ພິ​ທີ​ມອບ​ຮັບ​ອັດ​ຖິ​ນາຍ​ທະ​ຫານ ອາ​ເມ​ລິ​ກາ

08:57 | 04/07/2022

ຍ​ສ​ໝ - ການ​ເຄື່ອນ​ໄຫວ​ຄົ້ນ​ຫາ​ອັດ​ຖິ​ນາຍ​ທະ​ຫານ​ອາ​ເມ​ລິ​ກາ​ທີ່ຫາຍ​ສາບ​ສູນ​ໃນ​ສົງ​ຄາມ​ຢູ່ ຫວຽດ​ນາມ ແມ່ນ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ລະ​ຫວ່າງ​ສອງ​ລັດ​ຖະ​ບານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ນີ້​ແມ່ນ​ການມອບ​ຮັບ​ອັດ​ຖິ ​ຄັ້ງ​ທີ 158 ນັບ​ແຕ່​ປີ 1973.

ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ, ໜັງສືຜ່ານແດນທຳມະດາ​ແບບ​ໃໝ່​ ​ມີ​ຫຍັງ​ພິ​ເສດ? ນັບ​ແຕ່​ວັນ​ທີ 1 ກໍ​ລະ​ກົດ, ໜັງສືຜ່ານແດນທຳມະດາ​ແບບ​ໃໝ່​ ​ມີ​ຫຍັງ​ພິ​ເສດ?
ອ່າວ​ຮະ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ບັນ​ລຸລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ເວ​ລາ​ເປີດ​ປະ​ຕູ​ຄືນ​ໃໝ່ ອ່າວ​ຮະ​ລອງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ບັນ​ລຸລະ​ດັບ​ສະ​ຖິ​ຕິ​ນັບ​ແຕ່​ເວ​ລາ​ເປີດ​ປະ​ຕູ​ຄືນ​ໃໝ່
ພິ​ທີ​ມອບ​ຮັບ​ອັດ​ຖິ​ນາຍ​ທະ​ຫານ ອາ​ເມ​ລິ​ກາ
ພິ​ທີ​ມອບ​ຮັບ (ພາບ: TTXVN)

ວັນ​ທີ 30 ມິ​ຖຸ​ນາ, ຢູ່​ສະ​ໜາມ​ບິນ​ສາ​ກົນ ດ່າ​ນັ້ງ, ອົງ​ການ​ຫວຽດ​ນາມຄົ້ນ​ຫາ​ຜູ້​ຫາຍ​ສາບ​ສູນ (VNOSMP) ໄດ້​ຈັດ​ພິ​ທີ​ມອບ​ຮັບ​ອັດ​ຖິ​ນາຍ​ທະ​ຫານ​ອາ​ເມ​ລິ​ກາ ທີ່ຫາຍ​ສາບ​ສູນ​ໃນ​ສົງ​ຄາມ​ຢູ່ ຫວຽດ​ນາມ (MIA). ຝ່າຍ​​ຮັບ​ຂອງ​ອາ​ເມ​ລິ​ກາ ມີ​ຜູ້​ຕາງ​ໜ້າ​ສະ​ຖານ​ທູດ ອາ​ເມ​ລິ​ກາ ປະ​ຈຳ ຮ່າ​ໂນ້ຍ ແລະ ຫ້ອງວ່າ​ການ MIA ອາ​ເມ​ລິ​ກາ ປະ​ຈຳ ຮ່າ​ໂນ້ຍ. ອັດ​ຖິ​ສອງນາຍ​ທະ​ຫານ​ອາ​ເມ​ລິ​ກາ ໂດຍ​ຝ່າຍ​ຫວຽດ​ນາມ ມອບ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ​ຄັ້ງ​ນີ້ ແມ່ນ​ໝາກ​ຜົນ​ຂອງ​ການ​ຄົ້ນ​ຫາ​ລວມ ຄັ້ງ​ທີ 146 ແລະ 147 (ເດືອນ​ກຸມ​ພາ - ເດືອນ​ມິ​ຖຸ​ນາ 2022) ແລະ ​ບັນ​ດາ​ນັກ​ຊ່ຽວ​ຊານນິ​ຕິ​ເວດ​ສາດ ຂອງ ຫວຽດ​ນາມ, ອາ​ເມ​ລິ​ກາ​ ໄດ້ກວດ​ກາຢັ້ງຢືນ​ຢູ່ ດ່າ​ນັ້ງ, ສະຫຼຸບວ່າ ອາດ​ກ່ຽວ​ຂ້ອງ​ເຖິງ​ກໍ​ລະ​ນີ​ນາຍ​ທະ​ຫານ ອາ​ເມ​ລິ​ກາ ທີ່ຫາຍ​ສາບ​ສູນ​ໃນ​ສົງ​ຄາມ​ຢູ່ ຫວຽດ​ນາມ ແລະ ສະ​ເໜີ​ໃຫ້​ສົ່ງ​ກັບ​ເມືອ Hawaii, ອາ​ເມ​ລິ​ກາ ເພື່ອ​ຢັ້ງ​ຢືນ​ຕື່ມ​ອີກ.

ການ​ເຄື່ອນ​ໄຫວ​ຄົ້ນ​ຫາ​ອັດ​ຖິ​ນາຍ​ທະ​ຫານ​ອາ​ເມ​ລິ​ກາ​ທີ່ຫາຍ​ສາບ​ສູນ​ໃນ​ສົງ​ຄາມ​ຢູ່ ຫວຽດ​ນາມ ແມ່ນ​ການ​ເຄື່ອນ​ໄຫວ​ມະ​ນຸດ​ສະ​ທຳ​ລະ​ຫວ່າງ​ສອງ​ລັດ​ຖະ​ບານ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ. ນີ້​ແມ່ນ​ການມອບ​ຮັບ​ອັດ​ຖິ ​ຄັ້ງ​ທີ 158 ນັບ​ແຕ່​ປີ 1973.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.