຕໍ່​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ຜູ້​ແທນ​ທີ່​ຈະ​ມາ​ເຖິງ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້​ຮັບ​ຮູ້​ຄຳ​ເຫັນ​ທີ່​ກະຕືລືລົ້ນ​ຂອງ​ທ່ານ John McAuliff ກ່ຽວ​ກັບ​ຫຼາຍ​ບັນຫາ​ສາກົນ​ທີ່​ພົ້ນ​ເດັ່ນ​ຢູ່​ເວທີ​ປາ​ໄສ​ສະຫະ​ປະຊາ​ຊາດ​ປະຈຸ​ບັນ, ຫວັງ​ວ່າ ທ່ານ​ຈະ​ສືບ​ຕໍ່​ສົມທົບ​ກັບ​ຄະນະ​ຜູ້​ແທນ ຫວຽດນາມ ກໍ່​ຄື​ບັນດາ​ອົງການ​ກ່ຽວຂ້ອງ​ຂອງຫວຽດນາມ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ ​ແລະ ອາ​ເມ​ລິ​ກາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.